2 ຂ່າວຄາວ 20 - ພຣະຄຳພີສັກສິສົງຄາມຕໍ່ສູ້ເອໂດມ 1 ຊ່ວງເວລາຕໍ່ມາ ໄດ້ມີກອງທັບຂອງພວກໂມອາບ ແລະຂອງພວກອຳໂມນພ້ອມດ້ວຍພວກເມີນິດ ພັນທະມິດຂອງພວກເຂົາໄດ້ເຂົ້າມາຮຸກຮານຢູດາຍ. 2 ມີຜູ້ນຳຂ່າວບາງຄົນໄດ້ເຂົ້າມາແຈ້ງຕໍ່ກະສັດເຢໂຮຊາຟັດວ່າ, “ມີກອງທັບໃຫຍ່ຈາກເອໂດມໄດ້ເຄື່ອນມາທາງຟາກໜຶ່ງອີກຂອງທະເລຕາຍ ເພື່ອໂຈມຕີທ່ານ. ພວກເຂົາໄດ້ຢຶດເມືອງຮາຊາໂຊນຕາມາໄດ້ແລ້ວ.” (ແມ່ນຊື່ໜຶ່ງອີກຂອງເມືອງເອນເກດີ.) 3 ເຢໂຮຊາຟັດຢ້ານຈຶ່ງສະແຫວງຫາພຣະເຈົ້າຢາເວ. ແລ້ວເພິ່ນກໍໄດ້ສັ່ງໃຫ້ປະຊາຊົນຊາວຢູດາອົດອາຫານທົ່ວປະເທດ. 4 ປະຊາຊົນໃນຢູດາຍໄດ້ຟ້າວມາຮວມຊຸມນຸມກັນ ເພື່ອສະແຫວງຫາພຣະເຈົ້າຢາເວ ແລະພວກເຂົາໄດ້ມາຈາກແຕ່ລະເມືອງໃນຢູດາຍເພື່ອຈະໄດ້ສະແຫວງຫາພຣະເຈົ້າຢາເວ. 5 ປະຊາຊົນຢູດາແລະຊາວນະຄອນເຢຣູຊາເລັມ ໄດ້ມາເຕົ້າໂຮມກັນຢູ່ທີ່ເດີ່ນໃໝ່ຂອງວິຫານຂອງພຣະເຈົ້າຢາເວ. ເຢໂຮຊາຟັດໄດ້ລຸກຢືນຂຶ້ນຕໍ່ໜ້າປະຊາຊົນ 6 ແລະພາວັນນາອະທິຖານດ້ວຍສຽງດັງວ່າ, “ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າຂອງບັນພະບຸລຸດຂອງພວກຂ້ານ້ອຍເອີຍ ພຣະອົງປົກຄອງຢູ່ເທິງສະຫວັນ ເໜືອບັນດາປະຊາຊາດທັງໝົດໃນໂລກ. ພຣະອົງຊົງຣິດອຳນາດ, ຊົງຣິດເດດ ແລະຊົງຍິ່ງໃຫຍ່ ທັງບໍ່ມີຜູ້ໃດຕໍ່ຕ້ານພຣະອົງໄດ້. 7 ພຣະອົງເປັນພຣະເຈົ້າຂອງພວກຂ້ານ້ອຍ. ເມື່ອປະຊາຊົນອິດສະຣາເອນຂອງພຣະອົງໄດ້ຍ້າຍເຂົ້າມາໃນດິນແດນນີ້ ພຣະອົງໄດ້ຂັບໄລ່ປະຊາຊົນທີ່ອາໄສຢູ່ທີ່ນີ້ອອກໄປ ແລະໄດ້ມອບດິນແດນໃຫ້ແກ່ເຊື້ອສາຍຂອງອັບຣາຮາມ ມິດສະຫາຍຂອງພຣະອົງ ໃຫ້ເປັນມໍຣະດົກຂອງພວກເພິ່ນຕະຫລອດໄປ. 8 ພວກເພິ່ນໄດ້ອາໄສຢູ່ທີ່ນີ້ ແລະໄດ້ສ້າງພຣະວິຫານແຫ່ງໜຶ່ງ ເພື່ອຍ້ອງຍໍໃຫ້ກຽດພຣະອົງ 9 ໂດຍຮູ້ວ່າຖ້າມີໄພພິບັດໃດໆຈະມາທຳລາຍເພື່ອລົງໂທດພວກເພິ່ນເຊັ່ນ: ເສິກ, ພະຍາດລະບາດ, ຫລືຄວາມອຶດຢາກ; ແລ້ວພວກເພິ່ນກໍມາ ແລະຢືນຢູ່ຕໍ່ໜ້າພຣະວິຫານນີ້ໄດ້ ຄືບ່ອນທີ່ພວກເພິ່ນນະມັດສະການພຣະອົງ. ພວກເພິ່ນພາວັນນາອະທິຖານຫາພຣະອົງໄດ້ໃນເວລາມີຄວາມເດືອດຮ້ອນ ແລະພຣະອົງກໍຈະຟັງພວກເພິ່ນພ້ອມທັງຈະຊ່ວຍກູ້ເອົາພວກເພິ່ນໄວ້. 10 ບັດນີ້ຊາວອຳໂມນ, ຊາວໂມອາບ ແລະຊາວເອໂດມໄດ້ມາໂຈມຕີພວກຂ້ານ້ອຍ. ເມື່ອບັນພະບຸລຸດຂອງພວກຂ້ານ້ອຍໄດ້ອອກມາຈາກປະເທດເອຢິບ ພຣະອົງບໍ່ອະນຸຍາດໃຫ້ພວກເພິ່ນເຂົ້າໄປໃນດິນແດນເຫຼົ່ານີ້; ດັ່ງນັ້ນ ບັນພະບຸລຸດຂອງພວກຂ້ານ້ອຍຈຶ່ງໄດ້ໂຄ້ງຜ່ານໄປໂດຍບໍ່ໄດ້ທຳລາຍພວກເຂົາ. 11 ພວກເຂົາຕອບແທນພວກຂ້ານ້ອຍໂດຍວິທີນີ້ບໍ? ພວກເຂົາມາເພື່ອຂັບໄລ່ພວກຂ້ານ້ອຍໃຫ້ອອກໄປຈາກດິນແດນ ຊຶ່ງພຣະອົງໄດ້ມອບໃຫ້ພວກຂ້ານ້ອຍ. 12 ພຣະອົງເປັນພຣະເຈົ້າຂອງພວກຂ້ານ້ອຍ ຈົ່ງລົງໂທດພວກເຂົາເຖີດ ສຳລັບພວກຂ້ານ້ອຍນັ້ນເຮັດຫຍັງບໍ່ໄດ້ແລ້ວກັບກອງທັບອັນໃຫຍ່ໂຕ ຊຶ່ງກຳລັງມາໂຈມຕີພວກຂ້ານ້ອຍ. ພວກຂ້ານ້ອຍບໍ່ຮູ້ຈັກຈະເຮັດຢ່າງໃດ ໄດ້ແຕ່ຂໍເພິ່ງພຣະອົງໃຫ້ຊ່ວຍເຫລືອເທົ່ານັ້ນ.” 13 ຜູ້ຊາຍຊາວຢູດາທັງໝົດພ້ອມທັງເມຍ ແລະລູກຂອງພວກເຂົາ ຕ່າງກໍພາກັນຢືນຢູ່ຊ້ອງພຣະພັກຂອງພຣະເຈົ້າຢາເວ. 14 ພຣະວິນຍານຂອງພຣະເຈົ້າຢາເວໄດ້ລົງມາເທິງຄົນເລວີຜູ້ໜຶ່ງ ທີ່ຢູ່ໃນທ່າມກາງປະຊາຊົນນັ້ນ. ລາວຊື່ວ່າຢາຮາຊີເອນລູກຊາຍຂອງເຊກາຣີຢາ; ລາວເປັນສະມາຊິກຢູ່ໃນຕະກຸນຂອງອາສັບ ແລະສືບເຊື້ອສາຍມາຈາກອາສັບ ທາງມັດຕານີຢາ, ເຢອີເອນ ແລະເບນາອີຢາ. 15 ຢາຮາຊີເອນໄດ້ເວົ້າວ່າ, “ຂ້າແດ່ພະຣາຊາ ຕະຫລອດທັງປະຊາຊົນຊາວຢູດາແລະຊາວເຢຣູຊາເລັມດ້ວຍ ພຣະເຈົ້າຢາເວກ່າວຕໍ່ທ່ານທັງຫລາຍດັ່ງນີ້ວ່າ, ‘ບໍ່ຕ້ອງຢ້ານ ແລະຢ່າສູ່ຕົກໃຈຕໍ່ກອງທັບໃຫຍ່ນັ້ນ. ການສູ້ຮົບຂຶ້ນຢູ່ກັບພຣະເຈົ້າ ແຕ່ບໍ່ແມ່ນຂຶ້ນຢູ່ກັບພວກທ່ານ.’ 16 ຈົ່ງໂຈມຕີພວກເຂົາໃນມື້ອື່ນ ເມື່ອພວກເຂົາຍົກທັບມາຮອດຊ່ອງແຄບຂອງແດນຊີຊະ. ພວກທ່ານຈະພົບພວກເຂົາທີ່ສົ້ນສຸດຂອງຮ່ອມພູ ທີ່ນຳໄປສູ່ຖິ່ນແຫ້ງແລ້ງກັນດານຂອງເມືອງເຢຣູເອນ. 17 ພວກທ່ານບໍ່ຈຳເປັນຕ້ອງອອກໄປສູ້ຮົບໃນຄັ້ງນີ້. ໃຫ້ທ່ານພຽງແຕ່ປະຈຳທີ່ລໍຄອຍຢູ່ທີ່ນັ້ນ ແລະທ່ານຈະເຫັນວ່າແມ່ນພຣະເຈົ້າຢາເວທີ່ໄດ້ໃຫ້ພວກທ່ານມີໄຊຊະນະ. ຊາວຢູດາແລະຊາວນະຄອນເຢຣູຊາເລັມເອີຍ ຢ່າສົງໄສ ຫລືຢ້ານກົວເລີຍ. ຈົ່ງອອກໄປສູ້ຮົບແລະພຣະເຈົ້າຢາເວຈະສະຖິດຢູ່ກັບພວກທ່ານ.” 18 ແລ້ວກະສັດເຢໂຮຊາຟັດກໍໄດ້ກົ້ມຂາບລົງກັບພື້ນດິນ ແລະປະຊາຊົນຢູດາແລະປະຊາຊົນເຢຣຊາເລັມທັງໝົດໄດ້ກົ້ມຂາບລົງຊ້ອງພຣະພັກພຣະເຈົ້າຢາເວແລະນະມັດສະການພຣະເຈົ້າຢາເວ. 19 ບັນດາສະມາຊິກຊາວເລວີໃນຕະກຸນໂກຮາດ ແລະໂກຣາໄດ້ລຸກຢືນຂຶ້ນ ແລະສັນລະເສີນພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນດ້ວຍສຽງດັງ. 20 ວັນຕໍ່ມາແຕ່ເຊົ້າໆ ປະຊາຊົນໄດ້ອອກໄປຖິ່ນແຫ້ງແລ້ງກັນດານທີ່ເຕກົວ. ກ່ອນພວກເຂົາຈະອອກໄປ ກະສັດເຢໂຮຊາຟັດໄດ້ກ່າວແກ່ພວກເຂົາ ດ້ວຍຖ້ອຍຄຳເຫຼົ່ານີ້: “ນັກຮົບຊາວຢູດາ ແລະຊາວນະຄອນເຢຣູຊາເລັມເອີຍ ຈົ່ງໄວ້ວາງໃຈໃນພຣະເຈົ້າຢາເວ ພຣະເຈົ້າຂອງພວກທ່ານ ແລະພວກທ່ານຈະຢືນຢູ່ໄດ້ຢ່າງໝັ້ນຄົງ. ຈົ່ງເຊື່ອໝັ້ນສິ່ງທີ່ຜູ້ທຳນວາຍບອກພວກທ່ານ ແລະພວກທ່ານຈະເຮັດສຳເລັດໜ້າທີ່.” 21 ຫລັງຈາກໄດ້ປຶກສາຫາລືກັບປະຊາຊົນແລ້ວ ກະສັດກໍໄດ້ສັ່ງໃຫ້ນັກດົນຕຼີນຸ່ງເສື້ອຄຸມ ຊຶ່ງພວກເຂົາໄດ້ນຸ່ງໃນໂອກາດອັນສັກສິດເທົ່ານັ້ນ ແລະຍ່າງນຳໜ້າກອງທັບໄປທັງຮ້ອງເພງສຳລັບພຣະເຈົ້າຢາເວວ່າ, “ສັນລະເສີນພຣະເຈົ້າຢາເວ ຄວາມຮັກຂອງພຣະອົງດຳລົງຢູ່ຕະຫລອດໄປເປັນນິດ.” 22 ເມື່ອພວກເຂົາເລີ່ມຕົ້ນຮ້ອງເພງແລະສັນລະເສີນແລ້ວ ພຣະເຈົ້າຢາເວກໍໄດ້ບັນດານໃຫ້ຂ້າເສິກທີ່ມາຮຸກຮານນັ້ນແຕກຕື່ນຕົກໃຈ. 23 ຊາວອຳໂມນແລະຊາວໂມອາບໄດ້ໂຈມຕີກອງທັບຂອງຊາວເອໂດມ ແລະໄດ້ທຳລາຍພວກເຂົາຈົນໝົດສິ້ນ. ແລ້ວພວກເຂົາກໍໄດ້ຫັນມາສູ້ຮົບກັນແລະກັນຢ່າງບ້າຄັ່ງ. 24 ເມື່ອກອງທັບຊາວຢູດາໄດ້ມາຮອດທີ່ຫໍຄອຍໃນຖິ່ນແຫ້ງແລ້ງກັນດານ ພວກເຂົາໄດ້ແນມເບິ່ງຂ້າເສິກ ແລະໄດ້ເຫັນວ່າທັງໝົດຕາຍນອນເດຍລະດາດຢູ່ ໂດຍບໍ່ມີຜູ້ໃດລອດຊີວິດໄປໄດ້ແມ່ນແຕ່ຄົນດຽວ. 25 ກະສັດເຢໂຮຊາຟັດແລະທະຫານຂອງເພິ່ນ ໄດ້ເຂົ້າໄປຢຶດເຄື່ອງຂອງມາໄດ້ຢ່າງຫລວງຫລາຍ ມີດັ່ງນີ້: ຝູງງົວ, ສະບຽງອາຫານ, ເຄື່ອງນຸ່ງຫົ່ມ ແລະເຄື່ອງມີຄ່າອື່ນໆ. ພວກເຂົາໃຊ້ເວລາສາມວັນເພື່ອຮິບໂຮມເອົາເຄື່ອງຂອງນັ້ນ, ແຕ່ກໍຍັງມີຫລາຍຢູ່ຈົນພວກເຂົາເກັບເອົາໝົດທຸກຢ່າງບໍ່ໄດ້. 26 ໃນວັນທີສີ່ພວກເຂົາໄດ້ມາໂຮມກັນທີ່ຮ່ອມພູເບຣາກາ ແລະໄດ້ສັນລະເສີນພຣະເຈົ້າຢາເວສຳລັບທຸກໆສິ່ງທີ່ພຣະອົງໄດ້ກະທຳການ. ດັ່ງນັ້ນ ຮ່ອມພູນີ້ຈຶ່ງໄດ້ມີຊື່ວ່າ ເບຣາກາ. 27 ເຢໂຮຊາຟັດໄດ້ຍົກທັບກັບຄືນມາສູ່ນະຄອນເຢຣູຊາເລັມຢ່າງມີໄຊ ກໍເພາະພຣະເຈົ້າຢາເວໄດ້ເອົາຊະນະເຫຼົ່າສັດຕູຂອງພວກເຂົາ. 28 ເມື່ອມາຮອດໃນເມືອງ ພວກເຂົາກໍຍ່າງມຸ່ງໜ້າສູ່ວິຫານຂອງພຣະເຈົ້າຢາເວ ພ້ອມທັງດີດພິນແລະເປົ່າແກດັງກ້ອງສະໜັ່ນ. 29 ທຸກຊົນຊາດທີ່ໄດ້ຍິນວ່າ ພຣະເຈົ້າຢາເວໄດ້ເອົາຊະນະເຫຼົ່າສັດຕູຂອງຊາດອິດສະຣາເອນຢ່າງໃດ ພວກເຂົາຕ່າງກໍຢ້ານກົວພຣະເຈົ້າ. 30 ສະນັ້ນ ເຢໂຮຊາຟັດຈຶ່ງໄດ້ປົກຄອງຢ່າງສັນຕິສຸກ ແລະພຣະເຈົ້າໄດ້ໃຫ້ເພິ່ນມີຄວາມປອດໄພຮອບດ້ານ. ຣາຊການຂອງເຢໂຮຊາຟັດສິ້ນສຸດລົງ ( 1 ກສ 22:41-50 ) 31 ເຈົ້າເຢໂຮຊາຟັດໄດ້ຂຶ້ນເປັນກະສັດແຫ່ງຢູດາຍເມື່ອເພິ່ນອາຍຸໄດ້ສາມສິບຫ້າປີ ແລະປົກຄອງຢູ່ທີ່ນະຄອນເຢຣູຊາເລັມ ເປັນເວລາຊາວຫ້າປີ. ແມ່ຂອງເພິ່ນຊື່ວ່າອາຊູບາລູກສາວຂອງຊີນຮີ. 32 ເພິ່ນໄດ້ເຮັດໃນສິ່ງທີ່ຖືກຕ້ອງຕໍ່ສາຍຕາຂອງພຣະເຈົ້າຢາເວ ເຊັ່ນດຽວກັນກັບອາສາພໍ່ຂອງເພິ່ນ; 33 ແຕ່ບ່ອນຂາບໄຫວ້ຂອງຄົນບໍ່ນັບຖືພຣະເຈົ້າຫລາຍບ່ອນ ຍັງບໍ່ໄດ້ຖືກທຳລາຍ. ສ່ວນປະຊາຊົນກໍຍັງບໍ່ທັນໄດ້ກັບມານະມັດສະການພຣະເຈົ້າຂອງບັນພະບຸລຸດຂອງພວກເຂົາຢ່າງສຸດຈິດສຸດໃຈເທື່ອ. 34 ສິ່ງອື່ນໆທີ່ກະສັດເຢໂຮຊາຟັດໄດ້ກະທຳ ຕັ້ງແຕ່ຣາຊການບັ້ນຕົ້ນຈົນເຖິງບັ້ນປາຍແມ່ນໄດ້ຖືກບັນທຶກໄວ້ໃນ ປຶ້ມປະຫວັດສາດຂອງເຢຮູ ລູກຊາຍຂອງຮານານີ ຊຶ່ງເປັນສ່ວນໜຶ່ງຂອງ ປຶ້ມປະຫວັດສາດຂອງບັນດາກະສັດແຫ່ງອິດສະຣາເອນ. 35 ມີຄັ້ງໜຶ່ງ ກະສັດເຢໂຮຊາຟັດແຫ່ງຢູດາຍໄດ້ເປັນພັນທະມິດ ກັບກະສັດອາຮາຊີຢາແຫ່ງອິດສະຣາເອນ ຜູ້ທີ່ໄດ້ກະທຳຊົ່ວໄວ້ຢ່າງຫລວງຫລາຍ. 36 ທີ່ທ່າເຮືອຂອງເມືອງເອຊີໂອນເກເບ ພວກເພິ່ນໄດ້ສ້າງເຮືອເດີນທະເລ. 37 ແຕ່ເອລີເອເຊລູກຊາຍຂອງໂດດາວາຮູ ຊາວເມືອງມາເຣຊາ ໄດ້ຕັກເຕືອນເຢໂຮຊາຟັດວ່າ, “ຍ້ອນທ່ານເປັນພັນທະມິດກັບອາຮາຊີຢາ ພຣະເຈົ້າຢາເວຈະທຳລາຍສິ່ງທີ່ທ່ານໄດ້ສ້າງຂຶ້ນມານັ້ນ.” ຕໍ່ມາ ເຮືອເຫຼົ່ານັ້ນກໍແຕກແລະແລ່ນບໍ່ໄດ້ຈັກລຳ. |
@ 2012 United Bible Societies. All Rights Reserved.