ເຊຟານີຢາ 3:5 - ພຣະຄຳພີສັກສິ5 ແຕ່ພຣະເຈົ້າຢາເວຍັງສະຖິດຢູ່ໃນເມືອງນີ້ ພຣະອົງເຮັດຖືກຕ້ອງ ແລະບໍ່ເຮັດຜິດຈັກເທື່ອ. ທຸກໆເຊົ້າພຣະອົງນຳຄວາມຍຸດຕິທຳມາສູ່ປະຊາຊົນຂອງພຣະອົງບໍ່ໄດ້ຂາດ. ແຕ່ເຖິງປານນັ້ນ ຄົນອະທຳໃນທີ່ນັ້ນກໍຍັງສືບຕໍ່ເຮັດຜິດ ແລະບໍ່ລະອາຍໃຈ. Uka jalj uñjjattʼäta |
ພວກເຂົາອັບອາຍຂາຍໜ້າບໍ ທີ່ໄດ້ກະທຳສິ່ງອັນໜ້າລັງກຽດເຊັ່ນນີ້? ບໍ່ເລີຍ ພວກເຂົາບໍ່ອັບອາຍຂາຍໜ້າຫຍັງດອກ; ສີໜ້າຂອງພວກເຂົາຢູ່ຊື່ໆບໍ່ແດງຊໍ້າ. ສະນັ້ນ ພວກເຂົາຈຶ່ງຈະລົ້ມລົງດັ່ງຄົນອື່ນທີ່ໄດ້ລົ້ມລົງ; ເມື່ອເຮົາລົງໂທດພວກເຂົາກໍແມ່ນຈຸດຈົບສຳລັບພວກເຂົາສາແລ້ວ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫລະ.
ປະຊາຊົນຂອງເຮົາເອີຍ ພວກເຈົ້າບໍ່ອັບອາຍເພາະສິ່ງອັນໜ້າລັງກຽດນີ້ບໍ? ບໍ່ ພວກເຈົ້າບໍ່ອັບອາຍຂາຍໜ້າຫຍັງດອກ; ສີໜ້າຂອງພວກເຈົ້າຊື່ໆ ແລະບໍ່ແດງເລີຍ ສະນັ້ນ ພວກເຈົ້າຈຶ່ງຈະລົ້ມລົງດັ່ງພວກອື່ນທີ່ລົ້ມລົງແລ້ວ; ເມື່ອເຮົາລົງໂທດພວກເຈົ້າ ກໍແມ່ນຈຸດຈົບສຳລັບພວກເຈົ້າເທົ່ານັ້ນແລ້ວ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫລະ.
ພວກຜູ້ປົກຄອງເມືອງ ກໍປົກຄອງດ້ວຍເຫັນແກ່ສິນບົນ ພວກປະໂຣຫິດກໍແປກົດບັນຍັດດ້ວຍເຫັນແກ່ຄ່າຈ້າງລາງວັນ ພວກຜູ້ທຳນວາຍກໍບອກນິມິດຂອງຕົນດ້ວຍເຫັນແກ່ເງິນ ແລະພວກເຂົາທຸກຄົນຕ່າງກໍອ້າງວ່າ ພຣະເຈົ້າຢາເວຢູ່ກັບພວກຕົນ ພວກເຂົາເວົ້າວ່າ, “ເຫດຮ້າຍໃດໆຈະບໍ່ມາຖືກພວກເຮົາດອກ ເພາະພຣະເຈົ້າຢາເວສະຖິດຢູ່ນຳພວກເຮົາ.”
ພວກເຮົາໄດ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວ; ດັ່ງນັ້ນ ບັດນີ້ ພວກເຮົາຈຶ່ງຕ້ອງຍອມອົດທົນຕໍ່ຄວາມໂກດຮ້າຍຂອງພຣະອົງ ຊົ່ວໄລຍະໜຶ່ງ, ແຕ່ໃນທີ່ສຸດ ພຣະອົງຈະປ້ອງກັນພວກເຮົາໄວ້ ແລະເຮັດໃຫ້ຜູ້ທີ່ກ່າວຜິດຕໍ່ພວກເຮົານັ້ນພ່າຍແພ້ຄະດີໄປ. ພຣະອົງຈະນຳພວກເຮົາມາສູ່ແສງສະຫວ່າງ ແລະພວກເຮົາກໍຈະມີຊີວິດຢູ່ ຈົນເຫັນພຣະອົງຊ່ວຍຊູພວກເຮົາໃຫ້ພົ້ນ.
ເພາະສະນັ້ນ ພວກເຈົ້າຈຶ່ງບໍ່ຄວນຕັດສິນຄົນໃດຄົນໜຶ່ງ ກ່ອນເຖິງເວລາທີ່ໄດ້ກຳນົດໄວ້ ຈົນກວ່າອົງພຣະຜູ້ເປັນເຈົ້າສະເດັດມາປາກົດ ພຣະອົງຈະຊົງເປີດເຜີຍຄວາມລັບທີ່ເຊື່ອງໄວ້ໃນຄວາມມືດນັ້ນໃຫ້ແຈ່ມແຈ້ງ ແລະພຣະອົງຈະເປີດເຜີຍຄວາມນຶກຄິດອັນເລິກລັບໃນໃຈມະນຸດ, ເມື່ອນັ້ນແຫຼະ ແຕ່ລະຄົນຈະໄດ້ຮັບການຍ້ອງຍໍຈາກພຣະເຈົ້າ ຕາມທີ່ຕົນສົມຄວນໄດ້ຮັບ.