ເຊກາຣີຢາ 9:9 - ພຣະຄຳພີສັກສິ9 ຈົ່ງຍິນດີເຖີດ ປະຊາຊົນຂອງພູເຂົາຊີໂອນເອີຍ ປະຊາຊົນນະຄອນເຢຣູຊາເລັມ ຈົ່ງໂຮຮ້ອງຍິນດີເຖີດ ຈົ່ງເບິ່ງດູວ່າກະສັດຂອງພວກເຈົ້າກຳລັງມາຫາ ເພິ່ນມາຢ່າງຜູ້ມີໄຊແລະຢ່າງຜູ້ຍຸດຕິທຳດ້ວຍ ແຕ່ພັດຖ່ອມຕົວລົງມານັ່ງທີ່ເທິງຫລັງລໍ ຂີ່ລໍນ້ອຍໂຕທີ່ເກີດມາຈາກລໍແມ່. Uka jalj uñjjattʼäta |
ເຊືອກກາງຜ້າໃບຂອງເຮືອກໍບໍ່ມີປະໂຫຍດ; ຜ້າໃບແລ່ນເຮືອກໍໃຊ້ການບໍ່ໄດ້ ພວກເຈົ້າຈະຢຶດຊັບສົມບັດອັນມະຫາສານຂອງກອງທັບເຫຼົ່າສັດຕູຈົນໝົດ ແມ່ນແຕ່ຄົນຂາພິການກໍໄດ້ຮັບສ່ວນແບ່ງ. ເພາະພຣະເຈົ້າຢາເວເປັນຜູ້ຕັດສິນຂອງພວກເຮົາ, ພຣະເຈົ້າຢາເວເປັນຜູ້ໃຫ້ກົດໝາຍຂອງພວກເຮົາ, ພຣະເຈົ້າຢາເວເປັນກະສັດຂອງພວກເຮົາ; ພຣະອົງຈະຊ່ວຍພວກເຮົາໃຫ້ພົ້ນ.