Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຊຟານີຢາ 1:1 - ພຣະຄຳພີສັກສິ

1 ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ ທີ່​ໄດ້​ມອບ​ໃຫ້​ແກ່​ເຊຟານີຢາ ໃນ​ສະໄໝ​ຂອງ​ໂຢສີຢາ​ລູກຊາຍ​ຂອງ​ອາໂມນ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ. (ເຊຟານີຢາ​ໄດ້​ສືບ​ເຊື້ອສາຍ​ມາ​ຈາກ​ກະສັດ​ເຮເຊກີຢາ ທາງ​ອາມາຣີຢາ, ເກດາລີຢາ ແລະ​ກູຊີ.)

Uka jalj uñjjattʼäta Copia luraña




ເຊຟານີຢາ 1:1
12 Jak'a apnaqawi uñst'ayäwi  

ກະສັດ​ມານາເຊ​ໄດ້​ຕາຍໄປ​ພ້ອມ​ກັບ​ປູ່ຍ່າຕາຍາຍ​ຂອງ​ເພິ່ນ ແລະ​ໄດ້​ຖືກ​ຝັງ​ໄວ້​ໃນ​ສວນ​ຂອງ​ຣາຊວັງ ຄື​ສວນ​ຂອງ​ອູຊາ. ແລ້ວ​ເຈົ້າ​ອາໂມນ ລູກຊາຍ​ຂອງ​ເພິ່ນ​ກໍ​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ.


ກະສັດ​ອາໂມນ​ໄດ້​ຖືກ​ຝັງ​ໄວ້​ໃນ​ສວນ​ຂອງ​ອູຊາ; ແລ້ວ​ເຈົ້າ​ໂຢສີຢາ​ລູກຊາຍ​ຂອງ​ເພິ່ນ​ກໍ​ຂຶ້ນ​ປົກຄອງ​ແທນ.


ມານາເຊ​ໄດ້​ຕາຍໄປ ແລະ​ຖືກ​ຝັງ​ໄວ້​ໃນ​ຣາຊວັງ ແລະ​ເຈົ້າ​ອາໂມນ​ລູກຊາຍ​ຂອງ​ເພິ່ນ​ໄດ້​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ.


ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ເຢເຣມີຢາ​ໃນ​ປີ​ທີ​ສິບສາມ ທີ່​ເຈົ້າ​ໂຢສີຢາ ລູກຊາຍ​ຂອງ​ເຈົ້າ​ອາໂມນ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ.


ພຣະເຈົ້າຢາເວ​ກ່າວ​ກ່ຽວກັບ​ເຈົ້າ​ໂຢອາຮາດ ລູກຊາຍ​ຂອງ​ເຈົ້າ​ໂຢສີຢາ ຜູ້​ທີ່​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ​ແທນ​ບິດາ​ຂອງຕົນ​ວ່າ ລາວ​ຕ້ອງ​ຈາກ​ທີ່​ນີ້​ໄປ​ໂດຍ​ບໍ່ມີ​ວັນ​ກັບ​ມາ.


“ເປັນ​ເວລາ​ຊາວສາມ​ປີ​ແລ້ວ ຄື​ນັບ​ຕັ້ງແຕ່​ປີ​ທີ​ສິບສາມ​ທີ່​ເຈົ້າ​ໂຢສີຢາ ລູກຊາຍ​ຂອງ​ເຈົ້າ​ອາໂມນ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ​ມາ​ຈົນເຖິງ​ບັດນີ້ ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ ແລະ​ຂ້າພະເຈົ້າ​ກໍ​ບໍ່ເຄີຍ​ປົກປິດ​ຖ້ອຍຄຳ ທີ່​ພຣະອົງ​ໄດ້​ກ່າວ​ນັ້ນ​ຈາກ​ພວກທ່ານ​ເລີຍ. ແຕ່​ພວກທ່ານ​ບໍ່ໄດ້​ເອົາໃຈໃສ່.


ທີ່​ແຄມ​ແມ່ນໍ້າ​ເກບາກ​ໃນ​ບາບີໂລນ​ນັ້ນ ຂ້າພະເຈົ້າ​ໄດ້ຍິນ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ກ່າວ​ແກ່​ຂ້າພະເຈົ້າ ແລະ​ຣິດເດດ​ຂອງ​ພຣະເຈົ້າຢາເວ​ກໍໄດ້​ຄວບຄຸມ​ຂ້າພະເຈົ້າ.


ນີ້​ແມ່ນ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ໄດ້​ໃຫ້​ແກ່​ໂຮເສອາ ລູກຊາຍ​ຂອງ​ເບເອຣີ ເວລາ​ທີ່​ອຸດຊີຢາ, ໂຢທາມ, ອາຮາດ ແລະ​ເຮເຊກີຢາ​ເປັນ​ກະສັດ​ແຫ່ງ​ຢູດາຍ; ແລະ​ເວລາ​ທີ່​ເຢໂຣໂບອາມ​ລູກຊາຍ​ຂອງ​ເຢໂຮອາດ ເປັນ​ກະສັດ​ແຫ່ງ​ອິດສະຣາເອນ.


ພຣະຄຳພີ​ທຸກ​ຕອນ​ໄດ້​ຮັບ​ການ​ຊົງ​ບັນດົນໃຈ​ຈາກ​ພຣະເຈົ້າ ແລະ​ເປັນ​ປະໂຫຍດ ໃນ​ການ​ສອນ, ການ​ກ່າວ​ຕັກເຕືອນ​ວ່າ​ກ່າວ, ການ​ປັບປຸງ​ແກ້ໄຂ​ໃຫ້​ຖືກຕ້ອງ ແລະ​ການ​ອົບຮົມ​ໃນ​ທາງ​ຊອບທຳ,


ສະນັ້ນ ພວກເຮົາ​ຢຶດຖື​ຄຳທຳນວາຍ​ຢ່າງ​ແນ່ນອນ​ກວ່າ​ເກົ່າ ຈະ​ເປັນ​ການ​ດີ ຖ້າ​ເຈົ້າ​ທັງຫລາຍ​ຈະ​ຖື​ຕາມ​ຄຳທຳນວາຍ​ນັ້ນ ເພາະ​ຄຳ​ນັ້ນ​ເປັນ​ເໝືອນ​ແສງ​ໂຄມ ທີ່​ສ່ອງ​ສະຫວ່າງ​ໃນ​ບ່ອນ​ມືດ ຈົນເຖິງ​ວັນ​ຮຸ່ງ​ເຊົ້າ ແລະ​ດາວ​ເພັກ​ຈະ​ສ່ອງ​ຂຶ້ນ​ໃນ​ໃຈ​ຂອງ​ພວກເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka