Online Bible

- Reklamy -

2 ຂ່າວຄາວ 23 - ພຣະຄຳພີສັກສິ


ການ​ກະບົດ​ຕໍ່​ນາງ​ອາທາລີຢາ
( 2 ກສ 11:4-16 )

1 ຫລັງຈາກ​ທີ່​ຖ້າ​ຢູ່​ເປັນ​ເວລາ​ຫົກ​ປີ ປະໂຣຫິດ​ເຢໂຮຍອາດາ​ກໍ​ເຫັນ​ວ່າ ເຖິງ​ເວລາ​ແລ້ວ​ທີ່​ຈະ​ດຳເນີນການ​ຢ່າງໃດ​ຢ່າງໜຶ່ງ. ເພິ່ນ​ໄດ້​ເຮັດ​ສັນຍາ​ລັບ​ກັບ​ນາຍ​ທະຫານ​ຫ້າ​ຄົນ ມີ​ດັ່ງນີ້: ອາຊາຣີຢາ​ລູກຊາຍ​ຂອງ​ເຢໂຣຮາມ, ອິດຊະມາເອນ​ລູກຊາຍ​ຂອງ​ເຢໂຮຮານານ, ອາຊາຣີຢາ​ລູກຊາຍ​ຂອງ​ໂອເບັດ, ມາອາເສອີຢາ​ລູກຊາຍ​ຂອງ​ອາດາອີຢາ ແລະ​ເອລີຊາຟັດ​ລູກຊາຍ​ຂອງ​ຊີກະຣີ.

2 ພວກເຂົາ​ໄດ້​ເດີນທາງ​ໄປ​ເມືອງ​ຕ່າງໆ​ທົ່ວ​ຢູດາຍ ແລະ​ໄດ້​ນຳ​ເອົາ​ຊາວ​ເລວີ​ພ້ອມ​ທັງ​ຫົວໜ້າ​ທຸກຄົນ ມາ​ທີ່​ນະຄອນ​ເຢຣູຊາເລັມ​ກັບ​ພວກເຂົາ.

3 ພວກເຂົາ​ທັງໝົດ​ໄດ້​ມາ​ເຕົ້າໂຮມ​ກັນ​ທີ່​ວິຫານ​ຂອງ​ພຣະເຈົ້າ ແລະ​ໃນ​ທີ່ນັ້ນ ພວກເຂົາ​ໄດ້​ເຮັດ​ພັນທະສັນຍາ​ກັບ​ໂຢອາດ​ລູກຊາຍ​ຂອງ​ກະສັດ. ເຢໂຮຍອາດາ​ໄດ້​ກ່າວ​ແກ່​ພວກເຂົາ​ວ່າ, “ນີ້​ເປັນ​ລູກຊາຍ​ຂອງ​ກະສັດ​ຄົນ​ທີ່​ຜ່ານ​ມາ​ແລ້ວ. ບັດນີ້ ລາວ​ຈະ​ຕ້ອງ​ຂຶ້ນ​ເປັນ​ກະສັດ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັນຍາ​ໄວ້​ວ່າ ເຊື້ອສາຍ​ຂອງ​ກະສັດ​ດາວິດ​ຈະ​ຕ້ອງ​ເປັນ​ດັ່ງນັ້ນ.

4 ນີ້​ແມ່ນ​ສິ່ງ​ທີ່​ພວກເຮົາ​ຈະ​ຕ້ອງ​ເຮັດ: ເມື່ອ​ພວກ​ປະໂຣຫິດ​ກັບ​ພວກເລວີ​ມາ​ປະຕິບັດ​ໜ້າທີ່​ໃນ​ວັນ​ຊະບາໂຕ ໃຫ້​ແບ່ງ​ພວກເຂົາ​ອອກ​ເປັນ​ສາມ​ໝວດ​ດັ່ງນີ້: ໝວດ​ທີໜຶ່ງ​ໃຫ້​ຮັກສາ​ປະຕູ​ພຣະວິຫານ

5 ໝວດ​ທີສອງ​ໃຫ້​ຮັກສາ​ປະຕູ​ຣາຊວັງ ແລະ​ສ່ວນ​ທີ່​ເຫຼືອ​ຢູ່​ນັ້ນ​ໃຫ້​ປະຈຳ​ທີ່​ປະຕູ​ໂຂງ. ປະຊາຊົນ​ທຸກຄົນ​ຈະ​ຕ້ອງ​ມາ​ໂຮມກັນ​ທີ່​ເດີ່ນ​ຂອງ​ວິຫານ​ຂອງ​ພຣະເຈົ້າຢາເວ.

6 ຢ່າ​ໃຫ້​ຜູ້ໃດ​ເຂົ້າ​ໄປ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ເດັດຂາດ ນອກຈາກ​ພວກ​ປະໂຣຫິດ​ກັບ​ພວກເລວີ​ທີ່​ປະຕິບັດ​ໜ້າທີ່​ຂອງ​ພວກເຂົາ​ເທົ່ານັ້ນ. ພວກເຂົາ​ອາດ​ເຂົ້າ​ໄປ​ໄດ້​ເພາະ​ພວກເຂົາ​ໄດ້​ອຸທິດຕົວ​ແລ້ວ ສ່ວນ​ປະຊາຊົນ​ຄົນອື່ນໆ​ຕ້ອງ​ຄອຍ​ຖ້າ​ຟັງ​ຄຳແນະນຳ​ຂອງ​ພຣະເຈົ້າຢາເວ​ຢູ່​ຂ້າງ​ນອກ.

7 ໃຫ້​ຊາວ​ເລວີ​ຢືນ​ຢູ່​ຮັກສາ​ກະສັດ​ຢ່າງ​ໃກ້ຊິດ ແລະ​ໃຫ້​ຕຽມພ້ອມ​ທີ່​ຈະ​ຊັກ​ດາບ ແລະ​ໃຫ້​ຢູ່​ກັບ​ກະສັດ​ໃນ​ທຸກບ່ອນ​ທີ່​ເພິ່ນ​ໄປ. ຜູ້ໃດ​ຜູ້ໜຶ່ງ​ທີ່​ພະຍາຍາມ​ເຂົ້າ​ໄປ​ໃນ​ວິຫານ​ໃຫ້​ຂ້າ​ຜູ້ນັ້ນ​ໂລດ.”

8 ຊາວ​ເລວີ​ແລະ​ຊາວ​ຢູດາ​ໄດ້​ເຮັດ​ຕາມ​ຄຳແນະນຳ​ຂອງ​ເຢໂຮຍອາດາ. ເມື່ອ​ພວກ​ຜູ້ຊາຍ​ເຮັດ​ໜ້າທີ່​ຂອງ​ພວກເຂົາ​ໃນ​ວັນ​ຊະບາໂຕ​ແລ້ວ ພວກເຂົາ​ບໍ່ໄດ້​ກັບ​ເມືອ; ດັ່ງນັ້ນ ນາຍ​ທະຫານ​ທີ່​ບັນຊາການ​ຈຶ່ງ​ມີ​ຄົນ​ເຂົ້າ​ເວນຍາມ ແລະ​ຫວິດ​ຈາກ​ເວນຍາມ​ຢູ່​ຮ່ວມ​ດ້ວຍ.

9 ເຢໂຮຍອາດາ​ໄດ້​ເອົາ​ໂລ້ ແລະ​ຫອກ​ຂອງ​ກະສັດ​ດາວິດ ທີ່​ເພິ່ນ​ໄດ້​ມອບ​ແກ່​ວິຫານ​ຂອງ​ພຣະເຈົ້າ​ນັ້ນ​ໃຫ້​ພວກ​ນາຍ​ທະຫານ.

10 ເພິ່ນ​ໃຫ້​ຄົນ​ຂອງຕົນ​ປະຈຳ​ທີ່ ຖື​ດາບ​ຕຽມພ້ອມ​ຢູ່​ອ້ອມ​ພຣະວິຫານ ເພື່ອ​ຮັກສາ​ກະສັດ.

11 ແລ້ວ​ເຢໂຮຍອາດາ​ກໍໄດ້​ນຳ​ໂຢອາດ​ອອກ​ມາ; ເພິ່ນ​ສວມ​ມົງກຸດ​ໃຫ້​ເພິ່ນ ແລະ​ມອບ​ກົດໝາຍ​ປົກຄອງ​ສະບັບ​ໜຶ່ງ​ໃຫ້​ເພິ່ນ ແລະ​ໄດ້​ແຕ່ງຕັ້ງ​ເພິ່ນ​ໃຫ້​ຂຶ້ນ​ເປັນ​ກະສັດ. ແລ້ວ​ເຢໂຮຍອາດາ​ແລະ​ລູກຊາຍ​ຂອງ​ເພິ່ນ​ໄດ້​ໃຊ້​ນໍ້າມັນ​ສັກສິດ​ຫົດສົງ​ໂຢອາດ ແລະ​ທຸກຄົນ​ຕ່າງ​ກໍ​ຮ້ອງ​ຂຶ້ນ​ວ່າ, “ຂໍ​ໃຫ້​ກະສັດ​ຈົ່ງ​ໝັ້ນຍືນ!”

12 ເມື່ອ​ນາງ​ອາທາລີຢາ​ໄດ້ຍິນ​ປະຊາຊົນ​ໂຮຮ້ອງ​ອວຍພອນ​ກະສັດ ນາງ​ຈຶ່ງ​ຟ້າວ​ໄປ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ​ບ່ອນ​ທີ່​ປະຊາຊົນ​ໄດ້​ມາ​ເຕົ້າໂຮມ​ກັນ​ຢູ່.

13 ໃນ​ທີ່ນັ້ນ ຍານາງ​ໄດ້​ເຫັນ​ກະສັດ​ຜູ້​ໃໝ່​ທີ່​ທາງ​ເຂົ້າ​ພຣະວິຫານ ຢືນ​ຢູ່​ຂ້າງ​ເສົາ​ທີ່​ໄດ້​ຈັດ​ໄວ້​ສະເພາະ​ກະສັດ ແລະ​ມີ​ນາຍ​ທະຫານ​ໃນ​ກອງທັບ ແລະ​ກອງ​ດູລິຍາງ​ຢືນ​ອ້ອມ​ຢູ່. ປະຊາຊົນ​ທັງໝົດ​ພາກັນ​ໂຮຮ້ອງ​ຢ່າງ​ຊົມຊື່ນ​ຍິນດີ ແລະ​ສຽງ​ແກ​ກໍ​ດັງ​ຂຶ້ນ ແລະ​ພວກ​ນັກດົນຕຼີ​ປະຈຳ​ພຣະວິຫານ​ກໍ​ບັນເລງ​ເພງ​ເປັນ​ການ​ສະຫລອງ. ນາງ​ໄດ້​ຈີກ​ເສື້ອ​ຂອງຕົນ​ຢ່າງ​ເປັນທຸກໃຈ ແລະ​ຮ້ອງ​ຂຶ້ນ​ວ່າ, “ຄົນ​ທໍລະຍົດ ຄົນ​ທໍລະຍົດ.”

14 ປະໂຣຫິດ​ເຢໂຮຍອາດາ​ໄດ້​ເອີ້ນ​ບັນດາ​ນາຍ​ທະຫານ​ໃນ​ກອງທັບ​ມາ ແລະ​ສັ່ງ​ວ່າ, “ເອົາ​ນາງ​ອອກ​ໄປ​ລະຫວ່າງ​ແຖວ​ທະຫານ​ສາ ແລະ​ຂ້າ​ທຸກຄົນ​ທີ່​ພະຍາຍາມ​ຊ່ວຍກູ້​ເອົາ​ນາງ.” ສຳລັບ​ປະໂຣຫິດ​ໄດ້​ກ່າວ​ວ່າ, “ຢ່າ​ປະຫານ​ຊີວິດ​ນາງ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ.”

15 ພວກເຂົາ​ໄດ້​ຈັບ​ນາງ​ໄປ​ທີ່​ຣາຊວັງ ແລະ​ໄດ້​ປະຫານ​ນາງ​ເສຍ​ທີ່​ປະຕູ​ຄອກມ້າ​ຂອງ​ຣາຊວັງ​ນັ້ນ​ເອງ.


ເຢໂຮຍອາດາ​ເຮັດ​ການ​ປະຕິຮູບ
( 2 ກສ 11:17-20 )

16 ປະໂຣຫິດ​ເຢໂຮຍອາດາ ໂດຍ​ມີ​ກະສັດ​ໂຢອາດ​ພ້ອມ​ປະຊາຊົນ​ເຂົ້າ​ຮ່ວມ ໄດ້​ເຮັດ​ພິທີ​ຕັ້ງ​ພັນທະສັນຍາ​ວ່າ ພວກເຂົາ​ຈະ​ເປັນ​ປະຊາຊົນ​ຂອງ​ພຣະເຈົ້າຢາເວ.

17 ແລ້ວ​ທຸກຄົນ​ກໍ​ໄປ​ບ່ອນ​ຂາບໄຫວ້​ພະບາອານ ແລະ​ມ້າງ​ມັນ​ລົງ. ພວກເຂົາ​ທັບ​ແທ່ນບູຊາ ແລະ​ເທວະຮູບ​ໃນ​ທີ່ນັ້ນ​ຖິ້ມ ແລະ​ໄດ້​ຂ້າ​ມັດທານ ປະໂຣຫິດ​ພະບາອານ​ຕໍ່ໜ້າ​ແທ່ນບູຊາ​ນັ້ນ.

18 ເຢໂຮຍອາດາ​ໄດ້​ຕັ້ງ​ພວກ​ປະໂຣຫິດ​ແລະ​ຊາວ​ເລວີ​ໃຫ້​ດູແລ​ວຽກງານ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ. ພວກເຂົາ​ໄດ້​ຮັບ​ມອບໝາຍ​ໃຫ້​ເຮັດ​ຕາມ​ຄຳສັ່ງ​ທີ່​ກະສັດ​ດາວິດ​ໄດ້​ຈັດຕັ້ງ​ໄວ້ ໂດຍ​ໃຫ້​ເຜົາ​ເຄື່ອງ​ບູຊາ​ຖວາຍ​ແກ່​ພຣະເຈົ້າຢາເວ​ຕາມ​ກົດບັນຍັດ​ຂອງ​ໂມເຊ. ນອກຈາກນີ້​ແລ້ວ ພວກເຂົາ​ຍັງ​ເປັນ​ຜູ້​ຮັບຜິດຊອບ​ຝ່າຍ​ດົນຕຼີ​ແລະ​ພິທີ​ສະຫລອງ.

19 ເຢໂຮຍອາດາ​ໄດ້​ຈັດ​ໃຫ້​ມີ​ຄົນ​ເຝົ້າຍາມ​ວິຫານ​ຂອງ​ພຣະເຈົ້າຢາເວ ເພື່ອ​ປ້ອງກັນ​ບໍ່​ໃຫ້​ຜູ້ໃດ​ຜູ້ໜຶ່ງ​ທີ່​ເປັນ​ມົນທິນ​ເຂົ້າ​ໄປ​ໃນ​ທີ່ນັ້ນ.

20 ບັນດາ​ນາຍ​ທະຫານ​ໃນ​ກອງທັບ, ພົນລະເມືອງ​ຂັ້ນ​ຜູ້ນຳ, ເຈົ້າໜ້າທີ່​ຕ່າງໆ​ພ້ອມ​ທັງ​ປະຊາຊົນ​ທັງຫລາຍ ໄດ້​ເຂົ້າ​ຮ່ວມ​ກັບ​ເຢໂຮຍອາດາ​ໃນ​ການນຳພາ​ກະສັດ ຈາກ​ວິຫານ​ຂອງ​ພຣະເຈົ້າຢາເວ​ໄປ​ທີ່​ພະຣາຊວັງ. ພວກເຂົາ​ໄດ້​ເຂົ້າ​ໄປ​ທາງ​ປະຕູ​ໂຂງ ແລະ​ກະສັດ​ກໍໄດ້​ຂຶ້ນ​ໄປ​ນັ່ງ​ທີ່​ບັນລັງ.

21 ປະຊາຊົນ​ທັງໝົດ​ຕ່າງ​ກໍ​ຊົມຊື່ນ​ຍິນດີ​ຢ່າງ​ເຕັມລົ້ນ ແລະ​ບ້ານເມືອງ​ຈຶ່ງ​ມີ​ຄວາມ​ສະຫງົບສຸກ ຍ້ອນ​ວ່າ​ບັດນີ້​ນາງ​ອາທາລີຢາ​ໄດ້​ຖືກ​ປະຫານ​ເສຍ​ແລ້ວ.

@ 2012 United Bible Societies. All Rights Reserved.

Následuj nás:



Reklamy