Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຊຟານີຢາ 1:13 - ພຣະຄຳພີສັກສິ

13 ຊັບສົມບັດ​ຂອງ​ພວກເຂົາ​ຈະ​ຖືກ​ປຸ້ນ ແລະ​ເຮືອນ​ຂອງ​ພວກເຂົາ​ຈະ​ຖືກ​ທຳລາຍ. ພວກເຂົາ​ຈະ​ບໍ່ໄດ້​ຢູ່​ໃນ​ເຮືອນ​ທີ່​ພວກເຂົາ​ກໍ່ສ້າງ​ເອງ ຫລື​ດື່ມ​ເຫຼົ້າ​ອະງຸ່ນ​ຈາກ​ສວນ​ທີ່​ພວກເຂົາ​ປູກ​ເອງ.”

Uka jalj uñjjattʼäta Copia luraña




ເຊຟານີຢາ 1:13
24 Jak'a apnaqawi uñst'ayäwi  

ຂ້າພະເຈົ້າ​ຈຶ່ງ​ຖາມ​ວ່າ, “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ເຫດການ​ເຊັ່ນ​ນັ້ນ​ຈະ​ເປັນ​ຢູ່​ຢ່າງນີ້​ເຫິງນານ​ປານໃດ?” ພຣະອົງ​ຕອບ​ວ່າ, “ຈົນກວ່າ​ເມືອງ​ຕ່າງໆ​ຖືກ​ທຳລາຍ​ແລະ​ຮ້າງເປົ່າ ໝູ່ບ້ານ​ທັງຫລາຍ​ບໍ່ມີ​ຄົນ​ຢູ່​ອາໄສ​ແລະ​ຜືນ​ແຜ່ນດິນ​ງຽບເຫງົາ​ເປົ່າປ່ຽວ.


ພຣະອົງ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ເຮົາ​ຈະ​ສົ່ງ​ເຫຼົ່າ​ສັດຕູ​ມາ​ກວາດເອົາ​ຊັບສົມບັດ​ແລະ​ເງິນຄຳ ທີ່​ປະຊາຊົນ​ຂອງເຮົາ​ໄດ້​ສະສົມ​ໄວ້​ໄປ​ໝົດ ເພື່ອ​ເປັນ​ການ​ລົງໂທດ​ທີ່​ພວກເຂົາ​ໄດ້​ກະທຳ​ບາບ​ໄວ້​ທົ່ວ​ທັງ​ດິນແດນ.


ແລະ​ຕາມ​ໜ່ວຍ​ພູ​ໃນ​ຊົນນະບົດ. ເຮົາ​ຈະ​ໃຫ້​ເຫຼົ່າ​ສັດຕູ​ຂອງ​ພວກເຈົ້າ​ຢຶດ​ຊັບສົມບັດ​ແລະ​ສິ່ງຂອງ​ທີ່​ພວກເຈົ້າ​ໄດ້​ສະສົມ​ໄວ້​ໄປ​ໝົດ ຍ້ອນ​ການບາບ​ທັງໝົດ​ທີ່​ພວກເຈົ້າ​ໄດ້​ເຮັດ​ໄວ້ ທົ່ວ​ທັງ​ດິນແດນ​ຂອງ​ພວກເຈົ້າ.


ໄພພິບັດ​ໜຶ່ງ​ແລ້ວ ໄພພິບັດ​ອື່ນ​ຊໍ້າ​ຕິດຕາມ​ມາ ຈົນ​ໝົດ​ປະເທດ​ຖືກ​ປ່ອຍປະ​ໃຫ້​ຮົກຮ້າງ​ເພພັງ​ສິ້ນ. ຜ້າເຕັນ​ຂອງ​ພວກເຮົາ​ກໍໄດ້​ຖືກ​ທຳລາຍ​ຢ່າງ​ໄວວາ ຜ້າກັ້ງ​ຂອງ​ເຕັນ​ກໍ​ຖືກ​ຈີກ​ໃຫ້​ຂາດ​ເປັນ​ຕ່ອນໆ.


ດັ່ງ​ໂຕສິງ​ກຳລັງ​ອອກ​ມາ​ແຕ່​ບ່ອນ​ລີ້​ຂອງມັນ ຜູ້​ທຳລາຍ​ຊົນຊາດ​ທັງຫລາຍ​ອອກ​ມາ​ສາ​ແລ້ວ. ມັນ​ກຳລັງ​ອອກ​ມາ​ຈາກ​ບ່ອນ​ຫລົບລີ້​ຂອງມັນ ເພື່ອ​ຮຸກຮານ​ຢູດາຍ ແລະ​ທຳລາຍ​ດິນແດນ​ໃຫ້​ກ້ຽງ ເມືອງ​ຂອງ​ຢູດາຍ​ຈະ​ຖືກ​ປະ​ໃຫ້​ຮົກຮ້າງ​ເພພັງ ແລະ​ຈະ​ບໍ່ມີ​ຄົນ​ອາໄສ​ຢູ່​ໃນ​ເມືອງ​ເຫຼົ່ານັ້ນ.


ພວກເຂົາ​ຈະ​ກິນ​ຜົນລະປູກ ແລະ​ອາຫານ​ຂອງ​ພວກເຈົ້າ​ຈົນ​ໝົດກ້ຽງ; ພວກເຂົາ​ຈະ​ຂ້າ​ລູກ​ຊາຍ​ຍິງ​ທັງຫລາຍ​ຂອງ​ພວກເຈົ້າ. ພວກເຂົາ​ຈະ​ຂ້າ​ຝູງແກະ​ແລະ​ຝູງງົວ ທັງ​ຈະ​ທຳລາຍ​ຕົ້ນອະງຸ່ນ ແລະ​ກົກ​ໝາກເດື່ອເທດ​ຂອງ​ພວກເຈົ້າ​ດ້ວຍ. ເມືອງ​ທີ່​ມີ​ປ້ອມ​ປ້ອງກັນ​ຊຶ່ງ​ພວກເຈົ້າ​ໄວ້ວາງໃຈ​ນັ້ນ ກໍ​ຈະ​ຖືກ​ທຳລາຍ​ໂດຍ​ກອງທັບ​ຂອງ​ພວກເຂົາ.”


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ເຮົາ​ຈະ​ໃຫ້​ນະຄອນ​ເຢຣູຊາເລັມ​ເປັນ​ກອງ​ສິ່ງ​ເພພັງ ເປັນ​ບ່ອນ​ໜຶ່ງ​ທີ່​ຝູງ​ໝາປ່າ​ພາກັນ​ອາໄສ​ຢູ່; ເມືອງ​ຢູດາຍ​ຈະ​ກາຍເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ ເປັນ​ບ່ອນ​ໜຶ່ງ​ຊຶ່ງ​ບໍ່ມີ​ຄົນ​ອາໄສ​ຢູ່.”


ຈົ່ງ​ຟັງ​ສຽງ​ຮ້ອງໄຫ້​ທີ່​ເທິງ​ພູເຂົາ​ຊີໂອນ​ວ່າ, “ພວກເຮົາ​ຖືກ​ອັບອາຍ​ທີ່ສຸດ ໄພພິບັດ​ມາຮອດ ພວກເຮົາ​ຈຳ​ຕ້ອງ​ໜີ​ຈາກ​ດິນແດນ​ຂອງ​ພວກເຮົາ​ໄປ ບ້ານເຮືອນ​ຂອງ​ພວກເຮົາ​ກໍ​ຖືກ​ທຳລາຍ​ລົງ​ກ້ຽງ.”


ຊັບສິນ​ຂອງ​ພວກ​ຂ້ານ້ອຍ​ກໍ​ຢູ່​ໃນ​ກຳມື​ຂອງ​ຄົນ​ແປກໜ້າ​ໝົດ ຄົນຕ່າງຊາດ​ອາໄສ​ຢູ່​ໃນ​ເຮືອນ​ຂອງ​ພວກ​ຂ້ານ້ອຍ​ດ້ວຍ.


ສະນັ້ນ ເຮົາ​ຈຶ່ງ​ຈະ​ປ່ອຍ​ໃຫ້​ຄວາມ​ໂກດຮ້າຍ​ຂອງເຮົາ​ດັ່ງ​ໄຟ​ທີ່​ເຜົາຜານ ອອກ​ໄປ​ທຳລາຍ​ພວກເຂົາ ເພາະ​ສິ່ງ​ທີ່​ພວກເຂົາ​ໄດ້​ເຮັດ​ນັ້ນ.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫລະ.


ພວກເຂົາ​ຈະ​ໂຍນ​ເງິນ​ແລະ​ຄຳ​ຂອງຕົນ​ຖິ້ມ ຕາມ​ທ້ອງ​ຖະໜົນ​ຫົນທາງ​ດັ່ງ​ຖິ້ມ​ຂີ້ເຫຍື້ອ ຍ້ອນ​ວ່າ​ທັງ​ເງິນ​ແລະ​ຄຳ​ຊ່ວຍ​ພວກເຂົາ​ບໍ່ໄດ້​ອີກ​ແລ້ວ ເມື່ອ​ພຣະເຈົ້າຢາເວ​ຖອກເທ​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ. ພວກເຂົາ​ໃຊ້​ມັນ​ໃຫ້​ຕອບ​ສະໜອງ​ຄວາມ​ຕ້ອງການ​ບໍ່ໄດ້ ຫລື​ໃຫ້​ກະເພາະ​ອີ່ມ​ຍ້ອນ​ເງິນຄຳ​ບໍ່ໄດ້. ເງິນ​ແລະ​ຄຳ​ພາ​ໃຫ້​ພວກເຂົາ​ເຮັດ​ບາບ.


ເຮົາ​ຈະ​ປ່ອຍ​ໃຫ້​ພວກ​ຄົນຕ່າງດ້າວ​ມາ​ປຸ້ນ​ພວກເຂົາ ພວກ​ຝ່າຝືນ​ກົດໝາຍ​ຈະ​ຢຶດເອົາ​ຊັບສົມບັດ​ທັງໝົດ​ຂອງ​ພວກເຂົາ​ໄປ ແລະ​ເຮັດ​ໃຫ້​ເປັນ​ມົນທິນ.


ເຮົາ​ຈະ​ນຳ​ຊາດ​ຕ່າງໆ​ທີ່​ໂຫດຮ້າຍ​ທີ່ສຸດ​ມາ​ທີ່​ນີ້ ແລະ​ຈະ​ປ່ອຍ​ໃຫ້​ພວກເຂົາ​ຢຶດເອົາ​ເຮືອນ​ຂອງ​ພວກເຈົ້າ. ຄົນ​ແຂງແຮງ​ທີ່ສຸດ​ໃນ​ພວກເຈົ້າ​ຈະ​ສູນເສຍ​ຄວາມ​ໝັ້ນໃຈ ເມື່ອ​ເຮົາ​ໄດ້​ນຳ​ເອົາ​ຊົນຊາດ​ທັງຫລາຍ​ມາ​ເຮັດ​ໃຫ້​ບ່ອນຕ່າງໆ​ທີ່​ພວກເຈົ້າ​ນະມັດສະການ​ນີ້​ເປັນ​ມົນທິນ.


ພວກເຈົ້າ​ຂົ່ມເຫັງ​ຄົນ​ຍາກຈົນ ແລະ​ລັກ​ເອົາ​ເຂົ້າຂອງ​ຂອງ​ພວກເຂົາ. ເພາະສະນັ້ນ ພວກເຈົ້າ​ຈຶ່ງ​ຈະ​ບໍ່ໄດ້​ຢູ່​ໃນ​ເຮືອນ​ຫລັງ​ງາມໆ​ທີ່​ພວກເຈົ້າ​ສ້າງ​ຂຶ້ນ​ມາ​ດ້ວຍ​ຫີນ ຫລື​ຈະ​ບໍ່ໄດ້​ດື່ມ​ເຫຼົ້າ​ອະງຸ່ນ​ຈາກ​ສວນ​ອັນ​ສວຍງາມ​ທີ່​ພວກເຈົ້າ​ໄດ້​ເຮັດ​ໄວ້.


ເພາະສະນັ້ນ ຍ້ອນ​ພວກເຈົ້າ ພູເຂົາ​ຊີໂອນ​ຈະ​ຖືກ​ໄຖ​ເໝືອນ​ໄຖ​ນາ ນະຄອນ​ເຢຣູຊາເລັມ​ຈະ​ກາຍເປັນ​ກອງສິ່ງ​ຮົກຮ້າງ​ເພພັງ ແລະ​ເນີນພູ​ບ່ອນ​ທີ່ຕັ້ງ​ພຣະວິຫານ​ກໍ​ຈະ​ກາຍເປັນ​ປ່າ.


ພວກເຈົ້າ​ຈະ​ຫວ່ານ​ເມັດພືດ ແຕ່​ພວກເຈົ້າ​ຈະ​ບໍ່ໄດ້​ເກັບກ່ຽວ. ພວກເຈົ້າ​ຈະ​ບີບ​ເອົາ​ນໍ້າມັນ​ຈາກ​ໝາກກອກເທດ​ແຕ່​ຈະ​ບໍ່ໄດ້​ໃຊ້​ມັນ. ພວກເຈົ້າ​ຈະ​ເຮັດ​ເຫຼົ້າ​ອະງຸ່ນ​ແຕ່​ຈະ​ບໍ່ໄດ້​ດື່ມ​ມັນ.


ໃນວັນນັ້ນ ເຮົາ​ຈະ​ລົງໂທດ​ທຸກຄົນ​ທີ່​ຂາບໄຫວ້ ຄ້າຍຄື​ກັບ​ພວກ​ທີ່​ບໍ່​ນັບຖື​ພຣະເຈົ້າ, ພວກ​ທີ່​ຂີ້ລັກ ແລະ​ພວກ​ທີ່​ຂ້າເຈົ້າ​ເອົາຂອງ ເພື່ອ​ນຳ​ໄປ​ສ້າງຮັ່ງ​ຄູນມີ​ໃຫ້​ແກ່​ເຮືອນ​ເຈົ້ານາຍ​ຂອງຕົນ.”


ພວກເຈົ້າ​ຈະ​ໝັ້ນ​ຜູ້​ສາວ​ໄວ້, ແຕ່​ຄົນອື່ນ​ຈະ​ເອົາ​ນາງ​ໄປ​ເປັນ​ເມຍ. ພວກເຈົ້າ​ຈະ​ສ້າງ​ເຮືອນ, ແຕ່​ຈະ​ບໍ່ໄດ້​ຢູ່​ຈັກເທື່ອ. ພວກເຈົ້າ​ຈະ​ປູກ​ຕົ້ນອະງຸ່ນ, ແຕ່​ຈະ​ບໍ່ໄດ້​ກິນ​ໝາກ​ເລີຍ.


ພວກເຈົ້າ​ຈະ​ປູກ​ຕົ້ນອະງຸ່ນ​ແລະ​ເອົາໃຈໃສ່​ບົວລະບັດ​ມັນ, ແຕ່​ພວກເຈົ້າ​ຈະ​ບໍ່ໄດ້​ເກັບ​ໝາກ ຫລື​ແມ່ນແຕ່​ດື່ມ​ເຫຼົ້າ​ອະງຸ່ນ​ເລີຍ ເພາະ​ໂຕ​ບົ້ງ, ໂຕ​ໜອນ​ຈະ​ກັດ​ກິນ​ຕົ້ນ​ຂອງ​ມັນ.


ພວກເຂົາ​ຈະ​ກິນ​ງົວ​ໃນ​ຝູງ​ຂອງ​ພວກເຈົ້າ ແລະ​ພືດຜົນ​ຂອງ​ພວກເຈົ້າ ສ່ວນ​ພວກເຈົ້າ​ນັ້ນ ກໍ​ຈະ​ພາກັນ​ອຶດ​ຕາຍ. ເຂົ້າ, ເຫຼົ້າ​ອະງຸ່ນ, ນໍ້າມັນ​ໝາກກອກເທດ, ງົວ, ແກະ ແລະ​ພືດຜົນ​ຕ່າງໆ​ຈະ​ບໍ່ມີ​ເຫຼືອ​ໄວ້​ໃຫ້​ເລີຍ ແລະ ພວກເຈົ້າ​ຈະ​ພາກັນ​ຕາຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka