2 ພຣະເຈົ້າຢາເວໄດ້ກ່າວວ່າ, “ເຮົາກຳລັງຈະທຳລາຍທຸກໆສິ່ງທີ່ເທິງແຜ່ນດິນໂລກ
ພຣະເຈົ້າຢາເວຈຶ່ງກ່າວວ່າ, “ເຮົາຈະທຳລາຍມະນຸດເຫຼົ່ານີ້ ທີ່ເຮົາໄດ້ສ້າງມາພ້ອມກັບສັດທັງຫລາຍ ແລະນົກຕ່າງໆເພາະເຮົາເສຍໃຈທີ່ໄດ້ສ້າງພວກເຂົາ.”
ກອງທັບຊີເຣຍເປັນກອງທັບນ້ອຍ ແຕ່ພຣະເຈົ້າຢາເວໃຫ້ພວກເຂົາເອົາຊະນະກອງທັບໃຫຍ່ຂອງຢູດາຍ ເພາະປະຊາຊົນໄດ້ປະຖິ້ມພຣະເຈົ້າຢາເວ ພຣະເຈົ້າຂອງບັນພະບຸລຸດຂອງພວກເຂົາ. ກະສັດໂຢອາດໄດ້ຖືກລົງໂທດດ້ວຍວິທີນີ້ແຫຼະ.
ເພື່ອຖ້ອຍຄຳທີ່ພຣະເຈົ້າຢາເວໄດ້ກ່າວລ່ວງໜ້າ ຜ່ານປາກຂອງຜູ້ທຳນວາຍເຢເຣມີຢາກາຍເປັນຈິງ ຄືວ່າ: ດິນແດນຈະຮ້າງວ່າງເປົ່າເປັນເວລາເຈັດສິບປີ ເພື່ອຊົດເຊີຍການພັກຜ່ອນສຳລັບວັນຊະບາໂຕ ຊຶ່ງພວກເຂົາບໍ່ໄດ້ຢຶດຖື.
ຂ້າພະເຈົ້າຈຶ່ງຖາມວ່າ, “ຂ້າແດ່ອົງພຣະຜູ້ເປັນເຈົ້າ ເຫດການເຊັ່ນນັ້ນຈະເປັນຢູ່ຢ່າງນີ້ເຫິງນານປານໃດ?” ພຣະອົງຕອບວ່າ, “ຈົນກວ່າເມືອງຕ່າງໆຖືກທຳລາຍແລະຮ້າງເປົ່າ ໝູ່ບ້ານທັງຫລາຍບໍ່ມີຄົນຢູ່ອາໄສແລະຜືນແຜ່ນດິນງຽບເຫງົາເປົ່າປ່ຽວ.
ພຣະເຈົ້າຢາເວກ່າວວ່າ, ເຮົາຈະສັ່ງພວກເຂົາ ແລະພວກເຂົາຈະກັບຄືນມາເມືອງນີ້ໂລດ. ພວກເຂົາຈະໂຈມຕີເມືອງທັງຢຶດ ແລະຈູດເມືອງຖິ້ມ. ເຮົາຈະເຮັດໃຫ້ເມືອງຂອງຢູດາຍເປັນບ່ອນທີ່ບໍ່ມີຜູ້ໃດອາໄສຢູ່ ດັ່ງຖິ່ນແຫ້ງແລ້ງກັນດານ.”
ຈົ່ງບອກເຢໂຮຍອາກິມກະສັດແຫ່ງຢູດາວ່າ, ‘ພຣະເຈົ້າຢາເວກ່າວດັ່ງນີ້ວ່າ, ເຈົ້າໄດ້ຈູດໜັງສືມ້ວນ ແລະຖາມວ່າ ເປັນຫຍັງເຈົ້າຈຶ່ງຂຽນວ່າກະສັດແຫ່ງບາບີໂລນຈະມາທຳລາຍດິນແດນນີ້ພ້ອມທັງຂ້າປະຊາຊົນແລະຝູງສັດດ້ວຍ.’
ສະນັ້ນ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຈຶ່ງຈະເທຄວາມໂກດຮ້າຍອັນຮຸນແຮງຂອງເຮົາລົງໃສ່ພຣະວິຫານນີ້. ເຮົາຈະເທລົງໃສ່ທັງຄົນ ແລະສັດເດຍລະສານ ຕະຫລອດທັງກົກໄມ້ ແລະເຄື່ອງປູກຂອງຝັງດ້ວຍ. ຄວາມໂກດຮ້າຍຂອງເຮົາຈະລຸກໄໝ້ ດັ່ງໄຟທີ່ບໍ່ມີຜູ້ໃດມອດໄດ້.”
ພຣະເຈົ້າຢາເວໄດ້ກະທຳການຕາມທີ່ພຣະອົງວາງແຜນໄວ້ແລ້ວ. ຖ້ອຍຄຳຕັ້ງແຕ່ດົນນານຂອງພຣະອົງ, ພຣະອົງໄດ້ເຮັດໃຫ້ສຳເລັດແລ້ວ ຄືທຳລາຍຢ່າງບໍ່ມີຄວາມເມດຕາຕາມທີ່ພຣະອົງໄດ້ບອກ. ພຣະອົງໃຫ້ເຫຼົ່າສັດຕູໄດ້ໄຊຊະນະພວກເຮົາ ແລະໃຫ້ພວກເຂົາດີໃຈທີ່ໄດ້ເຫັນພວກເຮົາຫລົ້ມສະຫລາຍ.
ແຕ່ແຜ່ນດິນໂລກຈະກາຍເປັນຖິ່ນແຫ້ງແລ້ງກັນດານ ຍ້ອນຄວາມຊົ່ວຂອງຄົນທີ່ອາໄສຢູ່ໃນທີ່ນັ້ນ.