16 ມື້ທີ່ເຕັມໄປດ້ວຍສຽງແກລະດົມພົນເຮັດເສິກ ແລະສຽງຂອງພວກທະຫານໂຮຮ້ອງໃນສະໜາມຮົບ ເພື່ອບຸກໂຈມຕີເມືອງທັງຫລາຍ ທີ່ມີປ້ອມປ້ອງກັນ ແລະມີຫໍຄອຍສູງ.
ເມື່ອວັນນັ້ນມາເຖິງ ສຽງແກຈະດັງຂຶ້ນ ເພື່ອເອີ້ນເອົາພວກອິດສະຣາເອນທັງໝົດທີ່ໄດ້ຖືກເນລະເທດໄປນັ້ນ ໃຫ້ກັບຄືນມາຈາກອັດຊີເຣຍ ແລະປະເທດເອຢິບ. ພວກເຂົາຈະມານະມັດສະການພຣະເຈົ້າຢາເວຢູ່ໃນນະຄອນເຢຣູຊາເລັມ ຄືທີ່ເທິງເນີນພູສັກສິດຂອງພຣະອົງ.
ແມ່ນແຕ່ຣາຊວັງກໍຈະຖືກປະຖິ້ມ ແລະເມືອງຫລວງກໍຈະຮ້າງຫວ່າງເປົ່າຢ່າງໝົດສິ້ນ. ເຮືອນແລະປ້ອມປ້ອງກັນທັງຫລາຍຈະຮົກຮ້າງເພພັງຕະຫລອດໄປ. ລໍປ່າຈະທ່ຽວຫລິ້ນຢູ່ທີ່ນັ້ນ ແລະຝູງແກະກໍຈະກິນຫຍ້າຢູ່ທີ່ນັ້ນ.
ແລະພວກເຮົາກໍງົມໆທາວໆໄປເໝືອນຄົນຕາບອດ. ພວກເຮົາລົ້ມລົງໃນຕອນທ່ຽງ ຄືກັບວ່າເດີນໄປໃນຕອນກາງຄືນ ຄືກັບວ່າພວກເຮົາຢູ່ໃນທີ່ມືດຂອງແດນມໍຣະນາ.
ປະຊາຊົນເບັນຢາມິນເອີຍ ຈົ່ງແລ່ນປົບໜີເອົາຕົວລອດສາເຖີດ ຈົ່ງປົບໜີຈາກນະຄອນເຢຣູຊາເລັມສາ ຈົ່ງເປົ່າແກຂຶ້ນໃນເມືອງເຕກົວ ແລະຈົ່ງດັງໄຟຂຶ້ນເປັນສັນຍານຢູ່ໃນເມືອງເບັດຮັກເກເຣັມ. ໄພພິບັດ ແລະການທຳລາຍຈາກທາງເໜືອເກືອບຈະມາຮອດແລ້ວ.
ເຫຼົ່າສັດຕູຂອງພວກເຮົາໄດ້ມາຮອດເມືອງດານແລ້ວ ເພາະພວກເຮົາໄດ້ຍິນສຽງມ້າຂອງພວກເຂົາຫາຍໃຈ. ດິນແດນທັງໝົດກໍສັ່ນສະເທືອນ ເມື່ອມ້າຂອງພວກເຂົາຮ້ອງ. ເຫຼົ່າສັດຕູໄດ້ມາທຳລາຍດິນແດນຂອງພວກເຮົາ ພ້ອມກັບທຸກສິ່ງໃນດິນແດນ ຄືຕະຫລອດທັງເມືອງ ແລະປະຊາຊົນທຸກຄົນດ້ວຍ.”
ຈຸດຈົບກຳລັງມາເຖິງປະຊາຊົນທີ່ອາໄສຢູ່ໃນດິນແດນນີ້. ເວລານັ້ນມາໃກ້ແລ້ວ ເມື່ອການສະຫລອງທີ່ພູແຫ່ງຮູບປັ້ນຈະບໍ່ມີອີກຕໍ່ໄປ ມີແຕ່ຄວາມສັບສົນວຸ້ນວາຍເທົ່ານັ້ນ.
ຊາວເບັນຢາມິນເອີຍ ຈົ່ງອອກສູ່ສະໜາມຮົບເທີ້ນ ຈົ່ງເປົ່າແກເຕືອນເພື່ອເຮັດເສິກທີ່ເມືອງກີເບອາ ຈົ່ງສົ່ງສຽງສັນຍານໄພທີ່ເມືອງຣາມາ ຈົ່ງສົ່ງສຽງໂຮຮ້ອງສູ້ຮົບທີ່ເບັດອາເວນ. ຊາວເບັນຢາມິນເອີຍ ຈົ່ງເຂົ້າສູ່ສະໜາມຮົບເຖີດ
“ຈົ່ງເປົ່າແກສັນຍານເຕືອນໄພ ພວກສັດຕູເໝືອນນົກອິນຊີກຳລັງຢູ່ເໜືອວິຫານຂອງພຣະເຈົ້າຢາເວ; ປະຊາຊົນຂອງເຮົາໄດ້ລະເມີດພັນທະສັນຍາທີ່ເຮົາໄດ້ໃຫ້ໄວ້ກັບພວກເຂົາ ແລະທັງໄດ້ກະບົດຕໍ່ສູ້ກົດບັນຍັດຂອງເຮົາ.
ຈົ່ງເປົ່າແກຂຶ້ນເຕືອນໄພ ທີ່ເທິງພູເຂົາຊີໂອນສາ ພູເຂົາສັກສິດຂອງພຣະເຈົ້າເອີຍ ຈົ່ງສັ່ນສະທ້ານເຖີດ ປະຊາຊົນຢູດາເອີຍ ເຖິງວັນຂອງພຣະເຈົ້າຢາເວແລ້ວ ວັນນັ້ນກຳລັງຫຍັບເຂົ້າມາໃກ້ແລ້ວ.
ສຽງແກບຸກໂຈມຕີດັງຂຶ້ນ ໂດຍບໍ່ໃຫ້ຊາວເມືອງແຕກຕື່ນໄດ້ຊັ້ນບໍ? ເປັນໄດ້ບໍທີ່ເມືອງໜຶ່ງຖືກໄພພິບັດ ໂດຍທີ່ພຣະເຈົ້າຢາເວບໍ່ໃຫ້ເກີດຂຶ້ນ?
ເມື່ອພຣະອົງຢຸດນິ້ງ ໂລກກໍເກີດສະທ້ານຫວັ່ນໄຫວ ພຽງພຣະອົງສົ່ງສາຍຕາ ນາໆຊາດກໍສັ່ນເຊັນຢ້ານ; ພູທັງຫລາຍທີ່ຕັ້ງໝັ້ນຄົງຢູ່ກໍແຕກສະຫລາຍໄປ ເນີນພູຕ່າງໆທີ່ຕັ້ງຢູ່ຕະຫລອດໄປຕ່າງກໍຍຸບລົງທັງນັ້ນ ຄືເນີນພູຕ່າງໆບ່ອນທີ່ພຣະອົງໄດ້ຍ່າງໄປມາ ແຕ່ຄາວສະໄໝດຶກດຳບັນ.
ພວກເຂົາຈະໂຈມຕີທຸກໆເມືອງໃນດິນແດນ ທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າກຳລັງຈະມອບໃຫ້ພວກເຈົ້າ ແມ່ນແຕ່ເມືອງທີ່ມີປ້ອມລ້ອມດ້ວຍກຳແພງສູງ ທີ່ພວກເຈົ້າເຊື່ອວ່າປອດໄພກໍຈະລົ້ມທະລາຍລົງ.
ດັ່ງນັ້ນ ພວກປະໂຣຫິດຈຶ່ງໄດ້ເປົ່າແກ ແລະພໍຄົນຂອງໂຢຊວຍໄດ້ຍິນສຽງແກ ພວກເຂົາກໍພາກັນຮ້ອງຂຶ້ນເລວເສິກດ້ວຍສຽງດັງ ແລະກຳແພງເມືອງກໍເຈື່ອນລົງ. ແລ້ວກອງທະຫານທັງໝົດກໍໄດ້ມຸ້ງໜ້າຂຶ້ນໄປສູ່ເນີນພູ ແລະຢຶດຄອງເມືອງທັນທີ.