Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຊຟານີຢາ 2:15 - ພຣະຄຳພີສັກສິ

15 ເຫດການ​ເຊັ່ນນີ້​ຈະ​ເກີດຂຶ້ນ​ກັບ​ເມືອງ​ທີ່​ອວດດີ​ອວດເກັ່ງ​ເຖິງ​ກຳລັງ​ຂອງ​ຕົນເອງ ແລະ​ທັງ​ຄິດວ່າ​ຕົນ​ປອດໄພ​ແລ້ວ. ຊາວ​ເມືອງ​ຄິດວ່າ ເມືອງ​ຂອງ​ພວກຕົນ​ນັ້ນ​ຍິ່ງໃຫຍ່​ທີ່ສຸດ​ໃນ​ໂລກ. ມັນ​ຈະ​ກາຍເປັນ​ເມືອງ​ທີ່​ເປົ່າປ່ຽວ ຄື​ຈະ​ເປັນ​ບ່ອນ​ທີ່​ສັດປ່າ​ທັງຫລາຍ​ພັກຜ່ອນ. ທຸກໆຄົນ​ທີ່​ຍ່າງ​ກາຍ​ໄປມາ​ກໍ​ຈະ​ຢ້ານກົວ​ຈົນ​ຂົນ​ລຸກ.

Uka jalj uñjjattʼäta Copia luraña




ເຊຟານີຢາ 2:15
27 Jak'a apnaqawi uñst'ayäwi  

ຖ້າ​ພວກເຈົ້າ​ເປັນ​ຂ້ອຍ​ແລະ​ຂ້ອຍ​ເປັນ​ພວກເຈົ້າ​ເບິ່ງດູ ຂ້ອຍ​ກໍ​ຮູ້​ເວົ້າ​ທຸກ​ແນວ​ທີ່​ພວກເຈົ້າ​ເວົ້າ​ມາ​ນັ້ນ. ຂ້ອຍ​ອາດ​ແກວ່ງຫົວ​ປະຕິເສດ​ຢ່າງ​ຫລັກແຫລມ ໃຫ້​ພວກເຈົ້າ​ຈົມ​ລົງ​ໂດຍ​ຄຳເວົ້າ​ດັ່ງ​ທີ່​ນໍ້າ​ໄຫລ​ຖ້ວມ.


ລົມ​ໂຫ່ຮ້ອງ​ໃສ່​ພວກເຂົາ​ເມື່ອ​ແລ່ນ​ໜີໄປ ໂດຍ​ເຮັດ​ໃຫ້​ຢ້ານກົວ​ອຳນາດ​ທີ່​ທຳລາຍ​ພວກເຂົາ​ໄດ້.


ທົ່ວ​ທັງ​ເມືອງ​ກຳລັງ​ອຶກກະທຶກ ເຕັມ​ໄປ​ດ້ວຍ​ສຽງ​ຄຶກໂຄມ​ແລະ​ຕື່ນເຕັ້ນ. ພວກ​ຜູ້ຊາຍ​ທີ່​ຕາຍ​ໃນ​ເສິກ​ນີ້ ບໍ່ໄດ້​ຕາຍ​ຍ້ອນ​ການ​ສູ້ຮົບ.


ພວກເຈົ້າ​ໃຊ້​ຊີວິດ​ຢູ່​ຢ່າງ​ສຸກ​ສະບາຍ ບໍ່ມີ​ຄວາມ​ວິຕົກ​ກັງວົນ​ຫຍັງ​ເລີຍ; ແຕ່​ບັດນີ້ ຈົ່ງ​ຢ້ານກົວ​ຈົນສັ່ນເຊັ່ນ​ສາ​ເຖີດ ຈົ່ງ​ແກ້​ເຄື່ອງນຸ່ງ​ອອກ ແລະ​ເອົາ​ຜ້າ​ຂາດ​ມັດ​ແອວ​ໄວ້.


ແມ່ນແຕ່​ຣາຊວັງ​ກໍ​ຈະ​ຖືກ​ປະຖິ້ມ ແລະ​ເມືອງຫລວງ​ກໍ​ຈະ​ຮ້າງ​ຫວ່າງເປົ່າ​ຢ່າງ​ໝົດສິ້ນ. ເຮືອນ​ແລະ​ປ້ອມ​ປ້ອງກັນ​ທັງຫລາຍ​ຈະ​ຮົກຮ້າງ​ເພພັງ​ຕະຫລອດໄປ. ລໍ​ປ່າ​ຈະ​ທ່ຽວຫລິ້ນ​ຢູ່​ທີ່ນັ້ນ ແລະ​ຝູງແກະ​ກໍ​ຈະ​ກິນ​ຫຍ້າ​ຢູ່​ທີ່​ນັ້ນ.


ບັນດາ​ຜູ້ຍິງ​ທີ່​ໃຊ້​ຊີວິດ​ຢູ່​ຢ່າງ​ສຸກ​ສະບາຍ ແລະ​ບໍ່​ວິຕົກ​ກັງວົນ​ກັບ​ສິ່ງໃດ​ເອີຍ ຈົ່ງ​ຟັງ​ສິ່ງ​ທີ່​ຂ້າພະເຈົ້າ​ກ່າວ.


ເຈົ້າ​ເຊື່ອໝັ້ນ​ໃນ​ຄວາມ​ຊົ່ວຊ້າ​ຂອງເຈົ້າ​ນໍ ເຈົ້າ​ຄິດວ່າ​ບໍ່ມີ​ຜູ້ໜຶ່ງ​ຜູ້ໃດ​ເບິ່ງ​ເຫັນ​ເຈົ້າ​ໄດ້. ປັນຍາ​ຂອງເຈົ້າ ແລະ​ຄວາມຮູ້​ຂອງ​ເຈົ້າເອງ ໄດ້​ພາ​ໃຫ້​ເຈົ້າ​ເດີນ​ໄປ​ໃນ​ທາງ​ຜິດ​ສາ​ແລ້ວ; ເຈົ້າ​ຈຶ່ງ​ຄິດວ່າ ‘ຂ້ອຍ​ຄື​ພຣະເຈົ້າ​ອົງ​ໜຶ່ງ​ໃດ ແລະ​ບໍ່ມີ​ຜູ້ໜຶ່ງ​ຜູ້ໃດ​ທີ່​ຄ້າຍຄື​ກັບ​ຂ້ອຍ.’


ພວກເຂົາ​ເຮັດ​ໃຫ້​ດິນແດນ​ນີ້​ເປັນ​ຕາ​ຢ້ານກົວ​ຫລາຍ ເປັນ​ດິນແດນ​ທີ່​ຖືກ​ອັບອາຍ​ຂາຍໜ້າ​ຕະຫລອດ. ທຸກຄົນ​ທີ່​ຜ່ານ​ໄປ​ເຫັນ​ບ່ອນ​ນັ້ນ​ຈະ​ສະດຸ້ງ​ຕົກໃຈ ຕ່າງ​ກໍ​ຈະ​ແກວ່ງຫົວ​ດ້ວຍ​ຄວາມ​ປະຫລາດ.


ເຮົາ​ຈະ​ນຳ​ໄພພິບັດ​ອັນ​ໜ້າຢ້ານ​ເຊັ່ນນີ້​ມາ​ສູ່​ນະຄອນ​ນີ້ ຊຶ່ງ​ທຸກຄົນ​ທີ່​ຜ່ານ​ກາຍ​ໄປມາ​ຈະ​ສະທ້ານ​ຢ້ານກົວ​ແລະ​ປະຫລາດ​ໃຈ.


ດ້ວຍ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າຢາເວ​ໃນ​ນະຄອນ​ບາບີໂລນ​ຈະ​ບໍ່ມີ​ຜູ້ໃດ​ອາໄສ​ຢູ່; ມັນ​ຈະ​ຖືກ​ປະປ່ອຍ​ໃຫ້​ເປັນ​ທີ່​ຮົກຮ້າງ​ເພພັງ ແລະ​ທຸກຄົນ​ທີ່​ໄດ້​ຜ່ານ​ໄປມາ​ທີ່​ນັ້ນ ຈະ​ສະດຸ້ງ​ຕົກໃຈ​ແລະ​ໜ້າງຶດງໍ້.


ນະຄອນ​ເຢຣູຊາເລັມ​ເອີຍ ບັດນີ້​ນອນ​ຢຽດ​ຢູ່​ດຽວດາຍ ຄັ້ງໜຶ່ງ ເປັນ​ນະຄອນ​ທີ່​ມີ​ປະຊາຊົນ​ໜາແໜ້ນ ແລະ​ຄັ້ງ​ໜຶ່ງ​ນັ້ນ ກໍໄດ້​ຮັບ​ກຽດ​ຈາກ​ຊາວ​ໂລກາ ແຕ່​ມາບັດນີ້ ເຈົ້າ​ພັດ​ເປັນ​ດັ່ງ​ແມ່ໝ້າຍ; ເຈົ້າ​ເປັນ​ເຈົ້າຍິງ​ໃນ​ທ່າມກາງ​ເມືອງ​ທັງຫລາຍ ແຕ່​ບັດນີ້ ຖືກ​ລົດກຽດ​ລົງ​ຕົກ​ເປັນ​ທາດ​ສາ​ແລ້ວ.


ເພາະ​ອົງພຣະ​ຜູ້​ເປັນເຈົ້າ​ໂກດຮ້າຍ ຈຶ່ງ​ໃຫ້​ຄວາມມືດ​ຫຸ້ມຫໍ່​ພູເຂົາ​ຊີໂອນ ຄວາມ​ງົດງາມ​ດັ່ງ​ສະຫວັນ​ຂອງ​ພູເຂົາ​ຊີໂອນ ພຣະອົງ​ໄດ້​ປ່ຽນ​ໃຫ້​ເປັນ​ບ່ອນ​ຮົກຮ້າງ. ໃນ​ວັນ​ທີ່​ພຣະອົງ​ໂກດຮ້າຍ​ຕໍ່ສູ້​ນະຄອນ​ເຢຣູຊາເລັມ ພຣະອົງ​ປະຖິ້ມ​ແມ່ນແຕ່​ພຣະວິຫານ​ໃນ​ວັນ​ນັ້ນ.


ຄົນ​ຜ່ານ​ນະຄອນ​ໄປ ຕ່າງ​ກໍ​ເບິ່ງ​ເຈົ້າ​ຢ່າງ​ຫຍໍ້ຫຍັນ ພວກເຂົາ​ເບະ​ສົບ​ຫົວຂວັນ​ທີ່​ນະຄອນ​ເພພັງ​ຮົກຮ້າງ. ພວກເຂົາ​ກ່າວ​ວ່າ, “ນີ້​ບໍ່​ທີ່​ວ່າ​ເປັນ​ເມືອງ​ທີ່​ສວຍງາມ? ນະຄອນ​ທະນົງໃຈ​ທົ່ວ​ທັງໂລກ?”


ເຈົ້າ​ຈາກ​ໄປ​ແລ້ວ​ແລະ​ຈາກ​ໄປ​ເລີຍ ພວກ​ພໍ່ຄ້າ​ທົ່ວ​ໂລກ​ກໍ​ສະທ້ານ​ຢ້ານກົວ ຢ້ານ​ວ່າ​ພວກ​ຕົນ​ຈະ​ຮັບ​ສ່ວນ​ໃນ​ຊາຕາກຳ​ຂອງເຈົ້າ.”’


“ມະນຸດ​ເອີຍ ຈົ່ງ​ບອກ​ຜູ້ປົກຄອງ​ນະຄອນ​ຕີເຣ ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ຕໍ່​ລາວ​ວ່າ, ‘ເພາະ​ເຈົ້າ​ອວດຕົວ​ຂຶ້ນ ເຈົ້າ​ຈຶ່ງ​ອ້າງ​ຕົນເອງ​ວ່າ​ເປັນ​ພະ. ເຈົ້າ​ກ່າວ​ວ່າ​ເຈົ້າ​ເປັນ​ດັ່ງ​ພະ​ຕົນ​ໜຶ່ງ​ທີ່​ນັ່ງ​ເທິງ​ບັນລັງ ຊຶ່ງ​ມີ​ທະເລ​ທັງຫລາຍ​ອ້ອມ​ລ້ອມ​ເຈົ້າ​ໄວ້. ເຈົ້າ​ທຳ​ຕົນ​ເປັນ​ພະ​ບໍ່ໄດ້​ດອກ ເພາະ​ເຈົ້າ​ເປັນ​ມະນຸດ​ແຕ່​ບໍ່ແມ່ນ​ພະ.


ເມື່ອ​ພວກເຂົາ​ມາ​ສັງຫານ​ເຈົ້າ​ນັ້ນ ເຈົ້າ​ຍັງ​ຈະ​ອ້າງ​ເຈົ້າ​ເອງ​ວ່າ, ເຈົ້າ​ເປັນ​ພຣະ​ຕົນ​ໜຶ່ງ​ຢູ່​ບໍ? ເມື່ອ​ປະເຊີນ​ໜ້າ​ກັບ​ຜູ້​ມາ​ສັງຫານ​ເຈົ້າ​ນັ້ນ ເຈົ້າ​ຈະ​ເປັນ​ມະນຸດ​ແລະ​ບໍ່ແມ່ນ​ພຣະ​ຫຍັງ​ເລີຍ.


ຈົ່ງ​ບອກ​ວ່າ ຕໍ່ໄປນີ້​ແມ່ນ​ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ແກ່​ກະສັດ​ແຫ່ງ​ເອຢິບ​ວ່າ, ‘ເຮົາ​ເປັນ​ສັດຕູ​ຂອງ​ເຈົ້າ, ເຈົ້າ​ເປັນ​ແຂ້​ຕົວ​ຮ້າຍກາດ​ທີ່​ກຳລັງ​ນອນ​ຢູ່​ໃນ​ນໍ້າ. ເຈົ້າ​ກ່າວ​ວ່າ​ນໍ້ານິນ​ເປັນ​ຂອງເຈົ້າ​ແລະ​ເຈົ້າ​ສ້າງ​ມັນ​ຂຶ້ນ​ມາ.


ເພາະສະນັ້ນ ພະຣາຊາ​ເອີຍ ຈົ່ງ​ເຮັດ​ຕາມ​ຄຳແນະນຳ​ຂອງ​ຂ້ານ້ອຍ​ເຖີດ. ຈົ່ງ​ເລີກ​ເຮັດ​ບາບ​ສາ ແລະ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ; ຈົ່ງ​ເມດຕາ​ສົງສານ​ຄົນ​ຍາກຈົນ. ແລ້ວ​ທ່ານ​ກໍ​ຈະ​ຈະເລີນ​ຮຸ່ງເຮືອງ​ສືບ​ຕໍ່ໄປ.”


ບໍ່ມີ​ຫວ້ານຢາ​ຫຍັງ​ໃສ່​ບາດແຜ​ຂອງເຈົ້າ ແລະ​ບາດແຜ​ຂອງເຈົ້າ​ກໍ​ບໍ່​ສາມາດ​ປິ່ນປົວ​ໃຫ້​ດີ​ໄດ້. ທຸກຄົນ​ທີ່​ຮູ້ວ່າ​ເຈົ້າ​ຖືກ​ທຳລາຍ ຕ່າງ​ກໍ​ຕົບ​ມື​ດ້ວຍ​ຄວາມ​ຍິນດີ. ມີ​ຜູ້ໃດ​ເດນໍ ທີ່​ບໍ່ໄດ້​ຮັບ​ຄວາມ​ທົນທຸກ ຍ້ອນ​ຄວາມ​ໂຫດຫ້ຽມ​ອັນ​ບໍ່ມີ​ທີ່​ສິ້ນສຸດ​ຂອງເຈົ້າ?


ພວກເຂົາ​ສ້າງ​ຄວາມ​ຢ້ານກົວ​ແລະ​ຄວາມ​ສັບສົນ​ວຸ້ນວາຍ​ຂຶ້ນ ໂດຍ​ເປັນ​ຜູ້​ອອກ​ກົດໝາຍ​ແລະ​ໃຊ້​ກົດໝາຍ​ເອງ.


ຝ່າຍ​ປະຊາຊົນ​ທີ່​ຜ່ານ​ໄປມາ​ນັ້ນ​ສັ່ນ​ຫົວ ແລະ​ກ່າວ​ໝິ່ນປະໝາດ​ໃສ່​ພຣະອົງ​ວ່າ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka