Online Bible

- Reklamy -

2 ຂ່າວຄາວ 19 - ພຣະຄຳພີສັກສິ


ຜູ້ທຳນວາຍ​ຄົນ​ໜຶ່ງ​ກ່າວ​ຕິຕຽນ​ເຢໂຮຊາຟັດ

1 ກະສັດ​ເຢໂຮຊາຟັດ​ແຫ່ງ​ຢູດາຍ​ໄດ້​ກັບຄືນ​ມາ​ສູ່​ວັງ​ຂອງຕົນ ທີ່​ນະຄອນ​ເຢຣູຊາເລັມ​ໄດ້​ຢ່າງ​ປອດໄພ.

2 ມີ​ຜູ້ທຳນວາຍ​ຄົນ​ໜຶ່ງ​ຊື່​ວ່າ​ເຢຮູ​ລູກຊາຍ​ຂອງ​ຮານານີ​ໄດ້​ເຂົ້າ​ໄປ​ພົບ​ເພິ່ນ ແລະ​ເວົ້າ​ວ່າ, “ທ່ານ​ຄິດ​ວ່າ​ເປັນ​ການ​ຖືກຕ້ອງ​ຊັ້ນບໍ ທີ່​ຊ່ວຍ​ຄົນ​ຊົ່ວຊ້າ ແລະ​ເຂົ້າ​ຂ້າງ​ຄົນ​ທີ່​ກຽດຊັງ​ພຣະເຈົ້າຢາເວ? ສິ່ງ​ທີ່​ທ່ານ​ໄດ້​ເຮັດ​ນັ້ນ​ເປັນ​ເຫດ​ໃຫ້​ພຣະເຈົ້າຢາເວ​ໂກດຮ້າຍ​ທ່ານ.

3 ແຕ່​ເຖິງ​ຢ່າງ​ໃດ​ກໍຕາມ, ທ່ານ​ກໍໄດ້​ເຮັດ​ບາງ​ສິ່ງ​ທີ່​ດີ​ງາມ; ທ່ານ​ໄດ້​ທຳລາຍ​ສັນຍາລັກ​ຂອງ​ເຈົ້າແມ່​ອາເຊຣາ ຊຶ່ງ​ປະຊາຊົນ​ໄດ້​ຂາບໄຫວ້ ແລະ​ທ່ານ​ໄດ້​ພະຍາຍາມ​ເຮັດ​ຕາມ​ພຣະປະສົງ​ຂອງ​ພຣະເຈົ້າ.”


ເຢໂຮຊາຟັດ​ເຮັດ​ການ​ປະຕິຮູບ

4 ເຖິງແມ່ນ​ວ່າ ກະສັດ​ເຢໂຮຊາຟັດ​ໄດ້​ອາໄສ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ, ແຕ່​ເພິ່ນ​ກໍໄດ້​ອອກ​ໄປ​ຢ້ຽມຢາມ​ປະຊາຊົນ​ສະເໝີ, ຕັ້ງແຕ່​ເບເອນເຊບາ​ທາງ​ພາກໃຕ້ ຈົນຮອດ​ສົ້ນສຸດ​ຂອງ​ເຂດ​ເນີນພູ​ເອຟຣາອິມ​ທາງ​ພາກເໜືອ ເພື່ອ​ຮຽກຮ້ອງ​ປະຊາຊົນ​ໃຫ້​ຄືນ​ມາ​ຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກເຂົາ.

5 ເພິ່ນ​ໄດ້​ແຕ່ງຕັ້ງ​ພວກ​ຜູ້ຕັດສິນ​ປະຈຳ​ແຕ່ລະ​ເມືອງ​ຂອງ​ຢູດາຍ​ທີ່​ມີ​ປ້ອມ​ປ້ອງກັນ

6 ແລະ​ໄດ້​ແນະນຳ​ພວກເຂົາ​ວ່າ, “ເມື່ອ​ກ່າວ​ຄຳ​ຕັດສິນ​ນັ້ນ ຈົ່ງ​ລະວັງ​ໃຫ້​ດີ; ພວກທ່ານ​ບໍ່ໄດ້​ເຮັດ​ຕາມ​ອຳນາດ​ຂອງ​ມະນຸດ, ແຕ່​ເຮັດ​ຕາມ​ອຳນາດ​ຂອງ​ພຣະເຈົ້າຢາເວ ແລະ​ພຣະອົງ​ສະຖິດ​ຢູ່​ນຳ​ພວກທ່ານ​ເມື່ອ​ພວກທ່ານ​ກ່າວ​ຄຳ​ຕັດສິນ​ລົງໂທດ.

7 ຈົ່ງ​ຢຳເກງ​ພຣະເຈົ້າຢາເວ ແລະ​ປະພຶດ​ຢ່າງ​ລະມັດ​ລະວັງ, ຍ້ອນ​ວ່າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ບໍ່​ຜ່ອນຜັນ​ຄວາມຜິດ​ໃດໆ ຫລື​ຕັດສິນ​ເຂົ້າຂ້າງ ຫລື​ຮັບ​ສິນຈ້າງ​ລາງວັນ​ໃດໆ​ທັງສິ້ນ.”

8 ໃນ​ນະຄອນ​ເຢຣູຊາເລັມ ເຢໂຮຊາຟັດ​ໄດ້​ແຕ່ງຕັ້ງ​ຊາວ​ເລວີ, ພວກ​ປະໂຣຫິດ ແລະ​ຊາວ​ເມືອງ​ຊັ້ນ​ຜູ້ນຳ​ບາງຄົນ ໃຫ້​ເປັນ​ຜູ້​ຕັດສິນ​ຄວາມ ໃນ​ກໍລະນີ​ທີ່​ກ່ຽວຂ້ອງ​ກັບ​ການ​ຝ່າຝືນ​ກົດບັນຍັດ​ຂອງ​ພຣະເຈົ້າຢາເວ ຫລື​ການ​ຂັດແຍ່ງ​ທາງດ້ານ​ກົດໝາຍ​ລະຫວ່າງ​ປະຊາຊົນ​ໃນ​ເມືອງ.

9 ເພິ່ນ​ໄດ້​ໃຫ້​ຄຳແນະນຳ​ແກ່​ພວກເຂົາ​ດັ່ງນີ້: “ພວກທ່ານ​ຕ້ອງ​ປະຕິບັດ​ໜ້າທີ່​ຂອງ​ພວກທ່ານ​ດ້ວຍ​ຄວາມ​ຢຳເກງ​ພຣະເຈົ້າຢາເວ ແລະ​ເຊື່ອຟັງ​ພຣະອົງ​ຢ່າງ​ສັດຊື່​ໃນ​ທຸກໆ​ສິ່ງ​ທີ່​ພວກທ່ານ​ເຮັດ.

10 ເມື່ອໃດ​ທີ່​ຊາວ​ເມືອງ​ອື່ນໆ​ນຳ​ຄະດີ​ຂ້າ​ຄົນ ຫລື​ການ​ຝ່າຝືນ​ກົດໝາຍ ຫລື​ຝ່າຝືນ​ຄຳສັ່ງ​ມາ​ຫາ​ພວກທ່ານ; ພວກທ່ານ​ຕ້ອງ​ແນະນຳ​ພວກເຂົາ​ຢ່າງ​ລະມັດ​ລະວັງ​ວ່າ ພວກເຂົາ​ຄວນ​ປະພຶດ​ຢ່າງໃດ​ໃນ​ລະຫວ່າງ​ການ​ສອບສວນ ເພື່ອ​ວ່າ​ພວກເຂົາ​ຈະ​ບໍ່​ເປັນ​ຝ່າຍ​ຜິດ​ໂດຍ​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ. ເວັ້ນເສຍ​ແຕ່​ພວກທ່ານ​ຂືນ​ເຮັດ​ເທົ່ານັ້ນ ພວກທ່ານ​ກັບ​ພວກ​ພີ່ນ້ອງ​ຊາວ​ເມືອງ​ກໍ​ຈະ​ຖືກ​ພຣະອົງ​ໂກດຮ້າຍ​ຢ່າງໜັກ. ແຕ່​ຖ້າ​ພວກທ່ານ​ປະຕິບັດ​ຕາມ​ໜ້າທີ່​ຂອງ​ພວກທ່ານ ພວກທ່ານ​ກໍ​ຈະ​ບໍ່​ເປັນ​ຝ່າຍ​ຜິດ.

11 ມະຫາ​ປະໂຣຫິດ​ອາມາຣີຢາ​ຈະ​ມີ​ອຳນາດ​ສູງສຸດ​ໃນ​ທຸກໆ​ຄະດີ ກ່ຽວກັບ​ກິດຈະການ​ວຽກງານ​ຂອງ​ພຣະເຈົ້າຢາເວ ແລະ​ເຊບາດີຢາ​ລູກຊາຍ​ຂອງ​ອິດຊະມາເອນ ທີ່​ເປັນ​ຜູ້ປົກຄອງ​ຂອງ​ຢູດາຍ ຈະ​ມີ​ອຳນາດ​ເດັດຂາດ​ກ່ຽວກັບ​ຄະດີ​ດ້ານ​ພົນລະເຮືອນ. ຊາວ​ເລວີ​ຕ້ອງ​ຮັບຜິດຊອບ​ເບິ່ງ​ວ່າ ຄຳ​ຕັດສິນ​ຂອງ​ສານ​ນັ້ນ​ໄດ້​ຖືກ​ປະຕິບັດ​ຕາມ​ຫລື​ບໍ່. ຈົ່ງ​ກ້າຫານ​ແລະ​ເຮັດ​ຕາມ​ຄຳແນະນຳ​ເຫຼົ່ານີ້ ແລະ​ຂໍ​ໃຫ້​ພຣະເຈົ້າຢາເວ​ສະຖິດ​ນຳ​ຝ່າຍ​ທີ່​ຖືກຕ້ອງ.”

@ 2012 United Bible Societies. All Rights Reserved.

Následuj nás:



Reklamy