Online Bible

- Reklamy -

1 ຂ່າວຄາວ 10 - ພຣະຄຳພີສັກສິ


ກະສັດ​ໂຊນ​ຕາຍ
( 1 ຊມອ 31:1-13 )

1 ພວກ​ຟີລິດສະຕິນ​ໄດ້​ເຮັດ​ເສິກ​ກັບ​ພວກ​ອິດສະຣາເອນ​ທີ່​ເທິງ​ພູເຂົາ​ກິນໂບອາ. ພວກ​ອິດສະຣາເອນ​ໄດ້​ຖືກ​ຂ້າ​ຢ່າງ​ຫລວງຫລາຍ​ໃນ​ທີ່ນັ້ນ ແລະ​ສ່ວນ​ທີ່​ເຫຼືອ​ຢູ່​ກັບ​ກະສັດ​ໂຊນ​ເອງ ພ້ອມ​ດ້ວຍ​ລູກຊາຍ​ຂອງ​ເພິ່ນ​ຕ່າງ​ກໍໄດ້​ປົບໜີໄປ.

2 ແຕ່​ພວກເຂົາ​ຖືກ​ພວກ​ຟີລິດສະຕິນ​ຈັບ​ໄດ້ ພ້ອມ​ທັງ​ລູກຊາຍ​ສາມ​ຄົນ​ຂອງ​ກະສັດ​ໂຊນ ດັ່ງນີ້: ໂຢນາທານ, ອາບີນາດາບ ແລະ​ມັນກີຊູອາ. ພວກ​ຟີລິດສະຕິນ​ໄດ້​ຂ້າ​ພວກເຂົາ​ຖິ້ມ.

3 ການ​ສູ້ຮົບ​ປິດລ້ອມ​ກະສັດ​ໂຊນ​ໜັກໜ່ວງ​ຫລາຍ ແລະ​ເພິ່ນ​ເອງ​ກໍ​ຖືກ​ລູກທະນູ​ຂອງ​ສັດຕູ​ບາດເຈັບ​ສາຫັດ.

4 ເພິ່ນ​ກ່າວ​ແກ່​ຊາຍໜຸ່ມ​ຜູ້​ທີ່​ຖື​ອາວຸດ​ຂອງ​ເພິ່ນ​ວ່າ, “ຊັກ​ດາບ​ອອກ​ມາ​ຂ້າ​ຂ້ອຍ​ສາ ເພື່ອ​ພວກ​ຟີລິດສະຕິນ​ຜູ້​ບໍ່​ນັບຖື​ພຣະເຈົ້າ​ຈະ​ບໍ່ໄດ້​ສົມນໍ້າໜ້າ​ຂ້ອຍ.” ແຕ່​ຊາຍໜຸ່ມ​ຜູ້ນັ້ນ​ຢ້ານຫລາຍ​ຈຶ່ງ​ບໍ່​ກ້າ​ຂ້າ​ເພິ່ນ. ດັ່ງນັ້ນ ກະສັດ​ໂຊນ​ຈຶ່ງ​ຊັກ​ດາບ​ອອກ​ມາ​ແລະ​ຂ້າ​ຕົນເອງ​ເສຍ.

5 ເມື່ອ​ຊາຍໜຸ່ມ​ຜູ້ນັ້ນ​ເຫັນ​ວ່າ​ກະສັດ​ໂຊນ​ໄດ້​ຕາຍ​ແລ້ວ, ລາວ​ຈຶ່ງ​ໃຊ້​ດາບ​ແທງ​ຕົນເອງ​ຕາຍໄປ​ຕາມ​ເພິ່ນ.

6 ກະສັດ​ໂຊນ​ແລະ​ລູກຊາຍ​ສາມ​ຄົນ​ຂອງ​ເພິ່ນ​ໄດ້​ຕາຍໄປ​ດັ່ງນີ້ແຫລະ ແລະ​ບໍ່ມີ​ເຊື້ອສາຍ​ຄົນໃດ​ຂອງ​ເພິ່ນ​ໄດ້​ປົກຄອງ​ປະເທດ​ໃນ​ເວລາ​ຕໍ່ມາ.

7 ເມື່ອ​ພວກ​ອິດສະຣາເອນ​ທີ່​ອາໄສ​ຢູ່​ໃນ​ຮ່ອມພູ​ຢິດຊະເຣນ​ໄດ້ຍິນ​ວ່າ ກອງທັບ​ອິດສະຣາເອນ​ໄດ້​ປົບໜີ ແລະ​ກະສັດ​ໂຊນ​ພ້ອມທັງ​ພວກ​ລູກຊາຍ​ຂອງ​ເພິ່ນ​ກໍໄດ້​ຕາຍ​ແລ້ວ; ສະນັ້ນ ພວກເຂົາ​ຈຶ່ງ​ພາກັນ​ປະ​ເມືອງ​ແລະ​ປົບໜີໄປ. ແລ້ວ​ພວກ​ຟີລິດສະຕິນ​ກໍໄດ້​ເຂົ້າ​ມາ​ຢຶດເອົາ​ເມືອງ.

8 ມື້​ຕໍ່ມາ ຫລັງຈາກ​ເຊົາ​ສູ້ຮົບ​ແລ້ວ ພວກ​ຟີລິດສະຕິນ​ກໍ​ໄປ​ແກ້​ເອົາ​ເຄື່ອງ​ຈາກ​ຊາກສົບ ແລະ​ພວກເຂົາ​ໄດ້​ພົບ​ຊາກສົບ​ຂອງ​ກະສັດ​ໂຊນ​ພ້ອມ​ທັງ​ຊາກສົບ​ຂອງ​ພວກ​ລູກຊາຍ ນອນດອຍ​ຢູ່​ທີ່​ເທິງ​ພູເຂົາ​ກິນໂບອາ.

9 ພວກເຂົາ​ຈຶ່ງ​ຕັດ​ເອົາ​ຫົວ​ຂອງ​ກະສັດ​ໂຊນ​ພ້ອມ​ທັງ​ປົດ​ເຄື່ອງຮົບ​ອອກ ແລ້ວ​ກໍ​ສົ່ງ​ຄົນນຳຂ່າວ​ດີ​ໄປ​ທົ່ວ​ດິນແດນ​ຟີລິດສະຕິນ ບອກ​ຊາວ​ຟີລິດສະຕິນ​ແລະ​ພະ​ຂອງ​ພວກເຂົາ.

10 ພວກເຂົາ​ໄດ້​ເອົາ​ອາວຸດ​ເພິ່ນ​ໄປ​ບັນຈຸ​ໄວ້​ໃນ​ວິຫານ​ແຫ່ງ​ໜຶ່ງ​ຂອງ​ພວກເຂົາ ແລະ​ເອົາ​ຫົວ​ຂອງ​ກະສັດ​ໂຊນ​ຫ້ອຍ​ໄວ້​ໃນ​ວິຫານ​ຂອງ​ພະ​ດາໂກນ.

11 ເມື່ອ​ຊາວ​ເມືອງ​ຢາເບັດ​ກີເລອາດ​ໄດ້ຍິນ​ສິ່ງ​ທີ່​ພວກ​ຟີລິດສະຕິນ ໄດ້​ເຮັດ​ຕໍ່​ກະສັດ​ໂຊນ

12 ບັນດາ​ທະຫານ​ຜູ້​ເກັ່ງກ້າ​ທີ່ສຸດ​ກໍໄດ້​ໄປ​ເອົາ​ຊາກສົບ​ຂອງ​ກະສັດ​ໂຊນ ແລະ​ຊາກສົບ​ຂອງ​ພວກ​ລູກຊາຍ​ຂອງ​ເພິ່ນ​ກັບຄືນ​ມາ​ທີ່​ຢາເບັດ. ພວກເຂົາ​ໄດ້​ຝັງ​ຊາກສົບ​ເຫຼົ່ານັ້ນ​ໄວ້​ຢູ່​ກ້ອງ​ຕົ້ນໂອກ​ແລະ​ຖືສິນ​ອົດອາຫານ​ເຈັດ​ວັນ.

13 ກະສັດ​ໂຊນ​ໄດ້​ຕາຍໄປ​ກໍ​ເພາະ​ເພິ່ນ​ບໍ່​ສັດຊື່​ຕໍ່​ພຣະເຈົ້າຢາເວ. ເພິ່ນ​ບໍ່​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະເຈົ້າຢາເວ; ເພິ່ນ​ໄດ້​ປຶກສາ​ນຳ​ວິນຍານ​ຂອງ​ຄົນ​ຕາຍ

14 ແທນ​ທີ່​ຈະ​ປຶກສາ​ນຳ​ພຣະເຈົ້າຢາເວ. ດັ່ງນັ້ນ ພຣະເຈົ້າຢາເວ​ຈຶ່ງ​ໄດ້​ຂ້າ​ເພິ່ນ ແລະ​ມອບ​ອານາຈັກ​ໃຫ້​ດາວິດ​ລູກຊາຍ​ຂອງ​ເຢຊີ ຂຶ້ນ​ປົກຄອງ​ແທນ.

@ 2012 United Bible Societies. All Rights Reserved.

Následuj nás:



Reklamy