Online Bible

- Reklamy -

2 ຂ່າວຄາວ 17 - ພຣະຄຳພີສັກສິ


ເຢໂຮຊາຟັດ​ຂຶ້ນ​ເປັນ​ກະສັດ

1 ເຈົ້າ​ເຢໂຮຊາຟັດ​ໄດ້​ຂຶ້ນ​ເປັນ​ກະສັດ​ແທນ​ກະສັດ​ອາສາ​ພໍ່​ຂອງຕົນ ແລະ​ໄດ້​ເສີມສ້າງ​ຖານະ​ຂອງຕົນ​ໃຫ້​ເຂັ້ມແຂງ​ຂຶ້ນ ເພື່ອ​ຕໍ່ສູ້​ຊາດ​ອິດສະຣາເອນ.

2 ເພິ່ນ​ໄດ້​ວາງ​ທະຫານ​ປະຈຳ​ປ້ອມ​ປ້ອງກັນ​ເມືອງ​ຕ່າງໆ​ໃນ​ຢູດາຍ, ຕາມ​ນອກເມືອງ​ໃນ​ຢູດາຍ​ແລະ​ຕາມ​ເມືອງ​ຕ່າງໆ ທີ່​ອາສາ​ຢຶດ​ໄດ້​ໃນ​ເຂດແດນ​ຂອງ​ເຜົ່າ​ເອຟຣາອິມ.

3 ພຣະເຈົ້າຢາເວ​ໄດ້​ອວຍພອນ​ກະສັດ​ເຢໂຮຊາຟັດ ເພາະ​ເພິ່ນ​ໄດ້​ເຮັດ​ຕາມ​ແຕ່​ຕອນ​ຕົ້ນ​ແບບຢ່າງ​ຂອງ​ພໍ່​ເພິ່ນ ແລະ​ບໍ່ໄດ້​ຂາບໄຫວ້​ພະບາອານ.

4 ເພິ່ນ​ໄດ້​ຮັບໃຊ້​ພຣະເຈົ້າ​ຂອງ​ພໍ່​ຂອງ​ເພິ່ນ ໂດຍ​ເຮັດ​ຕາມ​ຂໍ້ຄຳສັ່ງ​ຂອງ​ພຣະອົງ ແລະ​ບໍ່ໄດ້​ປະພຶດ​ຕາມ​ວິທີທາງ​ທີ່​ກະສັດ​ອິດສະຣາເອນ​ໄດ້​ປະພຶດ.

5 ພຣະເຈົ້າຢາເວ​ໄດ້​ໃຫ້​ເຢໂຮຊາຟັດ​ຄອບຄອງ​ທົ່ວ​ຢູດາຍ​ຢ່າງ​ໝັ້ນຄົງ ແລະ​ປະຊາຊົນ​ທົ່ວ​ປະເທດ​ກໍໄດ້​ນຳ​ຂອງຂວັນ​ມາ​ໃຫ້​ເພິ່ນ ຈົນ​ກາຍເປັນ​ຄົນ​ຮັ່ງມີ​ແລະ​ມີ​ກຽດ​ຍິ່ງ.

6 ເພິ່ນ​ພາກພູມ​ໃຈ​ຫລາຍ​ທີ່​ໄດ້​ຮັບໃຊ້​ພຣະເຈົ້າຢາເວ ແລະ​ໄດ້​ທຳລາຍ​ບ່ອນ​ຂາບໄຫວ້​ຂອງ​ຄົນ​ບໍ່​ນັບຖື​ພຣະເຈົ້າ​ແລະ​ສັນຍາລັກ​ຂອງ​ເຈົ້າແມ່​ອາເຊຣາ​ໃນ​ຢູດາຍ​ຢ່າງ​ໝົດສິ້ນ.

7 ໃນ​ຣາຊການ​ປີ​ທີ​ສາມ ເພິ່ນ​ໄດ້​ສົ່ງ​ພວກ​ເຈົ້າໜ້າທີ່​ໄປ​ສັ່ງສອນ​ຕາມ​ເມືອງ​ຕ່າງໆ​ໃນ​ຢູດາຍ ມີ​ດັ່ງນີ້: ເບັນຮາຍ, ໂອບາດີຢາ, ເຊກາຣີຢາ, ເນທາເນນ ແລະ​ມີກາອີຢາ.

8 ພວກເຂົາ​ມີ​ຊາວ​ເລວີ​ເກົ້າ​ຄົນ ແລະ​ປະໂຣຫິດ​ສອງ​ຄົນ​ຕິດຕາມ​ໄປ​ດ້ວຍ. ຊາວ​ເລວີ​ມີ​ດັ່ງນີ້: ເຊມາອີຢາ, ເນທານີຢາ, ເຊບາດີຢາ, ອາສາເຮນ, ເຊມີຣາໂມດ, ເຢໂຮນາທານ, ອາໂດນີຢາ, ໂຕບີຢາ ແລະ​ໂຕບາໂດນີຢາ; ແລະ​ປະໂຣຫິດ​ມີ​ດັ່ງນີ້: ເອລີຊາມາ ແລະ​ເຢໂຮຣາມ.

9 ພວກເພິ່ນ​ໄດ້​ນຳ​ໜັງສື​ກົດບັນຍັດ​ຂອງ​ພຣະເຈົ້າຢາເວ​ໄປ​ສັ່ງສອນ​ປະຊາຊົນ​ໃນ​ເມືອງ​ຕ່າງໆ​ທົ່ວ​ຢູດາຍ.


ຄວາມ​ຍິ່ງໃຫຍ່​ຂອງ​ເຢໂຮຊາຟັດ

10 ພຣະເຈົ້າຢາເວ​ໄດ້​ບັນດານ​ໃຫ້​ອານາຈັກ​ຕ່າງໆ​ທີ່​ຢູ່​ອ້ອມແອ້ມ​ນັ້ນ ຢ້ານກົວ​ຈົນ​ບໍ່ກ້າ​ເຮັດ​ເສິກ​ຕໍ່ສູ້​ກະສັດ​ເຢໂຮຊາຟັດ.

11 ຊາວ​ຟີລິດສະຕິນ​ບາງຄົນ​ໄດ້​ນຳ​ເອົາ​ເງິນ​ແລະ​ຂອງຂວັນ​ຕ່າງໆ ເປັນ​ຈຳນວນ​ຫລວງຫລາຍ​ມາ​ມອບ​ໃຫ້​ເຢໂຮຊາຟັດ ແລະ​ຊາວ​ອາຣັບ​ບາງຄົນ​ກໍໄດ້​ນຳ​ແກະເຖິກ​ຈຳນວນ​ເຈັດພັນ​ເຈັດຮ້ອຍ​ໂຕ ແລະ​ແບ້ເຖິກ​ເຈັດພັນ​ເຈັດຮ້ອຍ​ໂຕ​ມາ​ມອບ​ໃຫ້​ເພິ່ນ.

12 ດັ່ງນັ້ນ ເຢໂຮຊາຟັດ​ຈຶ່ງ​ຄອງ​ອຳນາດ​ຫລາຍ​ຂຶ້ນ. ເພິ່ນ​ໄດ້​ສ້າງ​ປ້ອມ​ປ້ອງກັນ​ເມືອງ​ຕ່າງໆ​ທົ່ວ​ຢູດາຍ

13 ເພື່ອ​ເປັນ​ບ່ອນ​ສະສົມ​ສະບຽງ​ອາຫານ​ໄວ້​ຢ່າງ​ຫລວງຫລາຍ. ໃນ​ນະຄອນ​ເຢຣູຊາເລັມ ເພິ່ນ​ໄດ້​ໃຫ້​ນາຍ​ທະຫານ​ທີ່​ເກັ່ງກ້າ​ປະຈຳການ​ຢູ່

14 ຕາມ​ຕະກຸນ​ຂອງ​ພວກເຂົາ. ອາດນາ​ໄດ້​ເປັນ​ຜູ້​ບັນຊາການ​ທະຫານ​ໃນ​ຕະກຸນ​ຢູດາ ແລະ​ເພິ່ນ​ມີ​ທະຫານ​ຢູ່​ໃຕ້​ບັນຊາການ​ຂອງ​ເພິ່ນ​ຈຳນວນ​ສາມແສນ​ຄົນ.

15 ຜູ້​ທີ່​ມີ​ຕຳແໜ່ງ​ຮອງ​ລົງ​ມາ​ແມ່ນ​ເຢໂຮຮານານ ເພິ່ນ​ມີ​ທະຫານ​ຈຳນວນ​ສອງຮ້ອຍ​ແປດສິບພັນ​ຄົນ

16 ແລະ​ຜູ້​ທີ​ສາມ​ແມ່ນ​ອາມາສີຢາ​ລູກຊາຍ​ຂອງ​ຊີກະຣີ ເພິ່ນ​ມີ​ທະຫານ​ຈຳນວນ​ສອງແສນ​ຄົນ. (ອາມາສີຢາ​ໄດ້​ສະໝັກ​ເຂົ້າ​ຮັບໃຊ້​ພຣະເຈົ້າຢາເວ.)

17 ຜູ້​ບັນຊາການ​ທະຫານ​ຈາກ​ຕະກຸນ​ເບັນຢາມິນ​ແມ່ນ​ເອລີອາດາ ທະຫານ​ຜູ້​ເກັ່ງກ້າ ເພິ່ນ​ບັນຊາ​ທະຫານ​ຈຳນວນ​ສອງແສນ​ຄົນ ຊຶ່ງ​ປະກອບ​ອາວຸດ​ດ້ວຍ​ໂລ້​ແລະ​ໜ້າທະນູ.

18 ຜູ້​ບັນຊາການ​ຄົນ​ຮອງ​ລົງ​ມາ​ແມ່ນ​ເຢໂຮຊາບັດ ເພິ່ນ​ມີ​ທະຫານ​ຈຳນວນ​ໜຶ່ງແສນ​ແປດສິບພັນ​ຄົນ ຊຶ່ງ​ໄດ້​ຮັບ​ການ​ຝຶກ​ອາວຸດ​ພ້ອມ​ເຂົ້າ​ສູ້ຮົບ.

19 ຄົນ​ເຫຼົ່ານີ້​ໄດ້​ຮັບໃຊ້​ກະສັດ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ແລະ​ນອກ​ເໜືອ​ຈາກ​ນີ້​ອີກ ເພິ່ນ​ໄດ້​ໃຫ້​ທະຫານ​ຄົນອື່ນໆ​ປະຈຳການ​ຢູ່​ຕາມ​ເມືອງ​ຕ່າງໆ ທີ່​ມີ​ປ້ອມ​ປ້ອງກັນ​ໃນ​ຢູດາຍ.

@ 2012 United Bible Societies. All Rights Reserved.

Následuj nás:



Reklamy