ເຊຟານີຢາ 3:19 - ພຣະຄຳພີສັກສິ19 ເວລານັ້ນກຳລັງມາ ເຮົາຈະລົງໂທດພວກເຂົາ ຄືຜູ້ທີ່ກົດຂີ່ພວກເຈົ້າ; ເຮົາຈະຊ່ວຍກອບກູ້ເອົາຜູ້ຄົນພິການທັງຫລາຍ ແລະນຳເອົາພວກຊະເລີຍໃຫ້ກັບຄືນມາບ້ານ. ເຮົາຈະປ່ຽນຄວາມອັບອາຍມາເປັນກຽດແກ່ພວກເຂົາ ແລະທັງໂລກຈະຍ້ອງຍໍສັນລະເສີນພວກເຂົາ. Uka jalj uñjjattʼäta |
ນະຄອນເຢຣູຊາເລັມຈະເປັນບໍ່ແຫ່ງຄວາມຊົມຊື່ນຍິນດີ, ກຽດສັກສີ ແລະຄວາມພາກພູມໃຈໃຫ້ແກ່ເຮົາ ແລະທຸກໆຊົນຊາດໃນໂລກຈະຢ້ານກົວແລະສັ່ນເຊັນ ເມື່ອພວກເຂົາໄດ້ຍິນເຖິງສິ່ງດີທັງຫລາຍ ຊຶ່ງເຮົາເຮັດໃຫ້ແກ່ຊາວນະຄອນເຢຣູຊາເລັມ ແລະທັງໄດ້ຍິນເຖິງຄວາມຈະເລີນຮຸ່ງເຮືອງທີ່ເຮົາໄດ້ນຳມາສູ່ນະຄອນນີ້.”
ພຣະເຈົ້າຢາເວໄດ້ກ່າວວ່າ, “ຢາໂຄບຜູ້ຮັບໃຊ້ຂອງເຮົາເອີຍ ຢ່າຢ້ານກົວເລີຍ ເພາະເຮົາສະຖິດຢູ່ກັບເຈົ້າ ເຮົາຈະທຳລາຍຊົນຊາດທັງຫລາຍໃຫ້ດັບກ້ຽງ ຄືບ່ອນທີ່ເຮົາໄດ້ກະຈັດກະຈາຍພວກເຈົ້າໄປຢູ່ອາໄສ ແຕ່ເຮົາຈະບໍ່ທຳລາຍພວກເຈົ້າທັງໝົດດອກ. ເຮົາຈະປ່ອຍໃຫ້ພວກເຈົ້າໄປລ້າໆກໍບໍ່ຫ່ອນເປັນ ໂດຍບໍ່ໄດ້ຮັບໂທດກຳທີ່ພວກເຈົ້າໄດ້ກະທຳນັ້ນ. ແຕ່ເມື່ອລົງໂທດພວກເຈົ້າ ເຮົາຈະເຮັດຢ່າງຍຸດຕິທຳ.”
ເຈົ້າອາໂດນີເບເຊັກຈຶ່ງຮ້ອງຂຶ້ນວ່າ, “ຍັງມີກະສັດເຈັດສິບຄົນ ທີ່ຖືກຕັດໂປ້ມືແລະໂປ້ຕີນ; ພວກເຂົາພາກັນເກັບເສດອາຫານຕາມກ້ອງໂຕະຂອງຂ້ອຍ. ບັດນີ້ ພຣະເຈົ້າໄດ້ເຮັດຕໍ່ຂ້ອຍດັ່ງທີ່ຂ້ອຍໄດ້ເຮັດຕໍ່ພວກເຂົານັ້ນ.” ຕໍ່ມາ ເຈົ້າອາໂດນີເບເຊັກໄດ້ຖືກນຳຕົວໄປທີ່ເມືອງເຢຣູຊາເລັມ ແລະເພິ່ນໄດ້ຕາຍຢູ່ທີ່ນັ້ນ.