1 ຊາມູເອນ 27 - ພຣະຄຳພີສັກສິດາວິດຢູ່ກັບພວກຟີລິດສະຕິນ 1 ດາວິດຄິດໃນໃຈວ່າ, “ໃນມື້ໜຶ່ງຂ້າງໜ້າ ກະສັດໂຊນຈະຕ້ອງຂ້າເຮົາແນ່ໆ. ດີທີ່ສຸດແລ້ວ ເຮົາຄວນໜີໄປຢູ່ໃນດິນແດນຂອງພວກຟີລິດສະຕິນ ແລ້ວກະສັດໂຊນກໍຈະບໍ່ຕາມຫາຂ້າເຮົາໃນອິດສະຣາເອນນີ້ອີກຕໍ່ໄປ ແລະເຮົາກໍຈະປອດໄພ.” 2 ດັ່ງນັ້ນ ດາວິດພ້ອມດ້ວຍຄົນຂອງເພິ່ນຫົກຮ້ອຍຄົນ ຈຶ່ງໄດ້ໄປຫາເຈົ້າອາກີເຊລູກຊາຍຂອງມາອົກ ກະສັດຂອງເມືອງກາດ. 3 ດາວິດພ້ອມທັງຄົນຂອງເພິ່ນແລະຄອບຄົວທັງໝົດຂອງພວກເຂົາ ໄດ້ຕັ້ງຖິ່ນຖານຢູ່ໃນເມືອງກາດ. ດາວິດມີເມຍສອງຄົນ ຄືອາຮີໂນອາມຊາວຢິດຊະເຣນ ແລະອາບີກາຍເມຍໝ້າຍຂອງນາບານຊາວກາເມນ. 4 ເມື່ອກະສັດໂຊນໄດ້ຍິນວ່າດາວິດໜີໄປຢູ່ເມືອງກາດແລ້ວ ເພິ່ນຈຶ່ງເຊົາຕາມລ່າຫາດາວິດ. 5 ດາວິດໄດ້ເວົ້າກັບເຈົ້າອາກີເຊວ່າ, “ຖ້າທ່ານເມດຕາຂ້ານ້ອຍ ຂໍໃຫ້ທ່ານເອົາເມືອງໜຶ່ງນ້ອຍໆໃຫ້ຂ້ານ້ອຍອາໄສຢູ່. ທ່ານເອີຍ ທ່ານບໍ່ຈຳເປັນໃຫ້ຂ້ານ້ອຍຕ້ອງອາໄສຢູ່ນຳທ່ານໃນເມືອງເອກນີ້ດອກ.” 6 ດັ່ງນັ້ນ ເຈົ້າອາກີເຊຈຶ່ງມອບເມືອງຊິກລັກໃຫ້ແກ່ດາວິດ. ດ້ວຍເຫດນີ້ເອງ ເມືອງຊິກລັກຈຶ່ງຕົກເປັນຂອງກະສັດແຫ່ງຢູດາຍ ນັບຕັ້ງແຕ່ເວລານັ້ນເປັນຕົ້ນມາ. 7 ດາວິດໄດ້ອາໄສຢູ່ໃນຟີລິດສະຕິນເປັນເວລາໜຶ່ງປີກັບສີ່ເດືອນ. 8 ໃນສະໄໝນັ້ນ ດາວິດກັບທະຫານຂອງເພິ່ນກໍໄດ້ໂຈມຕີຊາວເກຊູ, ຊາວກີຣິຊີ ແລະຊາວອາມາເຫຼັກ ຊຶ່ງເປັນພວກທີ່ຢູ່ໃນດິນແດນນັ້ນດົນນານມາແລ້ວ. ເພິ່ນໄດ້ຫລອນໂຈມຕີດິນແດນຂອງພວກເຂົາ ໄປຈົນເຖິງເມືອງຊູເຣແລະລົງໄປເຖິງດິນແດນປະເທດເອຢິບ. 9 ດາວິດໄດ້ຂ້າທັງຊາຍແລະຍິງ ແລະຢຶດເອົາແກະ, ງົວ, ອູດ, ລໍ, ຕະຫລອດທັງເຄື່ອງນຸ່ງຫົ່ມຂອງພວກເຂົາດ້ວຍ ແລ້ວເພິ່ນກໍກັບຄືນມາຫາເຈົ້າອາກີເຊ. 10 ເຈົ້າອາກີເຊໄດ້ຖາມເພິ່ນວ່າ, “ໃນເທື່ອນີ້ ເຈົ້າໄປຫລອນໂຈມຕີຢູ່ທາງໃດ?” ດາວິດຕອບເພິ່ນວ່າ, “ໄປທາງໃຕ້ຂອງຢູດາຍ ຫລືເຂດແດນຂອງເຜົ່າເຢຣາເມເອນ ຫລືເຂດແດນທີ່ຊາວເກນິດອາໄສຢູ່.” 11 ດາວິດໄດ້ຂ້າທຸກໆຄົນ ທັງຊາຍແລະຍິງ ເພື່ອບໍ່ໃຫ້ມີຜູ້ໃດກັບຄືນມາເມືອງກາດ ເພື່ອລາຍງານເຖິງເຫດການທີ່ເພິ່ນກັບຄົນຂອງເພິ່ນໄດ້ກະທຳ. ຕະຫລອດເວລາທີ່ດາວິດຢູ່ໃນຟີລິດສະຕິນນີ້ ເພິ່ນໄດ້ປະຕິບັດເຊັ່ນນີ້ສະເໝີ. 12 ສ່ວນເຈົ້າອາກີເຊກໍໄວ້ເນື້ອເຊື່ອໃຈດາວິດ ເພິ່ນຄິດຢູ່ໃນໃຈວ່າ, “ຊາວອິດສະຣາເອນຄົນຊາດດຽວກັນກຽດຊັງດາວິດຫລາຍທີ່ສຸດ. ສະນັ້ນ ລາວຈະຕ້ອງຮັບໃຊ້ເຮົາຕະຫລອດຊີວິດຂອງລາວ.” |
@ 2012 United Bible Societies. All Rights Reserved.