6 ເຮົາຈະທຳລາຍພວກທີ່ໄດ້ຫັນໜີໄປຈາກເຮົາ ແລະບໍ່ຕິດຕາມພຣະເຈົ້າຢາເວອີກຕໍ່ໄປ ຄືພວກທີ່ບໍ່ມາຫາພຣະເຈົ້າຢາເວ ຫລືບໍ່ມາຂໍໃຫ້ເຮົານຳພາພວກເຂົາ.”
ສ່ວນກົດບັນຍັດຂອງພຣະເຈົ້າຢາເວຂ້ານ້ອຍກໍເຊື່ອຟັງ ທັງບໍ່ໄດ້ຫັນໜີຈາກພຣະເຈົ້າຈັກເທື່ອ.
ຜູ້ໃດຜູ້ໜຶ່ງບໍ່ວ່າໜຸ່ມຫລືແກ່ ແລະຊາຍຫລືຍິງກໍດີ ທີ່ບໍ່ສະແຫວງຫາພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນຈະຖືກລົງໂທດເຖິງຕາຍ.
ຄົນຊົ່ວຮ້າຍບໍ່ສະແຫວງຫາພຣະອົງເລີຍ ດ້ວຍຄວາມຈອງຫອງ ພວກເຂົາຄິດວ່າ, “ບໍ່ມີພຣະເຈົ້າ.”
ແຕ່ບັນດາຜູ້ທີ່ດຳເນີນຕາມທາງຄົດຂອງເຂົາ ພຣະເຈົ້າຢາເວກໍຈະຊົງລົງໂທດເຂົາ ພ້ອມກັບການກະທຳຊົ່ວຂອງເຂົາເອງ. ຂໍໃຫ້ຊົນຊາດອິດສະຣາເອນ ຈົ່ງມີແຕ່ຄວາມສຸກເທີ້ນ.
ຄຳເວົ້າຂອງພວກເຂົາຊົ່ວຊ້າເຕັມໄປດ້ວຍຄຳຕົວະ ບໍ່ເຮັດສິ່ງທີ່ສະຫລາດ ແລະບໍ່ເຮັດສິ່ງດີຕໍ່ໄປອີກ.
ເຄາະກຳເປັນຂອງພວກເຈົ້າສາແລ້ວ ຊົນຊາດບາບໜາເອີຍ ປະຊາຊົນທີ່ຈິດໃຈຊົ່ວຊ້າແລະຮ້າຍກາດ ເຊື້ອຊາດທີ່ເຮັດບາບ ເຊື້ອສາຍທີ່ຊົ່ວຊາມເອີຍ ພວກເຈົ້າໄດ້ປະຖິ້ມພຣະເຈົ້າຢາເວ ແລະຫັນໜີຈາກພຣະອົງ ພຣະເຈົ້າອົງບໍຣິສຸດຂອງຊາດອິດສະຣາເອນ.
ອົງພຣະຜູ້ເປັນເຈົ້າກ່າວວ່າ, “ອິດສະຣາເອນເອີຍ ພວກເຈົ້າເບື່ອແລະບໍ່ນະມັດສະການເຮົາອີກ.
ພວກຊີເຣຍຢູ່ທາງທິດຕາເວັນອອກ ແລະພວກຟີລິດສະຕິນຢູ່ທາງທິດຕາເວັນຕົກ ຕ່າງກໍອ້າປາກເພື່ອຈະກືນກິນອິດສະຣາເອນ. ເຖິງປານນັ້ນກໍຕາມ ຄວາມໂກດຮ້າຍຂອງພຣະອົງກໍຍັງບໍ່ສິ້ນສຸດ; ແຕ່ມືພຣະອົງຍັງຢຽດອອກຢູ່ເພື່ອລົງໂທດພວກເຂົາ.
ເຖິງແມ່ນວ່າພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ໄດ້ລົງໂທດອິດສະຣາເອນແລ້ວກໍຕາມ; ແຕ່ພວກເຂົາກໍຍັງບໍ່ໄດ້ປ່ຽນໃຈກັບຄືນມາຫາພຣະອົງ.
ຈົ່ງໃຫ້ຄວາມໂກດຮ້າຍຫັນໄປສູ່ຊົນຊາດອື່ນສາ ຄືຊົນຊາດທັງຫລາຍທີ່ບໍ່ນະມັດສະການພຣະເຈົ້າ ແລະຫັນໄປສູ່ປະຊາຊົນທີ່ໄດ້ປະຖິ້ມພຣະອົງໄປ ພວກເຂົາໄດ້ສັງຫານປະຊາຊົນຂອງພຣະເຈົ້າ ພວກເຂົາໄດ້ທຳລາຍພວກຂ້ານ້ອຍໃຫ້ດັບສູນໄປ ແລະປ່ອຍໃຫ້ດິນແດນຕ້ອງເພພັງຮົກຮ້າງ.
ພວກເຈົ້າເປັນປະຊາຊົນທີ່ໄດ້ປະຖິ້ມເຮົາໄປ ພວກເຈົ້າໄດ້ຫັນຫລັງໃຫ້ແກ່ເຮົາສາແລ້ວ. ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ ສະນັ້ນ ເຮົາຈຶ່ງກ້າວອອກຢຽບພວກເຈົ້າໃຫ້ໝຸ່ນໝົດ ເພາະເຮົາເມື່ອຍອົດທີ່ບໍ່ໂກດຮ້າຍພວກເຈົ້າແລ້ວ.
ປະຊາຊົນຂອງເຮົາໄດ້ເຮັດບາບໄວ້ສອງປະການ ຄືພວກເຂົາໄດ້ຫັນໜີໄປຈາກເຮົາ ຜູ້ເປັນບໍ່ນໍ້າພຸແຫ່ງຊີວິດ ແລະພວກເຂົາໄດ້ຂຸດອ່າງນໍ້າໄວ້ສຳລັບຕົນເອງ ເປັນອ່າງແຕກທີ່ບັນຈຸນໍ້າໄວ້ບໍ່ໄດ້.
ອິດສະຣາເອນເອີຍ ເຈົ້ານຳສິ່ງນີ້ມາສູ່ເຈົ້າເອງ ເຈົ້າໄດ້ປະຖິ້ມເຮົາແລະຫັນໜີໄປຈາກ ພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າ ໃນຂະນະທີ່ພຣະອົງກຳລັງພາເຈົ້າເດີນທາງໄປນັ້ນ.
ເຖິງແມ່ນນາງໄດ້ເຮັດສິ່ງທັງໝົດນັ້ນແລ້ວກໍດີ; ຢູດາ ນ້ອງສາວຜູ້ທີ່ບໍ່ສັດຊື່ຂອງອິດສະຣາເອນກໍແກ້ງກັບຄືນມາຫາເຮົາ ພຽງແຕ່ປາກເທົ່ານັ້ນ; ແຕ່ນາງບໍ່ໄດ້ມີຄວາມຈິງໃຈເລີຍ.” ພຣະເຈົ້າຢາເວໄດ້ກ່າວດັ່ງນີ້ແຫລະ.
ຖ້າຄົນດີມີສິນທຳຜູ້ໜຶ່ງເລີ່ມເຮັດຊົ່ວ ແລະເຮົາໄດ້ໃຫ້ລາວຕົກໃນສະພາບອັນຕະລາຍ ລາວກໍຈະຕາຍຍ້ອນການເຮັດບາບນັ້ນ ຖ້າເຈົ້າບໍ່ຕັກເຕືອນລາວ; ເຮົາຈະບໍ່ລະນຶກເຖິງຄຸນງາມຄວາມດີທີ່ລາວໄດ້ເຮັດມານັ້ນ ແລະເຮົາຈະຖືວ່າເຈົ້າເປັນຜູ້ຮັບຜິດຊອບຕໍ່ການຕາຍຂອງຄົນນັ້ນ.
ພວກເຂົາຂືນໜີໄປຈາກເຮົາ. ພວກເຂົາຈະຮ້ອງໄຫ້ຍ້ອນແບກແອກ ແລະຈະບໍ່ມີຜູ້ໃດປົດແອກອອກໃຫ້ພວກເຂົາໄດ້.
ຄວາມຈອງຫອງຂອງປະຊາຊົນອິດສະຣາເອນຟ້ອງຮ້ອງພວກເຂົາ. ເຖິງແມ່ນວ່າມີເຫດຫລາຍປະການໄດ້ເກີດຂຶ້ນກໍຕາມ ພວກເຂົາກໍບໍ່ໄດ້ກັບຄືນມາຫາພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ ຫລືສະແຫວງຫາພຣະອົງ.
ພວກເຂົາໄດ້ຂ້າພວກຜູ້ປົກຄອງຂອງຕົນ ດ້ວຍຄວາມຮ້ອນຈັດແຫ່ງການໂກດຮ້າຍ. ບັນດາກະສັດຂອງພວກເຂົາຖືກລອບສັງຫານຕໍ່ເນື່ອງກັນ; ແຕ່ບໍ່ມີຜູ້ໃດພາວັນນາອະທິຖານຂໍໃຫ້ເຮົາຊ່ວຍເຫລືອ.”
ເມືອງນີ້ບໍ່ຍອມຮັບຟັງຖ້ອຍຄຳຂອງພຣະເຈົ້າ ຫລືບໍ່ຍອມຮັບເອົາການແອບສອນຂອງພຣະອົງ. ເປັນເມືອງທີ່ບໍ່ໄວ້ວາງໃຈໃນພຣະເຈົ້າຢາເວ ຫລືບໍ່ຍອມຂໍໃຫ້ພຣະອົງຊ່ວຍເຫລືອ.
ບໍ່ມີຄົນທີ່ເຂົ້າໃຈ ບໍ່ມີຄົນທີ່ສະແຫວງຫາພຣະເຈົ້າ.
ດັ່ງນັ້ນ ຖ້າພວກເຮົາລະເລີຍຕໍ່ຄວາມພົ້ນອັນໃຫຍ່ຫລວງເຊັ່ນນີ້ ພວກເຮົາຈະຫລົບໜີຈາກການລົງໂທດໄດ້ຢ່າງໃດ? ອົງພຣະຜູ້ເປັນເຈົ້າໄດ້ປະກາດຄວາມພົ້ນນັ້ນໃນເວລາທຳອິດ ແລະພວກທີ່ໄດ້ຍິນກໍຢືນຢັນແກ່ພວກເຮົາວ່າເປັນຄວາມຈິງ.
ຖ້າພວກເຈົ້າບໍ່ສັດຊື່ແລະຮ່ວມມືກັບຊົນຊາດທັງຫລາຍ ທີ່ເຫຼືອຢູ່ກັບພວກເຈົ້າແລະແຕ່ງງານກັບພວກເຂົາ
“ເຮົາເສຍໃຈຫລາຍທີ່ໄດ້ແຕ່ງຕັ້ງໂຊນໃຫ້ເປັນກະສັດ. ລາວຫັນໜີຈາກເຮົາ ແລະບໍ່ເຊື່ອຟັງຄຳສັ່ງຂອງເຮົາ.” ສ່ວນຊາມູເອນກໍໃຈຮ້າຍດ້ວຍ ຈຶ່ງພາວັນນາອະທິຖານຂໍກັບພຣະເຈົ້າຢາເວຕະຫລອດຄືນ.