Online Bible

- Reklamy -

2 ຂ່າວຄາວ 13 - ພຣະຄຳພີສັກສິ


ເສິກ​ລະຫວ່າງ​ອາບີຢາ​ແລະ​ເຢໂຣໂບອາມ
( 1 ກສ 15:1-8 )

1 ໃນ​ຣາຊການ​ທີ​ສິບແປດ​ຂອງ​ກະສັດ​ເຢໂຣໂບອາມ​ແຫ່ງ​ອິດສະຣາເອນ ເຈົ້າ​ອາບີຢາ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ

2 ແລະ​ເພິ່ນ​ໄດ້​ປົກຄອງ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ​ເປັນ​ເວລາ​ສາມ​ປີ. ແມ່​ຂອງ​ເພິ່ນ​ຊື່​ວ່າ​ມີກາອີຢາ​ລູກສາວ​ຂອງ​ອູຣິເອນ​ຊາວ​ເມືອງ​ກີເບອາ. ເສິກ​ໄດ້​ເກີດຂຶ້ນ​ລະຫວ່າງ​ອາບີຢາ ແລະ​ເຢໂຣໂບອາມ.

3 ອາບີຢາ​ໄດ້​ຍົກທັບ​ອອກ​ໄປ​ໂຈມຕີ​ໂດຍ​ມີ​ທະຫານ​ສີ່ຮ້ອຍ​ພັນ​ຄົນ ແລະ​ເຢໂຣໂບອາມ​ກໍ​ຍົກທັບ​ອອກ​ໄປ​ຕໍ່ສູ້​ໂດຍ​ມີ​ທະຫານ​ແປດຮ້ອຍ​ພັນ​ຄົນ.

4 ກອງທັບ​ທັງສອງ​ຝ່າຍ​ໄດ້​ມາ​ປະເຊີນ​ໜ້າ​ກັນ​ທີ່​ເນີນພູ​ຂອງ​ເອຟຣາອິມ. ກະສັດ​ອາບີຢາ​ໄດ້​ຂຶ້ນ​ໄປ​ທີ່​ພູເຂົາ​ເຊມາຣາອິມ ແລະ​ຮ້ອງ​ໃສ່​ເຢໂຣໂບອາມ​ແລະ​ຊາວ​ອິດສະຣາເອນ​ວ່າ,

5 “ຈົ່ງ​ຟັງ​ຂ້າພະເຈົ້າ​ໃຫ້​ດີ ພວກທ່ານ​ບໍ່​ຮູ້​ບໍ​ວ່າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ເຮັດ​ພັນທະສັນຍາ ອັນ​ບໍ່ມີ​ວັນ​ລຶບລ້າງ​ໄດ້​ກັບ​ດາວິດ ໂດຍ​ໄດ້​ມອບ​ໃຫ້​ເພິ່ນ​ກັບ​ເຊື້ອສາຍ​ຂຶ້ນ​ເປັນ​ກະສັດ​ປົກຄອງ​ຊາດ​ອິດສະຣາເອນ​ຕະຫລອດໄປ?

6 ເຢໂຣໂບອາມ​ລູກຊາຍ​ຂອງ​ເນບັດ​ໄດ້​ກະບົດ​ຕໍ່​ເຈົ້າ​ໂຊໂລໂມນ ກະສັດ​ຂອງ​ລາວ​ເອງ.

7 ຕໍ່ມາ ລາວ​ໄດ້​ເຕົ້າໂຮມ​ເອົາ​ພວກ​ນັກເລງ​ໝວດ​ໜຶ່ງ ມາ​ບັງຄັບ​ເຣໂຫໂບອາມ​ລູກຊາຍ​ຂອງ​ໂຊໂລໂມນ ຜູ້​ທີ່​ຍັງ​ໜຸ່ມນ້ອຍ​ທັງ​ຂາດ​ປະສົບການ​ທີ່​ຈະ​ຕໍ່ຕ້ານ​ພວກເຂົາ.

8 ບັດນີ້ ພວກທ່ານ​ຄິດ​ຈະ​ຕໍ່ສູ້​ກັບ​ອຳນາດ​ແຫ່ງ​ອານາຈັກ​ຂອງ​ພຣະເຈົ້າຢາເວ​ທີ່ໄດ້​ມອບ​ໃຫ້​ເຊື້ອສາຍ​ຂອງ​ກະສັດ​ດາວິດ. ພວກທ່ານ​ມີ​ກອງທັບ​ທີ່​ໃຫຍ່ໂຕ ແລະ​ທັງ​ມີ​ຮູບ​ງົວຄຳ ທີ່​ເຢໂຣໂບອາມ​ໄດ້​ສ້າງ​ຂຶ້ນ​ເປັນ​ພະ​ຂອງ​ພວກທ່ານ.

9 ພວກທ່ານ​ໄດ້​ຂັບໄລ່​ບັນດາ​ປະໂຣຫິດ​ຂອງ​ພຣະເຈົ້າຢາເວ ເຊື້ອສາຍ​ຂອງ​ອາໂຣນ ໃຫ້​ອອກ​ໜີໄປ ແລະ​ພວກທ່ານ​ຍັງ​ໄດ້​ຂັບໄລ່​ຊາວ​ເລວີ​ໃຫ້​ອອກ​ໜີ​ດ້ວຍ. ພວກທ່ານ​ໄດ້​ແຕ່ງຕັ້ງ​ປະໂຣຫິດ​ຂຶ້ນ​ແທນ​ພວກເຂົາ​ໃນ​ແບບ​ດຽວ​ກັນ​ກັບ​ຊົນຊາດ​ອື່ນໆ​ໄດ້​ເຮັດ. ຄົນ​ໃດ​ທີ່​ນຳ​ເອົາ​ງົວເຖິກໜຸ່ມ ຫລື​ແກະເຖິກ​ເຈັດ​ໂຕ​ມາ​ມອບ​ໃຫ້​ພວກທ່ານ ຄົນນັ້ນ​ກໍໄດ້​ຖືກ​ແຕ່ງຕັ້ງ​ໃຫ້​ເປັນ​ປະໂຣຫິດ​ສຳລັບ​ພະ​ຂອງ​ພວກທ່ານ.

10 ແຕ່​ພວກເຮົາ​ຍັງ​ບົວລະບັດ​ຮັບໃຊ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ແລະ​ບໍ່ໄດ້​ປະຖິ້ມ​ພຣະອົງ. ພວກ​ປະໂຣຫິດ​ທີ່​ໄດ້​ສືບ​ເຊື້ອສາຍ​ຈາກ​ອາໂຣນ ກໍ​ເຮັດ​ໜ້າທີ່​ຮັບໃຊ້​ພຣະເຈົ້າຢາເວ​ໂດຍ​ມີ​ຊາວ​ເລວີ​ຊ່ວຍ​ພວກເຂົາ.

11 ທຸກ​ເຊົ້າ​ແລະ​ທຸກ​ແລງ ພວກເຂົາ​ໄດ້​ຖວາຍ​ເຄື່ອງຫອມ ແລະ​ຂ້າ​ສັດ​ເຜົາ​ທັງ​ໂຕ​ບູຊາ​ແກ່​ພຣະເຈົ້າຢາເວ. ພວກເຂົາ​ຖວາຍ​ເຂົ້າຈີ່​ທີ່​ເທິງ​ໂຕະ ຊຶ່ງ​ຖືກ​ຊຳລະ​ໃຫ້​ໝົດ​ມົນທິນ​ແລ້ວ​ຕາມ​ພິທີ ແລະ​ທຸກ​ແລງ​ພວກເຂົາ​ໄດ້​ໄຕ້​ຕະກຽງ​ເທິງ​ຫລັກ​ຮອງ​ຕະກຽງ​ທີ່​ເຮັດ​ດ້ວຍ​ຄຳ. ພວກເຮົາ​ປະຕິບັດ​ຕາມ​ສິ່ງ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ໄດ້​ສັ່ງ​ໄວ້, ແຕ່​ພວກທ່ານ​ໄດ້​ປະຖິ້ມ​ພຣະອົງ.

12 ພຣະເຈົ້າ​ເອງ​ເປັນ​ຜູ້​ນຳພາ​ຂອງ​ພວກເຮົາ ແລະ​ປະໂຣຫິດ​ຂອງ​ພຣະອົງ​ກໍ​ຢູ່​ທີ່​ນີ້​ໂດຍ​ມີ​ແກ​ຕຽມພ້ອມ​ທີ່​ຈະ​ເປົ່າ ເພື່ອ​ເອີ້ນ​ພວກເຮົາ​ເຂົ້າ​ສູ້ຮົບ​ພວກທ່ານ. ປະຊາຊົນ​ອິດສະຣາເອນ​ເອີຍ ຢ່າ​ຕໍ່ສູ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ບັນພະບຸລຸດ​ພວກທ່ານ​ເທາະ ພວກທ່ານ​ຕີ​ຊະນະ​ບໍ່ໄດ້​ດອກ.”

13 ຂະນະດຽວ​ກັນນັ້ນ ເຢໂຣໂບອາມ​ກໍໄດ້​ສົ່ງ​ທະຫານ​ບາງສ່ວນ​ຂອງຕົນ ມາ​ດັກສະກັດ​ທາງ​ແນວຫລັງ​ຂອງ​ກອງທັບ​ຢູດາ ສ່ວນ​ພວກ​ທີ່​ເຫຼືອ​ກໍໄດ້​ປະເຊີນ​ໜ້າ​ກັນ​ທີ່​ແນວໜ້າ.

14 ພວກ​ທະຫານ​ຢູດາ​ໄດ້​ແນມ​ໄປ​ອ້ອມຮອບ ແລະ​ເຫັນ​ວ່າ​ພວກ​ຕົນ​ຖືກ​ປິດລ້ອມ​ແລ້ວ. ພວກເຂົາ​ຈຶ່ງ​ຂໍຮ້ອງ​ພຣະເຈົ້າຢາເວ​ໃຫ້​ຊ່ວຍເຫລືອ ແລະ​ພວກ​ປະໂຣຫິດ​ກໍ​ເປົ່າແກ​ຂຶ້ນ.

15 ທະຫານ​ຢູດາ​ໄດ້​ໂຮຮ້ອງ​ຂຶ້ນ ແລະ​ໂດຍ​ການນຳພາ​ຂອງ​ອາບີຢາ ພວກເຂົາ​ໄດ້​ບຸກໂຈມຕີ​ສັດຕູ; ພຣະເຈົ້າ​ໄດ້​ເອົາ​ຊະນະ​ເຢໂຣໂບອາມ ແລະ​ກອງທັບ​ອິດສະຣາເອນ.

16 ຊາວ​ອິດສະຣາເອນ​ໄດ້​ປົບໜີ​ຈາກ​ຊາວ​ຢູດາ​ໄປ ແລະ​ພຣະເຈົ້າ​ໄດ້​ໃຫ້​ຊາວ​ຢູດາ​ມີ​ອຳນາດ​ເໜືອ​ພວກເຂົາ.

17 ອາບີຢາ​ແລະ​ກອງທັບ​ຂອງຕົນ​ໄດ້​ຕີ​ກອງທັບ​ອິດສະຣາເອນ​ໃຫ້​ພ່າຍແພ້​ຢ່າງ​ໜັກ ຄື​ທະຫານ​ທີ່​ເກັ່ງກ້າ​ຂອງ​ກອງທັບ​ອິດສະຣາເອນ ເຄິ່ງ​ລ້ານ​ຄົນ​ໄດ້​ຖືກ​ຂ້າ.

18 ດັ່ງນັ້ນ ປະຊາຊົນ​ຊາວ​ຢູດາ​ຈຶ່ງ​ໄດ້​ໄຊຊະນະ​ເໜືອ​ຊາວ​ອິດສະຣາເອນ ເພາະ​ພວກເຂົາ​ໄດ້​ເພິ່ງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກເຂົາ.

19 ອາບີຢາ​ໄດ້​ໄລ່​ຕິດຕາມ​ກອງທັບ​ຂອງ​ເຢໂຣໂບອາມ​ໄປ ແລະ​ຢຶດຄອງ​ເອົາ​ບາງເມືອງ​ຂອງ​ເພິ່ນ​ໄດ້​ເຊັ່ນ: ເບັດເອນ, ເຢຊານາ ແລະ​ເອຟະໂຣນ ພ້ອມ​ທັງ​ໝູ່ບ້ານ​ຕ່າງໆ​ທີ່​ຢູ່​ໃກ້​ເມືອງ​ເຫຼົ່ານີ້.

20 ເຢໂຣໂບອາມ​ບໍ່ໄດ້​ອຳນາດ​ຂອງຕົນ​ຄືນ​ມາ​ເລີຍ ຕະຫລອດ​ຊົ່ວ​ຣາຊການ​ຂອງ​ອາບີຢາ. ໃນທີ່ສຸດ​ພຣະເຈົ້າຢາເວ​ໄດ້​ຕີ​ເພິ່ນ​ລົງ ແລະ​ເພິ່ນ​ໄດ້​ຕາຍໄປ.

21 ສ່ວນ​ອາບີຢາ​ນັ້ນ​ຍິ່ງ​ມີ​ອຳນາດ​ຫລາຍ​ຂຶ້ນ. ເພິ່ນ​ມີ​ເມຍ​ສິບສີ່​ຄົນ ແລະ​ມີ​ລູກຊາຍ​ຊາວສອງ​ຄົນ​ແລະ​ມີ​ລູກສາວ​ສິບຫົກ​ຄົນ.

22 ປະຫວັດສາດ​ຢ່າງ​ອື່ນ​ອີກ​ຂອງ​ກະສັດ​ອາບີຢາ ຄື​ສິ່ງ​ທີ່​ເພິ່ນ​ໄດ້​ເວົ້າ ແລະ​ໄດ້​ເຮັດ​ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້​ໃນ ປຶ້ມ​ປະຫວັດສາດ​ຂອງ​ຜູ້ທຳນວາຍ​ອິດໂດ.

@ 2012 United Bible Societies. All Rights Reserved.

Následuj nás:



Reklamy