Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຊຟານີຢາ 1:8 - ພຣະຄຳພີສັກສິ

8 “ແລະ​ໃນ​ວັນ​ຖວາຍບູຊາ​ຂອງ​ພຣະເຈົ້າຢາເວ​ນັ້ນ ເຮົາ​ຈະ​ລົງໂທດ​ບັນດາ​ຂ້າຣາຊການ, ບັນດາ​ລູກຊາຍ​ຂອງ​ກະສັດ ແລະ​ທຸກຄົນ​ທີ່​ປະຕິບັດ​ຕາມ​ຂະໜົບທຳນຽມ​ຕ່າງໆ​ຂອງ​ຊາວ​ຕ່າງດ້າວ.

Uka jalj uñjjattʼäta Copia luraña




ເຊຟານີຢາ 1:8
15 Jak'a apnaqawi uñst'ayäwi  

ແລ້ວ​ເຢຮູ​ກໍ​ສັ່ງ​ໃຫ້​ປະໂຣຫິດ​ທີ່​ເປັນ​ຜູ້​ຮັບຜິດຊອບ​ເສື້ອຄຸມ​ສັກສິດ ນຳ​ເອົາ​ເສື້ອຄຸມ​ອອກ​ມາ​ແຈກ​ໃຫ້​ພວກ​ທີ່​ຂາບໄຫວ້​ນັ້ນ​ນຸ່ງ.


ແຕ່​ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ເມື່ອ​ໝົດ​ພາລະ​ທີ່​ເຮົາ​ກຳລັງ​ເຮັດ​ຕໍ່​ພູເຂົາ​ຊີໂອນ ແລະ​ໃນ​ນະຄອນ​ເຢຣູຊາເລັມ​ແລ້ວ ເຮົາ​ຈະ​ລົງໂທດ​ກະສັດ​ແຫ່ງ​ອັດຊີເຣຍ ສຳລັບ​ການ​ອວດອົ່ງ ແລະ​ການ​ຈອງຫອງ​ທຸກປະການ​ຂອງ​ລາວ.”


ໂອ​ພຣະເຈົ້າ​ເອີຍ ພຣະອົງ​ໄດ້​ປະຖິ້ມ​ປະຊາຊົນ​ຂອງ​ພຣະອົງ​ສາ​ແລ້ວ ຄື​ເຊື້ອສາຍ​ຂອງ​ຢາໂຄບ ດິນແດນ​ເຕັມ​ແຕ່​ການ​ໃຊ້​ເວດມົນ​ຄາຖາ ຈາກ​ທິດ​ຕາເວັນອອກ​ແລະ​ຈາກ​ຟີລິດສະຕິນ. ປະຊາຊົນ​ຕ່າງ​ກໍ​ເຮັດ​ຕາມ​ປະເພນີ​ຂອງ​ຊາວ​ຕ່າງຊາດ.


ເມື່ອ​ເວລາ​ນັ້ນ​ມາ​ເຖິງ ພຣະເຈົ້າຢາເວ​ຈະ​ລົງໂທດ​ບັນດາ​ອຳນາດ​ເບື້ອງເທິງ ແລະ​ບັນດາ​ນັກປົກຄອງ​ເບື້ອງລຸ່ມ​ທີ່​ເທິງ​ແຜ່ນດິນ​ໂລກ​ນີ້.


ພວກ​ທີ່​ເປັນ​ເຊື້ອສາຍ​ແທ້​ຂອງທ່ານ​ບາງຄົນ​ຈະ​ຖືກ​ຈັບ​ໄປ​ເປັນ​ຊາຍ​ຕອນ ເພື່ອ​ຮັບໃຊ້​ຢູ່​ໃນ​ວັງ​ຂອງ​ກະສັດ​ແຫ່ງ​ບາບີໂລນ.”


ພວກເຂົາ​ດູຖູກ​ຫຍໍ້ຫຍັນ​ບັນດາ​ກະສັດ ແລະ​ຫົວ​ເຍາະເຍີ້ຍ​ໃສ່​ບັນດາ​ຂ້າຣາຊການ​ຊັ້ນສູງ. ບໍ່ມີ​ປ້ອມ​ປ້ອງກັນ​ບ່ອນໃດ​ທີ່​ຕ້ານທານ​ຕໍ່​ການ​ບຸກລຸກ​ຂອງ​ພວກເຂົາ​ໄດ້. ພວກເຂົາ​ໃຊ້​ຍຸດທະວິທີ​ຍາດ​ຢຶດເອົາ​ປ້ອມ ໂດຍ​ກອງ​ດິນ​ຂຶ້ນ​ໃຫ້​ສູງ​ເທົ່າກັບ​ປ້ອມ ແລະ​ເຂົ້າ​ຢຶດເອົາ.


ຜູ້ຍິງ​ຕ້ອງ​ບໍ່​ນຸ່ງ​ເຄື່ອງ​ຜູ້ຊາຍ ແລະ​ຜູ້ຊາຍ​ຕ້ອງ​ບໍ່​ນຸ່ງ​ເຄື່ອງ​ຜູ້ຍິງ; ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ກຽດຊັງ​ຄົນ​ທີ່​ເຮັດ​ເຊັ່ນນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka