Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຊຟານີຢາ 2:8 - ພຣະຄຳພີສັກສິ

8 “ເຮົາ​ໄດ້ຍິນ​ປະຊາຊົນ​ຊາວ​ໂມອາບ​ແລະ​ອຳໂມນ ດູໝິ່ນ​ປະໝາດ ແລະ​ເຍາະເຍີ້ຍ​ປະຊາຊົນ​ຂອງເຮົາ ແລະ​ຄຸຍໂມ້​ວ່າ ພວກຕົນ​ໄດ້​ຢຶດເອົາ​ດິນແດນ​ຂອງ​ພວກເຂົາ​ແລ້ວ.

Uka jalj uñjjattʼäta Copia luraña




ເຊຟານີຢາ 2:8
19 Jak'a apnaqawi uñst'ayäwi  

ຜູ້​ເອື້ອຍ​ໄດ້​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ ໂມອາບ. ລາວ​ເປັນ​ບັນພະບຸລຸດ​ຂອງ​ຊາວ​ໂມອາບ​ມາ​ຈົນເຖິງ​ປັດຈຸບັນ​ນີ້.


ສ່ວນ​ຜູ້​ນ້ອງ​ໄດ້​ລູກຊາຍ​ຜູ້ໜຶ່ງ​ຄື​ກັນ​ຊື່​ວ່າ ເບນນຳມີ. ລາວ​ເປັນ​ບັນພະບຸລຸດ​ຂອງ​ຊາວ​ອຳໂມນ​ມາ​ຈົນເຖິງ​ປັດຈຸບັນ​ນີ້.


ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ກ່ຽວກັບ​ດິນແດນ​ໂມອາບ. ເມືອງ​ອາຣະ​ແລະ​ເມືອງ​ກີຣະ​ໄດ້​ຖືກ​ທຳລາຍ​ພຽງ​ຄືນດຽວ​ເທົ່ານັ້ນ ແລະ​ດິນແດນ​ໂມອາບ​ກໍ​ມີ​ແຕ່​ຄວາມ​ມິດງຽບ​ທັງສິ້ນ.


ປະຊາຊົນ​ຊາວ​ຢູດາ​ເວົ້າ​ວ່າ, “ພວກເຮົາ​ເຄີຍ​ໄດ້ຍິນ​ເຖິງ​ຊາວ​ໂມອາບ​ວ່າ ພວກເຂົາ​ອວດອົ່ງ​ຈອງຫອງ​ສໍ່າໃດ. ພວກເຮົາ​ຮູ້​ວ່າ​ພວກເຂົາ​ອວດດີ​ແລະ​ທະນົງ​ຕົວ ແຕ່​ພວກເຂົາ​ຂີ້ສະຫາວ​ລ້າໆ.”


ພຣະເຈົ້າຢາເວ​ກ່າວ​ວ່າ, “ເຮົາ​ມີ​ບາງ​ສິ່ງ​ທີ່​ຈະ​ກ່າວ​ຕໍ່​ປະເທດ ເພື່ອນບ້ານ​ໃກ້ຄຽງ​ທັງຫລາຍ​ຂອງ​ຊາດ​ອິດສະຣາເອນ ຄື​ປະເທດ​ທີ່​ໄດ້​ທຳລາຍ​ດິນແດນ​ທີ່​ເຮົາ​ໄດ້​ມອບ​ໃຫ້​ແກ່​ປະຊາຊົນ​ອິດສະຣາເອນ. ເຮົາ​ຈະ​ຖອນຮາກ​ຖອນ​ເຫງົ້າ​ຄົນຊົ່ວ​ເຫຼົ່ານັ້ນ ໃຫ້​ອອກ​ໄປ​ຈາກ​ດິນແດນ​ຂອງ​ພວກເຂົາ​ເໝືອນ​ຫລົກ​ຕົ້ນໄມ້ ແລະ​ເຮົາ​ຈະ​ຊ່ວຍກູ້​ເອົາ​ຢູດາ​ອອກ​ຈາກ​ພວກເຂົາ.


ຕໍ່ໄປນີ້​ແມ່ນ​ສິ່ງ​ທີ່​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກ່າວ​ເຖິງ​ດິນແດນ​ໂມອາບ​ວ່າ, “ຊາວ​ເມືອງ​ເນໂບ​ຊ່າງ​ໜ້າສົງສານ​ແທ້ເດ ເມືອງ​ຂອງ​ພວກເຂົາ​ຖືກ​ທຳລາຍ​ຈິບຫາຍ​ສາ​ແລ້ວ ເມືອງ​ກີຣິອາດທາອິມ​ກໍ​ຖືກ​ຢຶດ​ໄດ້​ແລ້ວ​ຄືກັນ ເມືອງ​ທີ່​ມີ​ປ້ອມ​ປ້ອງກັນ​ແໜ້ນໜາ​ກໍ​ຖືກ​ທັບມ້າງ. ຊາວ​ເມືອງ​ທຸກຄົນ​ຕ່າງ​ກໍ​ຕົກໃຈ​ຢ້ານກົວ ແລະ​ພວກເຂົາ​ກໍ​ຖືກ​ອັບອາຍ​ຂາຍໜ້າ;


ຕໍ່ໄປນີ້​ແມ່ນ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ເຖິງ​ດິນແດນ​ອຳໂມນ​ວ່າ, “ຊາຍ​ຊາວ​ອິດສະຣາເອນ​ໄປ​ໃສ​ໝົດ​ແລ້ວ? ບໍ່ມີ​ຜູ້ໃດ​ປ້ອງກັນ​ດິນແດນ​ບໍ? ເປັນຫຍັງ​ພວກເຂົາ​ຈຶ່ງ​ປ່ອຍ​ໃຫ້​ປະຊາຊົນ​ທີ່​ຂາບໄຫວ້​ພະ​ມິນກົມ ເອົາ​ເຂດແດນ​ຂອງ​ເຜົ່າກາດ ແລະ​ຕັ້ງ​ຫຼັກແຫຼ່ງ​ຢູ່​ບ່ອນ​ນັ້ນ?


ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ໄດ້ຍິນ​ຄຳເວົ້າ​ປະໝາດ ພຣະອົງ​ຮູ້ຈັກ​ອຸບາຍ​ທັງໝົດ​ຂອງ​ພວກ​ເຂົາເຈົ້າ.


“ມະນຸດ​ເອີຍ ຈົ່ງ​ທຳນວຍ​ແລະ​ກ່າວ​ວ່າ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກຳລັງ​ກ່າວ​ຕໍ່​ຊາວ​ອຳໂມນ ຄື​ພວກ​ທີ່​ດູຖູກ​ຊາວ​ອິດສະຣາເອນ​ວ່າ: ‘ດາບ​ດວງ​ໜຶ່ງ​ພ້ອມ​ແລ້ວ​ທີ່​ຈະ​ທຳລາຍ ຂັດ​ເຫລື້ອມ​ໃຫ້​ສັງຫານ​ເປັນ​ແສງ​ດັ່ງ​ຟ້າແມບ.


ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ກ່າວວ່າ,


ແລ້ວ​ເຈົ້າ​ກໍ​ຈະ​ຮູ້ວ່າ​ເຮົາ​ຄື​ພຣະເຈົ້າຢາເວ​ໄດ້ຍິນ​ເຈົ້າ​ເວົ້າ​ຫຍໍ້ຫຍັນ ໃສ່​ພູ​ທັງຫລາຍ​ຂອງ​ຊາດ​ອິດສະຣາເອນ​ວ່າ ມັນ​ຮ້າງເປົ່າ​ທັງ​ຕົກ​ເປັນ​ຂອງ​ເຈົ້າ ເພື່ອ​ໃຫ້​ເຈົ້າ​ທຳລາຍ​ຖິ້ມ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້​ວ່າ: ເຫຼົ່າ​ສັດຕູ​ໄດ້​ສົມນໍ້າໜ້າ​ຊາດ​ອິດສະຣາເອນ​ໂດຍ​ເວົ້າ​ວ່າ, ‘ບັດນີ້ ທີ່ສູງ​ອັນເກົ່າແກ່​ຕ່າງໆ​ນັ້ນ​ເປັນ​ຂອງ​ພວກເຮົາ​ສາ​ແລ້ວ.’


ພຣະເຈົ້າຢາເວ​ກ່າວ​ວ່າ, “ປະຊາຊົນ​ຊາວ​ອຳໂມນ​ໄດ້​ເຮັດ​ບາບ​ຕື່ມ​ຂຶ້ນ​ຢູ່​ເລື້ອຍໆ; ດັ່ງນັ້ນ ເຮົາ​ຈຶ່ງ​ຈະ​ລົງໂທດ​ພວກເຂົາ​ຢ່າງ​ແນ່ນອນ. ພວກເຂົາ​ໄດ້​ເຮັດ​ເສິກ​ຢຶດເອົາ​ອານາເຂດ​ຂອງ​ຄົນອື່ນ​ຕື່ມ ແລ້ວ​ພວກເຂົາ​ກໍ​ຍັງ​ໄດ້​ແຫກ​ທ້ອງ​ພວກ​ແມ່ມານ​ໃນ​ເມືອງ​ກີເລອາດ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ປະຊາຊົນ​ຊາວ​ໂມອາບ​ໄດ້​ເຮັດ​ບາບ​ຕື່ມ​ຂຶ້ນ​ຢູ່​ເລື້ອຍໆ; ດັ່ງນັ້ນ ເຮົາ​ຈຶ່ງ​ຈະ​ລົງໂທດ​ພວກເຂົາ​ຢ່າງ​ແນ່ນອນ. ພວກເຂົາ​ໄດ້​ເຜົາ​ກະດູກ​ຂອງ​ກະສັດ​ແຫ່ງ​ເອໂດມ ຈົນ​ເປັນ​ຂີ້ເຖົ່າ​ຢ່າງ​ບໍ່​ໃຫ້​ການ​ນັບຖື.


ດ້ວຍ​ວິທີ​ນີ້​ແຫຼະ ປະຊາຊົນ​ໂມອາບ​ແລະ​ອຳໂມນ​ຈະ​ໄດ້​ຮັບ​ໂທດ ຍ້ອນ​ຄວາມ​ອວດດີ​ແລະ​ຄວາມ​ຈອງຫອງ​ຂອງ​ພວກເຂົາ ແລະ​ຍ້ອນ​ການ​ດູໝິ່ນ​ປະໝາດ​ປະຊາຊົນ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່.


ຕໍ່ມາ ພຣະເຈົ້າຢາເວ​ໄດ້​ບອກ​ໂຢຊວຍ​ວ່າ, “ວັນນີ້ ເຮົາ​ໄດ້​ໃຫ້​ພວກເຈົ້າ​ພົ້ນ​ຈາກ​ຄວາມ​ອັບອາຍ ຈາກ​ການ​ເປັນ​ຄົນ​ຮັບໃຊ້​ທີ່​ປະເທດ​ເອຢິບ.” ດ້ວຍເຫດນີ້ ບ່ອນ​ນັ້ນ​ຈຶ່ງ​ເອີ້ນ​ວ່າ ກິນການ ຈົນເຖິງ​ທຸກ​ວັນນີ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka