Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຊຟານີຢາ 3:11 - ພຣະຄຳພີສັກສິ

11 ໃນ​ວັນ​ນັ້ນ ພວກເຈົ້າ​ທີ່​ເປັນ​ປະຊາຊົນ​ຂອງເຮົາ ຈະ​ບໍ່ໄດ້​ອັບອາຍ​ຂາຍໜ້າ​ອີກ​ຕໍ່ໄປ ຍ້ອນ​ໄດ້​ກະບົດ​ຕໍ່ສູ້​ເຮົາ. ເຮົາ​ຈະ​ກຳຈັດ​ທຸກຄົນ ທີ່​ອວດດີ​ແລະ​ຈອງຫອງ​ໃຫ້​ໝົດສິ້ນ​ໄປ ແລະ​ພວກເຈົ້າ​ຈະ​ບໍ່​ກະບົດ​ຕໍ່ສູ້​ເຮົາ​ອີກ​ຕໍ່ໄປ ທີ່​ເທິງ​ເນີນພູ​ສັກສິດ​ຂອງເຮົາ.

Uka jalj uñjjattʼäta Copia luraña




ເຊຟານີຢາ 3:11
29 Jak'a apnaqawi uñst'ayäwi  

ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ເຊົາ​ອວດດີ​ອວດເດັ່ນ​ແລ້ວ ແລະ​ຫັນໜີ​ຈາກ​ຄວາມ​ຂີ້ອົ່ງ​ຈອງຫອງ​ດ້ວຍ. ຂ້ານ້ອຍ​ບໍ່​ຫ່ວງ​ໃນ​ຄວາມ​ເປັນໃຫຍ່​ເປັນໂຕ ຫລື​ໃນ​ເລື່ອງ​ໃດໆ​ທີ່​ເກີນ​ກຳລັງ​ປັນຍາ​ນັ້ນ.


ຂ້ານ້ອຍ​ບໍ່​ຢ້ານ​ໃນ​ຄາວ​ອັນຕະລາຍ ເມື່ອ​ຖືກ​ສັດຕູ​ອ້ອມລ້ອມ​ຂ້ານ້ອຍ​ໄວ້


ຄຳເວົ້າ​ທຸກ​ຄຳ​ຂອງ​ພວກເຂົາ​ລ້ວນແຕ່​ເປັນ​ບາບ​ໝົດ ເພາະ​ບາບ​ອາໄສ​ຢູ່​ໃນ​ສົບປາກ​ຂອງ​ເຂົາເຈົ້າ; ໃນ​ຄວາມ​ຈອງຫອງ​ນັ້ນ ຂໍ​ໃຫ້​ພວກເຂົາ​ຖືກ​ຈັບ​ໄປ ເພາະວ່າ​ພວກເຂົາ​ມັກ​ສາບແຊ່ງ​ແລະ​ຂີ້ຕົວະ


ເທິງ​ເນີນພູ​ສັກສິດ​ຂອງ​ພຣະເຈົ້າ​ຄື​ພູເຂົາ​ຊີໂອນ ທີ່​ນັ້ນ​ຈະ​ບໍ່ມີ​ສິ່ງໃດໆ​ທຳຮ້າຍ ແລະ​ຊົ່ວຊ້າ. ຄົນ​ທີ່​ຮູ້​ເຖິງ​ພຣະເຈົ້າຢາເວ​ຈະ​ມີ​ຢູ່​ເຕັມ​ດິນແດນ ດັ່ງ​ທ້ອງ​ທະເລ​ຫລວງ​ທີ່​ເຕັມ​ໄປ​ດ້ວຍ​ນໍ້າ.


ໃນ​ວັນ​ນັ້ນ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຈະ​ເຮັດ​ໃຫ້​ທຸກຄົນ​ທີ່​ມີ​ອຳນາດ ທຸກຄົນ​ທີ່​ອວດອົ່ງ ແລະ​ທຸກຄົນ​ທີ່​ຈອງຫອງ​ນັ້ນ​ໄດ້​ຖ່ອມຕົວ​ລົງ.


ແຕ່​ພຣະເຈົ້າຢາເວ​ໄດ້​ຊ່ວຍຊູ​ຊາດ​ອິດສະຣາເອນ ແລະ​ຄວາມມີໄຊ​ຂອງ​ພວກເຂົາ​ກໍ​ດຳລົງ​ໄປ​ຕະຫລອດ; ພຣະອົງ​ຈະ​ບໍ່​ໃຫ້​ປະຊາຊົນ​ຂອງ​ພຣະອົງ ໄດ້​ຖືກ​ອັບອາຍ​ຂາຍໜ້າ​ອີກ​ຈັກເທື່ອ.”’


ທຸກຄົນ​ຈະ​ຖືກ​ອັບອາຍ​ຂາຍໜ້າ ແລະ​ຜູ້​ທີ່​ອວດອົ່ງ​ຈອງຫອງ​ຈະ​ຖ່ອມຕົວ.


ຢ່າ​ສູ່ຢ້ານ ເພາະ​ເຈົ້າ​ຈະ​ບໍ່​ຖືກ​ອັບອາຍ​ອີກ​ເລີຍ ເຈົ້າ​ຈະ​ບໍ່ໄດ້​ເສຍ​ກຽດສັກສີ​ແຕ່​ຢ່າງໃດ. ເຈົ້າ​ຈະ​ລືມ​ຄວາມອາຍ​ໃນ​ໄວສາວ ເຈົ້າ​ຈະ​ບໍ່​ຈົດຈຳ​ຄຳ​ຕ້ອງຕິ​ໃນ​ຄາວ​ເຈົ້າ​ເປັນ​ໝ້າຍ.


“ເຮົາ​ຈະ​ນຳ​ພວກເຈົ້າ​ໄປ​ຍັງ​ຊີໂອນ ເນີນພູ​ສັກສິດ​ຂອງເຮົາ ເພື່ອ​ໃຫ້​ພວກເຈົ້າ​ມີ​ຄວາມ​ຊົມຊື່ນ​ຍິນດີ​ໃນ​ເຮືອນ​ຂອງເຮົາ​ສຳລັບ​ພາວັນນາ​ອະທິຖານ ແລະ​ເຮົາ​ຈະ​ຮັບ​ເຄື່ອງບູຊາ​ຊຶ່ງ​ພວກເຈົ້າ​ຖວາຍ​ທີ່​ເທິງ​ແທ່ນ​ຂອງເຮົາ. ພຣະວິຫານ​ຂອງເຮົາ​ຈະ​ເປັນ​ທີ່​ເອີ້ນ​ວ່າ, ‘ວິຫານ​ແຫ່ງ​ການ​ໄຫວ້ວອນ​ສຳລັບ​ທຸກ​ຊົນຊາດ.”’


ຄວາມ​ອັບອາຍ​ຂາຍໜ້າ​ຂອງ​ພວກເຈົ້າ​ກໍ​ສິ້ນສຸດ​ໄປ ແລະ​ຈະ​ໄດ້​ອາໄສ​ຢູ່​ໃນ​ດິນແດນ​ຂອງ​ພວກເຈົ້າ ແລະ​ຊັບສົມບັດ​ຂອງ​ພວກເຈົ້າ​ກໍ​ຈະ​ມີ​ເທົ່າຕົວ ພວກເຈົ້າ​ຈະ​ຊົມຊື່ນ​ຍິນດີ​ຢູ່​ຕະຫລອດ.


“ດ້ວຍ​ວິທີ​ນີ້​ແຫຼະ ເຮົາ​ຈະ​ທຳລາຍ​ຄວາມ​ຈອງຫອງ​ຂອງ​ຢູດາ ແລະ​ຄວາມ​ຈອງຫອງ​ອັນໃຫຍ່​ຂອງ​ຊາວ​ນະຄອນ​ເຢຣູຊາເລັມ.


ຢ່າ​ເຊື່ອ​ຄຳຫລອກລວງ​ທີ່​ວ່າ, ‘ພວກເຮົາ​ປອດໄພ ທີ່​ນີ້​ແມ່ນ​ພຣະວິຫານ​ຂອງ​ພຣະເຈົ້າຢາເວ ທີ່​ນີ້​ແມ່ນ​ພຣະວິຫານ​ຂອງ​ພຣະເຈົ້າຢາເວ ທີ່​ນີ້​ແມ່ນ​ພຣະວິຫານ​ຂອງ​ພຣະເຈົ້າຢາເວ.’


ໃນ​ດິນແດນ​ນັ້ນ ຄື​ທີ່​ເທິງ​ພູເຂົາ​ສັກສິດ​ຂອງເຮົາ ທີ່​ເທິງ​ພູເຂົາ​ສູງ​ຂອງ​ຊາດ​ອິດສະຣາເອນ ຊາວ​ອິດສະຣາເອນ​ທຸກ​ທົ່ວໜ້າ​ຕ່າງ​ກໍ​ຈະ​ຮັບໃຊ້​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ. ເຮົາ​ຈະ​ພໍໃຈ​ກັບ​ພວກເຈົ້າ​ແລະ​ຫວັງວ່າ ຈະ​ໃຫ້​ພວກເຈົ້າ​ນຳ​ເຄື່ອງບູຊາ​ມາ​ຖວາຍ​ແກ່​ເຮົາ ຄື​ເຄື່ອງ​ອັນ​ດີທີ່ສຸດ​ແລະ​ເຄື່ອງ​ອັນ​ສັກສິດ​ຂອງ​ພວກເຈົ້າ.


ແກ່​ພວກເຈົ້າ​ຊາວ​ອິດສະຣາເອນ​ວ່າ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ: ‘ເຮົາ​ຈະ​ເຮັດ​ໃຫ້​ພຣະວິຫານ​ຂອງເຮົາ​ເປັນ​ມົນທິນ ຍ້ອນ​ພວກເຈົ້າ​ພາກພູມ​ໃຈ​ເຖິງ​ຄວາມ​ໝັ້ນຄົງ​ຂອງ​ພຣະວິຫານ. ພວກເຈົ້າ​ມັກ​ຈະ​ແນມເບິ່ງ​ພຣະວິຫານ​ນັ້ນ ແລະ​ມັກ​ຈະ​ເຂົ້າ​ໄປ​ໃນ​ທີ່ນັ້ນ; ພວກ​ລູກ​ຊາຍ​ຍິງ​ຂອງ​ພວກເຈົ້າ​ທີ່​ເຫຼືອ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ຈະ​ຖືກ​ຂ້າ​ໃນ​ສົງຄາມ.


ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະອົງ​ໄດ້​ປ້ອງກັນ​ພວກ​ຂ້ານ້ອຍ​ໃນ​ອະດີດ; ສະນັ້ນ ຂໍ​ຢ່າ​ໂກດຮ້າຍ​ນະຄອນ​ເຢຣູຊາເລັມ​ອີກ​ຕໍ່ໄປ​ທ້ອນ. ນະຄອນ​ເຢຣູຊາເລັມ​ເປັນ​ເມືອງ​ຂອງ​ພຣະອົງ ແລະ​ເປັນ​ພູເຂົາ​ສັກສິດ​ຂອງ​ພຣະອົງ. ປະເທດ​ເພື່ອນບ້ານ​ທັງໝົດ ຕ່າງ​ກໍໄດ້​ດູຖູກ​ຢຽດຫຍາມ​ນະຄອນ​ເຢຣູຊາເລັມ​ແລະ​ປະຊາຊົນ​ຂອງ​ພຣະອົງ ຍ້ອນ​ບາບ​ຂອງ​ພວກ​ຂ້ານ້ອຍ​ແລະ​ການ​ເຮັດ​ຊົ່ວ​ຂອງ​ບັນພະບຸລຸດ​ຂອງ​ພວກ​ຂ້ານ້ອຍ.


ຂ້າພະເຈົ້າ​ໄດ້​ສືບຕໍ່​ກ່າວ ແລະ​ພາວັນນາ​ອະທິຖານ ໂດຍ​ສາລະພາບ​ບາບ​ຂອງ​ຂ້າພະເຈົ້າ ແລະ​ບາບ​ຂອງ​ຊາວ​ອິດສະຣາເອນ​ປະຊາຊົນ​ຂອງ​ຂ້າພະເຈົ້າ ແລະ​ຂໍຮ້ອງ​ຕໍ່ໜ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້າພະເຈົ້າ ສຳລັບ​ພູເຂົາ​ອັນ​ສັກສິດ​ຂອງ​ພຣະເຈົ້າ​ຂອງ​ຂ້າພະເຈົ້າ.


ພວກ​ຜູ້ປົກຄອງ​ເມືອງ ກໍ​ປົກຄອງ​ດ້ວຍ​ເຫັນ​ແກ່​ສິນບົນ ພວກ​ປະໂຣຫິດ​ກໍ​ແປ​ກົດບັນຍັດ​ດ້ວຍ​ເຫັນ​ແກ່​ຄ່າຈ້າງ​ລາງວັນ ພວກ​ຜູ້ທຳນວາຍ​ກໍ​ບອກ​ນິມິດ​ຂອງຕົນ​ດ້ວຍ​ເຫັນ​ແກ່​ເງິນ ແລະ​ພວກເຂົາ​ທຸກຄົນ​ຕ່າງ​ກໍ​ອ້າງ​ວ່າ ພຣະເຈົ້າຢາເວ​ຢູ່​ກັບ​ພວກຕົນ ພວກເຂົາ​ເວົ້າ​ວ່າ, “ເຫດຮ້າຍ​ໃດໆ​ຈະ​ບໍ່​ມາ​ຖືກ​ພວກເຮົາ​ດອກ ເພາະ​ພຣະເຈົ້າຢາເວ​ສະຖິດ​ຢູ່​ນຳ​ພວກເຮົາ.”


ພວກເຂົາ​ໄດ້​ມາ​ເຕົ້າໂຮມ​ກັນ​ຕໍ່ສູ້​ໂມເຊ​ແລະ​ຕໍ່ສູ້​ອາໂຣນ ແລະ​ກ່າວ​ວ່າ, “ທ່ານ​ເຮັດ​ໂພດ​ເກີນ​ໄປ​ແລ້ວໃດ! ສະມາຊິກ​ທັງໝົດ​ຢູ່​ໃນ​ຊຸມຊົນ​ເປັນ​ຄົນ​ບໍຣິສຸດ ແລະ​ພຣະເຈົ້າຢາເວ​ກໍ​ສະຖິດ​ຢູ່​ນຳ​ພວກເຮົາ​ທຸກຄົນ. ແລ້ວ​ເປັນຫຍັງ​ທ່ານ​ຈຶ່ງ​ຖືຕົວ​ເໜືອ​ກວ່າ​ຊຸມຊົນ​ຂອງ​ພຣະເຈົ້າຢາເວ?”


ແລະ ຢ່າ​ຄິດ​ໃນ​ໃຈ​ວ່າ ພວກເຮົາ​ມີ​ອັບຣາຮາມ​ເປັນ​ພໍ່​ເຄົ້າ​ຂອງ​ພວກເຮົາ. ຂ້າພະເຈົ້າ​ບອກ​ພວກເຈົ້າ​ວ່າ, ພຣະເຈົ້າ​ຊົງ​ຣິດ​ສາມາດ​ບັນດານ​ໃຫ້​ກ້ອນຫີນ​ເຫຼົ່ານີ້​ເປັນ​ລູກຫລານ​ຂອງ​ອັບຣາຮາມ​ກໍໄດ້


ແຕ່​ຖ້າ​ເຈົ້າ​ໄດ້​ຊື່​ວ່າ​ເປັນ​ຢິວ ເຈົ້າ​ເພິ່ງ​ອາໄສ​ກົດບັນຍັດ ແລະ​ອວດ​ວ່າ​ມີ​ພຣະເຈົ້າ,


ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ນີ້​ແຫຼະ ເຮົາ​ໄດ້​ວາງ​ຫີນ​ກ້ອນ​ໜຶ່ງ​ໄວ້​ໃນ​ເມືອງ​ຊີໂອນ ເປັນ​ຫີນ​ກ້ອນ​ທີ່​ໃຫ້​ຄົນ​ຕຳ​ສະດຸດ ຄື​ກ້ອນຫີນ​ທີ່​ໃຫ້​ຄົນ​ລົ້ມ​ລົງ ແຕ່​ຜູ້​ທີ່​ເຊື່ອ​ໃນ​ພຣະອົງ​ຈະ​ບໍ່ໄດ້​ຮັບ​ຄວາມ​ອັບອາຍ​ຈັກເທື່ອ.”


ເພາະ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ແລ້ວ​ວ່າ, “ເບິ່ງແມ! ເຮົາ​ວາງ​ຫີນ​ກ້ອນ​ໜຶ່ງ​ລົງ ໃນ​ເມືອງ​ຊີໂອນ ເປັນ​ຫີນ​ເສົາ​ເອກ​ທີ່​ເລືອກ​ໄວ້​ແລ້ວ, ແລະ​ເປັນ​ຫີນ​ທີ່​ມີຄ່າ​ອັນ​ປະເສີດ ຜູ້​ທີ່​ວາງໃຈ​ໃນ​ຫີນ​ນັ້ນ ກໍ​ຈະ​ບໍ່ໄດ້​ຮັບ​ ຄວາມ​ອັບອາຍ​ຈັກເທື່ອ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka