6 ປະຊາຊົນຫລາຍເຊື້ອຊາດທີ່ປະປົນກັນ ຈະອາໄສຢູ່ໃນເມືອງອາຊະໂດດ ແລະເຮົາຈະເຮັດໃຫ້ຊາວຟີລິດສະຕິນ ຄົນຈອງຫອງເຫຼົ່ານັ້ນຖ່ອມຕົວລົງ.
ພຣະເຈົ້າຈະໃຫ້ຄົນໃດຄົນໜຶ່ງຮັ່ງມີ, ມີກຽດ ແລະມີຊັບສົມບັດຄື: ໃຫ້ລາວມີທຸກສິ່ງທີ່ລາວຕ້ອງການ, ແຕ່ແລ້ວພັດບໍ່ໃຫ້ລາວສະໜຸກຢູ່ກັບສິ່ງນັ້ນ. ຄົນແປກໜ້າຊໍ້າພັດໄດ້ສະໜຸກຢູ່ກັບສິ່ງເຫຼົ່ານັ້ນແທນ. ມັນຊ່າງອະນິຈັງ ແລະບໍ່ເປັນການຖືກຕ້ອງເສຍເລີຍ.
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ໄດ້ວາງແຜນການນີ້. ພຣະອົງໄດ້ວາງແຜນການນັ້ນ ເພື່ອເຮັດໃຫ້ຄວາມອວດອົ່ງຈອງຫອງຂອງພວກເຂົາສິ້ນສຸດລົງ ແລະເຮັດໃຫ້ຄົນທີ່ໄດ້ຮັບກຽດນັ້ນສະຫງຽມຈຽມຕົວ.
ເຄາະກຳເປັນຂອງອານາຈັກອິດສະຣາເອນສາແລ້ວ ຄວາມຮຸ່ງເຮືອງຂອງອານາຈັກກຳລັງຫ່ຽວແຫ້ງລົງ ດັ່ງມົງກຸດດອກໄມ້ທີ່ຢູ່ເທິງຫົວຂອງຜູ້ນຳຂີ້ເມົາທັງຫລາຍ. ຫົວອັນອວດອົ່ງຂອງພວກເຂົາມີກິ່ນຫອມຫວນດີ ແຕ່ພວກເຂົາພັດນອນເມົາບໍ່ໄດ້ສະຕິດັ່ງຄົນຕາຍ.
ກ່ອນກະສັດແຫ່ງເອຢິບໄດ້ໂຈມຕີເມືອງກາຊາ ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າກ່ຽວກັບຟີລິດສະຕິນ.
ບັດນີ້ ເຮົາຄືເນບູກາດເນັດຊາ ຂໍສັນລະເສີນແລະຖວາຍກຽດຕິຍົດ ແລະສະຫງ່າຣາສີ ແດ່ກະສັດແຫ່ງສະຫວັນ. ທຸກສິ່ງທີ່ພຣະອົງເຮັດກໍຖືກຕ້ອງແລະຍຸດຕິທຳ ແລະພຣະອົງເຮັດໃຫ້ຄົນຈອງຫອງຖ່ອມຕົວລົງໄດ້.”
ເຮົາຈະຂັບໄລ່ຜູ້ປົກຄອງເມືອງອາຊະໂດດ ແລະເມືອງອາຊະເກໂລນໃຫ້ອອກໜີໄປ; ເຮົາຈະລົງໂທດຊາວເມືອງເອັກໂຣນ ແລະຊາວຟີລິດສະຕິນທັງໝົດທີ່ຍັງເຫລືອຢູ່ກໍຈະຕາຍ.” ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ.
ດ້ວຍວິທີນີ້ແຫຼະ ປະຊາຊົນໂມອາບແລະອຳໂມນຈະໄດ້ຮັບໂທດ ຍ້ອນຄວາມອວດດີແລະຄວາມຈອງຫອງຂອງພວກເຂົາ ແລະຍ້ອນການດູໝິ່ນປະໝາດປະຊາຊົນຂອງພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່.
ຈະບໍ່ມີຜູ້ໃດເຫຼືອຢູ່ໃນເມືອງກາຊາ. ອາຊະເກໂລນຈະກາຍເປັນເມືອງຮົກຮ້າງ. ປະຊາຊົນຂອງເມືອງອາຊະໂດດຈະຖືກຂັບໄລ່ໃຫ້ອອກໄປໃນເຄິ່ງມື້ ແລະຊາວເອັກໂຣນຈະຖືກຂັບໄລ່ໃຫ້ອອກໄປຈາກເມືອງຂອງພວກເຂົາ.
ເມືອງອາຊະເກໂລນຈະເຫັນເຫດການນີ້ ແລະຈະເກີດຢ້ານກົວ. ເມືອງກາຊາຈະເຫັນເຫດການນີ້ ແລະຈະເຈັບປວດຢ່າງທົນທຸກທໍລະມານໜັກ. ເມືອງເອັກໂຣນກໍເຊັ່ນດຽວກັນ ຄວາມຫວັງຂອງຕົນຈະແຕກສະຫລາຍໄປ. ເມືອງກາຊາຈະສູນເສຍກະສັດ ແລະເມືອງອາຊະເກໂລນຈະຖືກປະປ່ອຍໃຫ້ຮົກຮ້າງ.
ພວກເຂົາຈະບໍ່ກິນຊີ້ນມີເລືອດອີກຕໍ່ໄປ ຫລືອາຫານໃດໆທີ່ຕ້ອງຫ້າມ. ພວກທີ່ລອດຊີວິດທຸກຄົນຈະເປັນປະຊາຊົນສ່ວນໜຶ່ງຂອງເຮົາ ແລະຈະເປັນດັ່ງຕະກຸນໜຶ່ງໃນເຜົ່າຢູດາ. ເອັກໂຣນຈະກາຍເປັນປະຊາຊົນສ່ວນໜຶ່ງຂອງເຮົາ ດັ່ງທີ່ຊາວເຢບຸດ
ໃນທຳນອງດຽວກັນ ພວກເຈົ້າຜູ້ມີອາຍຸອ່ອນກວ່າ ຈົ່ງນ້ອມຟັງຕໍ່ພວກອາວຸໂສ. ພວກເຈົ້າທຸກຄົນ ຈົ່ງສວມຄວາມຖ່ອມໃຈ ເພື່ອຮັບໃຊ້ຊຶ່ງກັນແລະກັນ ຕາມທີ່ມີຄຳຂຽນໄວ້ໃນພຣະຄຳພີວ່າ, “ພຣະເຈົ້າຊົງຕໍ່ສູ້ຄົນທີ່ຈອງຫອງ ແຕ່ຊົງປະທານພຣະຄຸນແກ່ຜູ້ທີ່ຖ່ອມໃຈລົງ.”