Online Bible

- Reklamy -

2 ຂ່າວຄາວ 24 - ພຣະຄຳພີສັກສິ


ກະສັດ​ໂຢອາດ​ແຫ່ງ​ຢູດາຍ
( 2 ກສ 12:1-16 )

1 ເຈົ້າ​ໂຢອາດ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ​ເມື່ອ​ເພິ່ນ​ອາຍຸ​ໄດ້​ເຈັດ​ປີ ແລະ​ໄດ້​ປົກຄອງ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ​ເປັນ​ເວລາ​ສີ່ສິບ​ປີ. ແມ່​ຂອງ​ເພິ່ນ​ຊື່​ວ່າ​ຊີບີຢາ ຊາວ​ເມືອງ​ເບເອນເຊບາ.

2 ເພິ່ນ​ໄດ້​ເຮັດ​ສິ່ງ​ທີ່​ພຣະເຈົ້າຢາເວ​ພໍໃຈ ຕາບໃດ​ທີ່​ປະໂຣຫິດ​ເຢໂຮຍອາດາ​ຍັງ​ມີ​ຊີວິດ​ຢູ່.

3 ເຢໂຮຍອາດາ​ໄດ້​ເລືອກ​ເມຍ​ສອງ​ຄົນ​ໃຫ້​ກະສັດ​ໂຢອາດ ແລະ​ພວກ​ນາງ​ກໍໄດ້​ເກີດ​ລູກຊາຍ ແລະ​ລູກຍິງ​ຫລາຍ​ຄົນ​ໃຫ້​ເພິ່ນ.

4 ຫລັງຈາກ​ທີ່​ເພິ່ນ​ໄດ້​ເປັນ​ກະສັດ​ໄປ​ຊົ່ວ​ໄລຍະ​ໜຶ່ງ​ແລ້ວ ໂຢອາດ​ກໍໄດ້​ຕັດສິນໃຈ​ສ້ອມແປງ​ວິຫານ​ຂອງ​ພຣະເຈົ້າຢາເວ.

5 ເພິ່ນ​ໄດ້​ສັ່ງ​ໃຫ້​ບັນດາ​ປະໂຣຫິດ ແລະ​ຊາວ​ເລວີ​ໄປ​ທີ່​ເມືອງ​ຕ່າງໆ​ໃນ​ຢູດາຍ ແລະ​ແຜ່​ເງິນ​ຈາກ​ປະຊາຊົນ​ທັງໝົດ ເພື່ອ​ຈະ​ໄດ້​ເງິນ​ພຽງພໍ​ສຳລັບ​ສ້ອມແປງ​ວິຫານ​ຂອງ​ພຣະເຈົ້າ​ແຕ່ລະປີ. ເຢໂຮຍອາດາ​ບອກ​ພວກເຂົາ​ໃຫ້​ລົງມື​ສ້ອມແປງ​ໂດຍໄວ, ແຕ່​ຊາວ​ເລວີ​ຍັງ​ຊັກຊ້າ​ຢູ່;

6 ສະນັ້ນ ເພິ່ນ​ຈຶ່ງ​ໄດ້​ເອີ້ນ​ບັນດາ​ຜູ້ນຳ​ຂອງ​ພວກເຂົາ ມາ​ທີ່​ນະຄອນ​ເຢຣູຊາເລັມ ແລະ​ຖາມ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ເບິ່ງແຍງ ຊາວ​ເລວີ​ໃຫ້​ເກັບ​ເງິນ​ເສຍສ່ວຍ​ໃນ​ຢູດາຍ​ແລະ​ນະຄອນ​ເຢຣູຊາເລັມ​ຕາມ​ທີ່​ໂມເຊ ຄົນ​ຮັບໃຊ້​ຂອງ​ພຣະເຈົ້າຢາເວ​ຮຽກຮ້ອງ​ປະຊາຊົນ​ອິດສະຣາເອນ ໃຫ້​ໃຊ້ຈ່າຍ​ສຳລັບ​ຫໍເຕັນ​ແຫ່ງ​ພັນທະສັນຍາ?”

7 ຄົນ​ຂອງ​ນາງ​ອາທາລີຢາ ຍິງ​ຊົ່ວຮ້າຍ​ຜູ້​ນີ້ ໄດ້​ເຮັດ​ໃຫ້​ວິຫານ​ຂອງ​ພຣະເຈົ້າ​ເສື່ອມເສຍ​ແລະ​ເສົ້າໝອງ ໂດຍ​ພວກເຂົາ​ໄດ້​ໃຊ້​ເຄື່ອງ​ບໍຣິສຸດ​ຕ່າງໆ ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ໄປໃຊ້​ສຳລັບ​ພິທີ​ຂາບໄຫວ້​ພະບາອານ.

8 ກະສັດ​ໄດ້​ສັ່ງ​ຊາວ​ເລວີ​ໃຫ້​ເຮັດ​ຫີບ​ຖວາຍ​ໜ່ວຍ​ໜຶ່ງ ແລະ​ເອົາ​ວາງ​ໄວ້​ທາງ​ປະຕູເຂົ້າ​ວິຫານ​ຂອງ​ພຣະເຈົ້າຢາເວ.

9 ພວກເຂົາ​ໄດ້​ປະກາດ​ໄປ​ທົ່ວ​ນະຄອນ​ເຢຣູຊາເລັມ ແລະ​ຢູດາຍ ເພື່ອ​ໃຫ້​ທຸກຄົນ​ນຳ​ເຄື່ອງ​ມາ​ເປັນ​ການ​ເສຍສ່ວຍ​ແກ່​ພຣະເຈົ້າຢາເວ ຕາມ​ທີ່​ໂມເຊ​ຄົນ​ຮັບໃຊ້​ຂອງ​ພຣະເຈົ້າ​ໄດ້​ເຄີຍ​ແຜ່​ກັນ​ມາ​ແລ້ວ​ຄັ້ງ​ໜຶ່ງ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ.

10 ການ​ກະທຳ​ເຊັ່ນນີ້​ເຮັດ​ໃຫ້​ປະຊາຊົນ ພ້ອມ​ທັງ​ພວກ​ຜູ້ນຳ​ຂອງ​ພວກເຂົາ​ພໍໃຈ​ຫລາຍ ແລະ​ພວກເຂົາ​ໄດ້​ນຳ​ເງິນ​ເສຍສ່ວຍ​ມາ ແລະ​ຖວາຍ​ຈົນ​ເຕັມ​ຫີບ.

11 ທຸກໆ​ວັນ ຊາວ​ເລວີ​ຈະ​ຕ້ອງ​ນຳ​ຫີບ​ຖວາຍ​ໄປ​ຫາ​ເຈົ້າໜ້າທີ່​ຂອງ​ກະສັດ ຜູ້​ຮັບຜິດຊອບ​ໃນ​ເລື່ອງ​ນີ້. ເມື່ອ​ເງິນ​ເຕັມ​ຫີບ​ຖວາຍ​ຍາມໃດ ເລຂາທິການ​ຂອງ​ຣາຊວັງ​ແລະ​ຜູ້​ຕາງໜ້າ​ມະຫາ​ປະໂຣຫິດ ຈະ​ເອົາ​ເງິນ​ອອກ​ຈາກ​ຫີບ​ຍາມນັ້ນ ແລະ​ນຳ​ຫີບ​ໄປ​ໄວ້​ບ່ອນ​ເກົ່າ. ສະນັ້ນ ພວກເຂົາ​ຈຶ່ງ​ແຜ່​ເງິນ​ໄດ້​ເປັນ​ຈຳນວນ​ຫລວງຫລາຍ.

12 ແລ້ວ​ກະສັດ ແລະ​ເຢໂຮຍອາດາ​ກໍ​ຈະ​ມອບ​ເງິນ​ນີ້ ໃຫ້​ຜູ້​ຮັບຜິດຊອບ​ວຽກງານ​ວິຫານ​ຂອງ​ພຣະເຈົ້າຢາເວ ແລະ​ພວກເຂົາ​ໄດ້​ຈ້າງ​ຊ່າງ​ຫີນ, ຊ່າງ​ໄມ້ ເພື່ອ​ສ້ອມແປງ​ວິຫານ​ຂອງ​ພຣະເຈົ້າຢາເວ ພ້ອມທັງ​ຊ່າງເຫຼັກ​ແລະ​ຊ່າງທອງ ເພື່ອ​ສ້ອມແປງ​ວິຫານ​ຂອງ​ພຣະເຈົ້າຢາເວ.

13 ພວກ​ຄົນງານ​ທັງໝົດ​ຕ່າງ​ກໍ​ເຮັດ​ວຽກ​ຢ່າງ​ໜັກໜ່ວງ ພວກເຂົາ​ໄດ້​ສ້ອມແປງ​ວິຫານ​ຂອງ​ພຣະເຈົ້າ​ຂຶ້ນ​ໃໝ່​ຈົນ​ເຂົ້າ​ສູ່​ສະພາບ​ເດີມ ແລະ​ແໜ້ນໜາ​ກວ່າເກົ່າ.

14 ເມື່ອ​ການ​ສ້ອມແປງ​ສຳເລັດ​ຮຽບຮ້ອຍ​ແລ້ວ ຄຳ​ແລະ​ເງິນ​ທີ່​ຍັງເຫລືອ​ນັ້ນ​ກໍ​ຖືກ​ມອບ​ໃຫ້​ກະສັດ​ແລະ​ເຢໂຮຍອາດາ ເພື່ອ​ໃຊ້​ເຮັດ​ຖ້ວຍ​ແລະ​ເຄື່ອງໃຊ້​ອື່ນໆ​ສຳລັບ​ວິຫານ​ຂອງ​ພຣະເຈົ້າຢາເວ. ຕາບໃດ​ທີ່​ເຢໂຮຍອາດາ​ຍັງ​ມີ​ຊີວິດ​ຢູ່ ການ​ຖວາຍ​ເຄື່ອງ​ບູຊາ​ກໍ​ມີ​ຢ່າງ​ສະໝໍ່າ​ສະເໝີ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ.


ນະໂຍບາຍ​ຂອງ​ເຢໂຮຍອາດາ​ຖືກ​ພິກປີ້ນ

15 ຫລັງຈາກ​ອາຍຸ​ໄດ້​ໜຶ່ງຮ້ອຍ​ສາມສິບ​ປີ ເພິ່ນ​ກໍໄດ້​ຕາຍໄປ.

16 ພວກເຂົາ​ໄດ້​ຝັງສົບ​ເພິ່ນ​ໄວ້​ໃນ​ອຸບມຸງ​ແຫ່ງ​ກະສັດ​ໃນ​ເມືອງ​ຂອງ​ດາວິດ ເພື່ອ​ລະນຶກເຖິງ​ຄຸນງາມ​ຄວາມດີ​ທີ່​ເພິ່ນ​ໄດ້​ເຮັດ​ສຳລັບ​ປະຊາຊົນ​ອິດສະຣາເອນ, ສຳລັບ​ພຣະເຈົ້າ ແລະ​ສຳລັບ​ວິຫານ​ຂອງ​ພຣະອົງ.

17 ແຕ່​ພໍ​ເມື່ອ​ເຢໂຮຍອາດາ​ໄດ້​ຕາຍໄປ​ແລ້ວ ບັນດາ​ຜູ້ນຳ​ຂອງ​ຢູດາ​ຈຶ່ງ​ຊັກຊວນ​ກະສັດ​ໂຢອາດ​ໃຫ້​ເຊື່ອຟັງ​ພວກເຂົາ.

18 ສະນັ້ນ ພວກເຂົາ​ໄດ້​ປະຖິ້ມ​ວິຫານ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກເຂົາ ແລະ​ພວກເຂົາ​ໄດ້​ເລີ່ມຕົ້ນ​ຂາບໄຫວ້​ຮູບເຄົາຣົບ ແລະ​ຮູບ​ເຈົ້າແມ່​ອາເຊຣາ. ຄວາມ​ສຳນຶກ​ຜິດ​ໃນ​ການບາບ​ຂອງ​ພວກເຂົາ​ໃນ​ຄັ້ງ​ນີ້ ໄດ້​ເຮັດ​ໃຫ້​ພຣະເຈົ້າຢາເວ​ໂກດຮ້າຍ​ຢູດາຍ​ແລະ​ນະຄອນ​ເຢຣູຊາເລັມ.

19 ສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ໃຊ້​ບັນດາ​ຜູ້ທຳນວາຍ ມາ​ເຕືອນ​ພວກເຂົາ​ໃຫ້​ກັບ​ມາ​ຫາ​ພຣະອົງ ແຕ່​ປະຊາຊົນ​ບໍ່​ເຊື່ອຟັງ.

20 ແລ້ວ​ພຣະວິນຍານ​ຂອງ​ພຣະເຈົ້າ​ໄດ້​ຄວບຄຸມ​ເຊກາຣີຢາ​ລູກຊາຍ​ຂອງ​ປະໂຣຫິດ​ເຢໂຮຍອາດາ. ເພິ່ນ​ໄດ້​ຢືນ​ຂຶ້ນ​ໃນ​ບ່ອນ​ທີ່​ປະຊາຊົນ​ເຫັນ​ເພິ່ນ​ໄດ້ ແລະ​ຮ້ອງ​ຂຶ້ນ​ວ່າ, “ພຣະເຈົ້າ​ຖາມ​ວ່າ, ເປັນຫຍັງ​ພວກທ່ານ​ຈຶ່ງ​ບໍ່​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ແລະ​ກຳລັງ​ນຳ​ເອົາ​ຄວາມ​ຈິບຫາຍ​ມາ​ສູ່​ພວກທ່ານ​ເອງ ພວກທ່ານ​ໄດ້​ປະຖິ້ມ​ພຣະເຈົ້າຢາເວ. ສະນັ້ນ ພຣະອົງ​ຈຶ່ງ​ຈະ​ປະຖິ້ມ​ພວກທ່ານ​ເໝືອນກັນ.”

21 ກະສັດ​ໂຢອາດ​ໄດ້​ຮ່ວມ​ຄິດ​ຮ້າຍ​ຕໍ່ສູ້​ເຊກາຣີຢາ ແລະ​ຕາມ​ຄຳສັ່ງ​ກະສັດ ປະຊາຊົນ​ໄດ້​ແກວ່ງ​ກ້ອນຫີນ​ໃສ່​ລາວ​ໃນ​ເດີ່ນ​ວິຫານ​ຂອງ​ພຣະເຈົ້າຢາເວ.

22 ກະສັດ​ໂຢອາດ​ໄດ້​ລືມໄລ​ຄຸນງາມ​ຄວາມດີ​ທີ່​ເຢໂຮຍອາດາ ພໍ່​ຂອງ​ເຊກາຣີຢາ​ໄດ້​ເຮັດ​ໄວ້​ແກ່​ຕົນ ຈົນ​ເພິ່ນ​ຕ້ອງ​ປະຫານ​ເຊກາຣີຢາ. ກ່ອນ​ເຊກາຣີຢາ​ໃກ້​ຈະ​ສິ້ນໃຈ​ຕາຍ ເພິ່ນ​ໄດ້​ຮ້ອງ​ຂຶ້ນ​ວ່າ, “ຂໍ​ໃຫ້​ພຣະເຈົ້າຢາເວ​ເບິ່ງ​ສິ່ງ​ທີ່​ທ່ານ​ກຳລັງ​ເຮັດ​ແລະ​ລົງໂທດ​ທ່ານ​ດ້ວຍ.”


ຣາຊການ​ຂອງ​ໂຢອາດ​ສິ້ນສຸດລົງ

23 ພໍ​ເຖິງ​ລະດູ​ໃບ​ໄມ້​ລົ່ນ​ໃນ​ປີ​ນັ້ນ​ເອງ ກອງທັບ​ຂອງ​ຊີເຣຍ​ໄດ້​ມາ​ໂຈມຕີ​ຢູດາຍ​ແລະ​ນະຄອນ​ເຢຣູຊາເລັມ. ພວກເຂົາ​ໄດ້​ຂ້າ​ພວກ​ຜູ້ນຳ​ໝົດ​ທຸກຄົນ ແລະ​ໄດ້​ປຸ້ນ​ເອົາ​ເຄື່ອງ​ຂອງ​ກັບຄືນ​ໄປ​ນະຄອນ​ດາມັສກັດ​ຢ່າງ​ຫລວງຫລາຍ.

24 ກອງທັບ​ຊີເຣຍ​ເປັນ​ກອງທັບ​ນ້ອຍ ແຕ່​ພຣະເຈົ້າຢາເວ​ໃຫ້​ພວກເຂົາ​ເອົາ​ຊະນະ​ກອງທັບ​ໃຫຍ່​ຂອງ​ຢູດາຍ ເພາະ​ປະຊາຊົນ​ໄດ້​ປະຖິ້ມ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກເຂົາ. ກະສັດ​ໂຢອາດ​ໄດ້​ຖືກ​ລົງໂທດ​ດ້ວຍ​ວິທີ​ນີ້​ແຫຼະ.

25 ເພິ່ນ​ໄດ້​ຮັບ​ບາດເຈັບ​ຢ່າງ​ສາຫັດ ແລະ​ເມື່ອ​ສັດຕູ​ຖອຍ​ກັບ​ໄປ​ແລ້ວ ຂ້າຣາຊການ​ຂອງ​ເພິ່ນ​ສອງ​ຄົນ​ກໍໄດ້​ຄົບຄິດ​ກັນ​ວາງ​ອຸບາຍ ແລະ​ສັງຫານ​ເພິ່ນ​ເສຍ​ເທິງ​ຕຽງ​ນອນ​ເພື່ອ​ແກ້ແຄ້ນ​ແທນ​ໃຫ້​ລູກຊາຍ ຂອງ​ປະໂຣຫິດ​ເຢໂຮຍອາດາ ຜູ້​ທີ່​ເພິ່ນ​ໄດ້​ສັ່ງ​ໃຫ້​ປະຫານ​ນັ້ນ. ເພິ່ນ​ຖືກ​ຝັງ​ໄວ້​ໃນ​ເມືອງ​ຂອງ​ດາວິດ, ແຕ່​ບໍ່ແມ່ນ​ໃນ​ອຸບມຸງ​ແຫ່ງ​ກະສັດ.

26 ຜູ້​ທີ່​ວາງແຜນ​ຂ້າ​ເພິ່ນ​ນັ້ນ​ແມ່ນ​ຊາບັດ​ລູກຊາຍ​ຂອງ​ຍິງ​ຊາວ​ອຳໂມນ ຊື່​ວ່າ​ຊິມເມອາດ ແລະ​ເຢໂຮຊາບັດ​ລູກຊາຍ​ຂອງ​ຍິງ​ຊາວ​ໂມອາບ​ຊື່​ວ່າ​ຊິມຣິດ.

27 ບົດ​ວິຈານ​ຂອງ​ໜັງສື​ແຫ່ງ​ກະສັດ ບັນຈຸ​ເລື່ອງ​ຂອງ​ລູກຊາຍ​ຂອງ​ກະສັດ​ໂຢອາດ, ຄຳທຳນວາຍ​ຕ່າງໆ​ທີ່​ໄດ້​ກ່າວ​ຕໍ່ສູ້​ເພິ່ນ ແລະ​ບົດ​ບັນທຶກ​ກ່ຽວກັບ​ການ​ທີ່​ເພິ່ນ​ໄດ້​ສ້າງ​ວິຫານ​ຂອງ​ພຣະເຈົ້າ​ຂຶ້ນ​ໃໝ່. ເຈົ້າ​ອາມາຊີຢາ​ລູກຊາຍ​ຂອງ​ເພິ່ນ​ໄດ້​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ.

@ 2012 United Bible Societies. All Rights Reserved.

Následuj nás:



Reklamy