ເຊຟານີຢາ 1:17 - ພຣະຄຳພີສັກສິ17 ອົງພຣະຜູ້ເປັນເຈົ້າກ່າວວ່າ, “ເຮົາຈະນຳໄພພິບັດດັ່ງກ່າວນັ້ນ ມາສູ່ມະນຸດສະໂລກ ຊຶ່ງທຸກຄົນຈະງົມທາວໄປມາດັ່ງຄົນຕາບອດ ເພາະວ່າພວກເຂົາໄດ້ເຮັດບາບຕໍ່ສູ້ຂອງພຣະເຈົ້າຢາເວ; ເລືອດຂອງພວກເຂົາຈະຖືກຖອກຖິ້ມດັ່ງຖອກນໍ້າ ແລະຊາກສົບຂອງຄົນຕາຍຈະແບເນົ່າເໝັນຢູ່ຕາມພື້ນດິນ.” Uka jalj uñjjattʼäta |
ພຣະເຈົ້າຢາເວກ່າວວ່າ, “ເຮົາໄດ້ສົ່ງຄົນຂອງເຮົາໜີໄປແທ້ບໍ? ດັ່ງຊາຍຮ້າງເມຍແລະປະນາງຫລືນີ້? ຖ້າດັ່ງນັ້ນ ໜັງສືປະຮ້າງນັ້ນຢູ່ໃສ? ເຮົາໄດ້ຂາຍເຈົ້າໄປເປັນທາດຮັບໃຊ້ແທ້ຫລືນີ້? ດັ່ງຄົນຂາຍລູກໄປເປັນທາດຮັບໃຊ້ຊັ້ນບໍ? ບໍ່ແມ່ນດອກ ທີ່ຖືກຈັບໄປຍ້ອນການບາບຂອງເຈົ້າ; ການບາບນັ້ນເປັນເຫດໃຫ້ເຈົ້າຖືກສົ່ງໜີໄປ ທັງນີ້ກໍຍ້ອນໂທດກຳຂອງເຈົ້າ.
ເຈົ້າຈະຖືກໂທດຍ້ອນຄວາມຊົ່ວຂອງເຈົ້າເອງ ເຈົ້າຈະຖືກປະນາມຍ້ອນຫັນໜີໄປຈາກເຮົານັ້ນ. ເຈົ້າຈະຮຽນຮູ້ສິ່ງຂື່ນຂົມແລະຜິດພາດວ່າເປັນຢ່າງໃດ? ທີ່ໄດ້ປະຖິ້ມພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າ ໂດຍບໍ່ມີຄວາມເຄົາຣົບ ແລະ ຢຳເກງເຮົາອີກຕໍ່ໄປ.” ອົງພຣະຜູ້ເປັນເຈົ້າ ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນີ້ແຫລະ.
ພວກຂ້ານ້ອຍຄວນນອນລົງດ້ວຍຄວາມລະອາຍໃຈ ແລະໃຫ້ພວກຂ້ານ້ອຍຮັບເອົາຄວາມອັບອາຍຂາຍໜ້ານີ້ສາ. ພວກຂ້ານ້ອຍພ້ອມທັງບັນພະບຸລຸດຂອງພວກຂ້ານ້ອຍ ຕ່າງກໍໄດ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວ ພຣະເຈົ້າຂອງພວກຂ້ານ້ອຍເລື້ອຍມາ. ພວກຂ້ານ້ອຍບໍ່ເຄີຍເຊື່ອຟັງຂໍ້ຄຳສັ່ງຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກຂ້ານ້ອຍ.”
“ເຮົາໄດ້ໃຫ້ພວກເຈົ້າເກີດພະຍາດລະບາດ ດັ່ງເຮົາໄດ້ເຮັດໃຫ້ເກີດຂຶ້ນແກ່ເອຢິບນັ້ນ. ເຮົາໄດ້ຂ້າຊາຍໜຸ່ມທັງຫລາຍຂອງພວກເຈົ້າທີ່ສະໜາມຮົບ ແລະເອົາມ້າເສິກຂອງພວກເຈົ້າໜີໄປ. ເຮົາໄດ້ໃຫ້ພວກເຈົ້າດົມກິ່ນເໝັນຊາກສົບຄົນຕາຍຕາມຄ້າຍພັກຕ່າງໆຂອງພວກເຈົ້າ. ເຖິງປານນັ້ນ ພວກເຈົ້າກໍຍັງບໍ່ກັບຄືນມາຫາເຮົາ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.