Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຊຟານີຢາ 3:3 - ພຣະຄຳພີສັກສິ

3 ບັນດາ​ຂ້າຣາຊການ​ໃນ​ເມືອງນີ້​ເປັນ​ດັ່ງ​ຝູງ​ສິງ​ທີ່​ຮ້ອງ​ຄຳຣາມ; ບັນດາ​ຜູ້​ຕັດສິນ​ຄວາມ​ກໍ​ເປັນ​ດັ່ງ​ໝາປ່າ​ທີ່​ອຶດຫິວ​ໃນ​ຕອນ​ກາງຄືນ ໂລພາ​ໂພດ​ຈົນ​ບໍ່​ຍອມ​ປະ​ກະດູກ​ໃຫ້​ເຖິງ​ຕອນເຊົ້າ.

Uka jalj uñjjattʼäta Copia luraña




ເຊຟານີຢາ 3:3
15 Jak'a apnaqawi uñst'ayäwi  

ໂຕສິງ​ຮ້ອງ​ແຜດສຽງ ໝີ​ຕຽມ​ກະໂດດ​ຄຸບ​ສັນໃດ ຜູ້ປົກຄອງ​ຊົ່ວ​ກໍ​ພ້ອມ​ທີ່​ຈະ​ຂົ່ມເຫັງ​ຄົນທຸກ​ສັນນັ້ນ.


ບັນດາ​ຜູ້ນຳ​ຂອງ​ພວກເຈົ້າ​ເປັນ​ກະບົດ ແລະ​ເປັນ​ເພື່ອນ​ຂອງ​ບັນດາ​ນັກປຸ້ນ; ພວກເຂົາ​ຮັບ​ເອົາ​ຂອງຂວັນ​ແລະ​ສິນຈ້າງ​ລາງວັນ​ເປັນ​ປະຈຳ. ພວກເຂົາ​ບໍ່ເຄີຍ​ເວົ້າ​ຕາງ​ເດັກ​ກຳພ້າ​ໃນ​ສານ ຫລື​ຟັງ​ຄຳ​ໃຫ້​ການ​ຂອງ​ແມ່ໝ້າຍ ເມື່ອ​ພວກເຂົາ​ມີ​ຄະດີ.


ພວກ​ທະຫານ​ຕ່າງ​ກໍ​ຄວນຄາງ ສຽງດັງ​ຄື​ສຽງ​ໂຕສິງ​ທີ່​ໄດ້​ຂ້າ​ເຫຍື່ອ ແລະ​ຄາບ​ໄປ​ສູ່​ບ່ອນ​ທີ່​ບໍ່ມີ​ຜູ້ໃດ​ຍາດ​ເອົາ​ຈາກ​ມັນ​ໄດ້.


“ແຕ່​ເຈົ້າ​ເຫັນ​ແຕ່​ຜົນປະໂຫຍດ​ສ່ວນຕົວ ເຈົ້າ​ກົດຂີ່​ຢ່າງ​ຮຸນແຮງ​ປະຊາຊົນ​ຂອງເຈົ້າ. ເຈົ້າ​ເຂັ່ນຂ້າ​ຄົນ​ທີ່​ບໍ່ມີ​ຄວາມຜິດ​ຫຍັງ.”


“ຜູ້ທຳນວາຍ​ທັງ​ປະໂຣຫິດ​ຖື​ພຣະເຈົ້າ​ຕໍ່າ ເຮົາ​ເຫັນ​ພວກເຂົາ​ກະທຳ​ຊົ່ວ ແມ່ນແຕ່​ໃນ​ພຣະວິຫານ​ນັ້ນ.


ສະນັ້ນ ຝູງ​ໂຕສິງ​ຈາກ​ປ່າ​ຈະ​ກັດກິນ​ພວກເຂົາ ໝາປ່າ​ແຕ່​ຖິ່ນ​ແຫ້ງແລ້ງ​ກັນດານ​ຈະ​ຈີກ​ພວກເຂົາ​ເປັນ​ຕ່ອນ ແລະ​ເສືອດາວ​ຈະ​ດັກສະກັດ​ຢູ່​ຕາມ​ເມືອງ​ຂອງ​ພວກເຂົາ ຖ້າ​ອອກ​ໄປ ພວກເຂົາ​ຈະ​ຖືກ​ພວກມັນ​ຈີກ​ເປັນ​ຕ່ອນໆ; ເພາະ​ການບາບ​ທີ່​ພວກເຂົາ​ກະທຳ​ມີ​ຢ່າງ​ຫລວງຫລາຍ ພວກເຂົາ​ໄດ້​ຫັນໜີ​ຈາກ​ພຣະເຈົ້າ​ເທື່ອແລ້ວ​ເທື່ອອີກ.


ພວກ​ຜູ້ນຳ​ຂອງ​ຊາດ​ອິດສະຣາເອນ​ຕ່າງ​ກໍ​ເພິ່ງ​ໃນ​ກຳລັງ​ຂອງ​ຕົນເອງ ແລະ​ກໍ່​ການຄາດຕະກຳ.


ພວກເຈົ້າ​ເພິ່ງ​ດາບ​ຂອງຕົນ. ການກະທຳ​ຂອງ​ພວກເຈົ້າ​ເປັນ​ທີ່​ໜ້າກຽດຊັງ. ທຸກຄົນ​ຫລີ້ນຊູ້​ສູ່ຜົວເມຍ​ເຂົາ. ແມ່ນຫຍັງ​ເຮັດ​ໃຫ້​ພວກເຈົ້າ​ຄິດວ່າ ດິນແດນ​ເປັນ​ຂອງ​ພວກເຈົ້າ?’


ມ້າ​ຂອງ​ພວກເຂົາ​ຊຶ່ງ​ກຳລັງ​ອຶດຫິວ​ເຫຍື່ອ​ກໍ​ແລ່ນ​ໄວກວ່າ​ເສືອດາວ ທັງ​ຮ້າຍກາດ​ກວ່າ​ໝາໄນ. ທະຫານ​ຂອງ​ພວກເຂົາ​ຂີ່​ມ້າ​ຫອບ​ມາ​ແຕ່​ດິນແດນ​ໄກ; ກີບ​ຕີນ​ມ້າ​ຂອງ​ພວກເຂົາ​ກະທືບ​ພື້ນດິນ. ພວກມັນ​ເຈີດ​ລົງ​ກິນ​ເຫຍື່ອ​ເໝືອນ​ດັ່ງ​ນົກອິນຊີ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka