9 ໃນວັນນັ້ນ ເຮົາຈະລົງໂທດທຸກຄົນທີ່ຂາບໄຫວ້ ຄ້າຍຄືກັບພວກທີ່ບໍ່ນັບຖືພຣະເຈົ້າ, ພວກທີ່ຂີ້ລັກ ແລະພວກທີ່ຂ້າເຈົ້າເອົາຂອງ ເພື່ອນຳໄປສ້າງຮັ່ງຄູນມີໃຫ້ແກ່ເຮືອນເຈົ້ານາຍຂອງຕົນ.”
ຜູ້ປົກຄອງທຸກຄົນ ທີ່ມາຮັບໜ້າທີ່ກ່ອນຂ້າພະເຈົ້ານັ້ນ ລ້ວນແຕ່ວາງພາລະໜັກໃຫ້ແກ່ປະຊາຊົນ ໂດຍຮຽກຮ້ອງເອົາເງິນສີ່ສິບຫລຽນຕໍ່ວັນ ເປັນຄ່າອາຫານແລະຄ່າເຫຼົ້າອະງຸ່ນ. ແມ່ນແຕ່ຄົນຮັບໃຊ້ຂອງພວກເຂົາກໍໄດ້ບີບບີ້ປະຊາຊົນ. ແຕ່ຂ້າພະເຈົ້າປະຕິບັດແຕກຕ່າງນັ້ນ ເພາະຂ້າພະເຈົ້າຢຳເກງຢຳເກງພຣະເຈົ້າ.
ຖ້າຜູ້ປົກຄອງເອົາໃຈໃສ່ຕໍ່ຄຳລາຍງານບໍ່ຈິງ, ຂ້າຣາຊການຂອງເພິ່ນທັງໝົດຈະເປັນຄົນຂີ້ຕົວະ.
ນາຍພານຈັບນົກໄດ້ເຕັມກົງຂັງສັນໃດ ພວກເຂົາກໍໄດ້ເຄື່ອງປຸ້ນມາໄວ້ເຕັມເຮືອນສັນນັ້ນ. ເພາະສະນັ້ນ ພວກເຂົາຈຶ່ງມີອຳນາດແລະຮັ່ງມີເປັນດີ
ພຣະເຈົ້າຢາເວກ່າວວ່າ, “ປະຊາຊົນເຫຼົ່ານີ້ມີເຄື່ອງຂອງເຕັມຫໍໂຮງທີ່ໄດ້ມາຈາກອາຊະຍາກຳ ແລະການປຸ້ນຈີ້. ພວກເຂົາບໍ່ຮູ້ຈັກປະພຶດຕົນຢ່າງສັດຊື່.
ພວກເຈົ້າຄົນຮັ່ງມີຫາຜົນປະໂຫຍດນຳຄົນຍາກຈົນ ແລະພວກເຈົ້າທຸກຄົນລ້ວນແຕ່ເປັນຄົນຂີ້ຕົວະ.
ຂ້າພະເຈົ້າຖາມວ່າ, “ສິ່ງນັ້ນແມ່ນຫຍັງ?” ເທວະດາຕົນນັ້ນຕອບວ່າ, “ແມ່ນກະຕ່າໜ່ວຍໜຶ່ງແລະມັນໝາຍເຖິງບາບ ຂອງດິນແດນນີ້ທັງໝົດ.”
ເມື່ອພວກນາຍຂອງຍິງນີ້ເຫັນວ່າ ພວກຕົນໝົດຫວັງທີ່ຈະໄດ້ເງິນໂດຍວິທີນີ້ແລ້ວ ພວກເຂົາກໍຈັບໂປໂລກັບຊີລາ ແລະລາກພວກເພິ່ນເຂົ້າໄປຫາຜູ້ປົກຄອງໃນທີ່ຊຸມນຸມ.
ເມື່ອຜົວຂອງນາງລຸກຂຶ້ນມາໃນຕອນເຊົ້າ ແລະເປີດປະຕູວ່າຈະອອກເດີນທາງໄປ ລາວກໍພົບເມຍນ້ອຍຂອງຕົນຢູ່ຕໍ່ໜ້າເຮືອນ ໂດຍນອນຢຽດມືຈຸກັບປະຕູເຮືອນ.
ດ້ວຍເຫດນີ້ ໃນທຸກມື້ນີ້ ປະໂຣຫິດຂອງພະດາໂກນ ແລະຊາວເມືອງອາຊະໂດດທຸກຄົນ ທີ່ຂາບໄຫວ້ພະດາໂກນຈຶ່ງບໍ່ຍອມຢຽບບ່ອນນັ້ນ ແຕ່ຍ່າງຂ້າມຜ່ານໄປ.)