Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຊຟານີຢາ 1:5 - ພຣະຄຳພີສັກສິ

5 ເຮົາ​ຈະ​ທຳລາຍ​ທຸກຄົນ ທີ່​ຂຶ້ນ​ໄປ​ເທິງ​ຫລັງຄາ​ເຮືອນ​ເພື່ອ​ຂາບໄຫວ້​ດວງອາທິດ, ດວງເດືອນ ແລະ​ດວງດາວ​ຕ່າງໆ. ເຮົາ​ຍັງ​ຈະ​ທຳລາຍ​ພວກ​ທີ່​ນະມັດສະການ ແລະ​ສາບານ​ທີ່​ຈະ​ສັດຊື່​ຕໍ່​ພຣະເຈົ້າຢາເວ, ແຕ່​ແລ້ວ​ພັດ​ສາບານ​ໃນ​ນາມ​ຂອງ​ພະ​ມິນກົມ.

Uka jalj uñjjattʼäta Copia luraña




ເຊຟານີຢາ 1:5
30 Jak'a apnaqawi uñst'ayäwi  

ຍ້ອນ​ໂຊໂລໂມນ​ໄດ້​ປະຖິ້ມ​ເຮົາ​ແລະ​ໄດ້ ຂາບໄຫວ້​ບັນດາ​ພະ​ຂອງ​ຊາວ​ຕ່າງຊາດ ເຊັ່ນ​ເຈົ້າແມ່​ອັດສະຕາກ ພະ​ຂອງ​ຊາວ​ຊີໂດນ; ເຄໂມດ ພະ​ຂອງ​ຊາວ​ໂມອາບ; ມິນກົມ ພະ​ຂອງ​ຊາວ​ອຳໂມນ. ໂຊໂລໂມນ​ໄດ້ ຂາດ​ຄວາມ​ເຊື່ອຟັງ​ທີ່​ມີ​ຕໍ່​ເຮົາ; ລາວ​ເຮັດ​ຜິດ​ແລະ​ບໍ່ໄດ້​ຖື​ຮັກສາ​ບັນດາ​ກົດບັນຍັດ​ແລະ​ຂໍ້ຄຳສັ່ງ​ຂອງເຮົາ, ດັ່ງ​ດາວິດ​ພໍ່​ຂອງ​ລາວ​ໄດ້​ປະຕິບັດ​ມາ.


ເພິ່ນ​ໄດ້​ຂາບໄຫວ້​ເຈົ້າແມ່​ອັດສະຕາກ​ຂອງ​ຊາວ​ຊີໂດນ ແລະ​ພະ​ມິນກົມ​ທີ່​ໜ້າລັງກຽດ​ຂອງ​ຊາວ​ອຳໂມນ.


ເອລີຢາ​ໄດ້​ຂຶ້ນ​ໄປ​ຢືນ​ຢູ່​ຕໍ່ໜ້າ​ປະຊາຊົນ ແລະ​ກ່າວ​ວ່າ, “ພວກທ່ານ​ຈະ​ໃຊ້​ເວລາ​ອີກ​ນານ​ເທົ່າໃດ​ຈຶ່ງ​ຈະ​ຕັດສິນໃຈ? ຖ້າ​ພຣະເຈົ້າຢາເວ​ແມ່ນ​ພຣະເຈົ້າ ຈົ່ງ​ນະມັດສະການ​ພຣະອົງ; ຖ້າ​ພະບາອານ​ແມ່ນ​ພຣະເຈົ້າ ຈຶ່ງ​ຂາບໄຫວ້​ພະບາອານ.” ແຕ່​ປະຊາຊົນ​ບໍ່​ຕອບ​ເພິ່ນ​ຢ່າງ​ໃດ​ໝົດ.


ຄົນ​ເຫຼົ່ານີ້​ໄດ້​ນະມັດສະການ​ພຣະເຈົ້າຢາເວ​ຄືກັນ ແລະ​ໄດ້​ເລືອກເອົາ​ຄົນ​ຊະນິດ​ຕ່າງໆ​ໃນ​ພວກເຂົາ​ເອງ ໃຫ້​ເປັນ​ປະໂຣຫິດ​ຢູ່​ໃນ​ບ່ອນ​ຂາບໄຫວ້​ພະ​ຂອງ​ຄົນຕ່າງຊາດ ແລະ​ໃຫ້​ຖວາຍ​ເຄື່ອງ​ບູຊາ​ຕ່າງໆ​ສຳລັບ​ພວກເຂົາ​ໃນ​ທີ່ນັ້ນ.


ສະນັ້ນ ພວກເຂົາ​ຈຶ່ງ​ນະມັດສະການ​ພຣະເຈົ້າຢາເວ​ແດ່ ແຕ່​ກໍ​ຍັງ​ຂາບໄຫວ້​ບັນດາ​ຮູບ​ພະ​ຂອງ​ພວກເຂົາ​ຢູ່ ຕາມ​ຮີດຄອງ​ຂອງ​ດິນແດນ​ທີ່​ຕົນ​ໄດ້​ໜີ​ມາ​ນັ້ນ.


ສະນັ້ນ ປະຊາຊົນ​ເຫຼົ່ານັ້ນ​ຈຶ່ງ​ໄດ້​ນະມັດສະການ​ພຣະເຈົ້າຢາເວ​ແດ່ ແຕ່​ກໍ​ຍັງ​ຂາບໄຫວ້​ຮູບ​ພະ​ຂອງ​ພວກເຂົາ​ຄືກັນ ແລະ​ທຸກ​ວັນນີ້ ບັນດາ​ລູກຫລານ​ຂອງ​ພວກເຂົາ​ກໍ​ຍັງ​ສືບຕໍ່​ເຮັດ​ຄື​ເກົ່າ​ຕາມ​ທີ່​ບັນພະບຸລຸດ​ຂອງ​ພວກເຂົາ​ໄດ້​ເຮັດມາ.


ເພິ່ນ​ໄດ້​ທຳລາຍ​ແທ່ນບູຊາ​ທີ່​ກະສັດ​ແຫ່ງ​ຢູດາຍ​ໄດ້​ສ້າງ​ໄວ້ ເທິງ​ຫລັງຄາ​ພຽງ​ຂອງ​ຣາຊວັງ​ທີ່​ຢູ່​ເໜືອ​ສຳນັກ​ຂອງ​ກະສັດ​ອາຮາດ ພ້ອມ​ທັງ​ແທ່ນບູຊາ​ສອງ​ແທ່ນ ທີ່​ກະສັດ​ມານາເຊ​ໄດ້​ສ້າງ​ໄວ້​ໃນ​ເດີ່ນ​ຂອງ​ວິຫານ​ຂອງ​ພຣະເຈົ້າຢາເວ; ເພິ່ນ​ທຸບ​ແທ່ນບູຊາ​ເຫຼົ່ານີ້​ອອກ​ເປັນ​ປ່ຽງໆ ແລະ​ໂຍນ​ຖິ້ມ​ໃນ​ຮ່ອມພູ​ກິດໂຣນ.


ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ກ່ຽວກັບ​ຮ່ອມພູ​ນິມິດ. ມີ​ຫຍັງ​ກຳລັງ​ເກີດຂຶ້ນ? ເປັນຫຍັງ​ຊາວ​ເມືອງ​ທັງໝົດ​ຈຶ່ງ​ສະເຫລີມ​ສະຫລອງ​ທີ່​ເທິງ​ຫລັງຄາ​ເຮືອນ​ຂອງຕົນ?


ຄົນ​ຜູ້ນີ້​ຈະ​ກ່າວ​ວ່າ, ‘ຂ້ອຍ​ເປັນ​ຂອງ​ພຣະເຈົ້າຢາເວ.’ ແລະ​ຜູ້ນັ້ນ​ຈະ​ເອີ້ນຊື່​ຕາມ​ນາມຊື່​ຂອງ​ຢາໂຄບ. ແລະ​ຜູ້ນັ້ນ​ຈະ​ຂຽນໄວ້​ເທິງ​ມື​ຂອງຕົນ​ວ່າ, ‘ຂອງ​ພຣະເຈົ້າຢາເວ.’ ແລະ​ຈະ​ມີ​ຊື່​ຕາມ​ນາມຊື່​ຂອງ​ອິດສະຣາເອນ.”


ເຮົາ​ໄດ້ສາບານ​ໂດຍເຮົາເອງ​ດ້ວຍ​ຄວາມ​ຊອບທຳ ຖ້ອຍຄຳ​ໄດ້​ອອກ​ໄປ​ຈາກ​ປາກ​ຂອງເຮົາ​ຈະ​ບໍ່​ປ່ຽນແປງ​ຈັກເທື່ອ​ວ່າ, ‘ທຸກ​ຫົວເຂົ່າ​ຈະຕ້ອງ​ຄຸລົງ​ຕໍ່ໜ້າ​ເຮົາ ລີ້ນ​ທຸກ​ລີ້ນ​ຈະ​ສາບານ​ຕໍ່​ເຮົາ.’


ປະຊາຊົນ​ອິດສະຣາເອນ​ເອີຍ ຈົ່ງ​ຟັງ​ເລື່ອງນີ້ ພວກ​ທີ່​ສືບ​ເຊື້ອສາຍ​ມາ​ຈາກ​ເຜົ່າຢູດາ​ນັ້ນ: ພວກເຈົ້າ​ໄດ້​ສາບານ​ໃນ​ນາມ​ຂອງ​ພຣະເຈົ້າຢາເວ ແລະ​ອ້າງ​ວ່າ​ຕົນ​ນະມັດສະການ​ພຣະເຈົ້າ ຄື​ຍ້ອງຍໍ​ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ແຕ່​ບໍ່ໄດ້​ຕັ້ງໃຈ​ເວົ້າ​ແມ່ນແຕ່​ຄຳດຽວ​ຢ່າງນັ້ນ.


ຖ້າ​ພວກເຂົາ​ຍອມ​ຮັບ​ເອົາ​ວິທີ​ທາງ​ດຳເນີນ​ຊີວິດ ຂອງ​ປະຊາຊົນ​ຂອງເຮົາ​ດ້ວຍ​ໝົດຈິດ​ໝົດໃຈ ແລະ​ຈະ​ສາບານ​ໃນ​ນາມ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງ​ພຣະຊົນຢູ່ ດັ່ງ​ພວກເຂົາ​ໄດ້​ສັ່ງສອນ​ປະຊາຊົນ​ຂອງເຮົາ​ໃຫ້​ສາບານ​ຕໍ່​ພະບາອານ​ນັ້ນ ແລ້ວ​ພວກເຂົາ​ກໍ​ຈະ​ເປັນ​ສ່ວນ​ໜຶ່ງ​ຂອງ​ປະຊາຊົນ​ຂອງເຮົາ​ເໝືອນກັນ ແລະ​ພວກເຂົາ​ຈະ​ຈະເລີນ​ຮຸ່ງເຮືອງ​ດ້ວຍ.


ເຮືອນ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ, ຫໍໂຮງ​ຕ່າງໆ​ຂອງ​ກະສັດ​ແຫ່ງ​ຢູດາຍ ແລະ​ບ້ານເຮືອນ​ຂອງ​ທຸກຄົນ​ທີ່​ເຜົາ​ເຄື່ອງຫອມ​ບູຊາ​ຕາເວັນ, ເດືອນ, ດວງດາວ ແລະ​ຖອກ​ເຫຼົ້າ​ອະງຸ່ນ​ຖວາຍ​ໃຫ້​ບັນດາ​ພະອື່ນ ຈະ​ເປັນ​ມົນທິນ​ດັ່ງ​ໂຕເຟັດ.”


ພວກເຂົາ​ຈະ​ຢຶດ​ເມືອງ​ແລະ​ຈູດ​ເຜົາ​ເມືອງ​ຖິ້ມ. ພວກເຂົາ​ຈະ​ຈູດ​ເມືອງ ພ້ອມ​ກັບ​ເຮືອນ​ຂອງ​ປະຊາຊົນ​ຜູ້​ທີ່​ເຮັດ​ໃຫ້​ເຮົາ​ໂກດຮ້າຍ ໂດຍ​ເຜົາ​ເຄື່ອງຫອມ​ໃຫ້​ພະບາອານ​ທີ່​ເທິງ​ຫລັງຄາ ແລະ​ໂດຍ​ເທ​ເຫຼົ້າ​ອະງຸ່ນ​ຖວາຍ​ແກ່​ບັນດາ​ພະອື່ນ.


ການ​ທີ່​ພວກເຈົ້າ​ຈະ​ສາບານ​ໃນ​ນາມ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງ​ພຣະຊົນຢູ່​ກໍ​ເປັນ​ການ​ຖືກຕ້ອງ​ແລ້ວ ທຸກໆ​ຊົນຊາດ​ກໍ​ຈະ​ຂໍ​ເຮົາ​ອວຍພອນ​ພວກເຂົາ ແລະ​ພວກເຂົາ​ກໍ​ຈະ​ສັນລະເສີນ​ເຮົາ.”


ຕໍ່ໄປນີ້​ແມ່ນ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ເຖິງ​ດິນແດນ​ອຳໂມນ​ວ່າ, “ຊາຍ​ຊາວ​ອິດສະຣາເອນ​ໄປ​ໃສ​ໝົດ​ແລ້ວ? ບໍ່ມີ​ຜູ້ໃດ​ປ້ອງກັນ​ດິນແດນ​ບໍ? ເປັນຫຍັງ​ພວກເຂົາ​ຈຶ່ງ​ປ່ອຍ​ໃຫ້​ປະຊາຊົນ​ທີ່​ຂາບໄຫວ້​ພະ​ມິນກົມ ເອົາ​ເຂດແດນ​ຂອງ​ເຜົ່າກາດ ແລະ​ຕັ້ງ​ຫຼັກແຫຼ່ງ​ຢູ່​ບ່ອນ​ນັ້ນ?


ເຖິງປານນັ້ນ ເຈົ້າ​ກໍ​ຍັງ​ອ້າງວ່າ​ນະມັດສະການ​ພຣະເຈົ້າຢາເວ​ອົງ​ຊົງ​ພຣະຊົນຢູ່. ພວກເຈົ້າ​ບໍ່ໄດ້​ເຮັດ​ຕາມ​ຄຳ​ສາບານ​ທີ່​ພວກເຈົ້າ​ກ່າວ​ນັ້ນ.


ພຣະເຈົ້າຢາເວ​ຖາມ​ວ່າ, “ເປັນຫຍັງ​ເຮົາ​ຈຶ່ງ​ຍົກໂທດ​ໃຫ້​ປະຊາຊົນ​ຂອງ​ເຮົາ​ນໍ? ພວກເຂົາ​ປະຖິ້ມ​ເຮົາ​ໄປ​ຂາບໄຫວ້​ພະ​ທີ່​ບໍ່ແມ່ນ​ພຣະເຈົ້າ. ເຮົາ​ລ້ຽງ​ພວກເຂົາ​ຈົນ​ອີ່ມ ແຕ່​ກໍ​ນອກ​ໃຈ​ເຮົາ ແລະ​ມົ້ວສຸມ​ຢູ່​ກັບ​ພວກ​ຍິງ​ແມ່ຈ້າງ.


ເຮົາ​ກຽດຊັງ​ການກະທຳ​ເຫຼົ່ານີ້​ຂອງ​ພວກເຈົ້າ ແລະ​ພວກເຈົ້າ​ກໍ​ມາ​ຢືນ​ຢູ່​ຊ້ອງໜ້າ​ເຮົາ​ໃນ​ພຣະວິຫານ​ໂດຍ​ເວົ້າ​ວ່າ, ‘ພວກເຮົາ​ປອດໄພ.’


ພວກເຈົ້າ​ລັກ, ຂ້າເຈົ້າ​ເອົາຂອງ, ລ່ວງເກີນ​ຜົວເມຍ​ຄົນອື່ນ, ສາບານ​ດ້ວຍ​ຄວາມ​ບໍ່ຈິງ, ຖວາຍບູຊາ​ແກ່​ພະບາອານ ແລະ​ຂາບໄຫວ້​ພະຕ່າງໆ​ທີ່​ພວກເຈົ້າ​ບໍ່ເຄີຍ​ຮູ້ຈັກ​ມາກ່ອນ.


ແທນ​ທີ່​ກະດູກ​ເຫຼົ່ານີ້​ຈະ​ຖືກ​ຮິບໂຮມ ແລະ​ຖືກ​ຝັງ​ໄວ້; ແຕ່​ມັນ​ຈະ​ຖືກ​ປະ​ໃຫ້​ເປັນ​ຝຸ່ນ ຢາຍ​ເດຍລະດາດ​ຢູ່​ຕາມ​ໜ້າດິນ. ມັນ​ຈະ​ຖືກ​ປະປ່ອຍ​ໃຫ້​ຕາກ​ແສງ​ຕາເວັນ, ແສງ​ດວງເດືອນ ແລະ​ແສງ​ດວງດາວ​ອື່ນໆ ທີ່​ປະຊາຊົນ​ເຫຼົ່ານີ້​ບູຊາ​ແລະ​ຮັບໃຊ້ ໂດຍ​ຂໍ​ຄຳ​ປຶກສາ​ແລະ​ຂາບໄຫວ້.


ບັດນີ້ ຄົນ​ທີ່​ມີ​ຈິດໃຈ​ລໍ້ລວງ​ກໍ​ຕ້ອງ​ທົນທຸກ​ຍ້ອນ​ບາບ​ຂອງຕົນ. ພຣະເຈົ້າຢາເວ​ຈະ​ມ້າງ​ແທ່ນບູຊາ ແລະ​ທຳລາຍ​ເສົາ​ສັກສິດ​ຂອງ​ພວກເຂົາ​ຖິ້ມ.


ເຖິງ​ແມ່ນ​ວ່າ ປະຊາຊົນ​ອິດສະຣາເອນ​ຂອງເຮົາ​ບໍ່​ສັດຊື່​ຕໍ່​ເຮົາ​ກໍຕາມ ກໍ​ຢ່າ​ໃຫ້​ປະຊາຊົນ​ຢູດາ​ເຮັດ​ຜິດ​ໃນ​ລັກສະນະ​ດຽວກັນ. ຢ່າ​ໄປ​ຂາບໄຫວ້​ໃນ​ເມືອງ​ກິນການ ຫລື​ເບັດອາເວນ ຫລື​ສັນຍາ​ຢູ່​ທີ່​ນັ້ນ​ວ່າ ‘ພຣະເຈົ້າຢາເວ​ອົງ​ຊົງ​ພຣະຊົນຢູ່.’


ແຕ່​ບັດນີ້​ຍ້ອນ​ພວກເຈົ້າ​ໄດ້​ຂາບໄຫວ້​ຮູບເຄົາຣົບ ຄື​ຮູບ​ສັກກູດ ທີ່​ເປັນ​ພະ​ແຫ່ງ​ກະສັດ​ຂອງ​ພວກເຈົ້າ ແລະ​ຮູບ​ໄກວັນ ທີ່​ເປັນ​ພະ​ແຫ່ງ​ດວງດາວ​ຂອງ​ພວກເຈົ້າ ພວກເຈົ້າ​ຈະ​ຕ້ອງ​ອູ້ມຫອບ​ເອົາ​ພະ​ເຫຼົ່ານີ້​ໄປ


“ບໍ່​ຫ່ອນ​ມີ​ຜູ້ໃດ​ເປັນ​ຂ້າ​ສອງ​ເຈົ້າ ບ່າວ​ສອງ​ນາຍ​ໄດ້​ຄື: ເຂົາ​ຈະ​ຊັງ​ນາຍ​ຜູ້​ນີ້ ແລະ​ໄປ​ຮັກ​ນາຍ​ຜູ້​ນັ້ນ ເຂົາ​ຈະ​ສັດຊື່​ຕໍ່​ນາຍ​ຜູ້​ນີ້ ແລະ​ໝິ່ນປະໝາດ​ນາຍ​ຜູ້​ນັ້ນ ພວກເຈົ້າ​ຮັບໃຊ້​ພຣະເຈົ້າ ແລະ​ເງິນຄຳ​ພ້ອມ​ກັນ​ກໍ​ບໍ່ໄດ້.”


ຕອນ​ທ່ຽງ​ວັນ​ໃນ​ວັນ​ຕໍ່ມາ ເມື່ອ​ພວກເຂົາ​ເດີນທາງ​ມາ ແລະ​ໃກ້​ຈະ​ຮອດ​ເມືອງ​ຢົບປາ​ນັ້ນ ເປໂຕ​ໄດ້​ຂຶ້ນ​ໄປ​ເທິງ​ຫລັງຄາ​ພຽງ ເພື່ອ​ພາວັນນາ​ອະທິຖານ.


ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ແລ້ວ​ວ່າ, “ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, ‘ເຮົາ​ມີ​ຊີວິດ​ຢູ່​ຢ່າງ​ແນ່ນອນ​ສັນໃດ ທຸກຄົນ​ຈະ​ຄຸເຂົ່າ​ລົງ​ຂາບໄຫວ້​ເຮົາ​ສັນນັ້ນ ແລະ​ທຸກສິ່ງ​ກໍ​ຈະ​ ຍ້ອງຍໍ​ສັນລະເສີນ​ພຣະເຈົ້າ.”’


ຈົ່ງ​ຢຳເກງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ນະມັດສະການ​ແຕ່​ພຣະອົງ​ເທົ່ານັ້ນ. ຈົ່ງ​ສັດຊື່​ຕໍ່​ພຣະອົງ ແລະ​ກ່າວ​ຄຳສັນຍາ​ໃນ​ພຣະນາມ​ຂອງ​ພຣະອົງ​ເທົ່ານັ້ນ.


ຢ່າ​ໃຫ້​ຖືກ​ລໍ້ລວງ​ໄປ​ຂາບໄຫວ້​ແລະ​ຮັບໃຊ້ ສິ່ງ​ທີ່​ພວກເຈົ້າ​ເຫັນ​ໃນ​ຈັກກະວານ ເຊັ່ນ: ຕາເວັນ, ດວງເດືອນ ແລະ​ດວງດາວ​ຕ່າງໆ. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໄດ້​ໃຫ້​ໝົດ​ທຸກ​ຊົນຊາດ​ອື່ນໆ​ຂາບໄຫວ້​ສິ່ງ​ເຫຼົ່ານີ້.


ເພື່ອ​ພວກເຈົ້າ​ຈະ​ບໍ່​ເຂົ້າ​ສ່ວນ​ກັບ​ປະຊາຊົນ​ຕ່າງໆ​ທີ່​ເຫຼືອ​ຢູ່​ກັບ​ພວກເຈົ້າ ຫລື​ຮ້ອງ​ຫາ​ພະ​ຂອງ​ພວກເຂົາ ຫລື​ສາບານ​ໃນ​ນາມ​ຂອງ​ບັນດາ​ພະ​ນັ້ນ ຫລື​ຂາບໄຫວ້​ມັນ​ດ້ວຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka