Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຊກາຣີຢາ 9:7 - ພຣະຄຳພີສັກສິ

7 ພວກເຂົາ​ຈະ​ບໍ່​ກິນ​ຊີ້ນ​ມີ​ເລືອດ​ອີກ​ຕໍ່ໄປ ຫລື​ອາຫານ​ໃດໆ​ທີ່​ຕ້ອງ​ຫ້າມ. ພວກ​ທີ່​ລອດຊີວິດ​ທຸກຄົນ​ຈະ​ເປັນ​ປະຊາຊົນ​ສ່ວນ​ໜຶ່ງ​ຂອງເຮົາ ແລະ​ຈະ​ເປັນ​ດັ່ງ​ຕະກຸນ​ໜຶ່ງ​ໃນ​ເຜົ່າ​ຢູດາ. ເອັກໂຣນ​ຈະ​ກາຍເປັນ​ປະຊາຊົນ​ສ່ວນ​ໜຶ່ງ​ຂອງເຮົາ ດັ່ງ​ທີ່​ຊາວ​ເຢບຸດ

Uka jalj uñjjattʼäta Copia luraña




ເຊກາຣີຢາ 9:7
21 Jak'a apnaqawi uñst'ayäwi  

ການາອານ​ຍັງ​ເປັນ​ປູ່ຍ່າຕາຍາຍ​ຂອງ​ຊົນຊາດ ດັ່ງ​ຕໍ່ໄປນີ້: ເຢບຸດ, ອາໂມ, ກີກາຊີ,


ແລ້ວ​ພຣະເຈົ້າ​ກໍ​ສົ່ງ​ເທວະດາ​ມາ​ເພື່ອ​ຈະ​ທຳລາຍ​ນະຄອນ​ເຢຣູຊາເລັມ ແຕ່​ພຣະເຈົ້າຢາເວ​ປ່ຽນໃຈ​ແລະ​ສັ່ງ​ເທວະດາ​ວ່າ, “ຢຸດ! ຊໍ່າ​ນີ້​ກໍ​ພໍ​ແລ້ວ.” ໃນ​ຂະນະ​ນັ້ນ ເທວະດາ​ຂອງ​ພຣະເຈົ້າຢາເວ​ກຳລັງ​ຢືນ​ຢູ່​ໃກ້​ລານ​ຟາດເຂົ້າ​ຂອງ​ອາໂຣນາ​ຊາວ​ເຢບຸດ.


ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ລຸກ​ຂຶ້ນ​ຊ່ວຍ​ແດ່ ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ຂໍ​ຊົງ​ໂຜດ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນ​ໄພ​ດ້ວຍ​ເຖີດ. ຂໍ​ພຣະອົງ​ຕົບ​ໜ້າ​ສັດຕູ​ທັງຫຼາຍ​ຂອງ​ຂ້ານ້ອຍ ແລະ​ຊົງ​ຫັກ​ແຂ້ວ​ຂອງ​ຄົນ​ທັງປວງ.


ຂ້າແດ່​ພຣະເຈົ້າ ຂໍ​ພຣະອົງ​ຫັກ​ແຂ້ວ​ຂອງ​ພວກເຂົາ​ຖິ້ມ​ໃຫ້​ໝົດ​ສາ ຂ້າແດ່​ພຣະເຈົ້າຢາເວ ຈົ່ງ​ຫັກ​ແຂ້ວ​ໂຄບ​ຝູງ​ສິງໜຸ່ມ​ທີ່​ໂຫດຮ້າຍ​ສາ​ເຖີດ


ໃນ​ຕອນ​ກາງຄືນ ພວກເຂົາ​ໄປ​ໃນ​ຖໍ້າ ແລະ​ຂຸມຝັງສົບ ເພື່ອ​ເອີ້ນ​ວິນຍານ​ຂອງ​ຄົນຕາຍ​ມາ​ປຶກສາ. ພວກເຂົາ​ກິນ​ຊີ້ນໝູ ແລະ​ຊົດ​ນໍ້າ​ຕົ້ມ​ຂອງ​ຊີ້ນໝູ ທີ່​ໄດ້​ບູຊາ​ຖວາຍ​ແກ່​ພະ​ຂອງ​ຊາວ​ຕ່າງຊາດ.


ແຕ່​ໃນ​ເວລາ​ຂ້າງໜ້າ ຈະ​ເຮັດ​ໃຫ້​ໂມອາບ​ຈະເລີນ​ຮຸ່ງເຮືອງ​ຂຶ້ນໃໝ່. ສິ່ງ​ທັງໝົດ​ນີ້​ແມ່ນ​ເຫດການ​ທີ່​ພຣະເຈົ້າຢາເວ​ກ່າວ​ວ່າ ຈະ​ເກີດຂຶ້ນ​ກັບ​ໂມອາບ.


ແຕ່​ພາຍລຸນ​ມາ ເຮົາ​ຈະ​ເຮັດ​ໃຫ້​ປະຊາຊົນ​ເອລາມ​ຈະເລີນ​ຮຸ່ງເຮືອງ​ຂຶ້ນໃໝ່.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ແຕ່​ພາຍລຸນ​ມາ ເຮົາ​ຈະ​ເຮັດ​ໃຫ້​ອຳໂມນ​ຈະເລີນ​ຮຸ່ງເຮືອງ​ຂຶ້ນ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ຄົນລ້ຽງແກະ​ຍາດ​ຂາ​ສອງ​ເບື້ອງ ແລະ​ຫູ​ເບື້ອງ​ໜຶ່ງ​ຂອງ​ລູກແກະ​ທີ່​ຖືກ​ສິງ​ກັດ​ໄດ້​ສັນໃດ; ຊາວ​ອິດສະຣາເອນ​ທີ່​ອາໄສ​ຢູ່​ໃນ​ຊາມາເຣຍ ຄື​ຜູ້​ທີ່​ເວລາ​ນີ້​ນອນ​ຢຽດ​ຢູ່​ເທິງ​ເບາະ​ອັນ​ຫລູຫລາ ກໍ​ຈະ​ລອດຊີວິດ​ໄດ້ ພຽງແຕ່​ໜ້ອຍຄົນ​ສັນນັ້ນ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ ໃນ​ເວລາ​ນັ້ນ ຄົນ​ຕ່າງດ້າວ​ສິບ​ຄົນ​ຈະ​ມາ​ຫາ​ຄົນ​ຢິວ​ຜູ້ໜຶ່ງ ແລະ​ຈະ​ເວົ້າ​ວ່າ, ‘ພວກເຮົາ​ຢາກ​ຈະ​ໄປ​ກັບ​ເຈົ້າ ເພາະ​ພວກເຮົາ​ໄດ້ຍິນ​ວ່າ​ພຣະເຈົ້າ​ຢູ່​ກັບ​ເຈົ້າ.”’


ປະຊາຊົນ​ຫລາຍ​ເຊື້ອຊາດ​ທີ່​ປະປົນ​ກັນ ຈະ​ອາໄສ​ຢູ່​ໃນ​ເມືອງ​ອາຊະໂດດ ແລະ​ເຮົາ​ຈະ​ເຮັດ​ໃຫ້​ຊາວ​ຟີລິດສະຕິນ ຄົນ​ຈອງຫອງ​ເຫຼົ່ານັ້ນ​ຖ່ອມຕົວ​ລົງ.


ເຮົາ​ຈະ​ເຝົ້າ​ຮັກສາ​ດິນແດນ​ຂອງເຮົາ ແລະ​ຈະ​ບໍ່​ໃຫ້​ກອງທັບ​ໃດ​ຜ່ານ​ເຂົ້າ​ມາ​ໄດ້. ເຮົາ​ຈະ​ບໍ່​ຍອມ​ໃຫ້​ຜູ້ໃດ​ຜູ້ໜຶ່ງ​ມາ​ກົດຂີ່​ຂົ່ມເຫັງ​ປະຊາຊົນ​ຂອງເຮົາ​ຕື່ມ​ອີກ ເພາະ​ເຮົາ​ໄດ້​ເຫັນ​ປະຊາຊົນ​ຂອງເຮົາ​ທົນທຸກ​ພຽງພໍ​ແລ້ວ.


ດັ່ງນັ້ນ ຈຶ່ງ​ບໍ່ມີ​ຄວາມ​ແຕກຕ່າງ​ອັນ​ໃດ ລະຫວ່າງ​ຄົນ​ຢິວ​ແລະ​ຄົນຕ່າງຊາດ ລະຫວ່າງ​ທາດ​ແລະ​ອິດສະຫລະ ລະຫວ່າງ​ຊາຍ​ແລະ​ຍິງ ເພາະ​ພວກເຈົ້າ​ທຸກຄົນ​ເປັນ​ອັນ​ໜຶ່ງ​ອັນ​ດຽວກັນ​ໃນ​ພຣະຄຣິດເຈົ້າ​ເຢຊູ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka