Online Bible

- Reklamy -

2 ຂ່າວຄາວ 21 - ພຣະຄຳພີສັກສິ

1 ເຈົ້າ​ເຢໂຮຊາຟັດ​ໄດ້​ຕາຍໄປ ແລະ​ໄດ້​ຖືກ​ຝັງ​ໄວ້​ໃນ​ອຸບມຸງ​ແຫ່ງ​ກະສັດ​ໃນ​ເມືອງ​ຂອງ​ດາວິດ ແລະ​ເຢໂຮຣາມ​ລູກຊາຍ​ຂອງ​ເພິ່ນ​ໄດ້​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ.


ກະສັດ​ເຢໂຮຣາມ​ແຫ່ງ​ຢູດາຍ
( 2 ກສ 8:16-24 )

2 ເຈົ້າ​ເຢໂຮຣາມ​ລູກຊາຍ​ຂອງ​ເຈົ້າ​ເຢໂຮຊາຟັດ​ແຫ່ງ​ຢູດາຍ​ມີ​ນ້ອງຊາຍ​ຫົກ​ຄົນ ດັ່ງນີ້: ອາຊາຣີຢາ, ເຢຮີເອນ, ເຊກາຣີຢາ, ອາຊາຣີຢາ, ມີກາເອນ ແລະ​ເຊຟາຕີຢາ.

3 ບິດາ​ຂອງ​ພວກເຂົາ​ໄດ້​ມອບ​ຄຳ, ເງິນ ແລະ​ເຄື່ອງ​ມີຄ່າ​ອື່ນໆ​ຢ່າງ​ຫລວງຫລາຍ​ໃຫ້​ແກ່​ພວກເຂົາ ແລະ​ໄດ້​ຕັ້ງ​ພວກເຂົາ​ໃຫ້​ປົກຄອງ​ເມືອງ​ຕ່າງໆ​ໃນ​ຢູດາຍ​ທີ່​ມີ​ປ້ອມ​ປ້ອງກັນ. ແຕ່​ຍ້ອນ​ເຢໂຮຣາມ​ເປັນ​ອ້າຍກົກ ເຈົ້າ​ເຢໂຮຊາຟັດ​ຈຶ່ງ​ມອບ​ໃຫ້​ລາວ​ຂຶ້ນ​ເປັນ​ຜູ້ປົກຄອງ​ແທນ.

4 ເມື່ອ​ເຢໂຮຣາມ​ໄດ້​ມີ​ອຳນາດ​ຄວບຄຸມ​ທົ່ວ​ອານາຈັກ​ຢ່າງ​ໝັ້ນຄົງ​ແລ້ວ ລາວ​ກໍ​ຂ້າ​ພວກ​ນ້ອງຊາຍ​ທັງໝົດ ພ້ອມ​ດ້ວຍ​ຂ້າຣາຊການ​ອິດສະຣາເອນ​ບາງຄົນ.

5 ເຈົ້າ​ເຢໂຮຣາມ​ໄດ້​ຂຶ້ນ​ເປັນ​ກະສັດ​ເມື່ອ​ເພິ່ນ​ອາຍຸ​ໄດ້​ສາມສິບສອງ​ປີ ແລະ​ໄດ້​ປົກຄອງ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ​ເປັນ​ເວລາ​ແປດ​ປີ.

6 ເພິ່ນ​ໄດ້​ເຮັດ​ຕາມ​ແບບຢ່າງ​ອັນ​ຊົ່ວຊ້າ​ຂອງ​ກະສັດ​ອາຮາບ ແລະ​ກະສັດ​ອື່ນໆ​ຂອງ​ຊາດ​ອິດສະຣາເອນ ເພາະ​ເພິ່ນ​ໄດ້​ແຕ່ງງານ​ກັບ​ລູກສາວ​ຄົນ​ໜຶ່ງ​ຂອງ​ອາຮາບ. ເພິ່ນ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ

7 ແຕ່​ພຣະເຈົ້າຢາເວ​ບໍ່​ຢາກ​ທຳລາຍ​ເຊື້ອວົງ​ຂອງ​ດາວິດ ເພາະ​ພຣະອົງ​ໄດ້​ເຮັດ​ພັນທະສັນຍາ​ໄວ້​ກັບ​ດາວິດ​ໂດຍ​ໄດ້​ສັນຍາ​ວ່າ ເຊື້ອສາຍ​ຂອງ​ເພິ່ນ​ຈະ​ສືບຕໍ່​ປົກຄອງ​ສືບໆໄປ.

8 ໃນ​ລະຫວ່າງ​ຣາຊການ​ຂອງ​ເຈົ້າ​ເຢໂຮຣາມ​ນັ້ນ ເອໂດມ​ໄດ້​ກະບົດ​ຕໍ່​ຢູດາຍ ແລະ​ໄດ້​ກາຍເປັນ​ອານາຈັກ​ເອກະລາດ.

9 ດັ່ງນັ້ນ ເຢໂຮຣາມ​ພ້ອມ​ທັງ​ນາຍ​ທະຫານ​ຂອງ​ເພິ່ນ​ຈຶ່ງ​ໄດ້​ນຳ​ລົດຮົບ​ອອກ​ໄປ​ຮຸກຮານ​ເອໂດມ. ກອງທັບ​ຂອງ​ເອໂດມ​ໄດ້​ປິດລ້ອມ​ພວກເຂົາ​ໄວ້, ແຕ່​ໃນ​ຕອນ​ກາງຄືນ ພວກເຂົາ​ໄດ້​ຕີ​ຜ່າ​ວົງລ້ອມ​ອອກ​ມາ​ໄດ້​ແລະ​ປົບໜີໄປ.

10 ແຕ່​ນັ້ນ​ມາ ເອໂດມ​ກໍໄດ້​ແຍກ​ເປັນ​ອານາຈັກ​ເອກະລາດ​ຈາກ ອານາຈັກ​ຢູດາຍ. ໃນ​ເວລາ​ນັ້ນ​ເມືອງ​ລິບນາ​ໄດ້​ກະບົດ​ຄືກັນ ຍ້ອນ​ເຢໂຮຣາມ​ໄດ້​ປະຖິ້ມ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງຕົນ.

11 ເພິ່ນ​ໄດ້​ສ້າງ​ແມ່ນແຕ່​ບ່ອນ​ຂາບໄຫວ້​ຂອງ​ຄົນ​ບໍ່​ນັບຖື​ພຣະເຈົ້າ ໄວ້​ຕັ້ງ​ຫລາຍ​ບ່ອນ​ຢູ່​ສະຖານທີ່​ສູງ​ໃນ​ເຂດ​ເນີນພູ​ຂອງ​ຢູດາຍ ຊຶ່ງ​ເປັນ​ການນຳພາ​ປະຊາຊົນ​ຊາວ​ຢູດາ​ແລະ​ຊາວ​ນະຄອນ​ເຢຣູຊາເລັມ ໃຫ້​ເຮັດ​ບາບ​ຕໍ່ສູ້​ອົງພຣະ​ຜູ້​ເປັນເຈົ້າ.

12 ຜູ້ທຳນວາຍ​ເອລີຢາ​ໄດ້​ສົ່ງ​ຈົດໝາຍ​ສະບັບ​ໜຶ່ງ ມາ​ຫາ​ເຢໂຮຣາມ​ໂດຍ​ມີ​ຖ້ອຍຄຳ​ດັ່ງນີ້: “ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ດາວິດ​ຜູ້​ເປັນ​ບັນພະບຸລຸດ​ຂອງ​ທ່ານ​ປະນາມ​ທ່ານ ເພາະ​ທ່ານ​ບໍ່ໄດ້​ເຮັດ​ຕາມ​ແບບຢ່າງ​ຂອງ​ກະສັດ​ເຢໂຮຊາຟັດ​ບິດາ​ຂອງທ່ານ​ແລະ​ຂອງ​ກະສັດ​ອາສາ​ພໍ່ປູ່​ຂອງທ່ານ.

13 ແຕ່​ທ່ານ​ກັບ​ໄປ​ເຮັດ​ຕາມ​ແບບຢ່າງ​ຂອງ​ກະສັດ​ແຫ່ງ​ອິດສະຣາເອນ ແລະ​ໄດ້​ນຳພາ​ປະຊາຊົນ​ຢູດາ​ແລະ​ນະຄອນ​ເຢຣູຊາເລັມ​ບໍ່​ໃຫ້​ສັດຊື່​ຕໍ່​ພຣະເຈົ້າ ເໝືອນກັນ​ກັບ​ອາຮາບ​ແລະ​ຜູ້​ສືບຕໍ່​ແທນ​ລາວ​ໄດ້​ນຳພາ​ຊາດ​ອິດສະຣາເອນ​ໄປ​ໃນ​ທາງ​ບໍ່​ສັດຊື່. ທ່ານ​ຂ້າ​ແມ່ນແຕ່​ພວກ​ນ້ອງຊາຍ​ທ່ານ​ເອງ ຜູ້​ທີ່​ດີ​ລື່ນ​ທ່ານ.

14 ຜົນ​ກຳ​ທີ່​ໄດ້​ຮັບ​ກໍ​ຄື​ພຣະເຈົ້າຢາເວ​ຈະ​ລົງໂທດ​ຢ່າງໜັກ​ຕໍ່​ປະຊາຊົນ, ລູກ ແລະ​ເມຍ​ຂອງທ່ານ, ພ້ອມ​ທັງ​ຈະ​ທຳລາຍ​ສິ່ງຂອງ​ຂອງ​ທ່ານ​ດ້ວຍ.

15 ສ່ວນ​ທ່ານ​ເອງ​ກໍ​ຈະ​ຖືກ​ທໍລະມານ​ດ້ວຍ​ພະຍາດ​ລຳໄສ້ ຊຶ່ງ​ຈະ​ນັບ​ມື້​ນັບ​ຮ້າຍແຮງ​ຂຶ້ນ.”

16 ພວກ​ຟີລິດສະຕິນ​ກັບ​ຊາວ​ອາຣັບ​ບາງ​ພວກ​ໄດ້​ອາໄສ​ຢູ່​ໃກ້​ແຄມ​ຝັ່ງ​ທະເລ ບ່ອນ​ທີ່​ຊາວ​ເອທີໂອເປຍ​ໄດ້​ຕັ້ງ​ຖິ່ນຖານ​ຢູ່​ນັ້ນ. ພຣະເຈົ້າຢາເວ​ໄດ້​ບັນດານ​ໃຫ້​ພວກເຂົາ​ໄປ​ເຮັດ​ເສິກ​ຕໍ່ສູ້​ເຈົ້າ​ເຢໂຮຣາມ.

17 ພວກເຂົາ​ໄດ້​ຮຸກຮານ​ຢູດາຍ, ປຸ້ນສະດົມ​ຣາຊວັງ ແລະ​ຈັບ​ເອົາ​ລູກ​ເມຍ​ທັງໝົດ​ຂອງ​ກະສັດ​ໄປ​ເປັນ​ຊະເລີຍ; ຍົກເວັ້ນ​ແຕ່​ເຈົ້າ​ອາຮາຊີຢາ ລູກຊາຍ​ຫລ້າ​ຂອງ​ເພິ່ນ​ເທົ່ານັ້ນ.

18 ຫລັງຈາກ​ນີ້​ແລ້ວ ພຣະເຈົ້າຢາເວ​ໄດ້​ນຳ​ພະຍາດ​ລຳໄສ້​ຢ່າງ​ເຈັບປວດ​ມາ​ສູ່​ກະສັດ.

19 ພະຍາດ​ນີ້​ຮ້າຍແຮງ​ໜັກ​ຂຶ້ນ​ເປັນ​ເວລາ​ສອງ​ປີ ຈົນ​ໃນ​ທີ່ສຸດ​ກະສັດ​ໄດ້​ຕາຍໄປ​ຢ່າງ​ທໍລະມານ. ພົນລະເມືອງ​ບໍ່ໄດ້​ກໍ່​ໄຟ​ໄວ້ທຸກ​ໃຫ້​ເພິ່ນ ດັ່ງ​ພວກເຂົາ​ໄດ້​ເຮັດ​ແກ່​ບັນພະບຸລຸດ​ຂອງ​ເພິ່ນ.

20 ເຈົ້າ​ເຢໂຮຣາມ​ໄດ້​ຂຶ້ນ​ເປັນ​ກະສັດ​ເມື່ອ​ເພິ່ນ​ອາຍຸ​ໄດ້​ສາມສິບສອງ​ປີ ແລະ​ໄດ້​ປົກຄອງ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ​ເປັນ​ເວລາ​ແປດ​ປີ. ໂດຍ​ບໍ່ມີ​ຜູ້ໃດ​ເສຍໃຈ​ນຳເພິ່ນ​ເມື່ອ​ເພິ່ນ​ຕາຍໄປ. ພວກເຂົາ​ໄດ້​ຝັງ​ເພິ່ນ​ໄວ້​ໃນ​ເມືອງ​ຂອງ​ດາວິດ, ແຕ່​ບໍ່ໄດ້​ຝັງ​ໄວ້​ໃນ​ອຸບມຸງ​ແຫ່ງ​ກະສັດ.

@ 2012 United Bible Societies. All Rights Reserved.

Následuj nás:



Reklamy