ເຊຟານີຢາ 1:3 - ພຣະຄຳພີສັກສິ3 ຄືມະນຸດທຸກຄົນແລະສັດທຸກໂຕ, ຝູງນົກ ແລະຝູງປາ. ເຮົາຈະນຳຄວາມຈິບຫາຍມາສູ່ຄົນຊົ່ວຮ້າຍ. ເຮົາຈະທຳລາຍມະນຸດສະໂລກທັງໝົດ ແລະຈະບໍ່ມີຜູ້ໃດລອດຊີວິດເຫຼືອຢູ່ເລີຍ. ພຣະເຈົ້າຢາເວໄດ້ກ່າວດັ່ງນີ້ແຫຼະ. Uka jalj uñjjattʼäta |
ພວກເຂົາຈະໂຍນເງິນແລະຄຳຂອງຕົນຖິ້ມ ຕາມທ້ອງຖະໜົນຫົນທາງດັ່ງຖິ້ມຂີ້ເຫຍື້ອ ຍ້ອນວ່າທັງເງິນແລະຄຳຊ່ວຍພວກເຂົາບໍ່ໄດ້ອີກແລ້ວ ເມື່ອພຣະເຈົ້າຢາເວຖອກເທຄວາມໂກດຮ້າຍຂອງພຣະອົງ. ພວກເຂົາໃຊ້ມັນໃຫ້ຕອບສະໜອງຄວາມຕ້ອງການບໍ່ໄດ້ ຫລືໃຫ້ກະເພາະອີ່ມຍ້ອນເງິນຄຳບໍ່ໄດ້. ເງິນແລະຄຳພາໃຫ້ພວກເຂົາເຮັດບາບ.
ອັດຊີເຣຍບໍ່ເຄີຍຊ່ວຍພວກຂ້ານ້ອຍໃຫ້ພົ້ນ ມ້າເສິກໃຫ້ຄວາມຄຸ້ມຄອງແກ່ພວກຂ້ານ້ອຍກໍບໍ່ໄດ້. ພວກຂ້ານ້ອຍຈະບໍ່ກ່າວຕໍ່ຮູບເຄົາຣົບຂອງພວກຂ້ານ້ອຍອີກວ່າ ພວກມັນເປັນພຣະເຈົ້າຂອງພວກຂ້ານ້ອຍ. ຂ້າແດ່ພຣະເຈົ້າຂອງພວກຂ້ານ້ອຍ ຂໍໂຜດສຳແດງຄວາມເມດຕາຕໍ່ພວກຂ້ານ້ອຍ ທີ່ຂາດຜູ້ເພິ່ງພາອາໄສດ້ວຍເຖີດ.”