Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຊຟານີຢາ 2:3 - ພຣະຄຳພີສັກສິ

3 ຈົ່ງ​ສະແຫວງຫາ​ພຣະເຈົ້າຢາເວ​ສາ​ເຖີດ ພວກເຈົ້າ​ທຸກຄົນ​ທີ່​ເປັນ​ປະຊາຊົນ ຜູ້​ຖ່ອມໃຈ​ໃນ​ດິນແດນ ຄື​ຜູ້​ທີ່​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ. ຈົ່ງ​ຊອກຫາ​ຄວາມ​ຊອບທຳ ແລະ​ຈົ່ງ​ຊອກຫາ​ຄວາມ​ຖ່ອມໃຈ​ລົງ. ບາງທີ​ພວກເຈົ້າ​ອາດ​ຈະ​ຫລົບ​ໜີ​ຈາກ​ການລົງໂທດ​ກໍໄດ້ ໃນ​ວັນ​ທີ່​ພຣະເຈົ້າຢາເວ​ລະບາຍ​ຄວາມ​ໂກດຮ້າຍ​ອັນໃຫຍ່​ຂອງ​ພຣະອົງ​ນັ້ນ.

Uka jalj uñjjattʼäta Copia luraña




ເຊຟານີຢາ 2:3
44 Jak'a apnaqawi uñst'ayäwi  

ກະສັດ​ດາວິດ​ຕອບ​ວ່າ, “ແມ່ນແລ້ວ ເຮົາ​ອົດອາຫານ​ແລະ​ຮ້ອງໄຫ້​ເມື່ອ​ເດັກ​ຍັງ​ມີ​ຊີວິດ​ຢູ່. ເຮົາ​ຄິດ​ວ່າ​ພຣະເຈົ້າຢາເວ​ອາດ​ຈະ​ເມດຕາ​ເຮົາ​ກໍໄດ້ ແລະ​ບໍ່​ປ່ອຍ​ໃຫ້​ເດັກ​ນັ້ນ​ຕາຍ.


ຈົ່ງ​ສະແຫວງຫາ​ພຣະເຈົ້າຢາເວ ແລະ​ພຣະກຳລັງ​ຂອງ​ພຣະອົງ ແລະ​ສືບຕໍ່​ສະແຫວງຫາ​ພຣະພັກ​ຂອງ​ພຣະອົງ​ເລື້ອຍໄປ.


ພຣະເຈົ້າຢາເວ​ຊື່ນບານ​ໃຈ​ແທ້​ໃນ​ປະຊາຊົນ​ຂອງ​ພຣະອົງ ພຣະອົງ​ໃຫ້ກຽດ​ຜູ້​ທີ່​ຖ່ອມຕົວ​ໂດຍ​ໃຫ້​ເຂົາ​ໄດ້​ໄຊຊະນະ.


ຄົນ​ທຸກຈົນ​ຈະ​ກິນ​ອີ່ມ ແລະ​ເພິ່ງພໍໃຈ ເປັນ​ພວກ​ທີ່​ມາ​ເພິ່ງພາ​ອາໄສ​ໃນ​ພຣະເຈົ້າຢາເວ ພວກເຂົາ​ຈະ​ພາກັນ​ຮ້ອງ​ຍົກຍໍ​ພຣະນາມ ຂໍ​ໃຫ້​ພວກເຂົາ​ຈະເລີນ​ຮຸ່ງເຮືອງ​ໄປ​ເລື້ອຍໆ​ເທີ້ນ.


ພຣະອົງ​ປ້ອງກັນ​ພວກເຂົາ​ໄວ້​ຢ່າງ​ປອດໄພ ໃຕ້​ຮົ່ມ​ພຣະຄຸນ​ຂອງ​ພຣະອົງ ເພື່ອ​ໃຫ້​ພົ້ນ​ຈາກ​ແຜນການ​ປອງຮ້າຍ​ຂອງ​ມະນຸດ ພຣະອົງ​ເຊື່ອງ​ພວກເຂົາ​ໄວ້​ໃນ​ບ່ອນ​ເພິ່ງອີງ​ທີ່​ປອດໄພ ໃຫ້​ພົ້ນ​ຈາກ​ຄຳ​ດູໝິ່ນ​ນິນທາ​ຂອງ​ຄູ່​ຕໍ່ສູ້.


ໃນ​ຄວາມ​ຜ່າເຜີຍ​ນັ້ນ ທ່ານ​ຈົ່ງ​ຂີ່​ມ້າ​ອອກ​ໄປ ຈົ່ງ​ມຸ່ງໜ້າ​ສູ່​ຄວາມມີໄຊ ເພື່ອ​ປ້ອງກັນ​ໄວ້ ຊຶ່ງ​ຄວາມຈິງ​ແລະ​ຄວາມ​ຍຸດຕິທຳ ກຳລັງ​ທີ່​ທ່ານ​ມີ​ຢູ່​ຈະ​ໃຫ້​ທ່ານ​ມີໄຊ​ຍິ່ງໃຫຍ່


ຂ້າແດ່​ພຣະເຈົ້າ ຂໍ​ຊົງ​ໂຜດ​ເມດຕາ​ແລະ​ອີດູ​ແດ່​ ເພາະ​ມາ​ເພິ່ງ​ຄວາມ​ປອດໄພ​ໃນ​ພຣະອົງ. ຢູ່​ໃຕ້​ປີກ​ຂອງ​ພຣະອົງ​ນັ້ນ​ຂ້ານ້ອຍ​ໄດ້​ພົບ​ຄວາມ​ຄຸ້ມຄອງ ຈົນກວ່າ​ລົມ​ພະຍຸ​ຮ້າຍ​ຜ່ານ​ພົ້ນ​ໄປ​ແລ້ວ.


ເມື່ອ​ພຣະອົງ​ລຸກ​ຂຶ້ນ​ປະກາດ​ຄຳ​ຕັດສິນ ເພື່ອ​ຊ່ວຍ​ທຸກຄົນ​ທີ່​ຖືກ​ກົດຂີ່​ເທິງ​ແຜ່ນດິນ​ໂລກ​ໃຫ້​ພົ້ນ.


ຜູ້ໃດ​ທີ່​ໄປ​ເພິ່ງ​ພຣະເຈົ້າ​ສຳລັບ​ຄວາມ​ປອດໄພ ແລະ​ຜູ້​ທີ່​ຢູ່​ພາຍໃຕ້​ການ​ຄຸ້ມຄອງ​ຂອງ ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່


ໃຫ້​ພວກເຈົ້າ​ຕອບ​ວ່າ, ‘ແມ່ນ​ພິທີ​ສະຫລອງ​ປັດສະຄາ ເພື່ອ​ຖວາຍ​ແກ່​ພຣະເຈົ້າຢາເວ ເພາະວ່າ​ພຣະອົງ​ໄດ້​ຜ່ານ​ເວັ້ນ​ເຮືອນ​ຂອງ​ຊາວ​ອິດສະຣາເອນ​ຢູ່​ໃນ​ປະເທດ​ເອຢິບ. ພຣະອົງ​ໄດ້​ຂ້າ​ຊາວ​ເອຢິບ ແຕ່​ໄດ້​ໄວ້​ຊີວິດ​ພວກເຮົາ.”’ ຈາກ​ນັ້ນ ຊາວ​ອິດສະຣາເອນ​ກໍໄດ້​ພາກັນ​ຄຸເຂົ່າ​ລົງ​ແລະ​ນ້ອມ​ນະມັດສະການ.


ພຣະນາມ​ຂອງ​ພຣະເຈົ້າຢາເວ​ເປັນ​ດັ່ງ​ປ້ອມ​ທີ່​ເຂັ້ມແຂງ ຄື​ບ່ອນ​ທີ່​ຄົນ​ຊອບທຳ​ໄປ​ຢູ່​ຢ່າງ​ປອດໄພ​ໄດ້.


ແລະ​ຈົ່ງ​ຮຽນ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ. ຈົ່ງ​ສະແຫວງ​ຫາ​ຄວາມ​ຍຸດຕິທຳ​ເຊັ່ນ: ຊ່ວຍ​ຜູ້​ທີ່​ຖືກ​ຂົ່ມເຫັງ, ໃຫ້​ສິດທິ​ແກ່​ບັນດາ​ເດັກ​ກຳພ້າ ແລະ​ຄຸ້ມຄອງ​ພວກ​ແມ່ໝ້າຍ.”


ເພິ່ນ​ຈະ​ຕັດສິນ​ຄົນ​ທຸກ​ລຳບາກ​ຢ່າງ​ຍຸດຕິທຳ​ ແລະ​ປ້ອງກັນ​ສິດທິ​ຂອງ​ຜູ້​ທີ່​ຕໍ່າຕ້ອຍ. ເມື່ອ​ເພິ່ນ​ສັ່ງ​ແລ້ວ​ຄົນ​ຈະ​ຕ້ອງ​ໄດ້​ຮັບ​ໂທດກຳ ແລະ​ຄົນ​ກະທຳ​ການ​ຊົ່ວຮ້າຍ​ຕ່າງ​ກໍ​ຈະ​ຕາຍໄປ​ສິ້ນ.


ພຣະວິນຍານ​ຂອງ​ພຣະເຈົ້າຢາເວ ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ສະຖິດ​ກັບ​ເຮົາ. ເພາະ​ພຣະເຈົ້າຢາເວ​ໄດ້​ຫົດສົງ​ແຕ່ງຕັ້ງ​ເຮົາ​ໄວ້ ເພື່ອ​ນຳ​ເອົາ​ຂ່າວ​ປະເສີດ​ໄປ​ສູ່​ຜູ້​ຍາກຈົນ ເພື່ອ​ປິ່ນປົວ​ຄົນ​ລະທົມ​ໃຈ​ແລະ​ຊອກຊໍ້າ ເພື່ອ​ປະກາດ​ການ​ປົດປ່ອຍ​ແກ່​ຊະເລີຍເສິກ ແລະ​ເສລີພາບ​ແກ່​ຜູ້​ທີ່​ຖືກ​ຂັງ​ຄຸກ.


ເຮົາ​ຈະ​ຮັກສາ​ເຈົ້າ​ໃຫ້​ປອດໄພ ແລະ​ເຈົ້າ​ກໍ​ຈະ​ບໍ່​ຖືກ​ຂ້າ. ເຈົ້າ​ຈະ​ປົບໜີ​ເອົາ​ຊີວິດ​ລອດ ເພາະ​ເຈົ້າ​ໄວ້ວາງໃຈ​ໃນ​ເຮົາ. ພຣະເຈົ້າຢາເວ​ກ່າວ​ດັ່ງນັ້ນແຫຼະ.”’


ເຈົ້າ​ກຳລັງ​ຊອກຫາ​ຜົນປະໂຫຍດ​ໃສ່​ຕົວ​ເຈົ້າ​ບໍ? ຢ່າ​ເຮັດ​ເລີຍ. ເຮົາ​ກຳລັງ​ນຳ​ໄພພິບັດ​ມາ​ສູ່​ມະນຸດສະໂລກ​ທັງໝົດ, ພຣະເຈົ້າຢາເວ​ກ່າວ​ວ່າ ແຕ່​ຢ່າງໜ້ອຍ​ບໍ່​ວ່າ​ເຈົ້າ​ຈະ​ໄປ​ທີ່​ໃດ ເຈົ້າ​ກໍ​ຈະ​ໜີ​ເອົາ​ຊີວິດ​ໃຫ້​ພົ້ນ​ໄດ້.”’


ພວກເຂົາ​ບໍ່ໄດ້​ເຝົ້າເບິ່ງ​ບ່ອນ​ທີ່​ກຳແພງ​ຫລຸ ແລະ​ບໍ່ໄດ້​ສ້າງ​ກຳແພງ​ເມືອງ​ຂຶ້ນ​ໃໝ່; ສະນັ້ນ ຊາດ​ອິດສະຣາເອນ ຈຶ່ງ​ບໍ່​ສາມາດ​ປ້ອງກັນ ເມື່ອ​ເສິກ​ມາເຖິງ​ໃນ​ວັນ​ຂອງ​ພຣະເຈົ້າຢາເວ.


ເຮົາ​ກ່າວ​ວ່າ, ‘ຈົ່ງ​ໄຖ​ດິນ​ຕອນ​ໃໝ່​ສຳລັບ​ເຈົ້າເອງ ຈົ່ງ​ຫວ່ານ​ຄວາມ​ຊອບທຳ ແລະ​ເກັບກ່ຽວ​ເອົາ​ພຣະພອນ​ຈາກ​ການ​ອຸທິດຕົວ​ຂອງເຈົ້າ​ທີ່​ມີ​ຕໍ່​ເຮົາ. ເຖິງ​ເວລາ​ແລ້ວ​ທີ່​ເຈົ້າ​ຈະ​ສະແຫວງຫາ​ພຣະເຈົ້າຢາເວ ແລ້ວ​ເຮົາ​ກໍ​ຈະ​ມາ ແລະ​ຖອກ​ເທ​ພອນ​ເທິງ​ເຈົ້າ.’


ຄວາມ​ຈອງຫອງ​ຂອງ​ປະຊາຊົນ​ອິດສະຣາເອນ​ຟ້ອງຮ້ອງ​ພວກເຂົາ. ເຖິງ​ແມ່ນ​ວ່າ​ມີ​ເຫດ​ຫລາຍ​ປະການ​ໄດ້​ເກີດຂຶ້ນ​ກໍຕາມ ພວກເຂົາ​ກໍ​ບໍ່ໄດ້​ກັບຄືນ​ມາ​ຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ ຫລື​ສະແຫວງຫາ​ພຣະອົງ.


ບາງທີ​ພຣະເຈົ້າ​ອາດ​ຈະ​ປ່ຽນໃຈ; ບາງທີ​ພຣະອົງ​ອາດ​ຈະ​ເຊົາ​ໂກດຮ້າຍ; ແລະ​ພວກເຮົາ​ຈະ​ບໍ່​ຕາຍ.”


“ການ​ຖືສິນ​ອົດອາຫານ​ໃນ​ເດືອນ​ທີ​ສີ່, ທີ​ຫ້າ, ທີ​ເຈັດ ແລະ​ທີ​ສິບ​ນັ້ນ ຈະ​ເປັນ​ມື້​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ​ສຳລັບ​ປະຊາຊົນ​ຢູດາ. ພວກເຈົ້າ​ຕ້ອງ​ຮັກ​ຄວາມຈິງ​ແລະ​ຄວາມ​ສະຫງົບສຸກ.”


ຜູ້ໃດ​ມີ​ໃຈ​ອ່ອນຫວານ​ກໍ​ເປັນ​ສຸກ, ເພາະວ່າ​ຜູ້ນັ້ນ​ຈະ​ໄດ້​ຮັບ​ແຜ່ນດິນ​ໂລກ​ເປັນ​ມໍຣະດົກ.


ພີ່ນ້ອງ​ທັງຫລາຍ​ເອີຍ, ທ້າຍສຸດ​ນີ້ ພວກເຮົາ​ວອນຂໍ ແລະ​ເຕືອນ​ສະຕິ​ພວກເຈົ້າ​ໃນ​ພຣະນາມ​ຂອງ​ອົງ​ພຣະເຢຊູເຈົ້າ​ວ່າ ພວກເຈົ້າ​ໄດ້​ຮຽນ​ຮູ້​ຈາກ​ເຮົາ​ແລ້ວ​ວ່າ ຈຳເປັນ​ຕ້ອງ​ດຳເນີນ​ຊີວິດ​ຢ່າງ​ໃດ ຈຶ່ງ​ຈະ​ເປັນ​ທີ່​ພໍພຣະໄທ​ພຣະເຈົ້າ ເໝືອນ​ດັ່ງ​ພວກເຈົ້າ​ກຳລັງ​ປະຕິບັດ​ຢູ່​ແລ້ວ ກໍ​ຈົ່ງ​ປະຕິບັດ​ດັ່ງນັ້ນ​ໃຫ້​ຫລາຍກວ່າ​ເກົ່າ​ອີກ.


ທີ່​ຈິງ​ແລ້ວ ພວກເຈົ້າ​ກໍໄດ້​ເຮັດ​ດັ່ງນັ້ນ​ຢູ່​ແລ້ວ ຕໍ່​ພີ່ນ້ອງ​ທັງໝົດ​ໃນ​ທົ່ວ​ແຂວງ​ມາເກໂດເນຍ. ພີ່ນ້ອງ​ທັງຫລາຍ​ເອີຍ ພວກເຮົາ​ຂໍ​ເຕືອນ​ສະຕິ​ພວກເຈົ້າ​ໃຫ້​ເຮັດ​ດັ່ງນັ້ນ​ຫລາຍກວ່າ​ເກົ່າ.


ທີ່​ເຈົ້າ​ທັງຫລາຍ​ໄດ້​ຊຳລະ​ຈິດໃຈ​ຂອງຕົນ ໃຫ້​ບໍຣິສຸດ​ດ້ວຍ​ຄວາມ​ເຊື່ອຟັງ​ຄວາມຈິງ ຈົນ​ມີ​ຄວາມຮັກ​ພວກ​ພີ່ນ້ອງ​ຢ່າງ​ຈິງໃຈ ພວກເຈົ້າ​ຈົ່ງ​ຮັກ​ຊຶ່ງກັນແລະກັນ​ດ້ວຍ​ເຕັມໃຈ.


ແຕ່​ໃຫ້​ເປັນ​ການ​ປະດັບ​ທີ່​ຊ່ອນ​ໄວ້​ໃນ​ຈິດໃຈ ແຕ່ງ​ດ້ວຍ​ເຄື່ອງ​ປະດັບ​ທີ່​ບໍ່​ຮູ້​ເສື່ອມສູນ ຄື​ດ້ວຍ​ຈິດໃຈ​ອ່ອນ​ສຸພາບ​ແລະ​ສະຫງຽມ​ຄ່ຽມຄົມ ຊຶ່ງ​ເປັນ​ສິ່ງ​ທີ່​ມີ​ຄ່າ​ສູງ​ໃນ​ສາຍ​ພຣະເນດ​ຂອງ​ພຣະເຈົ້າ.


ແຕ່​ຂໍ​ໃຫ້​ເຈົ້າ​ທັງຫລາຍ​ຈະເລີນ​ຂຶ້ນ​ໃນ​ພຣະຄຸນ​ແລະ​ໃນ​ຄວາມຮູ້ ຊຶ່ງ​ມາ​ຈາກ​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ ແລະ​ພຣະເຢຊູ​ຄຣິດເຈົ້າ ພຣະ​ຜູ້​ໂຜດ​ໃຫ້​ພົ້ນ. ຂໍ​ໃຫ້​ພຣະກຽດ​ຈົ່ງ​ມີ​ແດ່​ພຣະອົງ ທັງ​ໃນ​ປະຈຸບັນ​ແລະ​ຕະຫລອດ​ຊົ່ວ​ນິຣັນດອນ ອາແມນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka