Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຊຟານີຢາ 3:10 - ພຣະຄຳພີສັກສິ

10 ແມ່ນແຕ່​ຈາກ​ທີ່​ຫ່າງ​ໄກ​ສຸດ​ຂອງ​ເອທິໂອເປຍ ຄື​ປະຊາຊົນ​ທີ່​ເຮົາ​ໄດ້​ກະຈັດ​ກະຈາຍ​ໄປ​ນັ້ນ ພວກເຂົາ​ກໍ​ຈະ​ນຳ​ເຄື່ອງ​ມາ​ຖວາຍ​ແກ່​ເຮົາ.

Uka jalj uñjjattʼäta Copia luraña




ເຊຟານີຢາ 3:10
17 Jak'a apnaqawi uñst'ayäwi  

ບັນດາ​ຄະນະທູດ​ຈະ​ມາ​ຈາກ​ເອຢິບ ຊາວ​ເອທີໂອເປຍ​ຈະ​ຍົກ​ມື​ພາວັນນາ​ອະທິຖານ​ຫາ​ພຣະເຈົ້າ.


ເມື່ອ​ວັນ​ນັ້ນ​ມາ​ເຖິງ ອີກເທື່ອໜຶ່ງ ອົງພຣະ​ຜູ້​ເປັນເຈົ້າ​ຈະ​ໃຊ້​ຣິດອຳນາດ​ຂອງ​ພຣະອົງ ແລະ​ນຳ​ປະຊາຊົນ​ຂອງ​ພຣະອົງ​ກັບຄືນ​ມາ​ຈາກ​ດິນແດນ​ເຫຼົ່ານີ້: ຄົນ​ທີ່​ເຫຼືອ​ຢູ່​ໃນ​ປະເທດ​ອັດຊີເຣຍ ແລະ​ໃນ​ປະເທດ​ເອຢິບ, ໃນ​ດິນແດນ​ປັດໂຣດ, ປະເທດ​ເອທີໂອເປຍ, ປະເທດ​ເອລາມ, ປະເທດ​ບາບີໂລນ ແລະ​ປະເທດ​ຮາມັດ ແລະ​ໃນ​ດິນແດນ​ຕາມ​ຝັ່ງ​ທະເລ​ແລະ​ທີ່​ເທິງ​ໝູ່ເກາະ.


ອົງພຣະ​ຜູ້​ເປັນເຈົ້າ​ຈະ​ຍົກ​ທຸງ​ຂຶ້ນ​ເປັນ​ສັນຍານ ເພື່ອ​ສະແດງ​ໃຫ້​ຊົນຊາດ​ຕ່າງໆ​ຮູ້​ວ່າ ພຣະອົງ​ກຳລັງ​ເຕົ້າໂຮມ​ປະຊາຊົນ​ຂອງ​ພຣະອົງ​ເຂົ້າກັນ ຄື​ປະຊາຊົນ​ຂອງ​ອິດສະຣາເອນ​ແລະ​ຢູດາຍ ທີ່​ກະຈັດ​ກະຈາຍ​ຢູ່​ຕາມ​ທິດ​ທັງ​ສີ່​ຂອງ​ໂລກ​ນັ້ນ​ໃຫ້​ກັບຄືນ​ມາ.


ທີ່​ຟາກ​ແມ່ນໍ້າ​ຂອງ​ປະເທດ​ເອທີໂອເປຍ​ໄປ​ພຸ້ນ ມີ​ດິນແດນ​ແຫ່ງ​ໜຶ່ງ​ທີ່​ໄດ້ຍິນ​ແຕ່​ສຽງ​ຂອງ​ປີກ​ພື​ພັບ.


ເມື່ອ​ເວລາ​ນັ້ນ​ມາ​ເຖິງ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຈະ​ຮັບ​ເອົາ​ເຄື່ອງ​ຖວາຍ ຈາກ​ດິນແດນ​ທີ່​ຖືກ​ແບ່ງແຍກ​ດ້ວຍ​ແມ່ນໍ້າ​ທັງຫລາຍ​ນີ້, ຈາກ​ຊົນຊາດ​ທີ່​ເຂັ້ມແຂງ ແລະ​ມີ​ອຳນາດ​ນີ້, ຈາກ​ປະຊາຊົນ​ທີ່​ມີ​ຮູບຮ່າງ​ສູງ ແລະ​ມີ​ຜິວພັນ​ກ້ຽງໃສ​ນີ້ ຊຶ່ງ​ຄົນ​ທັງ​ໂລກ​ຢ້ານກົວ​ພວກເຂົາ. ພວກເຂົາ​ຈະ​ມາ​ທີ່​ພູເຂົາ​ຊີໂອນ ຊຶ່ງ​ເປັນ​ບ່ອນຢູ່​ແຫ່ງ​ນາມຊື່​ຂອງ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່.


ນາມຊື່​ຂອງ​ເຮົາ​ເປັນ​ທີ່​ຍິ່ງໃຫຍ່​ໃນ​ທ່າມກາງ​ບັນດາ​ປະຊາຊາດ​ທົ່ວໂລກ ຈາກ​ທິດ​ຕາເວັນອອກ​ເຖິງ​ທິດ​ຕາເວັນຕົກ. ໃນ​ທຸກທີ່​ທຸກບ່ອນ​ມີ​ຄົນ​ເຜົາ​ເຄື່ອງຫອມ​ຖວາຍ​ແກ່​ນາມຊື່​ຂອງ​ເຮົາ ແລະ​ໄດ້ນຳ​ເຄື່ອງບູຊາ​ທີ່​ບໍຣິສຸດ​ມາຖວາຍ​ແກ່​ນາມຊື່​ຂອງ​ເຮົາ. ເພາະ​ນາມຊື່​ຂອງ​ເຮົາ​ເປັນ​ທີ່​ຍິ່ງໃຫຍ່​ໃນ​ທ່າມກາງ​ບັນດາ​ປະຊາຊາດ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ພວກ​ຢິວ​ຈຶ່ງ​ເວົ້າ​ກັນ​ວ່າ, “ຊາຍ​ຄົນ​ນີ້​ກຳລັງ​ຈະ​ໄປ​ໃສ ທີ່​ພວກເຮົາ​ຈະ​ຊອກ​ຫາ​ລາວ​ບໍ່​ພົບ ລາວ​ຈະ​ໄປ​ເມືອງ​ຕ່າງໆ​ຂອງ​ຊາວ​ກຣີກ ບ່ອນ​ທີ່​ມີ​ປະຊາຊົນ​ຂອງ​ພວກເຮົາ​ຢູ່ ແລະ​ສັ່ງສອນ​ຊາວ​ກຣີກ​ຢູ່​ບ່ອນ​ນັ້ນ​ບໍ?


“ຫລັງຈາກ​ທີ່​ຂ້ານ້ອຍ​ໄດ້​ຈາກ​ນະຄອນ​ເຢຣູຊາເລັມ​ໄປ ເປັນ​ເວລາ​ຫລາຍ​ປີ​ແລ້ວ, ຂ້ານ້ອຍ​ກໍ​ກັບຄືນ​ມາ​ນະຄອນ​ນີ້​ອີກ ເພື່ອ​ນຳ​ເອົາ​ເງິນ​ຊ່ວຍເຫລືອ​ມາ​ໃຫ້​ປະຊາຊົນ​ຂອງ​ຂ້ານ້ອຍ ແລະ ເພື່ອ​ຖວາຍບູຊາ​ແກ່​ພຣະເຈົ້າ​ດ້ວຍ.


ດັ່ງນັ້ນ ທ່ານ​ຈຶ່ງ​ລຸກ​ຂຶ້ນ​ເດີນທາງ​ໄປ ແລະ​ເບິ່ງແມ! ມີ​ໄທ​ເອທີໂອເປຍ​ຄົນ​ໜຶ່ງ​ເປັນ​ກະເທີຍ ເປັນ​ຂ້າຣາຊການ​ຊັ້ນ​ສູງ​ຂອງ​ກັນເດກາ ຄື​ຣາຊີນີ​ຂອງ​ຊາວ​ເອທີໂອເປຍ ເປັນ​ນາຍ​ຄັງ​ຊັບ​ທັງໝົດ​ຂອງ​ຣາຊີນີ ເພິ່ນ​ໄດ້​ມາ​ທີ່​ນະຄອນ​ເຢຣູຊາເລັມ​ເພື່ອ​ນະມັດສະການ.


ເພື່ອ​ໃຫ້​ເປັນ​ຜູ້ຮັບໃຊ້​ຂອງ​ພຣະເຢຊູ​ຄຣິດເຈົ້າ ໄປ​ຍັງ​ຄົນຕ່າງຊາດ ແລະ​ເຮັດ​ໜ້າທີ່​ປະໂຣຫິດ​ປະກາດ​ຂ່າວປະເສີດ​ເລື່ອງ​ພຣະເຈົ້າ ເພື່ອ​ວ່າ​ຄົນຕ່າງຊາດ​ຈະ​ເປັນ​ເຄື່ອງ​ບູຊາ​ທີ່​ພຣະເຈົ້າ​ພໍພຣະໄທ ຄື​ຊຳລະ​ໄວ້​ແລ້ວ ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ.


ຈາກ ເປໂຕ ອັກຄະສາວົກ​ຂອງ​ພຣະເຢຊູ​ຄຣິດເຈົ້າ, ເຖິງ ໄພ່ພົນ​ທີ່​ພຣະເຈົ້າ​ໄດ້​ຊົງ​ເລືອກ​ໄວ້ ຊຶ່ງ​ອາໄສ​ຢູ່​ໃນ​ຕ່າງຖິ່ນ ກະຈັດ​ກະຈາຍ​ຢູ່​ຕາມ​ແຂວງ​ຕ່າງໆ​ເຊັ່ນ: ປົນໂຕ, ຄາລາເຕຍ, ກາປາໂດເກຍ, ເອເຊຍ ແລະ ບີທີເນຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka