2 ຂ່າວຄາວ 22 - ພຣະຄຳພີສັກສິກະສັດອາຮາຊີຢາແຫ່ງຢູດາຍ ( 2 ກສ 8:25-29 ; 9:21-28 ) 1 ຊາວອາຣັບບາງພວກໄດ້ເຂົ້າປຸ້ນວັງ ແລະຂ້າລູກຊາຍຂອງກະສັດເຢໂຮຣາມທຸກຄົນ ຍົກເວັ້ນແຕ່ເຈົ້າອາຮາຊີຢາຜູ້ທີ່ເປັນລູກຊາຍຫລ້າ. ບັດນີ້ ປະຊາຊົນທີ່ນະຄອນເຢຣູຊາເລັມໄດ້ແຕ່ງຕັ້ງເຈົ້າອາຮາຊີຢາໃຫ້ຂຶ້ນເປັນກະສັດປົກຄອງແທນພໍ່. 2-3 ເຈົ້າອາຮາຊີຢາໄດ້ຂຶ້ນເປັນກະສັດເມື່ອເພິ່ນອາຍຸໄດ້ຊາວສອງປີ ແລະໄດ້ປົກຄອງຢູ່ທີ່ນະຄອນເຢຣູຊາເລັມພຽງແຕ່ປີດຽວ. ອາຮາຊີຢາໄດ້ປະພຶດຕາມແບບຢ່າງຂອງຄອບຄົວຂອງກະສັດອາຮາບຄືກັນ; ໃນເມື່ອນາງອາທາລິຢາ ແມ່ຂອງເພິ່ນຜູ້ເປັນລູກສາວຂອງກະສັດອາຮາບ ແລະຫລານສາວຂອງກະສັດອົມຣີແຫ່ງອິດສະຣາເອນໄດ້ໃຫ້ຄຳປຶກສາ ຊຶ່ງຊັກນຳເພິ່ນໃຫ້ເຮັດຊົ່ວ. 4 ເພິ່ນໄດ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວ ເພາະຫລັງຈາກທີ່ພໍ່ຂອງເພິ່ນໄດ້ຕາຍໄປແລ້ວ ສະມາຊິກຄົນອື່ນໆໃນຄອບຄົວຂອງອາຮາບກໍໄດ້ຂຶ້ນມາເປັນທີ່ປຶກສາ ແລະພວກເຂົາໄດ້ນຳເພິ່ນໄປສູ່ຄວາມຈິບຫາຍ. 5 ໂດຍກະທຳຕາມຄຳແນະນຳຂອງພວກເຂົາ ເພິ່ນໄດ້ຮ່ວມກັບກະສັດໂຢຣາມລູກຊາຍຂອງອາຮາບແຫ່ງອິດສະຣາເອນເຮັດເສິກຕໍ່ສູ້ກະສັດຮາຊາເອນແຫ່ງຊີເຣຍ. ກອງທັບທັງສອງໄດ້ປະທະກັນທີ່ເມືອງຣາໂມດໃນກີເລອາດ ແລະກະສັດໂຢຣາມໄດ້ຮັບບາດເຈັບໃນສະໜາມຮົບ. 6 ເພິ່ນໄດ້ກັບຄືນມາສູ່ນະຄອນຢິດຊະເຣນເພື່ອປິ່ນປົວບາດແຜ ແລະອາຮາຊີຢາໄດ້ໄປຢ້ຽມຢາມເພິ່ນຢູ່ທີ່ນັ້ນ. 7 ພຣະເຈົ້າໄດ້ໃຊ້ການມາຢ້ຽມຢາມໂຢຣາມໃນຄັ້ງນີ້ ນຳເອົາຄວາມຈິບຫາຍມາສູ່ອາຮາຊີຢາ. ໃນຂະນະທີ່ອາຮາຊີຢາພັກຢູ່ໃນທີ່ນັ້ນ ເພິ່ນເອງແລະໂຢຣາມໄດ້ປະເຊີນໜ້າກັບຊາຍຄົນໜຶ່ງຊື່ວ່າ ເຢຮູລູກຊາຍຂອງນິມຊີ. ພຣະເຈົ້າຢາເວໄດ້ເລືອກເອົາລາວຂຶ້ນມາ ເພື່ອທຳລາຍເຊື້ອວົງຂອງອາຮາບ. 8 ຂະນະທີ່ເຢຮູກຳລັງມາລົງໂທດຄົນໃນເຊື້ອວົງຕາມຄຳສັ່ງຂອງພຣະເຈົ້ານັ້ນ ເພິ່ນກໍມາພົບຄົນໝວດໜຶ່ງປະກອບດ້ວຍຜູ້ນຳຂອງຊາວຢູດາ ແລະພວກຫລານຊາຍຂອງອາຮາຊີຢາທີ່ຮ່ວມເດີນທາງມາດ້ວຍ. ເຢຮູໄດ້ຂ້າພວກເຂົາໝົດທຸກຄົນ. 9 ແລ້ວລາວກໍໄດ້ຄົ້ນຫາອາຮາຊີຢາ ແລະຮູ້ວ່າເພິ່ນໄດ້ໄປລີ້ຢູ່ນະຄອນຊາມາເຣຍ. ພວກເຂົາໄດ້ນຳຕົວເພິ່ນມາຫາເຢຮູ ແລະລາວໄດ້ປະຫານຊີວິດເພິ່ນເສຍ. ແຕ່ພວກເຂົາໄດ້ຝັງສົບຂອງເພິ່ນໄວ້ຢ່າງມີກຽດ ເພາະເຫັນແກ່ກະສັດເຢໂຮຊາຟັດພໍ່ປູ່ຂອງເພິ່ນ, ຜູ້ທີ່ໄດ້ເຮັດທຸກໆສິ່ງຕາມທີ່ເພິ່ນສາມາດເຮັດໄດ້ ເພື່ອຮັບໃຊ້ພຣະເຈົ້າຢາເວ. ບໍ່ມີຜູ້ໃດໃນຣາຊວົງຂອງອາຮາຊີຢາຍັງເຫລືອຢູ່ ເພື່ອໃຫ້ປົກຄອງອານາຈັກຕໍ່ໄປ. ຣາຊີນີອາທາລີຢາແຫ່ງຢູດາຍ ( 2 ກສ 11:1-3 ) 10 ເມື່ອອາທາລີຢາແມ່ຂອງກະສັດອາຮາຊີຢາໄດ້ຮູ້ວ່າ ລູກຊາຍຂອງຕົນຖືກປະຫານແລ້ວ, ນາງຈຶ່ງສັ່ງໃຫ້ຂ້າທຸກຄົນໃນຣາຊວົງຂອງກະສັດແຫ່ງຢູດາຍ. 11 ອາຮາຊີຢາມີນ້ອງສາວຕ່າງແມ່ຜູ້ໜຶ່ງຊື່ວ່າເຢໂຮເຊບາ. ນາງໄດ້ຊ່ວຍຊີວິດຂອງໂຢອາດ, ລູກຊາຍຄົນໜຶ່ງຂອງອາຮາຊີຢາໄວ້ຢ່າງລັບໆ ໂດຍໄດ້ນຳລາວອອກໜີໄປຈາກເຈົ້າຊາຍຄົນອື່ນໆທີ່ກຳລັງຈະຖືກຂ້າ ແລະເອົາໄປລີ້ລ້ຽງໄວ້ຢູ່ໃນຫ້ອງນອນຂອງພຣະວິຫານຂອງພຣະເຈົ້າ. ນາງເຢໂຮເຊບາລູກສາວຂອງເຢໂຮຣາມເມຍຂອງປະໂຣຫິດເຢໂຮຍອາດາໄດ້ຊ່ວຍຊີວິດເຈົ້າຊາຍໂຢອາດ ໂດຍເຊື່ອງລາວໄວ້ໃຫ້ພົ້ນຈາກເງື້ອມມືຂອງນາງອາທາລີຢາ. 12 ໂຢອາດຖືກເຊື່ອງໄວ້ຢູ່ຢ່າງນັ້ນເປັນເວລາຫົກປີ ໃນເວລາທີ່ນາງອາທາລີຢາຂຶ້ນເປັນຣາຊີນີປົກຄອງອານາຈັກ. |
@ 2012 United Bible Societies. All Rights Reserved.