2 ຂ່າວຄາວ 16 - ພຣະຄຳພີສັກສິຄວາມວຸ້ນວາຍເກີດຂຶ້ນກັບອິດສະຣາເອນ ( 1 ກສ 15:17-22 ) 1 ໃນຣາຊການປີທີສາມສິບຫົກຂອງກະສັດອາສາແຫ່ງຢູດາຍ, ກະສັດບາອາຊາແຫ່ງອິດສະຣາເອນໄດ້ຮຸກຮານຢູດາຍ ແລະເລີ່ມສ້າງປ້ອມປ້ອງກັນເມືອງຣາມາ ເພື່ອຕັດການສັນຈອນເຂົ້າອອກຂອງຢູດາຍ. 2 ດັ່ງນັ້ນ ອາສາຈຶ່ງໄດ້ນຳເງິນແລະຄຳຈາກຄັງຢູ່ໃນວິຫານຂອງພຣະເຈົ້າຢາເວ ແລະຈາກວັງ ສົ່ງໄປທີ່ເມືອງດາມັສກັດ, ໃຫ້ກະສັດເບັນຮາດາດແຫ່ງຊີເຣຍ ພ້ອມທັງຖ້ອຍຄຳດັ່ງນີ້: 3 “ໃຫ້ເຮົາທັງສອງມາເປັນພັນທະມິດກັນ ດັ່ງພໍ່ພວກເຮົາເຄີຍໄດ້ເປັນມາ. ເງິນແລະຄຳນີ້ເປັນຂອງຂວັນສຳລັບທ່ານ. ບັດນີ້ ຈົ່ງເຊົາເປັນພັນທະມິດກັບບາອາຊາກະສັດແຫ່ງອິດສະຣາເອນ ເພື່ອວ່າລາວຈະໄດ້ຖອນທະຫານຂອງລາວອອກໄປຈາກເຂດແດນຂອງເຮົາ.” 4 ເບັນຮາດາດໄດ້ຕົກລົງເຮັດຕາມຄຳສະເໜີຂອງອາສາ ໂດຍໄດ້ສົ່ງບັນດານາຍທະຫານຜູ້ບັນຊາການກອງທັບໄປໂຈມຕີເມືອງຕ່າງໆຂອງອິດສະຣາເອນ. ພວກເຂົາໄດ້ຢຶດເມືອງຕ່າງໆ ເຊັ່ນ: ອີໂຢນ, ດານ, ອາເບນເບັດມາອາກາ ແລະເມືອງທັງໝົດຂອງເນັບທາລີ ທີ່ເປັນບ່ອນລຳລຽງສະບຽງອາຫານ. 5 ເມື່ອກະສັດບາອາຊາໄດ້ຍິນສິ່ງທີ່ເກີດຂຶ້ນ ເພິ່ນຈຶ່ງຢຸດສ້າງປ້ອມປ້ອງກັນເມືອງຣາມາແລະປະຖິ້ມວຽກງານໄປ. 6 ແລ້ວກະສັດອາສາຈຶ່ງເຕົ້າໂຮມຄົນທົ່ວຢູດາຍໃຫ້ຂົນຫີນ ແລະໄມ້ທ່ອນທີ່ບາອາຊາໄດ້ໃຊ້ສ້າງເມືອງຣາມານັ້ນ ແລະນຳເອົາວັດຖຸທັງໝົດນີ້ໄປສ້າງປ້ອມປ້ອງກັນເມືອງເກບາແລະມີຊະປາ. ຜູ້ທຳນວາຍຮານານີ 7 ໃນຄັ້ງນັ້ນ ຜູ້ທຳນວາຍຮານານີໄດ້ໄປພົບກະສັດອາສາ ແລະກ່າວວ່າ, “ຍ້ອນທ່ານໄດ້ເພິ່ງກະສັດແຫ່ງຊີເຣຍ ແທນທີ່ຈະເພິ່ງພຣະເຈົ້າຢາເວ ພຣະເຈົ້າຂອງທ່ານ ອົງທີ່ເຮັດໃຫ້ກອງທັບຂອງກະສັດແຫ່ງອິດສະຣາເອນ ຖອຍໜີໄປຈາກທ່ານ. 8 ຊາວເອທີໂອເປຍແລະຊາວລີເບຍມີກອງທັບອັນໃຫຍ່ໂຕ ພ້ອມທັງລົດຮົບເປັນຈຳນວນຫລວງຫລາຍ ບໍ່ແມ່ນບໍ? ແຕ່ຍ້ອນທ່ານໄດ້ເພິ່ງພຣະເຈົ້າຢາເວ ພຣະອົງຈຶ່ງໃຫ້ທ່ານໄດ້ມີໄຊຊະນະເໜືອພວກເຂົາ. 9 ສາຍຕາຂອງພຣະເຈົ້າຢາເວໄດ້ເຝົ້າເບິ່ງທົ່ວໂລກນີ້ທັງໝົດ ເພື່ອໃຫ້ກຳລັງແກ່ຜູ້ທີ່ມີຈິດໃຈສັດຊື່ຕໍ່ພຣະອົງ. ທ່ານໄດ້ເຮັດໃນສິ່ງທີ່ໂງ່ຈ້າທີ່ສຸດ; ສະນັ້ນ ຕັ້ງແຕ່ບັດນີ້ໄປ ທ່ານຈະເຮັດເສິກຢູ່ບໍ່ຂາດ.” 10 ເລື່ອງນີ້ໄດ້ເຮັດໃຫ້ອາສາໂກດຮ້າຍຜູ້ທຳນວາຍຫລາຍ ຈົນເພິ່ນຈັບລາວໄປຂັງຄຸກໄວ້. ໃນເວລາດຽວກັນນັ້ນ ເພິ່ນກໍຂົ່ມເຫັງປະຊາຊົນບາງຄົນຢ່າງທາລຸນ. ຣາຊການຂອງອາສາສິ້ນສຸດລົງ ( 1 ກສ 15:23-24 ) 11 ເຫດການທັງປວງໃນຣາຊການຂອງອາສາ ຕັ້ງແຕ່ຕົ້ນຈົນຈົບແມ່ນໄດ້ຖືກບັນທຶກໄວ້ໃນ ປຶ້ມປະຫວັດສາດຂອງບັນດາກະສັດແຫ່ງຢູດາຍ ແລະອິດສະຣາເອນ. 12 ໃນຣາຊການປີທີສາມສິບເກົ້າທີ່ອາສາເປັນກະສັດ, ເພິ່ນໄດ້ເປັນລ່ອຍເພາະເກີດພະຍາດຢ່າງຮ້າຍແຮງທີ່ຕີນ, ແຕ່ເຖິງປານນັ້ນ ເພິ່ນບໍ່ໄດ້ຫັນມາຫາພຣະເຈົ້າຢາເວ, ແຕ່ຫັນໄປຫາໝໍໃຫ້ປິ່ນປົວ. 13 ສອງປີຕໍ່ມາ ເພິ່ນໄດ້ຕາຍໄປ ແລະຕາຍໄປໃນປີທີສີ່ສິບເອັດຊຶ່ງຕົນໄດ້ປົກຄອງ. 14 ແລະໄດ້ຖືກຝັງໄວ້ໃນອຸບມຸງເປັນໂງ່ນຫີນ ຊຶ່ງເພິ່ນໄດ້ສັ່ງໃຫ້ເຈາະໄວ້ສຳລັບເພິ່ນເອງທີ່ເມືອງຂອງດາວິດ. ພວກເຂົາໄດ້ໃຊ້ເຄື່ອງເທດກັບນໍ້າມັນຫອມ ຕົບແຕ່ງຮ່າງກາຍຂອງເພິ່ນສຳລັບຝັງ ແລະພວກເຂົາໄດ້ສ້າງໄຟກອງໃຫຍ່ສຳລັບໄວ້ທຸກໃຫ້ເພິ່ນ. |
@ 2012 United Bible Societies. All Rights Reserved.