Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຊຟານີຢາ 3:8 - ພຣະຄຳພີສັກສິ

8 ພຣະເຈົ້າຢາເວ​ກ່າວ​ວ່າ, “ຄອຍຖ້າ​ເບິ່ງ ຄອຍຖ້າ​ວັນ​ທີ່​ເຮົາ​ລຸກຂຶ້ນ​ກ່າວໂທດ​ຊົນຊາດ​ທັງຫລາຍ. ເຮົາ​ໄດ້​ຕັດສິນໃຈ​ເຕົ້າໂຮມ​ບັນດາ​ຊົນຊາດ ແລະ​ອານາຈັກ​ທັງຫລາຍ​ແລ້ວ ເພື່ອ​ໃຫ້​ພວກເຂົາ​ໄດ້​ຊີມ​ຣິດ​ແຫ່ງ​ຄວາມ​ໂກດຮ້າຍ​ຂອງເຮົາ. ທົ່ວ​ແຜ່ນດິນ​ໂລກ​ຈະ​ຖືກ​ໄຟ​ແຫ່ງ​ຄວາມ​ກີ້ວໂກດ​ຂອງເຮົາ​ທຳລາຍ.

Uka jalj uñjjattʼäta Copia luraña




ເຊຟານີຢາ 3:8
39 Jak'a apnaqawi uñst'ayäwi  

ພຣະເຈົ້າຢາເວ​ກ່າວ​ໂຕ້ຕອບ​ອອກ​ໄປ​ວ່າ, “ບັດນີ້ ເຮົາ​ຈະ​ລຸກ​ຂຶ້ນ​ຍ້ອນ​ຄົນ​ຂັດສົນ​ຖືກ​ກົດຂີ່ ຄົນ​ຖືກ​ຂົ່ມເຫັງ​ກໍ​ຄວນຄາງ​ຢ່າງ​ເຈັບປວດ​ໜັກ ເຮົາ​ຈະ​ໃຫ້​ພວກເຂົາ​ປອດໄພ​ຢ່າງ​ຖາວອນ​ຕາມ​ທີ່​ພວກເຂົາ​ປາຖະໜາ.”


ດັ່ງ​ຄົນ​ຮັບໃຊ້​ຜູ້ໜຶ່ງ​ເພິ່ງພາ​ອາໄສ​ນາຍ​ຂອງຕົນ ດັ່ງ​ສາວໃຊ້​ຜູ້ໜຶ່ງ​ເພິ່ງອີງ​ນາຍຍິງ​ຂອງຕົນ​ນັ້ນ. ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ເອີຍ ຈະ​ແນມຫາ​ຈົນ​ພຣະເມດຕາ​ມາຮອດ.


ຈົ່ງ​ໄວ້ວາງໃຈ​ແລະ​ມີ​ຄວາມເຊື່ອ​ໃນ​ພຣະເຈົ້າຢາເວ ຈົ່ງ​ເຂັ້ມແຂງ​ແລະ​ຢ່າ​ໝົດຫວັງ​ໃນ​ພຣະເຈົ້າຢາເວ​ຈັກເທື່ອ.


ຈົ່ງ​ມີ​ຄວາມຫວັງ​ໃນ​ພຣະເຈົ້າຢາເວ ແລະ​ຈົ່ງ​ເຊື່ອຟັງ​ຂໍ້ຄຳສັ່ງ​ເຖີດ; ພຣະອົງ​ຈະ​ໃຫ້ກຽດ​ເຈົ້າ​ໂດຍ​ໄດ້​ຮັບ​ດິນແດນ ເຈົ້າ​ຈະ​ເຫັນ​ຄົນຊົ່ວ​ຖືກ​ຂັບໄລ່​ອອກໄປ​ສິ້ນ.


ຈົ່ງ​ອົດທົນ​ຄອຍຖ້າ​ພຣະເຈົ້າຢາເວ​ກະທຳການ ຢ່າ​ກັງວົນ​ນຳ​ຜູ້​ຮັ່ງມີ​ຫລື​ຜູ້ສຳເລັດ​ໃນ​ທາງ​ຊົ່ວຮ້າຍ.


ຂ້ານ້ອຍ​ລໍຄອຍ​ດ້ວຍ​ຄວາມ​ອົດທົນ​ຢ່າງ​ຈົດຈໍ່​ໃຫ້​ພຣະເຈົ້າ​ຊ່ວຍ​ໃຫ້​ພົ້ນໄພ ແລະ​ເພິ່ງພາ​ອາໄສ​ພຣະອົງ​ແຕ່​ອົງດຽວ​ເທົ່ານັ້ນ.


ຂ້ານ້ອຍ​ເພິ່ງ​ພຣະເຈົ້າ​ແຕ່ພຽງ​ອົງດຽວ ເພາະ​ຄວາມຫວັງ​ຂອງ​ຂ້ານ້ອຍ​ມາ​ຈາກ​ພຣະອົງ.


ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ຈະ​ໂກດຮ້າຍ​ພວກ​ຂ້ານ້ອຍ​ຕະຫຼອດໄປ​ບໍ? ສິ່ງນັ້ນ​ຈະ​ເປັນ​ໄຟ​ເຜົາຜານ​ສືບ​ຕໍ່ໄປ​ຫລືນີ້?


ຈົ່ງ​ໂກດຮ້າຍ​ຊົນຊາດ​ທີ່​ບໍ່​ເຊື່ອ​ພຣະອົງ​ສາ ຄື​ປະຊາຊົນ​ທີ່​ບໍ່​ພາວັນນາ​ອະທິຖານ​ໃນ​ພຣະນາມ​ຂອງ​ພຣະອົງ.


ຢ່າ​ສູ່​ຕອບແທນ​ຄວາມຊົ່ວ​ດ້ວຍ​ຕົນເອງ ຈົ່ງ​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ​ຜູ້​ທີ່​ຈະ​ຈັດການ​ແທນ.


ນອກຈາກ​ນ້ອງ​ແລ້ວ ຂໍ​ອ້າຍ​ຢ່າ​ສູ່​ຮັກ​ຍິງ​ອື່ນໃດ ນອກຈາກ​ນ້ອງ ຂໍ​ຢ່າ​ໃຫ້​ມີ​ຍິງ​ໃດ​ຢູ່​ໃນ​ອ້ອມກອດ. ຄວາມຮັກ​ມີ​ອຳນາດ​ເທົ່າກັບ​ຄວາມຕາຍ ຄວາມ​ຫລົງໄຫລ​ກໍ​ອັນຕະລາຍ​ເທົ່າກັບ​ປ່າຊ້າ. ມັນ​ເຜົາໄໝ້​ໄດ້​ເໝືອນດັ່ງ​ແປວໄຟ ແລະ​ໄໝ້​ລຸກລາມ​ໄປ​ຢ່າງ​ເຕັມທີ່.


ອັນນີ້​ແມ່ນ​ແຜນການ​ຂອງເຮົາ​ສຳລັບ​ໂລກ ຄື​ແຂນ​ຂອງເຮົາ​ໄດ້​ຢຽດ​ອອກ​ເພື່ອ​ລົງໂທດ​ຊົນຊາດ​ທັງຫລາຍ.”


ເຖິງປານນັ້ນ​ກໍຕາມ ພຣະເຈົ້າຢາເວ​ກໍ​ຍັງ​ລໍຖ້າ ເພື່ອ​ໃຫ້​ຄວາມ​ເມດຕາ​ແກ່​ພວກເຈົ້າ​ຢູ່. ພຣະອົງ​ພ້ອມ​ທີ່​ຈະ​ໃຫ້​ຄວາມ​ເມດຕາ​ສົງສານ​ແກ່​ພວກເຈົ້າ ຍ້ອນ​ພຣະເຈົ້າຢາເວ​ແມ່ນ​ພຣະເຈົ້າ​ແຫ່ງ​ການ​ຕັດສິນ. ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ໄວ້ວາງໃຈ​ໃນ​ພຣະອົງ.


ພຣະເຈົ້າຢາເວ​ໂກດຮ້າຍ​ຊົນຊາດ​ທັງໝົດ ແລະ​ກອງທັບ​ທັງຫລາຍ​ຂອງ​ພວກເຂົາ. ພຣະອົງ​ລົງໂທດ​ພວກເຂົາ​ໃຫ້​ໄປ​ສູ່​ຄວາມ​ຈິບຫາຍ.


ດ້ວຍ​ຄວາມ​ໂກດຮ້າຍ​ເຮົາ​ໄດ້​ຢຽບຢໍ່າ​ບັນດາ​ປະຊາຊາດ ແລະ​ເຮັດ​ໃຫ້​ພວກເຂົາ​ກະຈັດ​ກະຈາຍ​ໄປ. ເຮົາ​ໄດ້​ເທ​ເລືອດ​ອັນ​ເປັນ​ຊີວິດ​ຂອງ​ພວກເຂົາ​ນັ້ນ​ລົງ​ເທິງ​ພື້ນດິນ.”


ຈົ່ງ​ໃຫ້​ຄວາມ​ໂກດຮ້າຍ​ຫັນໄປ​ສູ່​ຊົນຊາດ​ອື່ນ​ສາ ຄື​ຊົນຊາດ​ທັງຫລາຍ​ທີ່​ບໍ່​ນະມັດສະການ​ພຣະເຈົ້າ ແລະ​ຫັນໄປ​ສູ່​ປະຊາຊົນ​ທີ່​ໄດ້​ປະຖິ້ມ​ພຣະອົງ​ໄປ ພວກເຂົາ​ໄດ້​ສັງຫານ​ປະຊາຊົນ​ຂອງ​ພຣະເຈົ້າ ພວກເຂົາ​ໄດ້​ທຳລາຍ​ພວກ​ຂ້ານ້ອຍ​ໃຫ້​ດັບສູນໄປ ແລະ​ປ່ອຍ​ໃຫ້​ດິນແດນ​ຕ້ອງ​ເພພັງ​ຮົກຮ້າງ.


ດ້ວຍເຫດນີ້ ເຊື້ອສາຍ​ຂອງ​ຢາໂຄບ​ເອີຍ ຈົ່ງ​ໄວ້ວາງໃຈ​ໃນ​ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ກັບຄືນ​ໄປ​ຫາ​ພຣະອົງ​ເທີ້ນ. ຈົ່ງ​ສັດຊື່​ແລະ​ທ່ຽງທຳ ແລະ​ຈົ່ງ​ຄອຍຖ້າ​ພຣະເຈົ້າ​ຂອງ​ພວກເຈົ້າ ດຳເນີນການ​ດ້ວຍ​ຄວາມ​ອົດທົນ.


ເຮົາ​ຈະ​ນຳ​ທຸກ​ຊົນຊາດ​ໃຫ້​ມາ​ເຕົ້າໂຮມ​ກັນ ແລະ​ນຳ​ພວກເຂົາ​ໄປ​ສູ່​ຮ່ອມພູ​ແຫ່ງ​ການຕັດສິນ​ນັ້ນ. ແລ້ວ​ໃນ​ທີ່ນັ້ນ​ເຮົາ​ກໍ​ຈະ​ຕັດສິນ​ພວກເຂົາ ຕາມ​ທີ່​ພວກເຂົາ​ທັງໝົດ​ໄດ້​ເຮັດ​ຕໍ່​ປະຊາຊົນ​ຂອງເຮົາ​ນັ້ນ. ພວກເຂົາ​ໄດ້​ໃຫ້​ຊາວ​ອິດສະຣາເອນ​ແຕກຊະ​ໄປ​ແດນ​ອື່ນ​ໄກ ແບ່ງແຍກ​ອິດສະຣາເອນ ດິນແດນ​ຂອງເຮົາ​ດ້ວຍ.


ແຕ່​ຂ້າພະເຈົ້າ​ຈະ​ເຝົ້າ​ຄອງຄອຍ​ຫາ​ພຣະເຈົ້າຢາເວ; ຂ້າພະເຈົ້າ​ຈະ​ລໍຖ້າ​ພຣະເຈົ້າ ຜູ້​ຈະ​ຊ່ວຍ​ຂ້າພະເຈົ້າ​ໃຫ້​ພົ້ນ ດ້ວຍ​ຄວາມ​ເຊື່ອໝັ້ນ​ຕາຍໃຈ. ພຣະເຈົ້າ​ຂອງ​ຂ້າພະເຈົ້າ​ຈະ​ຟັງ​ຂ້າພະເຈົ້າ.


ຈົ່ງ​ຂຽນ​ນິມິດ​ນີ້​ໄວ້ ດ້ວຍວ່າ​ສິ່ງ​ທີ່​ເຮົາ​ໄດ້​ບອກ​ນັ້ນ ຍັງ​ບໍ່​ເຖິງ​ເວລາ​ທີ່​ຈະ​ເກີດຂຶ້ນ​ເປັນ​ຄວາມຈິງ​ເທື່ອ. ແຕ່​ກຳນົດ​ນັ້ນ​ກໍ​ຈະ​ມາ​ເຖິງ​ໃນ​ໄວໆ​ນີ້ ແລະ​ສິ່ງ​ທີ່​ເຮົາ​ສຳແດງ​ຕໍ່​ເຈົ້າ​ນັ້ນ​ຈະ​ກາຍເປັນ​ຄວາມຈິງ. ເບິ່ງ​ຄື​ວ່າ​ມັນ​ມາຮອດ​ຊ້າ​ແທ້ ແຕ່​ຈົ່ງ​ລໍຄອຍ​ເບິ່ງ; ມັນ​ຈະ​ມາຮອດ​ຕາມ​ເວລາ​ທີ່​ເຮົາ​ໄດ້​ກຳນົດ​ໄວ້​ແທ້ ແລະ​ມັນ​ຈະ​ບໍ່​ຊັກຊ້າ.


ໃນ​ມື້​ນັ້ນ ເມື່ອ​ພຣະເຈົ້າຢາເວ​ລະບາຍ​ຄວາມ​ໂກດຮ້າຍ​ອັນໃຫຍ່​ຂອງ​ພຣະອົງ ແມ່ນແຕ່​ເງິນ​ແລະ​ຄຳ​ທັງໝົດ​ທີ່​ພວກເຂົາ​ມີ​ຢູ່ ກໍ​ຈະ​ຊ່ວຍ​ຫຍັງ​ພວກເຂົາ​ບໍ່ໄດ້. ແຜ່ນດິນ​ໂລກ​ທັງໝົດ​ຈະ​ຖືກ​ທຳລາຍ ດ້ວຍ​ໄຟ​ແຫ່ງ​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ. ພຣະອົງ​ຈະ​ໃຫ້​ເຖິງ​ທີ່​ສິ້ນສຸດ ຄື​ການ​ສິ້ນສຸດ​ຢ່າງ​ກະທັນຫັນ​ແກ່​ທຸກໆ​ຄົນ ທີ່​ອາໄສ​ຢູ່​ເທິງ​ແຜ່ນດິນ​ໂລກ​ນີ້.


ແລະ​ໂຄ່ນລົ້ມ​ຣາຊອານາຈັກ​ຕ່າງໆ ແລະ​ເຮັດ​ໃຫ້​ອຳນາດ​ຂອງ​ພວກເຂົາ​ສິ້ນສຸດ​ໄປ. ເຮົາ​ຈະ​ຂວໍ້າ​ລົດຮົບ​ແລະ​ຄົນຂັບ​ທັງຫລາຍ​ຂອງ​ພວກເຂົາ​ຖິ້ມ ຝູງມ້າ​ຂອງ​ພວກເຂົາ​ຈະ​ຕາຍ​ແລະ​ຄົນ​ຂີ່​ມ້າ​ຈະ​ຂ້າຟັນ​ກັນແລະກັນ.”


ບັນດາ​ປະຊາຊົນ​ທຸກ​ຊົນຊາດ ຈະ​ຖືກ​ນຳ​ມາ​ໂຮມ​ກັນ​ຢູ່​ຕໍ່ໜ້າ​ພຣະອົງ, ແລ້ວ​ພຣະອົງ​ຈະ​ແຍກ​ພວກເຂົາ​ອອກ​ຈາກ​ກັນ ເໝືອນ​ກັບ​ຄົນ​ລ້ຽງ​ສັດ​ແຍກ​ຝູງແກະ​ອອກ​ຈາກ​ຝູງແບ້.


ແຕ່​ວັນ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ຈະ​ມາ​ເຖິງ​ເໝືອນ​ດັ່ງ​ຂະໂມຍ​ມາ. ໃນ​ວັນ​ນັ້ນ ຟ້າ​ສະຫວັນ​ຈະ​ລ່ວງ​ເສຍ​ໄປ ດ້ວຍ​ສຽງດັງ​ກ້ອງສະໜັ່ນ ໂລກ​ທາດ​ຈະ​ສະຫລາຍ​ໄປ​ດ້ວຍ​ໄຟ ແລະ​ແຜ່ນດິນ​ໂລກ​ກັບ​ທຸກສິ່ງ​ສາລະພັດ​ຈະ​ໄໝ້​ເສຍ​ໝົດ.


ແລ້ວ​ຂ້າພະເຈົ້າ​ກໍ​ໄດ້​ຍິນ​ສຽງ​ແຮງ​ດັງ​ອອກ​ມາ​ຈາກ​ພຣະວິຫານ ກ່າວ​ຕໍ່​ເທວະດາ​ເຈັດ​ຕົນ​ນັ້ນ​ວ່າ, “ຈົ່ງ​ໄປ​ສາ ເອົາ​ຂັນ​ທັງ​ເຈັດ​ໜ່ວຍ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າ ໄປ​ຖອກ​ໃສ່​ແຜ່ນດິນ​ໂລກ.”


ດ້ວຍວ່າ, ວິນຍານ​ເຫຼົ່ານັ້ນ​ເປັນ​ຜີມານຮ້າຍ ທີ່​ເຮັດ​ໝາຍສຳຄັນ ມັນ​ອອກ​ໄປ​ຫາ​ກະສັດ​ທັງຫລາຍ​ທົ່ວ​ພິພົບໂລກ ເພື່ອ​ໃຫ້​ກະສັດ​ເຫຼົ່ານັ້ນ​ມາ​ຮ່ວມ​ກັນ​ສຳລັບ​ການ​ສົງຄາມ ໃນ​ວັນ​ອັນ​ໃຫຍ່ຫລວງ​ຂອງ​ພຣະເຈົ້າ ຜູ້​ຊົງ​ຣິດທານຸພາບ​ສູງສຸດ. (


Jiwasaru arktasipxañani:

Anuncios ukanaka


Anuncios ukanaka