ເຊຟານີຢາ 1:11 - ພຣະຄຳພີສັກສິ11 ເມື່ອໄດ້ຍິນສຽງເຫຼົ່ານີ້ແລ້ວ ພວກທີ່ຢູ່ທາງເຂດລຸ່ມຂອງຕົວເມືອງ ຈົ່ງຮ້ອງໄຫ້ຮໍ່າໄຮເພາະວ່າບັນດາພໍ່ຄ້າທຸກຄົນຈະຕາຍໝົດ. Uka jalj uñjjattʼäta |
ໝໍ້ຄົວກິນທຸກໆໜ່ວຍໃນນະຄອນເຢຣູຊາເລັມ ແລະໃນຢູດາຍຈະຖືກແຍກໄວ້ຕ່າງຫາກ ເພື່ອໃຊ້ນະມັດສະການພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່. ປະຊາຊົນທີ່ຖວາຍບູຊາຈະໃຊ້ສິ່ງຂອງເຫຼົ່ານີ້ ສຳລັບຕົ້ມຊີ້ນທີ່ໄດ້ມາຈາກເຄື່ອງບູຊາ. ເມື່ອເວລານັ້ນມາເຖິງ ຈະບໍ່ມີພໍ່ຄ້າຄົນໃດຢູ່ໃນວິຫານຂອງພຣະເຈົ້າຢາເວອົງ ຊົງຣິດອຳນາດຍິ່ງໃຫຍ່, ໃນວັນນັ້ນ.