2 ຂ່າວຄາວ 15 - ພຣະຄຳພີສັກສິອາສາເຮັດການປະຕິຮູບ 1 ພຣະວິນຍານຂອງພຣະເຈົ້າໄດ້ມາຄວບຄຸມອາຊາຣີຢາລູກຊາຍຂອງໂອເດັດ 2 ແລະລາວໄດ້ເຂົ້າໄປພົບກະສັດອາສາ. ລາວຮ້ອງຂຶ້ນວ່າ, “ຂ້າແດ່ພະຣາຊາ ແລະພວກທ່ານທີ່ເປັນຊາວຢູດາແລະຊາວເບັນຢາມິນເອີຍ ຈົ່ງຟັງຂ້ານ້ອຍເຖີດ ພຣະເຈົ້າຢາເວຈະສະຖິດຢູ່ນຳພວກທ່ານ ຕາບໃດທີ່ພວກທ່ານຢູ່ກັບພຣະອົງ. ຖ້າພວກທ່ານຊອກຫາພຣະອົງ ພຣະອົງກໍຈະໃຫ້ພວກທ່ານໄດ້ພົບພຣະອົງ; ແຕ່ຖ້າພວກທ່ານຫັນໜີຈາກພຣະອົງ ພຣະອົງກໍຈະປະຖິ້ມພວກທ່ານ. 3 ດົນນານມາແລ້ວທີ່ຊາດອິດສະຣາເອນໄດ້ດຳເນີນຊີວິດ ໂດຍບໍ່ມີພຣະເຈົ້າອົງທ່ຽງແທ້, ໂດຍບໍ່ມີບັນດາປະໂຣຫິດສິດສອນພວກເຂົາແລະໂດຍບໍ່ມີກົດບັນຍັດ. 4 ແຕ່ເມື່ອພວກເຂົາພົບກັບຄວາມເດືອດຮ້ອນ, ພວກເຂົາຈຶ່ງໄດ້ຫັນມາຫາພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນ. ພວກເຂົາຊອກຫາພຣະອົງ ແລະໄດ້ພົບພຣະອົງ. 5 ໃນສະໄໝນັ້ນບໍ່ມີຜູ້ໃດໄປມາໄດ້ຢ່າງຕະຫລອດປອດໄພ, ເພາະມີຄວາມເດືອດຮ້ອນ ແລະຄວາມວຸ້ນວາຍ ຢູ່ທົ່ວທຸກບ່ອນໃນດິນແດນ. 6 ຊົນຊາດໜຶ່ງກົດຂີ່ອີກຊົນຊາດໜຶ່ງ ແລະເມືອງໜຶ່ງກົດຂີ່ອີກເມືອງໜຶ່ງ, ເພາະພຣະເຈົ້າໄດ້ນຳຄວາມເດືອດຮ້ອນ ແລະຄວາມຍາກລຳບາກມາສູ່ພວກເຂົາ. 7 ແຕ່ພວກທ່ານຕ້ອງເຂັ້ມແຂງແລະຢ່າທໍ້ຖອຍເລີຍ. ພາລະກິດທີ່ພວກທ່ານໄດ້ເຮັດນັ້ນຈະບໍ່ຂາດບຳເໜັດ.” 8 ເມື່ອອາສາໄດ້ຍິນຖ້ອຍຄຳທັງຫຼາຍນີ້ ແລະຄຳທຳນວາຍຂອງອາຊາຣີຢາລູກຊາຍຂອງ ໂອເດັດແລ້ວ ເພິ່ນກໍມີກຳລັງໃຈຫລາຍຂຶ້ນ. ເພິ່ນໄດ້ທຳລາຍຮູບເຄົາຣົບທັງໝົດໃນດິນແດນຢູດາຍແລະເບັນຢາມິນ ພ້ອມທັງຮູບເຄົາຣົບທັງໝົດຢູ່ໃນເມືອງຕ່າງໆທີ່ເພິ່ນຢຶດໄດ້ໃນແຖບເນີນພູເອຟຣາອິມ. ເພິ່ນຍັງໄດ້ສ້ອມແປງແທ່ນບູຊາຂອງພຣະເຈົ້າຢາເວທີ່ໄດ້ຕັ້ງຢູ່ໃນລະບຽງເດີ່ນຂອງວິຫານຂອງພຣະເຈົ້າຢາເວ. 9 ມີປະຊາຊົນຫລາຍຄົນຈາກເຜົ່າເອຟຣາອິມ, ມານາເຊ ແລະຊີເມໂອນໄດ້ມາເຂົ້າກັບຝ່າຍອາສາ ແລະພວກເຂົາກໍໄດ້ອາໄສຢູ່ໃນອານາຈັກຂອງເພິ່ນ ຍ້ອນພວກເຂົາເຫັນວ່າພຣະເຈົ້າຢາເວ ພຣະເຈົ້າຂອງເພິ່ນໄດ້ສະຖິດຢູ່ກັບເພິ່ນ. ອາສາໄດ້ເອີ້ນຄົນທັງໝົດນັ້ນມາ ພ້ອມດ້ວຍຊາວຢູດາແລະຊາວເບັນຢາມິນ. 10 ພວກເຂົາໄດ້ມາປະຊຸມກັນຢູ່ທີ່ນະຄອນເຢຣູຊາເລັມໃນເດືອນທີສາມຂອງຣາຊການປີທີສິບຫ້າຂອງກະສັດອາສາ. 11 ໃນມື້ນັ້ນ ພວກເຂົາໄດ້ຖວາຍບູຊາເຄື່ອງທີ່ຢຶດມາໄດ້ແກ່ພຣະເຈົ້າຢາເວ ມີດັ່ງນີ້: ງົວເຈັດຮ້ອຍໂຕ ແລະແກະເຈັດພັນໂຕ. 12 ພວກເຂົາໄດ້ຕັ້ງພັນທະສັນຍາວ່າ ພວກເຂົາຈະສະແຫວງຫາພຣະເຈົ້າຢາເວ ພຣະເຈົ້າຂອງບັນພະບຸລຸດຂອງພວກເຂົາດ້ວຍສຸດໃຈ ແລະດ້ວຍສຸດຈິດຂອງພວກເຂົາ. 13 ຜູ້ໃດຜູ້ໜຶ່ງບໍ່ວ່າໜຸ່ມຫລືແກ່ ແລະຊາຍຫລືຍິງກໍດີ ທີ່ບໍ່ສະແຫວງຫາພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນຈະຖືກລົງໂທດເຖິງຕາຍ. 14 ພວກເຂົາພາກັນກ່າວຄຳສາບານໂດຍພຣະເຈົ້າຢາເວດ້ວຍສຽງດັງວ່າຈະເຮັດຕາມພັນທະສັນຍານັ້ນ ແລ້ວພວກເຂົາກໍໄດ້ໂຮຮ້ອງ, ເປົ່າແກ ແລະເປົ່າເຂົາສັດ. 15 ປະຊາຊົນຢູດາທັງໝົດຈຶ່ງມີຄວາມຍິນດີຫລາຍ ເພາະພວກເຂົາໄດ້ເຮັດພັນທະສັນຍານີ້ດ້ວຍສຸດຈິດສຸດໃຈ. ພວກເຂົານະມັດສະການພຣະເຈົ້າຢາເວດ້ວຍຄວາມຊົມຊື່ນຍິນດີ ແລະພຣະອົງໄດ້ຮັບເອົາພວກເຂົາໄວ້ ແລ້ວກໍໃຫ້ພວກເຂົາມີຄວາມສະຫງົບສຸກຮອບດ້ານ. 16 ກະສັດອາສາໄດ້ປົດນາງມາອາກາ ແມ່ເຖົ້າຂອງຕົນອອກຈາກຕຳແໜ່ງແມ່ຂອງຣາຊີນີ ເພາະນາງໄດ້ສ້າງຮູບເຄົາຣົບແຫ່ງຄວາມອຸດົມສົມບູນຂາບໄຫວ້ຄື ເຈົ້າແມ່ອາເຊຣາ. ອາສາໄດ້ຕັດຮູບເຄົາຣົບນັ້ນລົງ, ຟັນເປັນທ່ອນໆ ແລະເຜົາຖິ້ມທີ່ຮ່ອມພູກິດໂຣນ. 17 ເຖິງແມ່ນວ່າ ອາສາບໍ່ໄດ້ທຳລາຍບ່ອນຂາບໄຫວ້ຂອງຄົນບໍ່ນັບຖືພຣະເຈົ້າ ໃຫ້ໝົດສິ້ນໄປຈາກດິນແດນກໍຕາມ; ແຕ່ເພິ່ນກໍສັດຊື່ຕະຫລອດຊີວິດຂອງເພິ່ນ. 18 ເພິ່ນໄດ້ນຳເອົາສິ່ງຂອງທັງໝົດທີ່ອາບີຢາພໍ່ຂອງເພິ່ນໄດ້ຖວາຍ ມາໄວ້ຢູ່ໃນວິຫານຂອງພຣະເຈົ້າ ຕະຫລອດທັງເຄື່ອງຄຳແລະເຄື່ອງເງິນ ຊຶ່ງເພິ່ນເອງໄດ້ອຸທິດຖວາຍ. 19 ເສິກສົງຄາມບໍ່ໄດ້ເກີດຂຶ້ນອີກຈົນເຖິງຣາຊການປີທີສາມສິບຫ້າຂອງກະສັດອາສາ. |
@ 2012 United Bible Societies. All Rights Reserved.