Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຊຟານີຢາ 2:13 - ພຣະຄຳພີສັກສິ

13 ພຣະອົງ​ຈະ​ໃຊ້​ອຳນາດ​ຂອງ​ພຣະອົງ​ເພື່ອ​ທຳລາຍ​ເມືອງ​ທາງ​ທິດເໜືອ​ຄື​ອັດຊີເຣຍ. ພຣະອົງ​ຈະ​ເຮັດ​ໃຫ້​ນີເນເວ​ເປັນ​ເມືອງ​ຮົກຮ້າງ​ເພພັງ ຄື​ເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ​ທີ່​ແຫ້ງແລ້ງ.

Uka jalj uñjjattʼäta Copia luraña




ເຊຟານີຢາ 2:13
19 Jak'a apnaqawi uñst'ayäwi  

ແຕ່​ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ເມື່ອ​ໝົດ​ພາລະ​ທີ່​ເຮົາ​ກຳລັງ​ເຮັດ​ຕໍ່​ພູເຂົາ​ຊີໂອນ ແລະ​ໃນ​ນະຄອນ​ເຢຣູຊາເລັມ​ແລ້ວ ເຮົາ​ຈະ​ລົງໂທດ​ກະສັດ​ແຫ່ງ​ອັດຊີເຣຍ ສຳລັບ​ການ​ອວດອົ່ງ ແລະ​ການ​ຈອງຫອງ​ທຸກປະການ​ຂອງ​ລາວ.”


ເຫດສະນັ້ນ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ກຳລັງ​ຈະ​ສົ່ງ​ພະຍາດ​ໂຣຄາ ມາ​ລົງໂທດ​ຄົນ​ທີ່​ຢູ່ດີ​ກິນດີ. ໃນ​ຕົນຕົວ​ຂອງ​ເຂົາ​ນັ້ນ​ຈະ​ມີ​ໄຟ​ທີ່​ໄໝ້​ຢູ່​ແລະ​ເຜົາຜານ.


ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ກ່າວ​ວ່າ, “ອັດຊີເຣຍ​ເອີຍ ເຮົາ​ໃຊ້​ອັດຊີເຣຍ​ເປັນ​ດັ່ງ​ໄມ້ຄ້ອນ ເພື່ອ​ລົງໂທດ​ພວກ​ທີ່​ເຮົາ​ໂກດຮ້າຍ.


ເມື່ອ​ວັນ​ນັ້ນ​ມາ​ເຖິງ ອີກເທື່ອໜຶ່ງ ອົງພຣະ​ຜູ້​ເປັນເຈົ້າ​ຈະ​ໃຊ້​ຣິດອຳນາດ​ຂອງ​ພຣະອົງ ແລະ​ນຳ​ປະຊາຊົນ​ຂອງ​ພຣະອົງ​ກັບຄືນ​ມາ​ຈາກ​ດິນແດນ​ເຫຼົ່ານີ້: ຄົນ​ທີ່​ເຫຼືອ​ຢູ່​ໃນ​ປະເທດ​ອັດຊີເຣຍ ແລະ​ໃນ​ປະເທດ​ເອຢິບ, ໃນ​ດິນແດນ​ປັດໂຣດ, ປະເທດ​ເອທີໂອເປຍ, ປະເທດ​ເອລາມ, ປະເທດ​ບາບີໂລນ ແລະ​ປະເທດ​ຮາມັດ ແລະ​ໃນ​ດິນແດນ​ຕາມ​ຝັ່ງ​ທະເລ​ແລະ​ທີ່​ເທິງ​ໝູ່ເກາະ.


ອັນນີ້​ແມ່ນ​ແຜນການ​ຂອງເຮົາ​ສຳລັບ​ໂລກ ຄື​ແຂນ​ຂອງເຮົາ​ໄດ້​ຢຽດ​ອອກ​ເພື່ອ​ລົງໂທດ​ຊົນຊາດ​ທັງຫລາຍ.”


ແລ້ວ​ເຈົ້າ​ເຊັນນາເກຣິບ ກະສັດ​ແຫ່ງ​ອັດຊີເຣຍ​ກໍ​ລ່າຖອຍ​ກັບຄືນ​ເມືອ​ເມືອງ​ນີເນເວ.


ເມືອງ​ຮາໂຊ​ຈະ​ເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ​ຕະຫລອດໄປ ຄື​ເປັນ​ບ່ອນ​ທີ່​ໝາປ່າ​ອາໄສ​ຢູ່​ເທົ່ານັ້ນ. ຈະ​ບໍ່ມີ​ຜູ້ໃດ​ຢູ່​ທີ່​ນັ້ນ​ອີກ.”


ວ່າ, “ຈົ່ງ​ໄປ​ທີ່​ນີເນເວ​ເມືອງ​ໃຫຍ່ ແລະ​ກ່າວ​ຕໍ່ສູ້​ເມືອງ​ນີ້ ເຮົາ​ຮູ້​ວ່າ​ປະຊາຊົນ​ໃນ​ເມືອງ​ນີ້​ປະພຶດ​ຊົ່ວຊ້າ​ສໍ່າໃດ.”


ວ່າ, “ຈົ່ງ​ໄປ​ທີ່​ນີເນເວ​ເມືອງ​ໃຫຍ່ ແລະ​ປະກາດ​ຖ້ອຍຄຳ​ທີ່​ເຮົາ​ໄດ້​ມອບ​ໃຫ້​ເຈົ້າ​ນັ້ນ​ແກ່​ປະຊາຊົນ.”


ພວກເຂົາ​ຈະ​ຕີ​ຊະນະ​ອັດຊີເຣຍ ຄື​ດິນແດນ​ຂອງ​ນິມໂຣດ​ດ້ວຍ​ກຳລັງ​ອາວຸດ; ແລະ​ເຂົາ ຈະ​ຊ່ວຍ​ພວກເຮົາ​ໃຫ້​ພົ້ນ​ຈາກ​ພວກ​ອັດຊີເຣຍ ເມື່ອ​ພວກເຂົາ​ຮຸກຮານ​ດິນແດນ​ຂອງ​ພວກເຮົາ.


ຕໍ່ໄປນີ້​ແມ່ນ​ນິມິດ​ທີ່​ນາຮູມ ຊາວ​ແອນໂກດ ໄດ້​ເຫັນ​ກ່ຽວກັບ​ນະຄອນ​ນີເນເວ.


ບໍ່​ວ່າ​ຈະ​ເຮັດ​ຫຍັງ​ກໍຕາມ ເຈົ້າ​ຈະ​ຕ້ອງ​ຖືກ​ເຜົາ​ໃຫ້​ຕາຍ ຫລື​ຖືກ​ຂ້າ​ໃນ​ສະໜາມຮົບ. ເຈົ້າ​ຈະ​ຖືກ​ກວາດໄປ​ຈົນກ້ຽງ ດັ່ງ​ເຄື່ອງປູກ​ທີ່​ຝູງຕັກແຕນ​ກັດກິນ. ເຈົ້າ​ໄດ້​ເພີ່ມພູນ​ທະວີ​ຂຶ້ນ​ດັ່ງ​ຝູງຕັກແຕນ,


ທຸກຄົນ​ທີ່​ເຫັນ​ເຈົ້າ​ກໍ​ຈະ​ປົບໜີໄປ ຄົນ​ຈະ​ເວົ້າ​ວ່າ, ‘ນີເນເວ​ເມືອງ​ເພພັງ​ຮົກຮ້າງ ແມ່ນ​ຜູ້ໃດ​ເດນໍ ທີ່​ຈະ​ເຫັນອົກ​ເຫັນໃຈ​ນີເນເວ? ແມ່ນ​ຜູ້ໃດ​ເດນໍ ທີ່​ຢາກ​ຈະ​ປອບໃຈ​ເຈົ້າ?”’


ເຮົາ​ຈະ​ລົງໂທດ​ປະຊາຊົນ​ທັງໝົດ​ຂອງ​ນະຄອນ​ເຢຣູຊາເລັມ ແລະ​ຂອງ​ຢູດາຍ. ໃນ​ທີ່ນັ້ນ ເຮົາ​ຈະ​ທຳລາຍ​ຮ່ອງຮອຍ​ເສດເຫລືອ​ແຫ່ງ​ການ​ຂາບໄຫວ້​ພະບາອານ ແລະ​ຈະ​ບໍ່ມີ​ຜູ້ໃດ​ລະນຶກເຖິງ​ມັນ ແມ່ນແຕ່​ພວກ​ປະໂຣຫິດ​ທີ່​ຮັບໃຊ້​ພະບາອານ​ກໍຕາມ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka