ເຊຟານີຢາ 1:10 - ພຣະຄຳພີສັກສິ10 ພຣະເຈົ້າຢາເວກ່າວວ່າ, “ໃນວັນນັ້ນ ພວກເຈົ້າຈະໄດ້ຍິນສຽງຮ້ອງໄຫ້ທີ່ປະຕູປາໃນນະຄອນເຢຣູຊາເລັມ. ພວກເຈົ້າຈະໄດ້ຍິນສຽງຮ້ອງໄຫ້ໃນເຂດສ້າງໃໝ່ຂອງຕົວເມືອງ ແລະສຽງແຕກຕູ້ມຕ້າມ ຢູ່ຕາມເນີນພູທັງຫລາຍ. Uka jalj uñjjattʼäta |
ປະໂຣຫິດຮິນກີຢາ, ອາຮີກຳ, ອັກໂບ, ຊາຟານ ແລະອາສາອີຢາ ໄດ້ໄປປຶກສາຜູ້ທຳນວາຍຍິງຄົນໜຶ່ງຢູ່ທາງເຂດໃໝ່ຂອງນະຄອນເຢຣູຊາເລັມຊື່ວ່າ ຮຸນດາ. (ຜົວຂອງນາງຮຸນດາຊື່ວ່າຊານລູມ ລູກຊາຍຂອງຕິກວາ ແລະຫລານຊາຍຂອງຮາກຮາ; ຊານລູມເປັນຜູ້ຮັກສາເສື້ອຄຸມປະຈຳພຣະວິຫານ.) ຄົນເຫຼົ່ານີ້ໄດ້ເລົ່າເຫດການສູ່ນາງຟັງ.
ຫລັງຈາກນີ້ ມານາເຊໄດ້ຕໍ່ກຳແພງຮອບນອກຂອງເມືອງດາວິດ ທາງດ້ານຕາເວັນອອກໃຫ້ສູງຂຶ້ນ ຕັ້ງແຕ່ຈຸດໜຶ່ງໃນຮ່ອມພູໃກ້ກັບນໍ້າພຸກີໂຮນທາງທິດເໜືອ ຈົນເຖິງປະຕູໜອງປາ ແລະຮອດບໍລິເວນຂອງເມືອງທີ່ມີຊື່ວ່າ ໂອເຟນ. ເພິ່ນຍັງໃຫ້ນາຍທະຫານໃນກອງທັບປະຈຳການ ຢູ່ຕາມແຕ່ລະເມືອງໃນຢູດາຍທີ່ມີປ້ອມປ້ອງກັນ.
ເພື່ອປະຕິບັດຕາມຄຳສັ່ງຂອງກະສັດ ຮິນກີຢາກັບຄົນອື່ນໆໄດ້ໄປປຶກສາຜູ້ທຳນວາຍຍິງຄົນໜຶ່ງຊື່ວ່າ ຮູນດາ. ນາງອາໄສຢູ່ເຂດສ້າງໃໝ່ຂອງນະຄອນເຢຣູຊາເລັມ. (ຊານລຸມຜົວຂອງນາງເປັນລູກຊາຍຂອງຕິກວາ ແລະຫລານຊາຍຂອງຮາກຮາ. ລາວເປັນຜູ້ຮັບຜິດຊອບເຄື່ອງນຸ່ງໃນພຣະວິຫານ.) ພວກເຂົາເລົ່າເລື່ອງທີ່ໄດ້ເກີດຂຶ້ນສູ່ນາງຟັງ
ຊາກສົບທັງຫລາຍຈະກະຈັດກະຈາຍ ປະປົນຢູ່ກັບຮູບເຄົາຣົບຕ່າງໆອ້ອມແທ່ນບູຊາ ມັນຈະຖືກກະຈັດກະຈາຍໄປທົ່ວເນີນພູສູງ, ຢູ່ເທິງຈອມພູທຸກໆໜ່ວຍ, ຢູ່ກ້ອງຕົ້ນໄມ້ໃບຂຽວ ແລະຕົ້ນໂອກທຸກຕົ້ນ ຄືຢູ່ໃນທຸກບ່ອນທີ່ພວກເຂົາໄດ້ເຜົາເຄື່ອງບູຊາຖວາຍແກ່ຮູບເຄົາຣົບຂອງພວກເຂົາ. ແລ້ວທຸກຄົນກໍຈະຮູ້ວ່າເຮົາແມ່ນພຣະເຈົ້າຢາເວ.