Online Bible

- Reklamy -

ມັດທາຍ 2 - ພຣະຄຳພີລາວສະບັບສະໄໝໃໝ່


ໂຫລາຈານ​ມາ​ພົບ​ພຣະເຢຊູເຈົ້າ

1 ຫລັງຈາກ​ທີ່​ພຣະເຢຊູເຈົ້າ​ໄດ້​ເກີດ​ທີ່​ເບັດເລເຮັມ​ໃນ​ແຂວງ​ຢູດາຍ, ໃນ​ສະໄໝ​ຂອງ​ກະສັດ​ເຮໂຣດ, ມີ​ພວກໂຫລາຈານ​ຈາກ​ທິດຕາເວັນອອກ​ໄດ້​ມາ​ທີ່​ນະຄອນ​ເຢຣູຊາເລັມ

2 ແລະ ໄດ້​ຖາມ​ວ່າ, “ຜູ້​ທີ່​ມາ​ເກີດ​ເປັນ​ກະສັດ​ຂອງ​ຊາວຢິວ​ນັ້ນ​ຢູ່​ໃສ? ພວກເຮົາ​ໄດ້​ເຫັນ​ດາວ​ຂອງ​ເພິ່ນ​ປາກົດ​ຂຶ້ນ​ທາງ​ທິດຕາເວັນອອກ ແລະ ພວກເຮົາ​ຈຶ່ງ​ມາ​ເພື່ອ​ຈະ​ນະມັດສະການ​ເພິ່ນ”.

3 ເມື່ອ​ກະສັດ​ເຮໂຣດ​ໄດ້​ຍິນ​ດັ່ງນັ້ນ​ແລ້ວ​ກໍ​ກັງວົນໃຈ​ຫລາຍ ແລະ ຊາວ​ເຢຣູຊາເລັມ​ທຸກຄົນ​ກໍ​ພາກັນ​ກັງວົນໃຈ​ນໍາ​ດ້ວຍ.

4 ເມື່ອ​ເຮໂຣດ​ໄດ້​ເອີ້ນ​ພວກຫົວໜ້າ​ປະໂລຫິດ ແລະ ພວກ​ຄູສອນກົດບັນຍັດ​ຂອງ​ປະຊາຊົນ​ທັງໝົດ​ມາ​ເຕົ້າໂຮມກັນ​ແລ້ວ, ເພິ່ນ​ກໍ​ໄດ້​ຖາມ​ພວກເຂົາ​ວ່າ​ພຣະຄຣິດເຈົ້າ​ຈະ​ມາ​ບັງເກີດ​ຢູ່​ທີ່​ໃດ.

5 ພວກເຂົາ​ຕອບ​ວ່າ, “ຢູ່​ໃນ​ເມືອງ​ເບັດເລເຮັມ​ແຂວງ​ຢູດາຍ, ເພາະ​ຜູ້ທຳນວາຍ​ໄດ້​ຂຽນ​ໄວ້​ດັ່ງນີ້​ວ່າ:

6 “‘ສ່ວນ​ເຈົ້າ ເບັດເລເຮັມ​ໃນ​ດິນແດນ​ຢູດາຍ​ເອີຍ, ເຈົ້າ​ບໍ່​ແມ່ນ​ຜູ້​ເລັກນ້ອຍ​ທີ່ສຸດ​ໃນ​ທ່າມກາງ​ບັນດາ​ຜູ້ປົກຄອງ​ຂອງ​ຢູດາຍ, ເພາະ​ຈະ​ມີ​ຜູ້ປົກຄອງ​ຜູ້​ໜຶ່ງ​ອອກ​ມາ​ຈາກ​ເຈົ້າ ຜູ້​ທີ່​ຈະ​ເປັນ​ຜູ້ລ້ຽງ​ປະຊາຊົນ​ຊາວ​ອິດສະຣາເອນ​ຂອງ​ເຮົາ’”.

7 ດັ່ງນັ້ນ ເຮໂຣດ​ຈຶ່ງ​ເອີ້ນ​ພວກ​ໂຫລາຈານ​ເຂົ້າ​ມາ​ພົບ​ຢ່າງ​ລັບໆ ແລະ ສືບ​ຖາມ​ພວກເຂົາ​ເຖິງ​ເວລາ​ທີ່​ແນ່ນອນ​ທີ່​ດາວ​ນັ້ນ​ໄດ້​ປາກົດ​ຂຶ້ນ.

8 ແລ້ວ​ເພິ່ນ​ກໍ​ໃຊ້​ພວກໂຫລາຈານ​ໄປ​ຍັງ​ເບັດເລເຮັມ ແລະ ສັ່ງ​ພວກເຂົາ​ວ່າ, “ຈົ່ງ​ໄປ​ຊອກຫາ​ກຸມມານ​ນັ້ນ​ຢ່າງ​ຄັກແນ່. ເມື່ອ​ພວກເຈົ້າ​ພົບ​ເພິ່ນ​ແລ້ວ​ຈົ່ງ​ບອກ​ໃຫ້​ເຮົາ​ຮູ້​ທັນທີ, ເພື່ອ​ເຮົາ​ຈະ​ໄດ້​ໄປ​ນະມັດສະການ​ເພິ່ນ​ເໝືອນກັນ”.

9 ຫລັງຈາກ​ພວກໂຫລາຈານ​ໄດ້​ຍິນ​ຄຳສັ່ງ​ຂອງ​ກະສັດ​ແລ້ວ, ພວກເຂົາ​ກໍ​ພາກັນ​ເດີນທາງ​ອອກ​ໄປ ແລະ ດາວ​ທີ່​ພວກເຂົາ​ໄດ້​ເຫັນ​ເມື່ອ​ເວລາ​ທີ່​ດາວ​ປາກົດ​ຂຶ້ນ​ນັ້ນ ກໍ​ໄດ້​ນຳໜ້າ​ພວກເຂົາ​ໄປ​ຈົນ​ໄດ້​ມາ​ຢຸດ​ຢູ່​ຊື່​ບ່ອນ​ທີ່​ກຸມມານ​ຢູ່.

10 ເມື່ອ​ພວກເຂົາ​ໄດ້​ເຫັນ​ດາວ​ນັ້ນ​ແລ້ວ, ພວກເຂົາ​ກໍ​ຊື່ນຊົມຍິນດີ​ຫລາຍ.

11 ເມື່ອ​ເຂົ້າ​ໄປ​ໃນ​ເຮືອນ, ພວກເຂົາ​ກໍ​ໄດ້​ເຫັນ​ພຣະກຸມມານ​ພ້ອມ​ກັບ​ມາຣີ​ແມ່​ຂອງ​ເພິ່ນ, ແລ້ວ​ພວກເຂົາ​ຈຶ່ງ​ກົ້ມ​ລົງ​ຂາບ ແລະ ນະມັດສະການ​ເພິ່ນ. ແລ້ວ​ພວກເຂົາ​ກໍ​ໄຂ​ຫີບ​ສົມບັດ​ຂອງ​ພວກເຂົາ​ອອກ​ມາ ແລະ ມອບ​ຂອງຖວາຍ​ແກ່​ພຣະອົງ​ຄື: ຄຳ, ກຳຍານ ແລະ ຢາງໄມ້ຫອມ.

12 ແລະ ພວກເຂົາ​ໄດ້​ຮັບ​ຄຳເຕືອນ​ທາງ​ຄວາມຝັນ​ວ່າ​ບໍ່​ໃຫ້​ກັບ​ໄປ​ຫາ​ເຮໂຣດ, ດັ່ງນັ້ນ ພວກເຂົາ​ຈຶ່ງ​ກັບ​ຄືນ​ໄປ​ປະເທດ​ຂອງ​ຕົນ​ໂດຍ​ໃຊ້​ທາງ​ເສັ້ນ​ອື່ນ.


ການ​ໜີ​ໄປ​ເອຢິບ

13 ເມື່ອ​ພວກໂຫລາຈານ​ໄດ້​ຈາກ​ໄປ​ແລ້ວ, ເທວະດາ​ຕົນ​ໜຶ່ງ​ຂອງ​ອົງພຣະຜູ້ເປັນເຈົ້າ​ໄດ້​ມາ​ປາກົດ​ແກ່​ໂຢເຊັບ​ໃນ​ຄວາມຝັນ ແລະ ກ່າວ​ວ່າ, “ຈົ່ງ​ລຸກ​ຂຶ້ນ ພາ​ກຸມມານ ແລະ ແມ່​ຂອງ​ເດັກ​ໜີ​ໄປ​ຍັງ​ປະເທດ​ເອຢິບ. ຈົ່ງ​ຢູ່​ທີ່​ນັ້ນ​ຈົນ​ກວ່າ​ເຮົາ​ຈະ​ບອກ​ເຈົ້າ, ເພາະ​ເຮໂຣດ​ກຳລັງ​ຊອກຫາ​ກຸມມານ​ເພື່ອ​ຈະ​ຂ້າ​ເພິ່ນ”.

14 ໂຢເຊັບ​ຈຶ່ງ​ລຸກ​ຂຶ້ນ ພາ​ກຸມມານ ແລະ ແມ່​ຂອງ​ເພິ່ນ​ເດີນທາງ​ໄປ​ຍັງ​ປະເທດ​ເອຢິບ​ໃນ​ເວລາ​ກາງຄືນ

15 ແລະ ໄດ້​ຢູ່​ທີ່​ນັ້ນ​ຈົນ​ເຮໂຣດ​ຕາຍ. ເຫດການ​ທີ່​ເກີດຂຶ້ນ​ທັງໝົດ​ນີ້​ກໍ​ເພື່ອ​ໃຫ້​ສຳເລັດ​ຕາມ​ທີ່​ອົງພຣະຜູ້ເປັນເຈົ້າ​ໄດ້​ກ່າວ​ໄວ້​ຜ່ານ​ທາງ​ຜູ້ທຳນວາຍ​ວ່າ, “ເຮົາ​ໄດ້​ເອີ້ນ​ເອົາ​ບຸດ​ຂອງ​ເຮົາ​ອອກຈາກ​ປະເທດ​ເອຢິບ”.

16 ເມື່ອ​ເຮໂຣດ​ໄດ້​ຮູ້​ວ່າ​ພວກໂຫລາຈານ​ຫລອກລວງ​ຕົນ, ເພິ່ນ​ກໍ​ໃຈຮ້າຍ​ຫລາຍ ແລະ ເພິ່ນ​ຈຶ່ງ​ສັ່ງ​ໃຫ້​ຂ້າ​ເດັກນ້ອຍ​ຜູ້ຊາຍ​ທັງໝົດ​ໃນ​ເບັດເລເຮັມ ແລະ ບໍລິເວນ​ໃກ້ຄຽງ​ທີ່​ມີ​ອາຍຸ​ສອງ​ປີ​ລົງ​ມາ, ເຊິ່ງ​ສອດຄ່ອງ​ກັບ​ເວລາ​ທີ່​ເພິ່ນ​ໄດ້​ຮູ້​ຈາກ​ພວກໂຫລາຈານ.

17 ເຫດການ​ທີ່​ໄດ້​ເກີດຂຶ້ນ​ນີ້​ກໍ​ໄດ້​ສຳເລັດ​ຕາມ​ທີ່​ຜູ້ທຳນວາຍ​ເຢເຣມີຢາ​ໄດ້​ກ່າວ​ໄວ້​ວ່າ:

18 “ໄດ້​ຍິນ​ສຽງ​ໜຶ່ງ​ໃນ​ບ້ານ​ຣາມາ, ເປັນ​ສຽງ​ຮ້ອງໄຫ້ ແລະ ສຽງ​ຄ່ຳຄວນ, ນາງ​ຣາເຊັນ​ກຳລັງ​ຮ້ອງໄຫ້​ນໍາ​ບັນດາ​ລູກ​ຂອງ​ຕົນ ແລະ ບໍ່​ຍອມຮັບ​ຄຳ​ປອບໃຈ​ໃດໆ, ເພາະ​ລູກ​ທັງຫລາຍ​ນັ້ນ​ຕາຍ​ແລ້ວ”.


ການ​ກັບ​ມາ​ຍັງ​ນາຊາເຣັດ

19 ຫລັງຈາກ​ເຮໂຣດ​ໄດ້​ຕາຍ​ແລ້ວ, ເທວະດາ​ຕົນ​ໜຶ່ງ​ຂອງ​ອົງພຣະຜູ້ເປັນເຈົ້າ​ໄດ້​ມາ​ປາກົດ​ແກ່​ໂຢເຊັບ​ທາງ​ຄວາມຝັນ​ໃນ​ປະເທດ​ເອຢິບ

20 ແລະ ໄດ້​ກ່າວ​ວ່າ, “ຈົ່ງ​ລຸກຂຶ້ນ, ພາ​ກຸມມານ ແລະ ແມ່​ຂອງ​ເພິ່ນ​ກັບ​ຄືນ​ໄປ​ຍັງ​ດິນແດນ​ອິດສະຣາເອນ, ເພາະ​ບັນດາ​ຜູ້​ທີ່​ພະຍາຍາມ​ເອົາ​ຊີວິດ​ກຸມມານ​ນັ້ນ​ໄດ້​ຕາຍ​ແລ້ວ”.

21 ດັ່ງນັ້ນ, ໂຢເຊັບ​ຈຶ່ງ​ລຸກ​ຂຶ້ນ, ພາ​ກຸມມານ ແລະ ແມ່​ຂອງ​ເພິ່ນ​ມາ​ຍັງ​ດິນແດນ​ອິດສະຣາເອນ

22 ແຕ່​ເມື່ອ​ລາວ​ໄດ້​ຍິນ​ວ່າ​ອາກເຄລາວ​ໄດ້​ຂຶ້ນ​ປົກຄອງ​ແຂວງ​ຢູດາຍ​ແທນ​ເຮໂຣດ​ຜູ້​ເປັນ​ພໍ່, ໂຢເຊັບ​ກໍ​ຢ້ານ​ທີ່​ຈະ​ໄປ​ທີ່​ນັ້ນ. ຫລັງຈາກ​ໄດ້​ຮັບ​ຄຳເຕືອນ​ໃນ​ຄວາມຝັນ, ໂຢເຊັບ​ຈຶ່ງ​ໄປ​ຍັງ​ແຂວງ​ຄາລີເລ,

23 ແລະ ໄປ​ອາໄສ​ຢູ່​ທີ່​ເມືອງ​ໜຶ່ງ​ຊື່​ວ່າ​ນາຊາເຣັດ. ດັ່ງນັ້ນ ຈຶ່ງ​ສຳເລັດ​ຕາມ​ທີ່​ໄດ້​ກ່າວ​ໄວ້​ຜ່ານ​ທາງ​ບັນດາ​ຜູ້ທຳນວາຍ​ວ່າ, “ທ່ານ​ຈະ​ຖືກ​ເອີ້ນ​ວ່າ: ໄທນາຊາເຣັດ”.

ພຣະຄຳພີ​ລາວ​ສະບັບ​ສະໄໝ​ໃໝ່™ ພັນທະສັນຍາໃໝ່

ສະຫງວນ​ລິຂະສິດ © 2023 ໂດຍ Biblica, Inc.

ໃຊ້​ໂດຍ​ໄດ້​ຮັບ​ອະນຸຍາດ ສະຫງວນ​ລິຂະສິດ​ທັງໝົດ.

New Testament, Lao Contemporary Version™

Copyright © 2023 by Biblica, Inc.

Used with permission. All rights reserved worldwide.

Biblica, Inc.
Následuj nás:



Reklamy