Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຊຟານີຢາ 2:1 - ພຣະຄຳພີສັກສິ

1 ຊົນຊາດ​ທີ່​ບໍ່ມີ​ຢ່າງອາຍ​ເອີຍ ຈົ່ງ​ຮູ້ສຶກ​ຕື່ນຕົວ​ສາ​ເຖີດ ກ່ອນ​ພວກເຈົ້າ​ຈະ​ຖືກ​ພັດ​ໃຫ້​ປິວ​ໄປ ເໝືອນ​ດັ່ງ​ແກບ​ຖືກ​ລົມ​ພັດ

Uka jalj uñjjattʼäta Copia luraña




ເຊຟານີຢາ 2:1
15 Jak'a apnaqawi uñst'ayäwi  

ປະຊາຊົນ​ໃນ​ຢູດາຍ​ໄດ້​ຟ້າວ​ມາ​ຮວມ​ຊຸມນຸມ​ກັນ ເພື່ອ​ສະແຫວງ​ຫາ​ພຣະເຈົ້າຢາເວ ແລະ​ພວກເຂົາ​ໄດ້​ມາຈາກ​ແຕ່ລະ​ເມືອງ​ໃນ​ຢູດາຍ​ເພື່ອ​ຈະ​ໄດ້​ສະແຫວງ​ຫາ​ພຣະເຈົ້າຢາເວ.


ເມື່ອ​ເຖິງ​ເດືອນ​ທີ​ເຈັດ ປະຊາຊົນ​ອິດສະຣາເອນ​ກໍໄດ້​ຕັ້ງ​ຖິ່ນຖານ ຢູ່​ຕາມ​ບ້ານເກີດ​ເມືອງນອນ​ຂອງຕົນ​ໝົດ​ທຸກ​ຄົນ. ໃນ​ວັນ​ທີ​ໜຶ່ງ​ຂອງ​ເດືອນ​ນັ້ນ ພວກເຂົາ​ທັງໝົດ​ໄດ້​ມາ​ເຕົ້າໂຮມ​ກັນ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ ຄື​ທີ່​ສີ່ແຍກ​ກາງເມືອງ​ຢູ່​ຕໍ່ໜ້າ​ປະຕູນໍ້າ. ພວກເຂົາ​ຂໍຮ້ອງ​ເອຊະຣາ ຜູ້​ທີ່​ເປັນ​ປະໂຣຫິດ ແລະ​ເປັນ​ນັກຮຽນ​ຮູ້​ດ້ານ​ກົດບັນຍັດ ຊຶ່ງ​ພຣະເຈົ້າຢາເວ​ໄດ້​ມອບ​ໃຫ້​ແກ່​ປະຊາຊົນ​ອິດສະຣາເອນ​ຜ່ານ​ທາງ​ໂມເຊ ນຳ​ໜັງສື​ກົດບັນຍັດ​ອອກ​ມາ.


ໃນ​ມື້​ທີ​ຊາວສີ່ ຂອງ​ເດືອນ​ດຽວກັນ​ນີ້ ປະຊາຊົນ​ຊາວ​ອິດສະຣາເອນ​ໄດ້​ເຕົ້າໂຮມ​ກັນ​ຖືສິນ​ອົດອາຫານ ເພື່ອ​ສະແດງ​ຄວາມ​ໂສກເສົ້າ​ເສຍໃຈ​ສຳລັບ​ການບາບ​ຂອງ​ພວກເຂົາ. ພວກເຂົາ​ແຍກຕົວ​ເອງ​ອອກ​ຈາກ​ຄົນຕ່າງຊາດ​ທຸກຄົນ. ພວກເຂົາ​ນຸ່ງ​ເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບເຂົ້າ ພ້ອມ​ທັງ​ໂຮຍ​ຂີ້ຝຸ່ນ​ດິນ​ໃສ່​ເທິງ​ຫົວ ອັນ​ສະແດງ​ເຖິງ​ຄວາມ​ໂສກເສົ້າ. ແລ້ວ​ພວກເຂົາ​ກໍ​ຢືນ​ຂຶ້ນ​ສາລະພາບ​ການ​ຜິດບາບ​ຂອງ​ພວກ​ເຂົາເອງ ແລະ​ຜິດບາບ​ຂອງ​ບັນພະບຸລຸດ​ຂອງ​ພວກເຂົາ​ທີ່​ໄດ້​ເຮັດ.


“ຈົ່ງ​ໄປ​ທ້ອນໂຮມ​ເອົາ​ພວກ​ຢິວ​ໃນ​ນະຄອນ​ຊູຊາ; ໃຫ້​ພາກັນ​ຖືສິນ​ອົດອາຫານ ແລະ​ພາວັນນາ​ອະທິຖານ​ເພື່ອ​ຂ້ອຍ. ຢ່າ​ກິນ ຫລື​ດື່ມ​ຫຍັງ​ພາຍ​ໃນ​ສາມ​ວັນ​ສາມ​ຄືນ. ຂ້ອຍ​ກັບ​ສາວໃຊ້​ຂອງຂ້ອຍ​ກໍ​ຈະ​ປະຕິບັດ​ຢ່າງ​ດຽວກັນ. ຫລັງຈາກ​ນີ້​ຂ້ອຍ​ຈະ​ໄປ​ຫາ​ກະສັດ ເຖິງ​ແມ່ນ​ວ່າ​ຈະ​ເປັນ​ການ​ຝ່າຝືນ​ກົດໝາຍ​ກໍຕາມ. ຖ້າ​ຂ້ອຍ​ຕາຍ​ຍ້ອນ​ກະທຳ​ເຊັ່ນ​ນີ້ ຂ້ອຍ​ກໍ​ຍອມ.”


ດ້ວຍເຫດນີ້, ຝົນ​ຈຶ່ງ​ບໍ່​ຕົກ​ຕາມ​ລະດູການ ແລະ ຝົນ​ຍາມ​ລະດູ​ໃບໄມ້ປົ່ງ​ຈຶ່ງ​ຍັງ​ບໍ່​ມາ. ເບິ່ງ​ເຈົ້າ​ຄື​ຍິງ​ແມ່ຈ້າງ​ແທ້ໆ; ເຈົ້າ​ຜູ້​ບໍ່ມີ​ຢ່າງອາຍ​ເອີຍ.


ພວກເຂົາ​ອັບອາຍ​ຂາຍໜ້າ​ບໍ ທີ່​ໄດ້​ກະທຳ​ສິ່ງ​ອັນ​ໜ້າລັງກຽດ​ເຊັ່ນນີ້? ບໍ່ເລີຍ ພວກເຂົາ​ບໍ່​ອັບອາຍ​ຂາຍໜ້າ​ຫຍັງ​ດອກ; ສີໜ້າ​ຂອງ​ພວກເຂົາ​ຢູ່​ຊື່ໆ​ບໍ່​ແດງ​ຊໍ້າ. ສະນັ້ນ ພວກເຂົາ​ຈຶ່ງ​ຈະ​ລົ້ມລົງ​ດັ່ງ​ຄົນອື່ນ​ທີ່​ໄດ້​ລົ້ມລົງ; ເມື່ອ​ເຮົາ​ລົງໂທດ​ພວກເຂົາ​ກໍ​ແມ່ນ​ຈຸດຈົບ​ສຳລັບ​ພວກເຂົາ​ສາ​ແລ້ວ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ.


ຈົ່ງ​ອອກ​ຄຳສັ່ງ​ໃຫ້​ປະຊາຊົນ​ອົດອາຫານ ຈົ່ງ​ເອີ້ນ​ກັນ​ມາ​ປະຊຸມ​ເປັນການ​ນັດ​ພິເສດ ຈົ່ງ​ເຕົ້າໂຮມ​ພວກ​ຜູ້ປົກຄອງ​ທັງ​ຊາວ​ຢູດາ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ພາກັນ​ຮ້ອງໄຫ້​ຫາ​ພຣະເຈົ້າຢາເວ.


ແຕ່​ພຣະເຈົ້າຢາເວ​ຍັງ​ສະຖິດ​ຢູ່​ໃນ​ເມືອງນີ້ ພຣະອົງ​ເຮັດ​ຖືກຕ້ອງ ແລະ​ບໍ່​ເຮັດ​ຜິດ​ຈັກເທື່ອ. ທຸກໆເຊົ້າ​ພຣະອົງ​ນຳ​ຄວາມ​ຍຸດຕິທຳ​ມາ​ສູ່​ປະຊາຊົນ​ຂອງ​ພຣະອົງ​ບໍ່ໄດ້​ຂາດ. ແຕ່​ເຖິງ​ປານ​ນັ້ນ ຄົນ​ອະທຳ​ໃນ​ທີ່ນັ້ນ​ກໍ​ຍັງ​ສືບຕໍ່​ເຮັດ​ຜິດ ແລະ​ບໍ່​ລະອາຍ​ໃຈ.


ຂ້າພະເຈົ້າ​ໝົດ​ຄວາມ​ອົດທົນ​ກັບ​ຄົນລ້ຽງແກະ​ອື່ນ​ສາມ​ຄົນ ທີ່​ກຽດຊັງ​ຂ້າພະເຈົ້າ; ພຽງ​ເດືອນ​ດຽວ​ເທົ່ານັ້ນ ຂ້າພະເຈົ້າ​ກໍໄດ້​ກຳຈັດ​ພວກເຂົາ​ທັງໝົດ.


ດ້ວຍວ່າ, ມີ​ສອງ​ຫລື​ສາມ​ຄົນ​ມາ​ຮ່ວມ​ປະຊຸມ​ກັນ​ໃນ​ນາມ​ຂອງເຮົາ​ຢູ່​ບ່ອນ​ໃດ ເຮົາ​ກໍ​ຢູ່​ທ່າມກາງ​ພວກເຂົາ​ໃນ​ບ່ອນ​ນັ້ນ​ແຫຼະ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka