Online Bible

- Reklamy -

2 ຂ່າວຄາວ 18 - ພຣະຄຳພີສັກສິ


ຜູ້ທຳນວາຍ​ມີກາອີຢາ​ເຕືອນ​ອາຮາບ
( 1 ກສ 22:1-28 )

1 ເມື່ອ​ກະສັດ​ເຢໂຮຊາຟັດ​ແຫ່ງ​ຢູດາຍ​ໄດ້​ຮັ່ງມີ​ແລະ​ມີ​ຊື່ສຽງ​ໂດ່ງດັງ​ຂຶ້ນ ເພິ່ນ​ໄດ້​ຈັດ​ໃຫ້​ຄົນ​ໃນ​ຣາຊວົງ​ຂອງຕົນ ແຕ່ງງານ​ກັບ​ຄົນ​ໃນ​ຣາຊວົງ​ຂອງ​ກະສັດ​ອາຮາບ​ແຫ່ງ​ອິດສະຣາເອນ.

2 ຫລາຍປີ​ຕໍ່ມາ ເຢໂຮຊາຟັດ​ໄດ້​ໄປ​ທີ່​ນະຄອນ​ຊາມາເຣຍ​ເພື່ອ​ຢ້ຽມຢາມ​ອາຮາບ. ເພື່ອ​ເປັນ​ກຽດ​ແກ່​ເຢໂຮຊາຟັດ​ແລະ​ຜູ້​ທີ່​ຕິດຕາມ, ອາຮາບ​ໄດ້​ຂ້າ​ແກະ​ແລະ​ງົວ​ຫລາຍ​ໂຕ ເພື່ອ​ຈັດ​ງານ​ຮັບຕ້ອນ. ເພິ່ນ​ໄດ້​ພະຍາຍາມ​ຊັກຊວນ​ເຢໂຮຊາຟັດ​ໃຫ້​ຮ່ວມ​ກັບ​ຕົນ ໂຈມຕີ​ເມືອງ​ຣາໂມດ​ໃນ​ແຂວງ​ກີເລອາດ.

3 ເພິ່ນ​ຖາມ​ວ່າ, “ທ່ານ​ຈະ​ໄປ​ໂຈມຕີ​ເມືອງ​ຣາໂມດ​ນຳ​ຂ້າພະເຈົ້າ​ບໍ?” ເຢໂຮຊາຟັດ​ຕອບ​ວ່າ, “ຖ້າ​ທ່ານ​ພ້ອມ​ເມື່ອໃດ ຂ້າພະເຈົ້າ​ແລະ​ກອງທັບ​ຂອງ​ຂ້າພະເຈົ້າ​ກໍ​ພ້ອມ​ເຊັ່ນກັນ. ພວກເຮົາ​ຈະ​ຮ່ວມ​ກັບ​ພວກທ່ານ.”

4 ແລ້ວ​ເພິ່ນ​ກໍ​ເວົ້າ​ຕື່ມ​ວ່າ, “ແຕ່​ກ່ອນ​ອື່ນ ຂໍ​ໃຫ້​ພວກເຮົາ​ປຶກສາ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ກ່ອນ.”

5 ສະນັ້ນ ອາຮາບ​ຈຶ່ງ​ໄດ້​ເອີ້ນ​ບັນດາ​ຜູ້ທຳນວາຍ​ທັງໝົດ​ມາ ມີ​ປະມານ​ສີ່ຮ້ອຍ​ຄົນ ແລະ​ຖາມ​ພວກເຂົາ​ວ່າ, “ພວກເຮົາ​ຄວນ​ຈະ​ໄປ​ໂຈມຕີ​ເມືອງ​ຣາໂມດ​ຫລື​ບໍ່?” ພວກເຂົາ​ຕອບ​ວ່າ, “ໄປ​ໂຈມຕີ​ໂລດ ພຣະເຈົ້າ​ຈະ​ໃຫ້​ທ່ານ​ມີ​ໄຊຊະນະ.”

6 ແຕ່​ເຢໂຮຊາຟັດ​ຖາມ​ວ່າ, “ບໍ່ມີ​ຜູ້ທຳນວາຍ​ຄົນອື່ນໆ​ອີກ​ບໍ ທີ່​ພວກເຮົາ​ຈະ​ປຶກສາ​ພຣະເຈົ້າຢາເວ​ໄດ້?”

7 ອາຮາບ​ຕອບ​ວ່າ, “ຍັງ​ມີ​ອີກ​ຜູ້ໜຶ່ງ​ທີ່​ຈະ​ປຶກສາ​ພຣະເຈົ້າຢາເວ​ໄດ້ ຊື່​ວ່າ​ມີກາອີຢາ​ລູກຊາຍ​ຂອງ​ອິມລາ. ແຕ່​ຂ້າພະເຈົ້າ​ກຽດຊັງ​ລາວ ເພາະ​ລາວ​ບໍ່ເຄີຍ​ທຳນວາຍ​ສິ່ງ​ທີ່​ດີ​ສຳລັບ​ຂ້າພະເຈົ້າ​ຈັກເທື່ອ; ລາວ​ມີ​ແຕ່​ທຳນວາຍ​ສິ່ງ​ທີ່​ບໍ່​ດີ​ສຳລັບ​ຂ້າພະເຈົ້າ​ສະເໝີ.” ເຢໂຮຊາຟັດ​ຕອບ​ວ່າ, “ທ່ານ​ບໍ່ຄວນ​ກ່າວ​ຢ່າງ​ນັ້ນ.”

8 ດັ່ງນັ້ນ ກະສັດ​ອາຮາບ​ຈຶ່ງ​ເອີ້ນ​ເຈົ້າໜ້າທີ່​ປະຈຳ​ຣາຊວັງ​ມາ ແລະ​ບອກ​ລາວ​ໃຫ້​ໄປ​ນຳ​ມີກາອີຢາ​ເຂົ້າ​ມາ​ພົບ​ໃນທັນທີ.

9 ກະສັດ​ທັງສອງ​ທີ່​ນຸ່ງ​ເຄື່ອງ​ເຕັມຍົດ ໄດ້​ນັ່ງ​ເທິງ​ບັນລັງ​ຂອງຕົນ​ທີ່​ລານ​ຟາດເຂົ້າ​ນອກ​ປະຕູ​ນະຄອນ​ຊາມາເຣຍ ແລະ​ຜູ້ທຳນວາຍ​ກໍ​ກຳລັງ​ທຳນວາຍ​ຢູ່​ຕໍ່ໜ້າ​ພວກເພິ່ນ.

10 ເຊເດກີຢາ​ລູກຊາຍ​ຂອງ​ເຄນາອານາ​ເປັນ​ຜູ້ໜຶ່ງ​ໃນ​ພວກເຂົາ; ລາວ​ໄດ້​ໃຊ້​ເຫຼັກ​ເຮັດ​ເປັນ​ເຂົາ ແລະ​ບອກ​ກະສັດ​ອາຮາບ​ວ່າ, “ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: ເຈົ້າ​ຈະ​ຕໍ່ສູ້​ຊາວ​ຊີເຣຍ​ດ້ວຍ​ສິ່ງ​ເຫຼົ່ານີ້ ແລະ​ພວກເຂົາ​ຈະ​ພ່າຍແພ້​ຢ່າງ​ສິ້ນເຊີງ.”

11 ພວກ​ຜູ້ທຳນວາຍ​ຄົນອື່ນໆ​ທັງໝົດ​ກໍ​ເວົ້າ​ເປັນ​ສຽງ​ດຽວກັນ​ວ່າ, “ຈົ່ງ​ຍົກທັບ​ໄປ​ຕີ​ເມືອງ​ຣາໂມດ​ທັນທີ ແລະ​ທ່ານ​ຈະ​ຕີ​ຊະນະ; ເພາະ​ພຣະເຈົ້າຢາເວ​ຈະ​ໃຫ້​ທ່ານ​ມີ​ໄຊຊະນະ.”

12 ໃນ​ລະຫວ່າງ​ນັ້ນ ເຈົ້າໜ້າທີ່​ຜູ້​ທີ່​ໄດ້​ໄປ​ນຳ​ມີກາອີຢາ​ນັ້ນ ກໍ​ເວົ້າ​ຕໍ່​ມີກາອີຢາ​ວ່າ, “ຜູ້ທຳນວາຍ​ຄົນອື່ນໆ ໄດ້​ທຳນວາຍ​ຄວາມ​ສຳເລັດ​ໃຫ້​ແກ່​ກະສັດ​ແລ້ວ ແລະ​ເຈົ້າ​ກໍ​ຄວນ​ຈະ​ທຳນວາຍ​ແບບ​ດຽວ​ກັນ​ກັບ​ພວກເຂົາ.”

13 ແຕ່​ມີກາອີຢາ​ຕອບ​ວ່າ, “ພຣະເຈົ້າຢາເວ​ຊົງ​ພຣະຊົນຢູ່​ສັນໃດ ຂ້າພະເຈົ້າ​ຈະ​ເວົ້າ​ຕາມ​ທີ່​ພຣະເຈົ້າ​ໄດ້​ບອກ​ໃຫ້​ຂ້າພະເຈົ້າ​ເວົ້າ​ສັນນັ້ນ.”

14 ເມື່ອ​ເພິ່ນ​ໄດ້​ມາ​ປາກົດ​ຕົວ​ຢູ່​ຕໍ່ໜ້າ​ກະສັດ​ອາຮາບ​ແລ້ວ ກະສັດ​ຈຶ່ງ​ຖາມ​ເພິ່ນ​ວ່າ, “ມີກາອີຢາ ກະສັດ​ເຢໂຮຊາຟັດ​ແລະ​ເຮົາ​ຄວນ​ຈະ​ໄປ​ໂຈມຕີ​ເມືອງ​ຣາໂມດ​ຫລື​ບໍ່?” ມີກາອີຢາ​ຕອບ​ວ່າ, “ໂຈມຕີ​ໂລດ ແນ່ນອນ​ທ່ານ​ຈະ​ຕີ​ຊະນະ. ແລະ​ພວກເຂົາ​ຈະ​ຖືກ​ມອບ​ໄວ້​ໃນ​ກຳມື​ຂອງ​ພວກທ່ານ.”

15 ແຕ່​ກະສັດ​ຕອບ​ລາວ​ວ່າ, “ເວລາ​ເຈົ້າ​ເວົ້າ​ກັບ​ເຮົາ​ໃນ​ນາມ​ຂອງ​ພຣະເຈົ້າຢາເວ ຈົ່ງ​ເວົ້າ​ຄວາມຈິງ​ແມ ເຮົາ​ໄດ້​ບອກ​ເຈົ້າ​ມາ​ຈັກເທື່ອ​ແລ້ວ?”

16 ມີກາອີຢາ​ຕອບ​ວ່າ, “ຂ້າພະເຈົ້າ​ໄດ້​ເຫັນ​ກອງທັບ​ອິດສະຣາເອນ ແຕກ​ກະຈັດ​ກະຈາຍ​ໄປ​ທົ່ວ​ຈ້າຍ​ພູ ດັ່ງ​ຝູງແກະ​ທີ່​ບໍ່ມີ​ຜູ້ລ້ຽງ. ແລະ​ພຣະເຈົ້າຢາເວ​ໄດ້​ເວົ້າ​ວ່າ, ‘ຄົນ​ເຫຼົ່ານີ້​ບໍ່ມີ​ຜູ້ນຳ; ຈົ່ງ​ໃຫ້​ພວກເຂົາ​ກັບ​ເມືອ​ບ້ານເຮືອນ​ຢ່າງ​ສັນຕິ​ເຖີດ.”’

17 ອາຮາບ​ໄດ້​ກ່າວ​ຕໍ່​ເຢໂຮຊາຟັດ​ວ່າ, “ດັ່ງ​ທີ່​ຂ້າພະເຈົ້າ​ໄດ້​ບອກ​ທ່ານ​ແລ້ວ​ວ່າ ລາວ​ບໍ່ເຄີຍ​ທຳນວາຍ​ສິ່ງ​ທີ່​ດີ​ສຳລັບ​ຂ້າພະເຈົ້າ​ເລີຍ; ລາວ​ມີ​ແຕ່​ທຳນວາຍ​ສິ່ງ​ທີ່​ບໍ່​ດີ​ສຳລັບ​ຂ້າພະເຈົ້າ​ສະເໝີ.”

18 ມີກາອີຢາ​ເວົ້າ​ຕໍ່ໄປ​ວ່າ, “ບັດນີ້ ຈົ່ງ​ຟັງ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ກ່າວ ຂ້າພະເຈົ້າ​ໄດ້​ເຫັນ​ພຣະເຈົ້າຢາເວ​ກຳລັງ​ນັ່ງ​ຢູ່​ເທິງ​ບັນລັງ​ໃນ​ສະຫວັນ ພ້ອມ​ເທວະດາ​ທັງໝົດ​ກໍ​ກຳລັງ​ຢືນ​ຢູ່​ທີ່​ຂ້າງ​ຂອງ​ພຣະອົງ.

19 ພຣະເຈົ້າຢາເວ​ຖາມ​ວ່າ, ‘ຜູ້ໃດ​ຈະ​ຫລອກລວງ​ອາຮາບ ໃຫ້​ໄປ​ຖືກ​ຂ້າ​ທີ່​ຣາໂມດ?’ ເທວະດາ​ບາງ​ຕົນ​ເວົ້າ​ຢ່າງ​ນີ້ ແລະ​ຕົນ​ອື່ນ​ກໍ​ເວົ້າ​ຢ່າງ​ອື່ນ,

20 ແລ້ວ​ກໍ​ມີ​ວິນຍານ​ດວງ​ໜຶ່ງ​ກ້າວ​ອອກ​ໄປ​ທາງ​ໜ້າ ຫຍັບ​ເຂົ້າ​ໃກ້​ພຣະເຈົ້າຢາເວ ແລະ​ເວົ້າ​ວ່າ, ‘ຂ້ານ້ອຍ​ເອງ​ຈະ​ລໍ້ລວງ​ລາວ.’ ພຣະເຈົ້າຢາເວ​ຖາມ​ວ່າ, ‘ດ້ວຍ​ວິທີ​ໃດ?’

21 ວິນຍານ​ດວງ​ນັ້ນ​ຕອບ​ວ່າ, ‘ຂ້ານ້ອຍ​ຈະ​ໄປ​ເຮັດ​ໃຫ້ ພວກ​ຜູ້ທຳນວາຍ​ຂອງ​ອາຮາບ​ເວົ້າ​ຕົວະ.’ ພຣະເຈົ້າຢາເວ​ຈຶ່ງ​ເວົ້າ​ວ່າ, ‘ຈົ່ງ​ໄປ​ລໍ້ລວງ​ລາວ​ສາ ເຈົ້າ​ຈະ​ເຮັດ​ໄດ້​ສຳເລັດ.”’

22 ແລະ​ມີກາອີຢາ​ກໍ​ມ້ວນທ້າຍ​ວ່າ, “ເຫດການ​ກໍ​ເປັນ​ຢ່າງນີ້​ແຫລະ ພຣະເຈົ້າຢາເວ​ໄດ້​ເຮັດ​ໃຫ້​ພວກ​ຜູ້ທຳນວາຍ​ເຫຼົ່ານີ້​ເວົ້າ​ຕົວະ​ຕໍ່​ທ່ານ. ແຕ່​ພຣະເຈົ້າຢາເວ​ໄດ້​ປະກາດ​ວ່າ​ທ່ານ​ຈະ​ປະສົບ​ກັບ​ໄພພິບັດ.”

23 ແລ້ວ​ຜູ້ທຳນວາຍ​ເຊເດກີຢາ​ລູກຊາຍ​ຂອງ​ເຄນາອານາ​ກໍ​ອອກ​ໄປ​ຫາ​ມີກາອີຢາ ແລະ​ໄດ້​ຕົບ​ໜ້າ​ລາວ​ພ້ອມ​ທັງ​ຖາມ​ວ່າ, “ພຣະວິນຍານ​ຂອງ​ພຣະເຈົ້າຢາເວ​ອອກ​ຈາກ​ຂ້ອຍ​ໄປ​ເວົ້າ​ກັບ​ເຈົ້າ​ເມື່ອໃດ?”

24 ມີກາອີຢາ​ຕອບ​ວ່າ, “ເຈົ້າ​ຈະ​ຮູ້ ເມື່ອ​ເຈົ້າ​ໄປ​ລີ້​ຢູ່​ໃນ​ຫ້ອງ​ເບື້ອງຫລັງ​ຕຶກ.”

25 ແລ້ວ​ກະສັດ​ອາຮາບ​ກໍ​ສັ່ງ​ເຈົ້າໜ້າທີ່​ຜູ້ໜຶ່ງ​ຂອງ​ເພິ່ນ​ວ່າ, “ຈັບ​ມີກາອີຢາ​ໄປ​ຫາ​ອາໂມນ​ຜູ້ປົກຄອງ​ເມືອງ ແລະ​ນຳ​ລາວ​ໄປ​ຫາ​ເຈົ້າຊາຍ​ໂຢອາດ.

26 ໃຫ້​ເຈົ້າ​ບອກ​ເຂົາ​ຈັບ​ລາວ​ຂັງ​ຄຸກ​ໄວ້ ແລະ​ໃຫ້​ກິນ​ແຕ່​ເຂົ້າ​ກັບ​ນໍ້າ​ເທົ່ານັ້ນ ຈົນກວ່າ​ເຮົາ​ກັບຄືນ​ມາ​ຢ່າງ​ປອດໄພ.”

27 ມີກາອີຢາ​ຮ້ອງ​ຂຶ້ນ​ວ່າ, “ຖ້າ​ທ່ານ​ກັບຄືນ​ມາ​ຢ່າງ​ປອດໄພ ກໍ​ແມ່ນ​ພຣະເຈົ້າຢາເວ​ບໍ່ໄດ້​ເວົ້າ​ຜ່ານ​ທາງ​ຂ້ານ້ອຍ.” ລາວ​ເວົ້າ​ຕື່ມ​ວ່າ, “ທຸກຄົນ​ຈົ່ງ​ຈຳ​ສິ່ງ​ທີ່​ຂ້ານ້ອຍ​ໄດ້​ເວົ້າ​ເຖີດ.”


ກະສັດ​ອາຮາບ​ຕາຍ
( 1 ກສ 22:29-35 )

28 ແລ້ວ​ເຈົ້າ​ອາຮາບ​ກະສັດ​ແຫ່ງ​ອິດສະຣາເອນ ແລະ​ເຈົ້າ​ເຢໂຮຊາຟັດ​ກະສັດ​ແຫ່ງ​ຢູດາຍ ກໍໄດ້​ໄປ​ໂຈມຕີ​ເມືອງ​ຣາໂມດ​ໃນ​ດິນແດນ​ຂອງ​ກີເລອາດ.

29 ອາຮາບ​ໄດ້​ເວົ້າ​ກັບ​ເຢໂຮຊາຟັດ​ວ່າ, “ເມື່ອ​ພວກເຮົາ​ເຂົ້າ​ສູ້ຮົບ ຂ້າພະເຈົ້າ​ຈະ​ປອມຕົວ, ແຕ່​ໃຫ້​ທ່ານ​ນຸ່ງ​ເຄື່ອງ​ກະສັດ.” ດັ່ງນັ້ນ ກະສັດ​ແຫ່ງ​ອິດສະຣາເອນ​ຈຶ່ງ​ໄດ້​ປອມຕົວ​ອອກ​ສູ້ຮົບ.

30 ກະສັດ​ແຫ່ງ​ຊີເຣຍ​ໄດ້​ສັ່ງ​ຜູ້​ບັນຊາການ​ລົດຮົບ​ບໍ່​ໃຫ້​ໂຈມຕີ​ຄົນ​ໃດ ນອກຈາກ​ກະສັດ​ແຫ່ງ​ອິດສະຣາເອນ.

31 ສະນັ້ນ ເມື່ອ​ພວກເຂົາ​ໄດ້​ເຫັນ​ກະສັດ​ເຢໂຮຊາຟັດ ທັງໝົດ​ຈຶ່ງ​ຄິດວ່າ​ເພິ່ນ​ແມ່ນ​ກະສັດ​ແຫ່ງ​ອິດສະຣາເອນ; ແລະ​ພວກເຂົາ​ຈຶ່ງ​ຫັນ​ມາ​ໂຈມຕີ​ແຕ່​ເພິ່ນ, ແຕ່​ເຢໂຮຊາຟັດ​ໄດ້​ຮ້ອງ​ຂຶ້ນ ແລ້ວ​ພຣະເຈົ້າຢາເວ​ກໍ​ຊ່ວຍກູ້​ເອົາ​ເພິ່ນ ແລະ​ພຣະເຈົ້າ​ໄດ້​ເຮັດ​ໃຫ້​ການ​ໂຈມຕີ​ນັ້ນ​ຫ່າງ​ອອກ​ໄປ​ຈາກ​ເພິ່ນ.

32 ເມື່ອ​ຜູ້​ບັນຊາການ​ລົດຮົບ​ໄດ້​ເຫັນ​ວ່າ ເພິ່ນ​ບໍ່ແມ່ນ​ກະສັດ​ແຫ່ງ​ອິດສະຣາເອນ; ສະນັ້ນ ພວກເຂົາ​ຈຶ່ງ​ເຊົາ​ໄລ່​ໂຈມຕີ.

33 ແຕ່​ໂດຍ​ບັງເອີນ​ທະຫານ​ຊີເຣຍ​ຜູ້ໜຶ່ງ​ໄດ້​ຍິງ​ລູກທະນູ ໄປ​ຖືກ​ກະສັດ​ອາຮາບ​ທະລຸ​ເຂົ້າ​ລະຫວ່າງ​ບ່ອນ​ຕໍ່​ຂອງ​ເສື້ອເຫລັກ. ເພິ່ນ​ໄດ້​ຮ້ອງ​ໃສ່​ທະຫານ​ຜູ້​ທີ່​ຂັບ​ລົດຮົບ​ຂອງ​ເພິ່ນ​ວ່າ, “ເຮົາ​ຖືກ​ຍິງ ລ້ຽວ​ລົດ​ອອກ​ຈາກ​ສະໜາມຮົບ​ດຽວ​ນີ້!”

34 ໃນ​ຂະນະທີ່​ການ​ສູ້ຮົບ​ກຳລັງ​ດຸເດືອດ​ຢູ່​ນັ້ນ ກະສັດ​ອາຮາບ​ຍັງ​ຄໍ້າ​ຕົວ​ຢູ່​ເທິງ​ລົດຮົບ​ປະເຊີນ​ໜ້າ​ສູ້ຮົບ​ທະຫານ​ຊີເຣຍ. ພໍ​ຕາເວັນຕົກ​ດິນ​ເພິ່ນ​ກໍ​ສິ້ນໃຈ​ຕາຍ.

@ 2012 United Bible Societies. All Rights Reserved.

Následuj nás:



Reklamy