Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຊຟານີຢາ 3:15 - ພຣະຄຳພີສັກສິ

15 ພຣະເຈົ້າຢາເວ​ໄດ້​ເຊົາ​ລົງໂທດ​ພວກເຈົ້າ​ແລ້ວໃດ ພຣະອົງ​ກຳຈັດ​ສັດຕູ​ທັງໝົດ​ຂອງ​ພວກເຈົ້າ​ແລ້ວ. ກະສັດ​ແຫ່ງ​ອິດສະຣາເອນ​ຄື​ພຣະເຈົ້າຢາເວ​ສະຖິດຢູ່​ທ່າມກາງ​ພວກເຈົ້າ ບັດນີ້ ບໍ່ມີ​ສິ່ງໃດ​ທີ່​ພວກເຈົ້າ​ຈະ​ຕ້ອງ​ຢ້ານກົວ​ອີກ.

Uka jalj uñjjattʼäta Copia luraña




ເຊຟານີຢາ 3:15
48 Jak'a apnaqawi uñst'ayäwi  

ນາງ​ຈຶ່ງ​ຖືພາ​ແລະ​ເກີດ​ລູກຊາຍ​ຜູ້ໜຶ່ງ. ນາງ​ເວົ້າ​ວ່າ, “ພຣະເຈົ້າ​ອະໄພ​ໂທດ​ໃຫ້​ຂ້ອຍ​ແລ້ວ ໂດຍ​ໂຜດ​ໃຫ້​ຂ້ອຍ​ມີ​ລູກ.


ຈົ່ງ​ເບີກບານ​ໃຈ​ໃນ​ພຣະຜູ້​ສ້າງ​ເຖີດ ຊາດ​ອິດສະຣາເອນ​ເອີຍ ຊາວ​ພູເຂົາ​ຊີໂອນ​ເອີຍ ຈົ່ງ​ຊື່ນໃຈ​ຍິນດີ ໃນ​ກະສັດ​ຂອງ​ພວກເຈົ້າ.


ຄວາມ​ຢຳເກງ​ແກ່​ພຣະເຈົ້າຢາເວ​ເປັນ​ການ​ດີ ຊຶ່ງ​ຄວນ​ຈະ​ມີ​ສືບໆໄປ​ເປັນນິດ. ການຕັດສິນ​ຂອງ​ພຣະເຈົ້າຢາເວ​ກໍ​ທ່ຽງທຳ ເປັນ​ການຕັດສິນ​ທີ່​ຍຸດຕິທຳ​ຢູ່​ສະເໝີ.


ຄວາມ​ໂກດຮ້າຍ​ຂອງ​ພຣະອົງ​ກໍ​ບໍ່ມີ​ຕໍ່​ພວກເຂົາ​ຕໍ່ໄປ ຄວາມ​ກິ້ວໂກດ​ຂອງ​ພຣະອົງ​ກໍ​ຖືກ​ຖອນ​ຖິ້ມ​ແລ້ວ.


ຈົ່ງ​ໃຫ້​ທຸກຄົນ​ທີ່​ອາໄສ​ຢູ່​ເທິງ​ພູເຂົາ​ຊີໂອນ ຮ້ອງໂຮ​ຍິນດີ ແລະ​ຮ້ອງລຳ​ທຳເພງ​ເຖີດ ອົງ​ຊົງ​ຍິ່ງໃຫຍ່​ແລະ​ຊົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ ຢູ່​ທ່າມກາງ​ພວກເຈົ້າ​ແລ້ວ.”


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຈະ​ທຳລາຍ​ຄວາມຕາຍ​ຕະຫລອດໄປ ພຣະອົງ​ຈະ​ເຊັດ​ນໍ້າຕາ​ໃຫ້​ໝົດ​ທຸກຄົນ​ແລະ​ກຳຈັດ​ຄວາມ​ອັບອາຍ ທີ່​ປະຊາຊົນ​ຂອງ​ພຣະອົງ​ໄດ້​ຮັບ​ຢູ່​ທົ່ວໂລກ. ພຣະເຈົ້າຢາເວ​ເອງ​ໄດ້​ກ່າວ​ດັ່ງນີ້ແຫລະ.


ເຊືອກ​ກາງ​ຜ້າໃບ​ຂອງ​ເຮືອ​ກໍ​ບໍ່ມີ​ປະໂຫຍດ; ຜ້າໃບ​ແລ່ນ​ເຮືອ​ກໍ​ໃຊ້​ການ​ບໍ່ໄດ້ ພວກເຈົ້າ​ຈະ​ຢຶດ​ຊັບສົມບັດ​ອັນ​ມະຫາສານ​ຂອງ​ກອງທັບ​ເຫຼົ່າ​ສັດຕູ​ຈົນ​ໝົດ ແມ່ນແຕ່​ຄົນ​ຂາ​ພິການ​ກໍໄດ້​ຮັບ​ສ່ວນແບ່ງ. ເພາະ​ພຣະເຈົ້າຢາເວ​ເປັນ​ຜູ້ຕັດສິນ​ຂອງ​ພວກເຮົາ, ພຣະເຈົ້າຢາເວ​ເປັນ​ຜູ້​ໃຫ້​ກົດໝາຍ​ຂອງ​ພວກເຮົາ, ພຣະເຈົ້າຢາເວ​ເປັນ​ກະສັດ​ຂອງ​ພວກເຮົາ; ພຣະອົງ​ຈະ​ຊ່ວຍ​ພວກເຮົາ​ໃຫ້​ພົ້ນ.


ພວກເຂົາ​ຈະ​ໄປຮອດ​ນະຄອນ​ຊີໂອນ​ຢ່າງ​ເບີກບານ​ໃຈ ທັງ​ຂັບຮ້ອງລຳ​ທຳເພງ​ດ້ວຍ​ຄວາມ​ຍິນດີ​ທັງນັ້ນ. ພວກເຂົາ​ຈະ​ໄດ້​ເປັນ​ສຸກໃຈ​ຢູ່​ຕະຫລອດໄປ ໂດຍ​ບໍ່​ໂສກເສົ້າ​ເຫງົາໃຈ​ແລະ​ຂົມຂື່ນ.


ພຣະເຈົ້າຢາເວ​ຂອງ​ເຈົ້າ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຂອງເຈົ້າ ຜູ້​ທີ່​ປົກປ້ອງ​ຄຸ້ມຄອງ​ເຈົ້າ​ກ່າວ​ດັ່ງນີ້: “ເຮົາ​ກຳລັງ​ເອົາ​ຈອກ​ທີ່​ເຮົາ​ໃຫ້​ເຈົ້າ​ດື່ມ​ໜີໄປ ທີ່​ໃຫ້​ເຈົ້າ​ດື່ມ​ລົງ​ໄປ​ຍ້ອນ​ຄວາມ​ໂກດຮ້າຍ. ເຈົ້າ​ຈະ​ບໍ່ໄດ້​ດື່ມ​ຈາກ​ຈອກ​ນັ້ນ​ອີກ​ຕໍ່ໄປ ເຫຼົ້າ​ອະງຸ່ນ​ທີ່​ເຮັດ​ໃຫ້​ເຈົ້າ​ຍ່າງ​ໂຊເຊ​ນັ້ນ.


ນະຄອນ​ເຢຣູຊາເລັມ​ເອີຍ ຈົ່ງ​ເປັ່ງ​ສຽງ​ຮ້ອງ​ຍິນດີ ເຈົ້າ​ຜູ້​ທີ່​ເປັນ​ເມືອງ​ເພພັງ​ແລະ​ຮົກຮ້າງ ພຣະເຈົ້າຢາເວ​ຈະ​ຊົງໄຖ່​ເອົາ​ນະຄອນ​ເຢຣູຊາເລັມ ທັງ​ຈະ​ອອຍໃຈ​ປະຊາຊົນ​ຂອງ​ພຣະອົງ​ດ້ວຍ.


ຄວາມ​ຍຸດຕິທຳ​ແລະ​ຄວາມ​ຖືກຕ້ອງ​ຈະ​ໃຫ້​ເຈົ້າ​ເຂັ້ມແຂງ​ຂຶ້ນ ເຈົ້າ​ຈະ​ພົ້ນ​ຈາກ​ການກົດຂີ່​ແລະ​ຈາກ​ຄວາມຢ້ານ.


ສຽງ​ຂອງ​ຄວາມ​ຮຸນແຮງ​ນັ້ນ​ຈະ​ບໍ່ມີ​ຕໍ່ໄປ ຄວາມ​ຈິບຫາຍ​ຈະ​ບໍ່​ມາ​ທຳລາຍ​ປະເທດ​ອີກ. ເຮົາ​ຈະ​ເປັນ​ດັ່ງ​ກຳແພງ​ລ້ອມ​ປົກປ້ອງ​ຄຸ້ມຄອງ ເຈົ້າ​ຈະ​ຍົກຍໍ​ເຮົາ​ເພາະ​ເຮົາ​ຊ່ວຍ​ເຈົ້າ​ໃຫ້​ພົ້ນ.


ເຮົາ​ເອງ​ກໍ​ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ ຍ້ອນ​ນະຄອນ​ເຢຣູຊາເລັມ ແລະ​ປະຊາຊົນ​ໃນ​ນະຄອນ​ນີ້. ໃນ​ທີ່ນັ້ນ ຈະ​ບໍ່ມີ​ສຽງ​ຮ້ອງໄຫ້ ບໍ່ມີ​ສຽງ​ຮ້ອງຂໍ​ໃຫ້​ຊ່ວຍເຫລືອ.


ຈົ່ງ​ຟັງ​ສຽງ​ທີ່​ມາ​ຈາກ​ດິນແດນ​ທີ່​ຫ່າງໄກ ຂ້ານ້ອຍ​ໄດ້ຍິນ​ປະຊາຊົນ​ພາກັນ​ຮ້ອງໄຫ້​ວ່າ, “ພຣະເຈົ້າຢາເວ​ບໍ່ໄດ້​ສະຖິດ​ຢູ່​ໃນ​ຊີໂອນ​ຕໍ່ໄປ​ບໍ? ກະສັດ​ແຫ່ງ​ຊີໂອນ​ບໍ່ໄດ້​ຢູ່​ໃນ​ທີ່ນັ້ນ​ຕໍ່ໄປ​ຫລືນີ້?” ພຣະອົງ​ຄື​ກະສັດ​ຂອງ​ພວກເຂົາ ໂຕ້ຕອບ​ຄືນ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ເຮັດ​ໃຫ້​ເຮົາ​ໂກດຮ້າຍ​ນໍ? ໂດຍ​ພາກັນ​ຂາບໄຫວ້​ບັນດາ​ຮູບເຄົາຣົບ ກົ້ມຂາບ​ພະ​ຕ່າງຊາດ​ທີ່​ບໍ່ມີ​ປະໂຫຍດ​ຫຍັງ?”


ເຈົ້າ​ໄດ້​ກ່າວ​ວ່າ​ຢູດາຍ​ແລະ​ອິດສະຣາເອນ​ເປັນ​ຂອງເຈົ້າ ຕະຫລອດ​ທັງ​ດິນແດນ​ຂອງ​ສອງ​ຊົນຊາດ​ນີ້ ແລະ​ຍັງ​ເວົ້າ​ວ່າ ເຈົ້າ​ເປັນ​ກຳມະສິດ​ເໜືອ​ພວກເຂົາ; ເຖິງ​ແມ່ນ​ວ່າ​ເຮົາ​ຄື​ພຣະເຈົ້າຢາເວ ເປັນ​ພຣະເຈົ້າ​ຂອງ​ພວກເຂົາ​ກໍຕາມ.


ດິນແດນ​ຈະ​ບໍ່​ຟັງ​ສຽງ​ຊົນຊາດ​ທັງຫລາຍ​ທີ່​ຫຍໍ້ຫຍັນ ຫລື​ເຫັນ​ປະຊາຊົນ​ທັງປວງ​ຫົວ​ເຍາະເຍີ້ຍ​ໃສ່​ຕົນ​ອີກ​ຕໍ່ໄປ. ດິນແດນ​ຈະ​ບໍ່​ສັງຫານ​ພວກ​ເດັກນ້ອຍ​ຂອງຕົນ​ອີກ​ຕໍ່ໄປ.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.


ເຮົາ​ຈະ​ເທ​ພຣະວິນຍານ​ຂອງເຮົາ​ລົງ​ມາ​ເທິງ​ປະຊາຊົນ​ອິດສະຣາເອນ ແລະ​ເຮົາ​ກໍ​ຈະ​ບໍ່​ຫັນ​ໜີໄປ​ຈາກ​ພວກເຂົາ​ຈັກເທື່ອ.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.


ລວງຍາວ​ທັງໝົດ​ຂອງ​ກຳແພງ​ທັງ​ສີ່​ດ້ານ​ຂອງ​ນະຄອນ ມີ​ເກົ້າພັນ​ແມັດ. ຕັ້ງແຕ່​ນີ້​ຕໍ່ໄປ​ຊື່​ຂອງ​ນະຄອນ​ນີ້​ແມ່ນ, “ພຣະເຈົ້າຢາເວ​ສະຖິດ​ຢູ່​ທີ່ນີ້.”


ແລ້ວ​ພວກເຈົ້າ​ກໍຈະ​ຮູ້ຈັກ ວ່າ ເຮົາ​ນີ້ແຫຼະ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ເຮົາ​ຢູ່​ເທິງ​ຊີໂອນ ເນີນພູ​ສັກສິດ​ຂອງເຮົາ​ນັ້ນ; ສ່ວນ​ເຢຣູຊາເລັມ​ນັ້ນ​ຈະ​ເປັນ​ນະຄອນ​ທີ່​ສັກສິດ ຊາວ​ຕ່າງດ້າວ​ຈະ​ບໍ່​ຊະນະ​ນະຄອນ​ນີ້​ໄດ້​ຈັກເທື່ອ.


ເຮົາ​ຈະ​ປູກ​ປະຊາຊົນ​ຂອງເຮົາ​ໄວ້​ຢູ່​ໃນ​ດິນແດນ ບ່ອນ​ທີ່​ເຮົາ​ມອບ​ໃຫ້​ແກ່​ພວກເຂົາ ແລະ​ພວກເຂົາ​ຈະ​ບໍ່​ຖືກ​ຫລົກ​ອອກ​ໜີໄປ​ເລີຍ.” ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ກ່າວ​ດັ່ງນີ້ແຫຼະ.


ແລ້ວ​ເຫຼົ່າ​ສັດຕູ​ຂອງ​ພວກເຮົາ​ກໍ​ຈະ​ເຫັນ​ສິ່ງນີ້ ແລະ​ໄດ້​ຮັບ​ຄວາມ​ອັບອາຍ​ຂາຍໜ້າ ຄື​ເຫຼົ່າ​ສັດຕູ​ຜູ້​ດຽວກັນ​ທີ່​ເວົ້າ​ທັບຖົມ​ພວກເຮົາ​ວ່າ, “ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ນັ້ນ​ຢູ່​ໃສ?” ພວກເຮົາ​ຈະ​ເຫັນ​ພວກເຂົາ​ພ່າຍແພ້​ຖືກ​ຢຽບຢໍ່າ​ລົງ ເໝືອນ​ດັ່ງ​ຢຽບ​ຂີ້ຕົມ​ຕາມ​ຖະໜົນ​ຫົນທາງ.


ພວກເຈົ້າ​ໄດ້​ປໍ້າ​ຕົ້ນໄມ້​ໃນ​ປ່າ​ເລບານອນ​ລົງ​ສັນໃດ ບັດນີ້ ພວກເຈົ້າ​ກໍ​ຈະ​ຖືກ​ປໍ້າ​ລົງ​ສັນນັ້ນ. ພວກເຈົ້າ​ໄດ້​ຂ້າ​ສັດ​ໃນ​ປ່າ​ສັນໃດ; ບັດນີ້ ສັດ​ທັງຫລາຍ​ກໍ​ຈະ​ເຮັດ​ໃຫ້​ພວກເຈົ້າ​ສະທ້ານ​ຢ້ານກົວ​ສັນນັ້ນ. ເຫດການ​ນີ້​ຈະ​ເກີດຂຶ້ນ ຍ້ອນ​ການນອງເລືອດ​ທີ່​ພວກເຈົ້າ​ໄດ້​ສ້າງ​ໄວ້ ແລະ​ຍ້ອນ​ການ​ໂຫດຮ້າຍ​ທາລຸນ​ທີ່​ພວກເຈົ້າ​ໄດ້​ເຮັດ​ຕໍ່​ປະຊາຊົນ​ໃນ​ໂລກ ແລະ​ຕາມ​ຕົວເມືອງ​ຕ່າງໆ.


ພວກເຈົ້າ​ໄດ້​ປຸ້ນຈີ້​ປະຊາຊົນ​ຫລາຍໆ​ຊົນຊາດ; ແຕ່​ບັດນີ້ ຜູ້​ທີ່​ລອດຕາຍ​ມາ​ໄດ້​ນັ້ນ ຈະ​ປຸ້ນຈີ້​ພວກເຈົ້າ​ຄືນ ຍ້ອນ​ການນອງເລືອດ​ທີ່​ພວກເຈົ້າ​ໄດ້​ສ້າງ​ໄວ້ ແລະ​ຍ້ອນ​ການ​ໂຫດຮ້າຍ​ທາລຸນ​ທີ່​ພວກເຈົ້າ​ໄດ້​ເຮັດ​ຕໍ່​ປະຊາຊົນ​ໃນ​ໂລກ ແລະ​ຕາມ​ຕົວເມືອງ​ຕ່າງໆ.


ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຊົງ​ສະຖິດ​ຢູ່​ກັບ​ພວກເຈົ້າ ພວກເຈົ້າ​ໄດ້​ມີໄຊ​ດ້ວຍ​ຣິດອຳນາດ​ຂອງ​ພຣະອົງ ພຣະອົງ​ຈະ​ເປັນ​ສຸກໃຈ​ຍ້ອນ​ພວກເຈົ້າ​ທັງຫລາຍ ໃນ​ຄວາມຮັກ​ນັ້ນ​ຈະ​ຊົງ​ໃຫ້​ຊີວິດ​ໃໝ່​ແກ່​ພວກເຈົ້າ. ພຣະອົງ​ຈະ​ຂັບຮ້ອງ​ດີໃຈ​ເໜືອ​ພວກເຈົ້າ​ທັງຫລາຍ


ແຕ່​ພຣະເຈົ້າຢາເວ​ຍັງ​ສະຖິດ​ຢູ່​ໃນ​ເມືອງນີ້ ພຣະອົງ​ເຮັດ​ຖືກຕ້ອງ ແລະ​ບໍ່​ເຮັດ​ຜິດ​ຈັກເທື່ອ. ທຸກໆເຊົ້າ​ພຣະອົງ​ນຳ​ຄວາມ​ຍຸດຕິທຳ​ມາ​ສູ່​ປະຊາຊົນ​ຂອງ​ພຣະອົງ​ບໍ່ໄດ້​ຂາດ. ແຕ່​ເຖິງ​ປານ​ນັ້ນ ຄົນ​ອະທຳ​ໃນ​ທີ່ນັ້ນ​ກໍ​ຍັງ​ສືບຕໍ່​ເຮັດ​ຜິດ ແລະ​ບໍ່​ລະອາຍ​ໃຈ.


ແຕ່​ເມື່ອ​ເວລາ​ນັ້ນ​ມາເຖິງ ເຮົາ​ຈະ​ເຮັດ​ໃຫ້​ນະຄອນ​ເຢຣູຊາເລັມ​ເປັນ​ດັ່ງ​ຫີນ​ໜັກ​ກ້ອນ​ໜຶ່ງ ຊົນຊາດ​ໃດ​ທີ່​ພະຍາຍາມ​ຍົກ​ຫີນ​ກ້ອນ​ນີ້​ຂຶ້ນ​ກໍ​ຈະ​ໄດ້​ຮັບ​ບາດເຈັບ. ຊົນຊາດ​ທັງໝົດ​ຢູ່​ໃນ​ໂລກນີ້ ຈະ​ໂຮມ​ກຳລັງ​ກັນ​ໂຈມຕີ​ນະຄອນ​ນີ້.


ປະຊາຊົນ​ຈະ​ຢູ່​ໃນ​ທີ່ນັ້ນ​ຢ່າງ​ປອດໄພ ຄື​ບໍ່​ຖືກ​ຄຸກຄາມ​ໂດຍ​ໄພພິບັດ​ອີກ​ຕໍ່ໄປ.


ຈົ່ງ​ຍິນດີ​ເຖີດ ປະຊາຊົນ​ຂອງ​ພູເຂົາ​ຊີໂອນ​ເອີຍ ປະຊາຊົນ​ນະຄອນ​ເຢຣູຊາເລັມ ຈົ່ງ​ໂຮຮ້ອງ​ຍິນດີ​ເຖີດ ຈົ່ງ​ເບິ່ງດູ​ວ່າ​ກະສັດ​ຂອງ​ພວກເຈົ້າ​ກຳລັງ​ມາ​ຫາ ເພິ່ນ​ມາ​ຢ່າງ​ຜູ້​ມີໄຊ​ແລະ​ຢ່າງ​ຜູ້​ຍຸດຕິທຳ​ດ້ວຍ ແຕ່​ພັດ​ຖ່ອມຕົວ​ລົງ​ມາ​ນັ່ງ​ທີ່​ເທິງ​ຫລັງ​ລໍ ຂີ່​ລໍນ້ອຍ​ໂຕ​ທີ່​ເກີດ​ມາ​ຈາກ​ລໍແມ່.


ນະທານາເອັນ ຕອບ​ພຣະອົງ​ວ່າ, “ພຣະອາຈານ​ເຈົ້າ​ເອີຍ, ທ່ານ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ ທ່ານ​ເປັນ​ກະສັດ​ຂອງ​ຊາດ​ອິດສະຣາເອນ.”


“ນະຄອນ​ຊີໂອນ​ເອີຍ ຢ່າ​ສູ່​ຢ້ານ ເບິ່ງດູ ເຈົ້າ​ກະສັດ​ຂອງ​ເຈົ້າ ກຳລັງ​ຂີ່​ລໍ​ມາ.”


ປີລາດ​ໄດ້​ສັ່ງ​ໃຫ້​ຂຽນ​ປ້າຍ​ຕິດ​ໃສ່​ເທິງ​ໄມ້ກາງແຂນ​ວ່າ, “ເຢຊູ​ໄທ​ນາຊາເຣັດ ກະສັດ​ຂອງ​ຊາດ​ຢິວ.”


“ເຮົາ​ເຮັດ​ສິ່ງໜຶ່ງ​ສິ່ງໃດ​ຕາມ​ລຳພັງໃຈ​ຂອງເຮົາ​ເອງ​ບໍ່ໄດ້ ເຮົາ​ຕັດສິນ​ຕາມ​ທີ່​ພຣະເຈົ້າ​ບອກ​ເຮົາ​ເທົ່ານັ້ນ ແລະ​ການ​ຕັດສິນ​ຂອງເຮົາ​ກໍ​ຍຸດຕິທຳ ເພາະ​ເຮົາ​ບໍ່ໄດ້​ພະຍາຍາມ​ເຮັດ​ຕາມ​ໃຈ​ຂອງເຮົາ​ເອງ ແຕ່​ເຮັດ​ຕາມ​ໃຈ​ຂອງ​ພຣະອົງ​ຜູ້​ທີ່​ໄດ້​ໃຊ້​ເຮົາ​ມາ.”


ແລ້ວ​ຂ້າພະເຈົ້າ​ໄດ້ຍິນ​ສຽງດັງ​ມາ​ຈາກ​ສະຫວັນ​ວ່າ, “ບັດນີ້​ຄວາມ​ລອດພົ້ນ ຣິດເດດ ແລະ​ຣາຊອານາຈັກ​ແຫ່ງ​ພຣະເຈົ້າ​ຂອງ​ເຮົາ​ທັງຫລາຍ ກັບ​ທັງ​ຣິດອຳນາດ​ພຣະຄຣິດ​ຂອງ​ພຣະອົງ​ໄດ້​ມາ​ເຖິງ​ແລ້ວ ເພາະວ່າ​ຜູ້​ທີ່​ກ່າວໂທດ​ພວກ​ພີ່ນ້ອງ​ຂອງເຮົາ ຕໍ່​ພຣະພັກ​ພຣະເຈົ້າ​ຂອງເຮົາ ທັງ​ກາງເວັນ​ແລະ​ກາງຄືນ​ນັ້ນ ກໍໄດ້​ຖືກ​ຖິ້ມ​ລົງ​ເສຍ​ແລ້ວ.


“ໂອ ສະຫວັນ ແລະ​ບັນດາ​ໄພ່ພົນ​ຂອງ​ພຣະເຈົ້າ ໂອ ອັກຄະສາວົກ ແລະ​ຜູ້​ປະກາດ​ພຣະທຳ​ທັງຫລາຍ​ເອີຍ ຈົ່ງ​ຊົມຊື່ນ​ຍິນດີ​ເພາະ​ນະຄອນ​ນັ້ນ. ດ້ວຍວ່າ, ພຣະເຈົ້າ​ໄດ້​ຊົງ​ພິພາກສາ​ລົງໂທດ​ນະຄອນ​ນັ້ນ ເພື່ອ​ເປັນ​ການ​ແກ້ແຄ້ນ​ໃຫ້​ເຈົ້າ​ທັງຫລາຍ​ແລ້ວ.”


ຕາມ​ເສື້ອຄຸມ​ແລະ​ຕາມ​ກົກຂາ​ຂອງ​ພຣະອົງ ໄດ້​ມີ​ຊື່​ຂຽນ​ໄວ້​ວ່າ, “ຈອມ​ກະສັດ.” ແລະ “ຈອມ​ເຈົ້ານາຍ.”


ດັ່ງນັ້ນ ພວກເຂົາ​ຈຶ່ງ​ໄດ້​ຢືນ​ຢູ່​ຕໍ່ໜ້າ​ພຣະຣາຊບັນລັງ​ຂອງ​ພຣະເຈົ້າ ແລະ​ບົວລະບັດ​ຮັບໃຊ້​ພຣະອົງ​ໃນ​ພຣະວິຫານ ທັງ​ກາງເວັນ​ແລະ​ກາງຄືນ ແລະ​ພຣະອົງ​ຜູ້​ທີ່​ປະທັບ​ຢູ່​ເທິງ​ພຣະຣາຊບັນລັງ​ນັ້ນ ຈະ​ຊົງ​ສະຖິດ​ຢູ່​ນຳ​ແລະ​ປົກປ້ອງ​ຄຸ້ມຄອງ​ພວກເຂົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka