Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຊຟານີຢາ 1:7 - ພຣະຄຳພີສັກສິ

7 ຈົ່ງ​ມິດງຽບ​ຢູ່​ຊ້ອງໜ້າ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ ເພາະ​ວັນ​ຂອງ​ພຣະເຈົ້າຢາເວ​ຫຍັບເຂົ້າ​ມາ​ໃກ້​ແລ້ວ. ດັ່ງນັ້ນ ພຣະເຈົ້າຢາເວ​ກຳລັງ​ຕຽມ​ທີ່​ຈະ​ຖວາຍບູຊາ​ຂອງ​ພຣະອົງ ແລະ​ໄດ້​ຊົງ​ກະທຳ​ຜູ້​ໄດ້ຮັບເຊີນ​ຂອງ ພຣະອົງ​ໃຫ້​ບໍຣິສຸດ.

Uka jalj uñjjattʼäta Copia luraña




ເຊຟານີຢາ 1:7
39 Jak'a apnaqawi uñst'ayäwi  

ເປັນຫຍັງ​ພຣະເຈົ້າ​ບໍ່​ຕັ້ງ​ເວລາ​ໄວ້ ເພື່ອ​ຕັດສິນ​ນໍ ຄື​ຕັ້ງ​ມື້​ຕັດສິນ​ຄົນ ຜູ້​ທີ່​ຮັບໃຊ້​ພຣະອົງ​ນັ້ນ?


ພຣະອົງ​ຊົງ​ກ່າວ​ວ່າ, “ຈົ່ງ​ງຽບສະຫງົບ​ຢູ່ ແລະ​ຈົ່ງ​ຮູ້​ເຖີດ​ວ່າ​ເຮົາ​ຄື​ພຣະເຈົ້າ ເຮົາ​ເປັນ​ທີ່​ຍົກຍໍ​ໃນ​ທ່າມກາງ​ບັນດາ​ປະຊາຊາດ ເຮົາ​ເປັນ​ທີ່​ຍົກຍໍ​ເທິງ​ແຜ່ນດິນ​ໂລກ.”


ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ເອີ້ນ​ເອົາ​ທະຫານ​ທີ່​ທະນົງ​ຕົວ ແລະ​ໄວ້ໃຈ​ໄດ້​ໃຫ້​ເຮັດ​ເສິກ​ຂອງ​ພຣະອົງ ແລະ​ໃຫ້​ລົງໂທດ​ຜູ້​ທີ່​ພຣະອົງ​ໂກດຮ້າຍ.


ຮ້ອງ​ຄວນຄາງ​ດ້ວຍ​ຄວາມ​ເຈັບປວດ​ສາເຖີດ ວັນ​ຂອງ​ພຣະເຈົ້າຢາເວ​ມາ​ໃກ້​ແລ້ວ ຄື​ມື້​ທີ່​ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ນຳ​ໄພພິບັດ​ມາ.


ໃນ​ວັນ​ນັ້ນ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຈະ​ເຮັດ​ໃຫ້​ທຸກຄົນ​ທີ່​ມີ​ອຳນາດ ທຸກຄົນ​ທີ່​ອວດອົ່ງ ແລະ​ທຸກຄົນ​ທີ່​ຈອງຫອງ​ນັ້ນ​ໄດ້​ຖ່ອມຕົວ​ລົງ.


ແລ້ວ​ພຣະເຈົ້າ​ຈະ​ນຳ​ເອົາ​ຄວາມ​ຈິບຫາຍ​ມາ​ສູ່​ນະຄອນ​ທີ່​ເອີ້ນ​ວ່າ, “ແທ່ນບູຊາ​ຂອງ​ພຣະເຈົ້າ.” ໃນ​ທີ່ນັ້ນ​ຈະ​ມີ​ແຕ່​ສຽງ​ຮ້ອງໄຫ້​ຮໍ່າໄຮ ແລະ​ທົ່ວ​ທັງ​ນະຄອນ​ກໍ​ຈະ​ເປັນ​ດັ່ງ​ແທ່ນບູຊາ​ທີ່​ນອງ​ໄປ​ດ້ວຍ​ເລືອດ.


ພຣະເຈົ້າຢາເວ​ໄດ້​ຈັດຕຽມ​ດາບ​ຂອງ​ພຣະອົງ​ໄວ້​ໃນ​ຟ້າ​ສະຫວັນ; ບັດນີ້ ພຣະອົງ​ຈະ​ໃຊ້​ດາບ​ນັ້ນ​ຟັນ​ເມືອງ​ເອໂດມ ຄື​ຟັນ​ປະຊາຊົນ​ເຫຼົ່ານັ້ນ​ທີ່​ພຣະອົງ​ລົງໂທດ​ໄປ​ສູ່​ຄວາມ​ຈິບຫາຍ.


ດາບ​ຂອງ​ພຣະອົງ​ຈະ​ເຕັມ​ໄປ​ດ້ວຍ​ເລືອດ​ແລະ​ໄຂມັນ ດັ່ງ​ເລືອດ​ແລະ​ໄຂມັນ​ຂອງ​ແກະ ແລະ​ແບ້​ທີ່​ຄົນ​ໄດ້​ຂ້າ​ເພື່ອ​ຖວາຍບູຊາ. ພຣະເຈົ້າຢາເວ​ຈະ​ຖວາຍ​ເຄື່ອງບູຊາ​ນີ້​ຢູ່​ໃນ​ເມືອງ​ໂບຊະຣາ; ພຣະອົງ​ຈະ​ໃຫ້​ການ​ຂ້າ​ລ້າງຜານ​ນີ້​ເກີດຂຶ້ນ​ໃນ​ດິນແດນ​ເອໂດມ.


ຂ້າພະເຈົ້າ​ເວົ້າ​ຂຶ້ນ​ວ່າ, “ຂ້ານ້ອຍ​ໝົດຫວັງ​ສາແລ້ວ ເຄາະກຳ​ເປັນ​ຂອງ​ຂ້ານ້ອຍ​ສາແລ້ວ ຍ້ອນ​ຄຳເວົ້າ​ທຸກ​ຄຳ​ທີ່​ອອກ​ຈາກ​ປາກ​ຂອງ​ຂ້ານ້ອຍ​ນັ້ນ​ລ້ວນແຕ່​ຊົ່ວ​ມົວໝອງ ຂ້ານ້ອຍ​ໄດ້​ອາໄສ​ຢູ່​ນຳ​ຊົນຊາດ​ທີ່​ເວົ້າ​ແຕ່​ສິ່ງ​ຊົ່ວຊ້າ. ບັດນີ້​ຂ້ານ້ອຍ​ໄດ້​ເຫັນ​ກະສັດ ຄື​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກັບ​ຕາ​ຂອງ​ຂ້ານ້ອຍ​ເອງ​ແລ້ວ.”


ນີ້​ຄື​ວັນ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່ ວັນ​ນີ້​ຄື​ວັນ​ທີ່​ພຣະອົງ​ຈະ​ແກ້ແຄ້ນ​ຄືນ​ສາ​ແລ້ວ ວັນ​ນີ້​ພຣະອົງ​ຈະ​ລົງໂທດ​ເຫຼົ່າ​ສັດຕູ​ຂອງ​ພຣະອົງ ດາບ​ຂອງ​ພຣະອົງ​ຈະ​ກິນ​ພວກເຂົາ​ໃຫ້​ຈົນ​ອີ່ມ ແລະ​ດື່ມ​ເລືອດ​ພວກເຂົາ​ໃຫ້​ອີ່ມໜຳ​ສຳລານ ວັນ​ນີ້​ຄື​ການ​ຖວາຍບູຊາ​ແກ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່ ຄື​ຖວາຍ​ເຫຍື່ອ​ໃຫ້​ເປັນ​ເຄື່ອງ​ບູຊາ​ແກ່​ພຣະອົງ ຖວາຍ​ຢູ່​ທິດເໜືອ​ຕາມ​ຝັ່ງ​ແມ່ນໍ້າ​ເອີຟຣັດ.


ວັນ​ແຫ່ງ​ໄພພິບັດ​ກຳລັງ​ມາ​ເຖິງ​ຊາດ​ອິດສະຣາເອນ. ຄວາມ​ຮຸນແຮງ​ຈະ​ເພີ່ມ​ຂຶ້ນ. ຄວາມ​ຈອງຫອງ​ກໍ​ສູງ​ຂຶ້ນ​ສຸດ​ຍອດ​ແລ້ວ.


ຈຸດຈົບ​ກຳລັງ​ມາເຖິງ​ປະຊາຊົນ​ທີ່​ອາໄສ​ຢູ່​ໃນ​ດິນແດນ​ນີ້. ເວລາ​ນັ້ນ​ມາ​ໃກ້​ແລ້ວ ເມື່ອ​ການ​ສະຫລອງ​ທີ່​ພູ​ແຫ່ງ​ຮູບປັ້ນ​ຈະ​ບໍ່ມີ​ອີກ​ຕໍ່ໄປ ມີ​ແຕ່​ຄວາມ​ສັບສົນ​ວຸ້ນວາຍ​ເທົ່ານັ້ນ.


ວັນ​ຂອງ​ພຣະເຈົ້າຢາເວ​ຫຍັບ​ເຂົ້າ​ມາ​ໃກ້​ທຸກ​ທີ ຄື​ວັນ​ທີ່​ອົງ​ຊົງຣິດ​ຍິ່ງໃຫຍ່​ຈະ​ນຳ​ການທຳລາຍ​ມາ​ໃຫ້ ເປັນ​ການທຳລາຍ​ໃຫຍ່​ທີ່​ໜ້າຢ້ານກົວ​ຫລາຍ ວັນນັ້ນ ຈະ​ໜ້າຢ້ານກົວ​ແທ້ໆ.


ພຣະເຈົ້າຢາເວ​ຮ້ອງ​ສັ່ງ​ກອງທັບ​ຂອງ​ພຣະອົງ ກອງທັບ​ທີ່​ເຊື່ອຟັງ ມີ​ຈຳນວນ​ຫລາຍ​ແລະ​ມີຣິດ. ວັນ​ຂອງ​ພຣະເຈົ້າຢາເວ​ໜ້າຢ້ານກົວ​ທີ່ສຸດ ແມ່ນ​ຜູ້ໃດ​ແດ່​ເດ​ຈະ​ລອດຊີວິດ​ໄປ​ໄດ້?


ກ່ອນ​ວັນ​ອັນ​ຍິ່ງໃຫຍ່​ໜ້າຢ້ານ​ຂອງ​ພຣະເຈົ້າຢາເວ​ມາ​ເຖິງ ອາທິດ​ຈະ​ມືດມົວ​ທັງ​ເດືອນ​ຈະ​ເປັນ​ສີແດງ​ດັ່ງ​ເລືອດ.


ເວລາ​ພີ່ນ້ອງ​ຂອງ​ຜູ້ຕາຍ ຄື​ຜູ້​ກຳກັບ​ການ​ສົ່ງສະການ​ຈະ​ນຳ​ເອົາ​ສົບ​ອອກ​ໄປ​ຈາກ​ເຮືອນ ລາວ​ຈະ​ເອີ້ນ​ໃສ່​ຜູ້​ທີ່​ເຫຼືອ​ຢູ່​ໃນ​ເຮືອນ​ນັ້ນ​ວ່າ, “ມີ​ຜູ້ໃດ​ຢູ່​ນຳ​ເຈົ້າ​ອີກ​ບໍ?” ສຽງ​ໜຶ່ງ​ຈະ​ຕອບ​ວ່າ, “ບໍ່ມີ.” ແລ້ວ​ພີ່ນ້ອງ​ຂອງ​ຄົນຕາຍ​ນັ້ນ​ກໍ​ຈະ​ເວົ້າ​ອີກ​ວ່າ, “ຢ່າສູ່ປາກ ພວກເຮົາ​ຕ້ອງ​ລະວັງ ຢ່າ​ສູ່​ໃຫ້​ຜູ້ໃດ​ເວົ້າ​ເຖິງ​ນາມ​ຂອງ​ພຣະເຈົ້າຢາເວ.”


ພຣະເຈົ້າຢາເວ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ ໃນ​ວັນ​ນັ້ນ ສຽງ​ຮ້ອງເພງ​ໃນ​ວັງ​ຈະ​ກາຍເປັນ​ສຽງ​ຄໍ່າຄວນ. ຊາກສົບ​ຂອງ​ຄົນ​ຕາຍ​ຈະ​ມີ​ຢູ່​ທຸກ​ບ່ອນ. ພວກເຂົາ​ຈະ​ຖືກ​ໂຍນ​ຖິ້ມ​ອອກ​ໄປ​ຢູ່​ໃນ​ຄວາມງຽບ.”


ແຕ່​ພຣະເຈົ້າຢາເວ​ສະຖິດ​ຢູ່​ໃນ​ພຣະວິຫານ​ອັນ​ສັກສິດ; ຈົ່ງ​ໃຫ້​ມະນຸດ​ທຸກໆຄົນ​ຢູ່​ທີ່​ເທິງ​ແຜ່ນດິນ​ໂລກ​ນີ້ ມິດງຽບ​ຢູ່​ຊ້ອງໜ້າ​ພຣະອົງ​ເທີ້ນ.


ວັນ​ອັນ​ຍິ່ງໃຫຍ່​ຂອງ​ພຣະເຈົ້າຢາເວ​ຫຍັບເຂົ້າ​ມາ​ໃກ້​ແລ້ວ ຄື​ຫຍັບເຂົ້າ​ມາ​ໃກ້​ທີ່ສຸດ ແລະ​ມາ​ໄວ​ທີ່ສຸດ ໃນ​ວັນ​ຂອງ​ພຣະເຈົ້າຢາເວ​ຈະ​ເປັນ​ວັນ​ທີ່​ຂົມຂື່ນ ແມ່ນແຕ່ ບັນດາ​ທະຫານ​ທີ່​ເກັ່ງກ້າ​ທີ່ສຸດ ກໍ​ຈະ​ຮ້ອງ​ອອກ​ມາ​ດ້ວຍ​ຄວາມ​ໝົດຫວັງ.


ວັນ​ທີ່​ພຣະເຈົ້າຢາເວ​ຈະ​ນັ່ງ​ຕັດສິນ​ມາ​ໃກ້​ແລ້ວ. ນະຄອນ​ເຢຣູຊາເລັມ​ຈະ​ຖືກ​ປຸ້ນ ແລະ​ພວກເຂົາ​ຈະ​ແບ່ງປັນ​ຂອງ​ທີ່​ປຸ້ນ​ມາ​ໄດ້​ນັ້ນ​ຕໍ່ໜ້າ​ພວກເຈົ້າ.


ທຸກໆຄົນ​ຈົ່ງ​ງຽບສະຫງົບ​ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ ເພາະ​ພຣະອົງ​ກຳລັງ​ມາ​ແຕ່​ສະຖານທີ່​ຢູ່​ອັນ​ບໍຣິສຸດ​ຂອງ​ພຣະອົງ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ວັນ​ນັ້ນ​ກຳລັງ​ມາ​ເຖິງ ຄື​ມື້​ທີ່​ຄົນ​ຈອງຫອງ​ແລະ​ຄົນຊົ່ວ​ທຸກຄົນ​ຈະ​ຖືກ​ໄຟ​ເຜົາ​ດັ່ງ​ເຟືອງ. ໃນ​ວັນ​ນັ້ນ ພວກເຂົາ​ຈະ​ຖືກ​ໄຟ​ເຜົາ ແລະ​ຈະ​ບໍ່ມີ​ຫຍັງ​ເຫຼືອ​ຢູ່​ເລີຍ.


ດັ່ງນັ້ນ ເພິ່ນ​ຈຶ່ງ​ສົ່ງ​ຜູ້ຮັບໃຊ້​ພວກ​ອື່ນ​ອີກ​ອອກ​ໄປ​ໂດຍ​ສັ່ງ​ວ່າ, ‘ຈົ່ງ​ບອກ​ພວກ​ທີ່​ຖືກ​ເຊີນ​ວ່າ ບັດນີ້ ງານກິນລ້ຽງ​ຂອງເຮົາ​ກໍ​ຈັດຕຽມ​ໄວ້​ພ້ອມ​ແລ້ວ ງົວເຖິກ​ແລະ​ສັດ​ທີ່​ຕຸ້ຍພີ​ດີ​ງາມ​ກໍ​ມີ​ຄົນ​ຂ້າ​ໄວ້​ແລ້ວ ແລະ​ທຸກສິ່ງ​ກໍ​ຕຽມ​ໄວ້​ພ້ອມ​ແລ້ວ, ຈົ່ງ​ມາ​ຮ່ວມ​ງານ​ສົມຣົດ​ນີ້​ເຖີດ’,


ແຕ່​ເຮົາ​ທັງຫລາຍ​ຮູ້​ຢູ່​ວ່າ ກົດບັນຍັດ​ທຸກ​ຂໍ້​ທີ່​ໄດ້​ກ່າວ​ນັ້ນ​ກໍ​ກ່າວ​ແກ່​ຄົນ​ເຫຼົ່ານັ້ນ ທີ່​ຢູ່​ໃຕ້​ກົດບັນຍັດ​ເພື່ອ​ອັດ​ປາກ​ທຸກຄົນ ແລະ​ເພື່ອ​ໃຫ້​ມະນຸດ​ທຸກຄົນ​ໃນ​ໂລກ ຢູ່​ໃຕ້​ການ​ພິພາກສາ​ຂອງ​ພຣະເຈົ້າ.


ແຕ່​ມະນຸດ​ເອີຍ, ເຈົ້າ​ເປັນ​ຜູ້ໃດ ຈຶ່ງ​ກ້າ​ກ່າວ​ໂຕ້​ຕອບ​ພຣະເຈົ້າ​ໄດ້? ສິ່ງ​ທີ່​ຖືກ​ປັ້ນ​ຈະ​ກ່າວ​ແກ່​ຜູ້​ປັ້ນ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ປັ້ນ​ຂ້ອຍ​ມາ​ແບບ​ນີ້?”


ຈົ່ງ​ໃຫ້​ໃຈ​ອ່ອນສຸພາບ​ຂອງ​ເຈົ້າ​ທັງຫລາຍ​ປາກົດ​ແກ່​ຄົນ​ທັງປວງ ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ຢູ່​ໃກ້​ແລ້ວ.


ຈົ່ງ​ໂມທະນາ​ຂອບພຣະຄຸນ​ພຣະບິດາເຈົ້າ ຜູ້​ຊົງ​ບັນດານ​ໃຫ້​ເຈົ້າ​ທັງຫລາຍ​ສົມ​ກັບ​ທີ່​ຈະ​ເຂົ້າ​ສ່ວນ ໄດ້​ຮັບ​ມໍຣະດົກ​ດ້ວຍ​ກັນ​ກັບ​ພວກ​ໄພ່ພົນ​ໃນ​ຄວາມ​ສະຫວ່າງ.


ຊາມູເອນ​ຕອບ​ວ່າ, “ແມ່ນແລ້ວ ຂ້າພະເຈົ້າ​ມາ​ຖວາຍ​ເຄື່ອງ​ບູຊາ​ແກ່​ພຣະເຈົ້າຢາເວ ຈົ່ງ​ຊຳລະ​ຕົວ​ໃຫ້​ບໍຣິສຸດ ແລະ​ໄປ​ນຳ​ຂ້າພະເຈົ້າ.” ເພິ່ນ​ຍັງ​ບອກ​ເຢຊີ ແລະ​ພວກ​ລູກຊາຍ​ຂອງ​ເພິ່ນ​ຊຳລະ​ຕົວ​ໃຫ້​ບໍຣິສຸດ ແລະ​ເຊີນ​ພວກເຂົາ​ມາ​ຮ່ວມ​ໃນ​ການຖວາຍບູຊາ​ດ້ວຍ.


ເຖິງຢ່າງໃດ​ກໍຕາມ ໃນ​ມື້​ນັ້ນ​ກະສັດ​ໂຊນ​ບໍ່ໄດ້​ເວົ້າ​ຫຍັງ​ເລີຍ ເພາະ​ເພິ່ນ​ຄິດ​ວ່າ ອາດ​ມີ​ບາງສິ່ງ​ບາງຢ່າງ​ເກີດຂຶ້ນ​ກັບ​ລາວ ແລະ​ລາວ​ອາດ​ຍັງ​ມີ​ມົນທິນ​ຢູ່​ກໍໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka