18 ຄືກັບປະຊາຊົນທີ່ເບີກບານໃຈໃນງານກິນລ້ຽງ.” “ເຮົາຈະເຮັດໃຫ້ເຄາະກຳຂອງພວກເຈົ້າ ໝົດສິ້ນສູນໄປ ແລະເຮັດໃຫ້ຄວາມອັບອາຍຂາຍໜ້າ ຂອງພວກເຈົ້າສູນຫາຍໄປສິ້ນ.
ຂໍຊົງໂຜດສົ່ງແສງສະຫວ່າງແລະຄວາມຈິງຂອງພຣະອົງມາ ເພື່ອວ່າສິ່ງນັ້ນຈະໄດ້ນຳພາຂ້ານ້ອຍ ແລະນຳຂ້ານ້ອຍກັບຄືນໄປສູ່ຊີໂອນ ເນີນພູສັກສິດ ແລະສູ່ພຣະວິຫານບ່ອນທີ່ພຣະອົງສະຖິດຢູ່.
ຊົນຊາດທີ່ຢູ່ອ້ອມຮອບໄດ້ດູໝິ່ນພວກຂ້ານ້ອຍ ພວກເຂົາຕ່າງກໍຫົວຂວັນແລະຫຍໍ້ຫຍັນໃສ່ພວກຂ້ານ້ອຍດ້ວຍ.
ເຮົາຈະທ້ອນໂຮມເອົາປະຊາຊົນຂອງເຮົາທີ່ຍັງເຫລືອຢູ່ ອອກມາຈາກປະເທດທັງຫລາຍ ບ່ອນທີ່ເຮົາໄດ້ເຮັດໃຫ້ພວກເຂົາກະຈັດກະຈາຍໄປນັ້ນ ກັບຄືນມາສູ່ບ້ານເກີດເມືອງນອນຂອງພວກເຂົາ. ພວກເຂົາຈະມີລູກເພີ່ມທະວີຂຶ້ນຢ່າງຫລວງຫລາຍ.
ບັດນີ້ ຈຶ່ງບໍ່ມີຜູ້ໃດມາເຝົ້າທີ່ພຣະວິຫານ ເພື່ອນະມັດສະການໃນວັນສັກສິດຕ່າງໆ. ຍິງສາວເຄີຍຮ້ອງເພງຢູ່ທີ່ນັ້ນກໍທົນທຸກຄືກັນ ບັນດາປະໂຣຫິດມີແຕ່ຮ້ອງຄວນຄາງທັງສິ້ນ. ປະຕູທາງເຂົ້ານະຄອນກໍຫວ່າງເປົ່າ ພູເຂົາຊີໂອນກໍໂສກເສົ້າເຈັບປວດໃນຊີວີ.
ບັດນີ້ ເມື່ອຕົກຢູ່ໃນສະພາບຮົກຮ້າງເພພັງ ນະຄອນເຢຣູຊາເລັມກໍຄິດເຖິງສິ່ງຮຸ່ງເຮືອງໃນອະດີດ. ເມື່ອນາງຢູ່ໃນກຳມືຂອງສັດຕູນັ້ນກໍບໍ່ມີຜູ້ໃດຊ່ວຍເຫຼືອນາງ, ຜູ້ທີ່ຊະນະເພາະຕົນຫຼົ້ມຈົມກໍຫົວຂວັນໃສ່ຊໍ້າ.
ເຮົາຈະນຳເອົາພວກເຂົາອອກມາຈາກຕ່າງປະເທດ, ເຕົ້າໂຮມເຂົ້າກັນ ແລະນຳກັບຄືນໄປສູ່ດິນແດນຂອງພວກເຂົາເອງ. ເຮົາຈະນຳພວກເຂົາກັບຄືນມາສູ່ໜ່ວຍພູແລະລຳນໍ້າຂອງຊາດອິດສະຣາເອນ ແລະຈະລ້ຽງດູພວກເຂົາຢູ່ຕາມທົ່ງຫຍ້າອັນຂຽວສົດ.
ເຮົາຈະນຳພວກເຈົ້າອອກມາຈາກທຸກໆຊົນຊາດ ແລະທຸກໆປະເທດ ເພື່ອນຳພາພວກເຈົ້າມາສູ່ດິນແດນຂອງພວກເຈົ້າເອງ.
“ຈົ່ງໄປທົ່ວນະຄອນເຢຣູຊາເລັມ ແລະເຮັດເຄື່ອງໝາຍໃສ່ໜ້າຜາກທຸກຄົນທີ່ທຸກໃຈແລະເດືອດຮ້ອນ ເພາະສິ່ງອັນໜ້າກຽດຊັງທັງໝົດທີ່ຄົນໃນເມືອງນີ້ໄດ້ເຮັດຂຶ້ນ.”
ປະຊາຊົນຢູດາແລະອິດສະຣາເອນຈະຮ່ວມເຂົ້າກັນອີກ. ພວກເຂົາຈະເລືອກເອົາຜູ້ນຳຄົນດຽວສຳລັບພວກຕົນ ພວກເຂົາຈະຮຸ່ງເຮືອງແລະອຸດົມສົມບູນອີກເທື່ອໜຶ່ງ. ແມ່ນແລ້ວ ວັນຂອງຢິດຊະເຣນ ຈະເປັນວັນຍິ່ງໃຫຍ່!
ເມື່ອວັນເທດສະການກິນລ້ຽງຖວາຍກຽດແດ່ພຣະເຈົ້າຢາເວມາເຖິງ ພວກເຂົາຈະເຮັດແນວໃດ?
ເວລານັ້ນກຳລັງມາ ເຮົາຈະນຳພວກເຈົ້າທີ່ຖືກແຕກກະຈັດກະຈາຍໄປ ກັບຄືນມາບ້ານ. ເຮົາຈະເຮັດໃຫ້ພວກເຈົ້າມີຊື່ສຽງໂດ່ງດັງທົ່ວພິພົບ ເຮັດໃຫ້ພວກເຈົ້າຈະເລີນຮຸ່ງເຮືອງອີກເທື່ອໜຶ່ງໃດ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.