Online Bible

- Reklamy -

2 ຂ່າວຄາວ 25 - ພຣະຄຳພີສັກສິ


ກະສັດ​ອາມາຊີຢາ​ແຫ່ງ​ຢູດາຍ
( 2 ກສ 14:2-6 )

1 ເຈົ້າ​ອາມາຊີຢາ​ຂຶ້ນ​ເປັນ​ກະສັດ​ເມື່ອ​ເພິ່ນ​ອາຍຸ​ໄດ້​ຊາວຫ້າ​ປີ ແລະ​ໄດ້​ປົກຄອງ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ​ເປັນ​ເວລາ​ຊາວເກົ້າ​ປີ. ແມ່​ຂອງ​ເພິ່ນ​ຊື່​ວ່າ​ເຢໂຮອັດດານ ຊາວ​ນະຄອນ​ເຢຣູຊາເລັມ.

2 ເພິ່ນ​ໄດ້​ເຮັດ​ສິ່ງ​ທີ່​ພຣະເຈົ້າຢາເວ​ພໍໃຈ ແຕ່​ບໍ່ໄດ້​ເຮັດ​ດ້ວຍ​ຄວາມ​ເຕັມໃຈ.

3 ເມື່ອ​ເພິ່ນ​ໄດ້​ຂຶ້ນ​ກຳ​ອຳນາດ​ຢ່າງ​ໝັ້ນຄົງ​ແລ້ວ ເພິ່ນ​ກໍ​ສັງຫານ​ຂ້າຣາຊການ​ທີ່​ໄດ້​ຂ້າ​ພໍ່​ຂອງ​ເພິ່ນ.

4 ເຖິງ​ຢ່າງ​ໃດ​ກໍຕາມ ເພິ່ນ​ບໍ່ໄດ້​ຂ້າ​ລູກ​ຂອງ​ພວກເຂົາ, ແຕ່​ເພິ່ນ​ໄດ້​ປະຕິບັດ​ຕາມ​ກົດບັນຍັດ​ຂອງ​ໂມເຊ ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ວ່າ, “ພໍ່​ແມ່​ຈະ​ບໍ່​ຖືກ​ປະຫານ​ຍ້ອນ​ລູກ​ເຮັດ​ຜິດ ແລະ​ລູກ​ກໍ​ຈະ​ບໍ່​ຖືກ​ປະຫານ​ຍ້ອນ​ພໍ່​ແມ່​ເຮັດ​ຜິດ; ຜູ້ໃດ​ເຮັດ​ຜິດ​ໃຫ້​ປະຫານ​ຜູ້ນັ້ນ.”


ເສິກ​ລະຫວ່າງ​ຢູດາ​ແລະ​ເອໂດມ
( 2 ກສ 14:7 )

5 ກະສັດ​ອາມາຊີຢາ​ໄດ້​ເກນ​ເອົາ​ຜູ້ຊາຍ​ທັງໝົດ​ຈາກ​ເຜົ່າຢູດາ​ແລະ​ເຜົ່າ​ເບັນຢາມິນ​ເຂົ້າ​ເປັນ​ທະຫານ​ໃນ​ກອງທັບ ຕາມ​ຕະກຸນ​ຂອງ​ພວກເຂົາ ແລະ​ຕັ້ງ​ນາຍ​ທະຫານ​ບັນຊາການ​ປະຈຳ​ກອງພັນ​ແລະ​ກອງຮ້ອຍ. ການ​ເກນ​ນີ້​ໄດ້​ລວມເອົາ​ຜູ້ຊາຍ​ທັງໝົດ ຕັ້ງແຕ່​ອາຍຸ​ຊາວ​ປີ​ຂຶ້ນ​ໄປ ຊຶ່ງ​ລວມ​ແລ້ວ​ມີ​ສາມແສນ​ຄົນ. ພວກເຂົາ​ເປັນ​ທະຫານ​ທີ່​ໄດ້​ຖືກ​ຄັດເລືອກ​ເອົາ​ສະເພາະ​ໃຫ້​ຕຽມພ້ອມ​ເພື່ອ​ສູ້ຮົບ ແລະ​ຊຳນິ​ຊຳນານ​ໃນ​ການ​ໃຊ້​ຫອກ​ແລະ​ໃຊ້​ໂລ້.

6 ນອກຈາກນີ້ ເພິ່ນ​ຍັງ​ໄດ້​ຈ້າງ​ທະຫານ​ມາ​ຈາກ​ອິດສະຣາເອນ​ໜຶ່ງແສນ​ຄົນ ໃນ​ລາຄາ​ເງິນ​ປະມານ​ສີ່​ໂຕນ.

7 ແຕ່​ມີ​ຜູ້ທຳນວາຍ​ຄົນ​ໜຶ່ງ​ໄດ້​ໄປ​ພົບ​ກະສັດ ແລະ​ບອກ​ເພິ່ນ​ວ່າ, “ຢ່າ​ເອົາ​ທະຫານ​ອິດສະຣາເອນ​ເຫຼົ່ານີ້​ໄປ​ກັບ​ທ່ານ​ເລີຍ. ພຣະເຈົ້າຢາເວ​ຈະ​ບໍ່​ສະຖິດ​ຢູ່​ກັບ​ທະຫານ​ທີ່​ມາ​ຈາກ​ອານາຈັກ​ເໜືອ.

8 ທ່ານ​ອາດ​ຄິດ​ວ່າ ພວກເຂົາ​ຈະ​ເຮັດ​ໃຫ້​ທ່ານ​ເຂັ້ມແຂງ​ຂຶ້ນ ໃນ​ສະໜາມຮົບ, ແຕ່​ແມ່ນ​ພຣະເຈົ້າ​ຕ່າງຫາກ ທີ່​ມີ​ອຳນາດ​ຊີ້ຂາດ​ຄວາມມີໄຊ ຫລື​ການ​ພ່າຍແພ້ ແລະ​ພຣະເຈົ້າ​ຈະ​ເຮັດ​ໃຫ້​ສັດຕູ​ເອົາ​ຊະນະ​ທ່ານ.”

9 ອາມາຊີຢາ​ຖາມ​ຄົນ​ຂອງ​ພຣະເຈົ້າ​ວ່າ, “ສ່ວນ​ເງິນ​ທີ່​ເຮົາ​ໄດ້​ຈ່າຍ​ໃຫ້​ພວກເຂົາ​ແລ້ວ​ນັ້ນ​ເດ ເຮົາ​ຈະ​ເຮັດ​ຢ່າງໃດ?” ຄົນ​ຂອງ​ພຣະເຈົ້າ​ຕອບ​ວ່າ, “ພຣະເຈົ້າຢາເວ​ສົ່ງ​ຄືນ​ໃຫ້​ທ່ານ​ໄດ້​ຫລາຍກວ່າ​ນັ້ນ.”

10 ດັ່ງນັ້ນ ກະສັດ​ອາມາຊີຢາ​ຈຶ່ງ​ສົ່ງ​ທະຫານ​ທີ່​ຮັບຈ້າງ​ນັ້ນ​ກັບຄືນ​ເມືອ. ພວກເຂົາ​ກັບຄືນ​ເມືອ​ເຮືອນ​ໂດຍ​ທີ່​ຕ່າງຄົນ​ຕ່າງ​ກໍ​ຄຽດແຄ້ນ​ຢ່າງ​ຂົມຂື່ນ​ໃຫ້​ປະຊາຊົນ​ຊາວ​ຢູດາ.

11 ອາມາຊີຢາ​ສຸມ​ທຸກ​ຄວາມ​ກ້າຫານ​ຂອງຕົນ ແລະ​ນຳພາ​ກອງທັບ​ອອກ​ໄປ​ສູ່​ຮ່ອມພູ​ເກືອ. ໃນ​ທີ່ນັ້ນ ພວກເຂົາ​ໄດ້​ດຳເນີນ​ການ​ສູ້ຮົບ ແລະ​ໄດ້​ຂ້າ​ທະຫານ​ເອໂດມ​ສິບພັນ​ຄົນ

12 ແລະ​ທັງ​ຈັບ​ເປັນ​ຊະເລີຍ​ໄດ້​ອີກ ສິບພັນ​ຄົນ. ພວກເຂົາ​ນຳ​ຊະເລີຍເສິກ​ເຫຼົ່ານັ້ນ​ຂຶ້ນ​ໄປ​ເທິງ​ຈອມຜາ​ທີ່​ເມືອງ​ເສລາ ແລະ​ຍູ້​ພວກເຂົາ​ໃຫ້​ຕົກລົງ​ໃນ​ເຫວ​ຕາຍ.

13 ໃນ​ເວລາ​ດຽວກັນ​ນັ້ນ ບັນດາ​ທະຫານ​ອິດສະຣາເອນ​ທີ່​ອາມາຊີຢາ​ບໍ່​ຍອມ​ໃຫ້​ໄປ​ເຮັດ​ເສິກ​ນຳ​ນັ້ນ ໄດ້​ໂຈມຕີ​ເມືອງ​ຕ່າງໆ​ຂອງ​ຢູດາຍ ລະຫວ່າງ​ເມືອງ​ຊາມາເຣຍ​ແລະ​ເມືອງ​ເບັດ​ໂຮໂຣນ. ພວກເຂົາ​ໄດ້​ຂ້າ​ຜູ້ຊາຍ​ສາມພັນ​ຄົນ ແລະ​ປຸ້ນສະດົມ​ເອົາ​ສິ່ງຂອງ​ຕິດຕົວ​ໄປ​ນຳ​ຢ່າງ​ຫລວງຫລາຍ.

14 ເມື່ອ​ກະສັດ​ອາມາຊີຢາ​ກັບ​ມາ​ແຕ່​ປາບ​ພວກ​ເອໂດມ​ແລ້ວ ເພິ່ນ​ກໍໄດ້​ນຳ​ເອົາ​ຮູບເຄົາຣົບ​ຂອງ​ພວກເຂົາ​ມາ​ນຳ​ດ້ວຍ. ເພິ່ນ​ໄດ້​ຕັ້ງ​ມັນ​ຂຶ້ນ​ຂາບໄຫວ້ ແລະ​ເຜົາ​ເຄື່ອງຫອມ​ບູຊາ​ມັນ.

15 ການ​ເຮັດ​ເຊັ່ນ​ນີ້​ພາ​ໃຫ້​ພຣະເຈົ້າຢາເວ​ໂກດຮ້າຍ; ສະນັ້ນ ພຣະອົງ​ຈຶ່ງ​ໄດ້​ໃຊ້​ຜູ້ທຳນວາຍ​ຄົນ​ໜຶ່ງ​ໄປ​ຫາ​ອາມາຊີຢາ. ຜູ້ທຳນວາຍ​ໄດ້​ຖາມ​ເພິ່ນ​ວ່າ, “ເປັນຫຍັງ​ທ່ານ​ຈຶ່ງ​ຂາບໄຫວ້​ພະ​ຕ່າງຊາດ ທີ່​ຊ່ວຍ​ແມ່ນແຕ່​ປະຊາຊົນ​ຂອງ​ຕົນເອງ​ຈາກ​ອຳນາດ​ຂອງທ່ານ​ບໍ່ໄດ້?”

16 ອາມາຊີຢາ​ເວົ້າ​ຕັດ​ບົດ​ວ່າ, “ເຮົາ​ແຕ່ງຕັ້ງ​ເຈົ້າ​ໃຫ້​ເປັນ​ທີ່ປຶກສາ​ຂອງ​ກະສັດ​ເມື່ອໃດ? ຈົ່ງ​ຢຸດ​ເວົ້າ​ແມ ຫລື​ຈະ​ໃຫ້​ເຮົາ​ຂ້າ​ເຈົ້າ​ເສຍ.” ແຕ່​ຜູ້ທຳນວາຍ​ເວົ້າ​ສວນ​ຂຶ້ນ ແລະ​ບອກ​ເພິ່ນ​ວ່າ, “ບັດນີ້ ຂ້ານ້ອຍ​ຮູ້​ວ່າ​ພຣະເຈົ້າ​ໄດ້​ຕັດສິນໃຈ​ທຳລາຍ​ທ່ານ​ແລ້ວ ເພາະ​ທ່ານ​ໄດ້​ເຮັດ​ສິ່ງ​ທັງໝົດ​ນີ້ ແລະ​ຍັງ​ບໍ່​ຍອມ​ຟັງ​ຄຳ​ຕັກເຕືອນ​ຂອງ​ຂ້ານ້ອຍ.”


ຢູດາ​ເຮັດ​ເສິກ​ຕໍ່ສູ້​ອິດສະຣາເອນ
( 2 ກສ 14:8-20 )

17 ກະສັດ​ອາມາຊີຢາ​ແຫ່ງ​ຢູດາຍ​ກັບ​ທີ່ປຶກສາ​ຂອງ​ເພິ່ນ ໄດ້​ວາງ​ອຸບາຍ​ຕໍ່ສູ້​ອານາຈັກ​ອິດສະຣາເອນ. ເພິ່ນ​ໄດ້​ໃຊ້​ທູດ​ນຳຂ່າວ​ໄປ​ບອກ​ກະສັດ​ເຢໂຮອາດ​ລູກຊາຍ​ຂອງ​ເຢໂຮອາຮາດ ແລະ​ຫລານຊາຍ​ຂອງ​ເຢຮູ​ແຫ່ງ​ອິດສະຣາເອນ ໂດຍ​ທ້າທາຍ​ເພິ່ນ​ໃຫ້​ອອກ​ມາ​ຕໍ່ສູ້.

18 ເຈົ້າ​ເຢໂຮອາດ​ແຫ່ງ​ອິດສະຣາເອນ​ໄດ້​ຕອບ​ເຈົ້າ​ອາມາຊີຢາ​ແຫ່ງ​ຢູດາຍ​ຄືນ​ໄປ​ດັ່ງນີ້: “ມີ​ຄັ້ງໜຶ່ງ ຕົ້ນໜາມ​ທີ່​ເທິງ​ພູ​ເລບານອນ​ໄດ້​ສົ່ງ​ຂ່າວ​ມາ​ຫາ​ຕົ້ນ​ສົນສີດາ​ວ່າ, ‘ຈົ່ງ​ໃຫ້​ລູກສາວ​ຂອງ​ເຈົ້າ​ແຕ່ງງານ​ກັບ​ລູກຊາຍ​ຂອງເຮົາ​ເຖີດ.’ ແລ້ວ​ກໍ​ມີ​ສັດປ່າ​ໂຕໜຶ່ງ​ຜ່ານ​ມາ ແລະ​ຢຽບຢໍ່າ​ຕົ້ນໜາມ​ນັ້ນ​ລົງ.

19 ບັດນີ້ ອາມາຊີຢາ​ເອີຍ ທ່ານ​ຄຸຍ​ໂມ້​ວ່າ​ທ່ານ​ໄດ້​ເອົາ​ຊະນະ​ຊາວ​ເອໂດມ; ແຕ່​ຂ້າພະເຈົ້າ​ຂໍ​ແນະນຳ​ທ່ານ​ໃຫ້​ຢູ່​ເຮືອນ​ສາ​ດີກວ່າ. ເປັນຫຍັງ​ຈຶ່ງ​ດີ້ນຮົນ​ຫາ​ຄວາມ​ເດືອດຮ້ອນ​ທີ່​ຈະ​ນຳ​ຄວາມ​ຈິບຫາຍ ມາ​ສູ່​ທ່ານ​ເອງ​ແລະ​ປະຊາຊົນ​ຂອງທ່ານ?”

20 ແຕ່​ອາມາຊີຢາ​ບໍ່​ຍອມ​ຟັງ. ມັນ​ແມ່ນ​ພຣະປະສົງ​ຂອງ​ພຣະເຈົ້າ​ທີ່​ຈະ​ເຮັດ​ໃຫ້​ອາມາຊີຢາ​ພ່າຍແພ້ ເພາະ​ເພິ່ນ​ໄດ້​ຂາບໄຫວ້​ຮູບເຄົາຣົບ​ຂອງ​ຊາວ​ເອໂດມ.

21 ດັ່ງນັ້ນ ກະສັດ​ເຢໂຮອາດ​ແຫ່ງ​ອິດສະຣາເອນ ຈຶ່ງ​ເຮັດ​ເສິກ​ຕໍ່ສູ້​ກະສັດ​ອາມາຊີຢາ​ແຫ່ງ​ຢູດາຍ. ກອງທັບ​ຂອງ​ສອງ​ຝ່າຍ​ໄດ້​ປະເຊີນ​ໜ້າ​ກັນ​ຢູ່​ທີ່​ເມືອງ​ເບັດເຊເມດ​ໃນ​ຢູດາຍ

22 ກອງທັບ​ຂອງ​ຢູດາ​ໄດ້​ພ່າຍແພ້​ໄປ ແລະ​ທະຫານ​ກໍ​ປົບ​ເມືອ​ເຮືອນ​ໃຜ​ລາວ.

23 ເຈົ້າ​ເຢໂຮອາດ​ແຫ່ງ​ອິດສະຣາເອນ​ຈັບ​ອາມາຊີຢາ​ລູກຊາຍ​ຂອງ​ໂຢອາດ​ຫຼານຊາຍ​ຂອງ​ອາຮາຊີຢາ​ແຫ່ງ​ຢູດາຍ​ໄດ້​ທີ່​ເບັດເຊເມດ ແລະ​ນຳ​ຕົວ​ມາ​ທີ່​ນະຄອນ​ເຢຣູຊາເລັມ. ໃນ​ທີ່ນັ້ນ ເພິ່ນ​ໄດ້​ຮື້​ກຳແພງ​ເມືອງ​ຖິ້ມ, ຕັ້ງແຕ່​ປະຕູ​ເອຟຣາອິມ​ຈົນເຖິງ​ປະຕູແຈ​ເມືອງ ຊຶ່ງ​ຍາວ​ປະມານ​ສອງຮ້ອຍ​ແມັດ.

24 ເພິ່ນ​ໄດ້​ຢຶດ​ເອົາ​ຄຳ, ເງິນ​ທັງໝົດ​ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າ ແລະ​ເຄື່ອງໃຊ້​ຕ່າງໆ​ທີ່​ພົບເຫັນ ຊຶ່ງ​ເຊື້ອສາຍ​ຂອງ​ໂອເບັດເອໂດມ​ເປັນ​ຄົນ​ເຝົ້າ​ຮັກສາ ແລະ​ຊັບສົມບັດ​ໃນ​ຣາຊວັງ. ເພິ່ນ​ຍັງ​ຈັບ​ຕົວປະກັນ​ຫລາຍ​ຄົນ​ກັບຄືນ​ໄປ​ນະຄອນ​ຊາມາເຣຍ.

25 ກະສັດ​ອາມາຊີຢາ​ລູກຊາຍ​ຂອງ​ໂຢອາດ​ແຫ່ງ​ຢູດາຍ​ມີ​ອາຍຸ​ຍືນຍົງ​ຢູ່​ອີກ​ສິບຫ້າ​ປີ ຫລັງຈາກ​ທີ່​ກະສັດ​ເຢໂຮອາດ​ລູກຊາຍ​ຂອງ​ເຢໂຮອາຮາດ​ແຫ່ງ​ອິດສະຣາເອນ​ໄດ້​ຕາຍໄປ.

26 ສິ່ງ​ອື່ນໆ​ທີ່​ອາມາຊີຢາ​ໄດ້​ເຮັດ​ໃນ​ຣາຊການ​ຂອງ​ເພິ່ນ ຕັ້ງແຕ່​ບັ້ນຕົ້ນ​ຈົນເຖິງ​ບັ້ນປາຍ​ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້​ໃນ ປຶ້ມ​ປະຫວັດສາດ​ຂອງ​ກະສັດ​ແຫ່ງ​ຢູດາຍ ແລະ​ອິດສະຣາເອນ.

27 ຕັ້ງແຕ່​ສະໄໝ​ທີ່​ເພິ່ນ​ໄດ້​ກະບົດ​ຕໍ່ສູ້​ພຣະເຈົ້າຢາເວ ການ​ວາງ​ອຸບາຍ​ໂຄ່ນລົ້ມ​ເພິ່ນ​ທີ່​ນະຄອນ​ເຢຣູຊາເລັມ​ກໍ​ເກີດ​ມີ​ຂຶ້ນ. ໃນທີ່ສຸດ ເພິ່ນ​ໄດ້​ປົບໜີ​ໄປ​ເມືອງ​ລາກິດ, ແຕ່​ສັດຕູ​ຂອງ​ເພິ່ນ​ໄດ້​ຕາມ​ໄປ​ທີ່​ນັ້ນ ແລະ​ສັງຫານ​ເພິ່ນ​ເສຍ.

28 ຊາກສົບ​ຂອງ​ເພິ່ນ​ໄດ້​ຖືກ​ບັນທຸກ​ໃສ່​ຫລັງ​ມ້າ ແລະ​ນຳ​ກັບຄືນ​ມາ​ນະຄອນ​ເຢຣູຊາເລັມ. ແລ້ວ​ກໍ​ຖືກ​ຝັງ​ໄວ້​ໃນ​ອຸບມຸງ​ແຫ່ງ​ກະສັດ​ໃນ​ເມືອງ​ຂອງ​ດາວິດ.

@ 2012 United Bible Societies. All Rights Reserved.

Následuj nás:



Reklamy