Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຊຟານີຢາ 2:10 - ພຣະຄຳພີສັກສິ

10 ດ້ວຍ​ວິທີ​ນີ້​ແຫຼະ ປະຊາຊົນ​ໂມອາບ​ແລະ​ອຳໂມນ​ຈະ​ໄດ້​ຮັບ​ໂທດ ຍ້ອນ​ຄວາມ​ອວດດີ​ແລະ​ຄວາມ​ຈອງຫອງ​ຂອງ​ພວກເຂົາ ແລະ​ຍ້ອນ​ການ​ດູໝິ່ນ​ປະໝາດ​ປະຊາຊົນ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່.

Uka jalj uñjjattʼäta Copia luraña




ເຊຟານີຢາ 2:10
18 Jak'a apnaqawi uñst'ayäwi  

ແຕ່​ພຣະອົງ​ບໍ່​ຍອມ​ໃຫ້​ຜູ້ໃດ​ກົດຂີ່​ພວກເຂົາ ພຣະອົງ​ເຕືອນ​ກະສັດ​ໃຫ້​ປົກປ້ອງ​ພວກເຂົາ​ໄວ້​ວ່າ,


ສະນັ້ນ ໂມເຊ​ແລະ​ອາໂຣນ​ຈຶ່ງ​ໄດ້​ເຂົ້າ​ໄປ​ພົບ​ກະສັດ​ຟາໂຣ ແລະ​ກ່າວ​ຕໍ່​ເພິ່ນ​ວ່າ, “ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາວ​ເຮັບເຣີ​ກ່າວ​ວ່າ, ‘ເຈົ້າ​ຍັງ​ຈະ​ແຂງຂໍ້​ຕໍ່​ເຮົາ​ອີກ​ດົນນານ​ປານໃດ? ຈົ່ງ​ປ່ອຍ​ປະຊາຊົນ​ຂອງເຮົາ​ໄປ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ນະມັດສະການ​ເຮົາ.


ແຕ່​ຈົນ​ບັດນີ້ ເຈົ້າ​ກໍ​ຍັງ​ໃຈ​ແຂງ​ກະດ້າງ​ດື້ດຶງ​ບໍ່​ຍອມ​ປ່ອຍ​ໃຫ້​ປະຊາຊົນ​ຂອງເຮົາ​ໄປ.


ປະຊາຊົນ​ຊາວ​ຢູດາ​ເວົ້າ​ວ່າ, “ພວກເຮົາ​ເຄີຍ​ໄດ້ຍິນ​ເຖິງ​ຊາວ​ໂມອາບ​ວ່າ ພວກເຂົາ​ອວດອົ່ງ​ຈອງຫອງ​ສໍ່າໃດ. ພວກເຮົາ​ຮູ້​ວ່າ​ພວກເຂົາ​ອວດດີ​ແລະ​ທະນົງ​ຕົວ ແຕ່​ພວກເຂົາ​ຂີ້ສະຫາວ​ລ້າໆ.”


ພຣະເຈົ້າຢາເວ​ກ່າວ​ວ່າ, “ເຮົາ​ມີ​ບາງ​ສິ່ງ​ທີ່​ຈະ​ກ່າວ​ຕໍ່​ປະເທດ ເພື່ອນບ້ານ​ໃກ້ຄຽງ​ທັງຫລາຍ​ຂອງ​ຊາດ​ອິດສະຣາເອນ ຄື​ປະເທດ​ທີ່​ໄດ້​ທຳລາຍ​ດິນແດນ​ທີ່​ເຮົາ​ໄດ້​ມອບ​ໃຫ້​ແກ່​ປະຊາຊົນ​ອິດສະຣາເອນ. ເຮົາ​ຈະ​ຖອນຮາກ​ຖອນ​ເຫງົ້າ​ຄົນຊົ່ວ​ເຫຼົ່ານັ້ນ ໃຫ້​ອອກ​ໄປ​ຈາກ​ດິນແດນ​ຂອງ​ພວກເຂົາ​ເໝືອນ​ຫລົກ​ຕົ້ນໄມ້ ແລະ​ເຮົາ​ຈະ​ຊ່ວຍກູ້​ເອົາ​ຢູດາ​ອອກ​ຈາກ​ພວກເຂົາ.


ຊາຍ​ໂມອາບ ເປັນຫຍັງ​ຈຶ່ງ​ວ່າ​ເປັນ​ຊ່ຽວຊານ​ການ​ລົບ ເປັນ​ຜູ້​ອົງອາດ​ກ້າຫານ​ທີ່​ຜ່ານ​ເສິກ​ມາ​ແລ້ວ?


ໂມອາບ​ຈອງຫອງ​ຫລາຍ ເຮົາ​ໄດ້ຍິນ​ວ່າ​ປະຊາຊົນ​ກໍ​ອວດດີ, ຂີ້ສະຫາວ ແລະ​ຄຸຍໂມ້​ສໍ່າໃດ; ພວກເຂົາ​ຄິດ​ເຫັນ​ແຕ່​ຜົນປະໂຫຍດ​ຕົນເອງ​ສໍ່າໃດ.


ມົນທິນ​ຂອງ​ນາງ​ນັ້ນ​ເບິ່ງ​ເຫັນ​ໄດ້​ງ່າຍດາຍ ແຕ່​ນາງ​ບໍ່​ຫ່ວງໃຍ​ນຳ​ຊາຕາກຳ​ຂອງຕົນ​ຈັກດີ້. ນາງ​ລົ້ມ​ແຮງໂພດ​ຈົນ​ບໍ່ມີ​ຜູ້ໃດ​ສາມາດ​ປອບໃຈ ຂ້າແດ່​ພຣະເຈົ້າຢາເວ ໂຜດ​ເມດຕາ ເພາະ​ສັດຕູ​ຂອງນາງ​ໄດ້​ຊະນະ.


ຕໍ່ໄປນີ້​ແມ່ນ​ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ: ພວກເຈົ້າ​ໄດ້​ຕົບ​ມື​ແລະ​ເຕັ້ນ​ຢ່າງ​ປິຕິ​ຍິນດີ. ພວກເຈົ້າ​ໄດ້​ດູຖູກ​ດິນແດນ​ຂອງ​ຊາດ​ອິດສະຣາເອນ.


ບັດນີ້ ເຮົາ​ຄື​ເນບູ​ກາດເນັດຊາ ຂໍ​ສັນລະເສີນ​ແລະ​ຖວາຍ​ກຽດຕິຍົດ ແລະ​ສະຫງ່າຣາສີ ແດ່​ກະສັດ​ແຫ່ງ​ສະຫວັນ. ທຸກສິ່ງ​ທີ່​ພຣະອົງ​ເຮັດ​ກໍ​ຖືກຕ້ອງ​ແລະ​ຍຸດຕິທຳ ແລະ​ພຣະອົງ​ເຮັດ​ໃຫ້​ຄົນ​ຈອງຫອງ​ຖ່ອມຕົວ​ລົງ​ໄດ້.”


ພວກເຈົ້າ​ຢືນຢູ່​ຊື່ໆ​ໃນ​ມື້​ທີ່​ສັດຕູ​ພັງ​ປະຕູ​ເມືອງ​ຂອງ​ພວກເຂົາ ຕ່າງ​ກໍ​ຊົ່ວ​ກັນ​ໝົດ​ເທົ່າກັບ​ຄົນຕ່າງຊາດ​ເຫຼົ່ານັ້ນ ທີ່​ໄດ້​ຂົນ​ຊັບສົມບັດ​ໜີໄປ​ຈາກ​ນະຄອນ​ເຢຣູຊາເລັມ ແລະ​ໄດ້​ແບ່ງປັນ​ໃນ​ທ່າມກາງ​ພວກ​ເຂົາເຈົ້າ.


ຄວາມ​ອວດອົ່ງ​ຂອງເຈົ້າ​ໄດ້​ລໍ້ລວງ​ເຈົ້າ​ເອງ ເມືອງເອກ​ມີ​ປ້ອມ​ກຳແພງ​ສ້າງ​ດ້ວຍ​ຫີນດານ; ເຮືອນ​ຂອງເຈົ້າ​ກໍ​ຖືກ​ສ້າງ​ທີ່​ເທິງ​ພູເຂົາ​ສູງ​ທັງຫລາຍ ສະນັ້ນ ເຈົ້າ​ຈຶ່ງ​ຄິດວ່າ, ‘ໃຜ​ຈະ​ດຶງ​ຂ້ອຍ​ລົງ​ໄດ້?’


“ເຮົາ​ໄດ້ຍິນ​ປະຊາຊົນ​ຊາວ​ໂມອາບ​ແລະ​ອຳໂມນ ດູໝິ່ນ​ປະໝາດ ແລະ​ເຍາະເຍີ້ຍ​ປະຊາຊົນ​ຂອງເຮົາ ແລະ​ຄຸຍໂມ້​ວ່າ ພວກຕົນ​ໄດ້​ຢຶດເອົາ​ດິນແດນ​ຂອງ​ພວກເຂົາ​ແລ້ວ.


ໃນທຳນອງ​ດຽວກັນ ພວກເຈົ້າ​ຜູ້​ມີ​ອາຍຸ​ອ່ອນກວ່າ ຈົ່ງ​ນ້ອມຟັງ​ຕໍ່​ພວກ​ອາວຸໂສ. ພວກເຈົ້າ​ທຸກຄົນ ຈົ່ງ​ສວມ​ຄວາມ​ຖ່ອມໃຈ ເພື່ອ​ຮັບໃຊ້​ຊຶ່ງກັນແລະກັນ ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ພຣະເຈົ້າ​ຊົງ​ຕໍ່ສູ້​ຄົນ​ທີ່​ຈອງຫອງ ແຕ່​ຊົງ​ປະທານ​ພຣະຄຸນ​ແກ່​ຜູ້​ທີ່​ຖ່ອມໃຈ​ລົງ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka