Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຊຟານີຢາ 3:7 - ພຣະຄຳພີສັກສິ

7 ແລ້ວ​ເຮົາ​ກໍ​ຄິດວ່າ ປະຊາຊົນ​ຂອງເຮົາ​ຈະ​ມີ​ຄວາມ​ຢຳເກງ​ເຮົາ ແລະ​ຮັບ​ເອົາ​ການ​ແອບສອນ​ຂອງເຮົາ ຊຶ່ງ​ພວກເຂົາ​ຈະ​ບໍ່​ລືມໄລ​ຈັກເທື່ອ. ແຕ່​ບໍ່​ພໍ​ເທົ່າໃດ ພວກເຂົາ​ກໍ​ແຮ່ງ​ປະພຶດ​ຊົ່ວຊ້າ​ຫລາຍ​ຍິ່ງ​ຂຶ້ນ.”

Uka jalj uñjjattʼäta Copia luraña




ເຊຟານີຢາ 3:7
25 Jak'a apnaqawi uñst'ayäwi  

ພຣະເຈົ້າ​ເບິ່ງ​ໂລກນີ້ ແລະ​ເຫັນ​ວ່າ​ເຕັມ​ໄປ​ດ້ວຍ​ຄວາມ​ຊົ່ວຮ້າຍ ຍ້ອນ​ມະນຸດ​ທັງປວງ​ເຮັດ​ແຕ່​ຄວາມ​ຊົ່ວຊ້າ​ທັງ​ສິ້ນ.


ສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ໄດ້ນຳ​ຜູ້​ບັນຊາການ​ກອງທັບ​ຂອງ​ກະສັດ​ແຫ່ງ​ອັດຊີເຣຍ ມາ​ຮຸກຮານ​ຢູດາຍ. ພວກເຂົາ​ໄດ້​ຈັບ​ມານາເຊ ເອົາ​ເບັດ​ເກາະ​ຄໍ​ເພິ່ນ ທັງ​ລ່າມໂສ້​ແລະ​ນຳ​ເພິ່ນ​ໄປ​ສູ່​ນະຄອນ​ບາບີໂລນ.


ພຣະອົງ​ເຮັດ​ໃຫ້​ພວກເຂົາ​ໄດ້ຍິນ​ຄຳ​ຕັກເຕືອນ​ຂອງ​ພຣະອົງ ເພື່ອ​ໃຫ້​ພາກັນ​ຫັນໜີ​ຈາກ​ຄວາມ​ຊົ່ວຊ້າ.


“ເຮົາ​ຈະ​ສອນ​ເຈົ້າ​ໃຫ້​ຮູ້ຈັກ​ທາງ​ທີ່​ເຈົ້າ​ຄວນໄປ ເຮົາ​ຈະ​ໃຫ້​ຄຳແນະນຳ​ແລະ​ແອບ​ສອນ​ເຈົ້າ.


ຜູ້​ທີ່​ຟັງ​ຄຳແນະນຳ​ແລະ​ມີໃຈ​ຢາກ​ຮໍ່າຮຽນ ກໍ​ຈະ​ເປັນ​ຄົນ​ມີ​ປັນຍາ​ໃນ​ມື້​ໜຶ່ງ.


ມີ​ອັນ​ໃດ​ແດ່ ທີ່​ຂ້ອຍ​ບໍ່ໄດ້​ເຮັດ​ສຳລັບ​ສວນ​ນີ້? ແລ້ວ​ເປັນຫຍັງ​ໝາກ​ອະງຸ່ນ​ຈຶ່ງ​ສົ້ມ​ໝົດ ທັງໆ​ທີ່​ຂ້ອຍ​ຫວັງ​ໄວ້​ວ່າ​ຈະ​ໄດ້​ໝາກ​ຫວານ​ດີ?


ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ກ່າວ​ວ່າ, “ພວກເຂົາ​ເປັນ​ປະຊາຊົນ​ຂອງເຮົາ; ພວກເຂົາ​ຈະ​ບໍ່​ຫລອກລວງ​ເຮົາ.”


ພວກເຂົາ​ບໍ່ໄດ້​ເຊື່ອຟັງ​ເຮົາ ແລະ​ພວກເຂົາ​ກໍ​ບໍ່ໄດ້​ເອົາໃຈໃສ່​ຕໍ່​ວັນ​ນີ້ ແຕ່​ພວກເຂົາ​ຊໍ້າພັດ​ດື້ດ້ານ, ບໍ່​ຍອມ​ເຊື່ອຟັງ ທັງ​ບໍ່​ຍອມ​ຮຽນຮູ້​ຈາກ​ເຮົາ​ດ້ວຍ.


ພວກເພິ່ນ​ໄດ້​ບອກ​ພວກທ່ານ​ໃຫ້​ປ່ຽນ​ຈາກ​ການ​ດຳເນີນ​ຊີວິດ​ອັນ​ບໍ່​ດີ ແລະ​ຈາກ​ການ​ຊົ່ວຊ້າ​ທັງຫລາຍ​ທີ່​ພວກທ່ານ​ກຳລັງ​ເຮັດ​ຢູ່ ເພື່ອ​ວ່າ​ພວກທ່ານ​ຈະ​ໄດ້​ອາໄສ​ຢູ່​ໃນ​ດິນແດນ ຊຶ່ງ​ພຣະເຈົ້າຢາເວ​ໄດ້​ມອບ​ແກ່​ພວກທ່ານ ແລະ​ບັນພະບຸລຸດ​ຂອງ​ພວກທ່ານ ໃຫ້​ເປັນ​ກຳມະສິດ​ອັນ​ຕະຫລອດໄປ.


ບາງທີ ເມື່ອ​ປະຊາຊົນ​ຢູດາ​ໄດ້ຍິນ​ເລື່ອງ​ການທຳລາຍ ທີ່​ເຮົາ​ຕັ້ງໃຈ​ຈະ​ນຳ​ມາ​ສູ່​ພວກເຂົາ​ນັ້ນ ພວກເຂົາ​ອາດ​ຈະ​ຫັນ​ຈາກ​ທາງ​ຊົ່ວຮ້າຍ​ກໍໄດ້. ແລ້ວ​ເຮົາ​ກໍ​ຈະ​ຍົກໂທດ​ຄວາມ​ຊົ່ວຮ້າຍ ແລະ​ການບາບ​ທີ່​ພວກເຂົາ​ໄດ້​ເຮັດ.”


ແລ້ວ​ຂ້າພະເຈົ້າ​ກໍ​ບອກ​ກະສັດ​ເຊເດກີຢາ​ວ່າ, “ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກ່າວ​ວ່າ, ‘ຖ້າ​ທ່ານ​ຍອມ​ຈຳນົນ​ຕໍ່​ນາຍ​ທະຫານ​ຂອງ​ກະສັດ​ແຫ່ງ​ບາບີໂລນ ຊີວິດ​ຂອງທ່ານ​ຈະ​ປອດໄພ ແລະ​ເມືອງ​ນີ້​ຈະ​ບໍ່​ຖືກ​ຈູດເຜົາ​ໃຫ້​ພິນາດໄປ. ທ່ານເອງ ແລະ​ຄອບຄົວ​ຂອງທ່ານ​ຈະ​ມີ​ຊີວິດ​ຢູ່.


ຊາວ​ນະຄອນ​ເຢຣູຊາເລັມ​ເອີຍ ຈົ່ງ​ໃຫ້​ຄວາມ​ເດືອດຮ້ອນ​ເຫຼົ່ານີ້ ເປັນ​ການເຕືອນ​ພວກເຈົ້າ​ເຖີດ ຫລື​ບໍ່​ດັ່ງນັ້ນ ເຮົາ​ຈະ​ປະຖິ້ມ​ພວກເຈົ້າ​ຕື່ມ​ອີກ; ເຮົາ​ຈະ​ປ່ຽນ​ນະຄອນ​ນີ້​ໃຫ້​ເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ ຊຶ່ງ​ເປັນ​ບ່ອນ​ໜຶ່ງ​ທີ່​ບໍ່ມີ​ຜູ້ໃດ​ຢູ່​ອາໄສ.”


ຖ້າ​ພວກເຈົ້າ​ປ່ຽນແປງ ເຮົາ​ກໍ​ຈະ​ໃຫ້​ພວກເຈົ້າ​ອາໄສ​ຢູ່​ໃນ​ດິນແດນ​ນີ້ ຊຶ່ງ​ເຮົາ​ໄດ້​ມອບ​ໃຫ້​ເປັນ​ກຳມະສິດ​ອັນ​ຖາວອນ​ສຳລັບ​ບັນພະບຸລຸດ​ຂອງ​ພວກເຈົ້າ.


ເຮົາ​ໄດ້​ຟັງ​ພວກເຈົ້າ​ຢ່າງ​ຕັ້ງໃຈ ແຕ່​ພວກເຈົ້າ​ບໍ່ໄດ້​ເວົ້າ​ຄວາມຈິງ. ບໍ່ມີ​ຜູ້ໃດ​ເລີຍ​ໃນ​ພວກເຈົ້າ​ເສຍໃຈ​ຕໍ່​ບາບ​ທີ່​ຕົນ​ໄດ້​ເຮັດ; ບໍ່ມີ​ຜູ້ໃດ​ເລີຍ​ຖາມ​ວ່າ, ‘ຂ້ອຍ​ໄດ້​ເຮັດ​ຜິດ​ຫຍັງ?’ ທຸກຄົນ​ຕ່າງ​ກໍ​ເຮັດ​ໄປ​ຕາມ​ທາງ​ຂອງ​ຕົນເອງ ດັ່ງ​ມ້າ​ໂຕໜຶ່ງ​ທີ່​ກຳລັງ​ແລ່ນ​ເຂົ້າ​ສູ່​ສະໜາມຮົບ.


ພວກເຂົາ​ເຮັດ​ຊົ່ວຮ້າຍ​ຫລາຍ​ຈົນ​ບໍ່ມີ​ທາງ​ຊ່ວຍ ດັ່ງ​ທີ່​ພວກເຂົາ​ໄດ້​ເຮັດ​ທີ່​ກີເບອາ. ພຣະເຈົ້າ​ຈະ​ຈົດຈຳ​ບາບ​ຂອງ​ພວກເຂົາ ແລະ​ລົງໂທດ​ພວກເຂົາ​ໃຫ້​ສົມໃຈ.


ເມືອງ​ນີ້​ບໍ່​ຍອມ​ຮັບ​ຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າ ຫລື​ບໍ່​ຍອມ​ຮັບ​ເອົາ​ການ​ແອບສອນ​ຂອງ​ພຣະອົງ. ເປັນ​ເມືອງ​ທີ່​ບໍ່​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ ຫລື​ບໍ່​ຍອມ​ຂໍ​ໃຫ້​ພຣະອົງ​ຊ່ວຍເຫລືອ.


ຈົ່ງ​ໃຫ້​ແນ່ໃຈ​ວ່າ​ພວກເຈົ້າ​ບໍ່​ເຮັດ​ບາບ ໂດຍ​ສ້າງ​ຮູບເຄົາຣົບ​ໃດໆ​ສຳລັບ​ພວກເຈົ້າ​ເອງ ບໍ່​ວ່າ​ຈະ​ເປັນ​ຮູບ​ພະ​ຊາຍ​ຫລື​ພະ​ຍິງ


ຈຸດປະສົງ​ຂອງ​ຄຳສັ່ງ​ນີ້ ແມ່ນ​ເພື່ອ​ກໍ່​ໃຫ້​ເກີດ​ຄວາມຮັກ​ຈາກ​ໃຈ​ບໍຣິສຸດ ຈາກ​ໃຈ​ສຳນຶກ​ຜິດແລະຊອບ​ອັນ​ເສາະໃສ ແລະ​ຈາກ​ຄວາມເຊື່ອ​ອັນ​ຈິງໃຈ.


ອົງພຣະ​ຜູ້​ເປັນເຈົ້າ​ບໍ່ໄດ້​ຊົງ​ເສີຍຊ້າ ທີ່​ຈະ​ເຮັດ​ໃຫ້​ພຣະສັນຍາ​ຂອງ​ພຣະອົງ​ສຳເລັດ ເໝືອນ​ດັ່ງ​ທີ່​ບາງຄົນ​ນັ້ນ​ຄິດ​ວ່າ​ຊ້າ ແຕ່​ພຣະອົງ​ຊົງ​ອົດທົນ​ດົນນານ ເພາະ​ເຫັນແກ່​ເຈົ້າ​ທັງຫຼາຍ. ພຣະອົງ​ບໍ່​ປະສົງ​ໃຫ້​ຜູ້ໃດ​ຜູ້ໜຶ່ງ​ຕ້ອງ​ຈິບຫາຍ​ໄປ, ແຕ່​ຊົງ​ປາຖະໜາ​ທີ່​ຈະ​ໃຫ້​ຄົນ​ທັງປວງ ມາ​ເຖິງ​ການ​ຖິ້ມໃຈເກົ່າ​ເອົາໃຈໃໝ່.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka