Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຊກາຣີຢາ 9:5 - ພຣະຄຳພີສັກສິ

5 ເມືອງ​ອາຊະເກໂລນ​ຈະ​ເຫັນ​ເຫດການ​ນີ້ ແລະ​ຈະ​ເກີດ​ຢ້ານກົວ. ເມືອງ​ກາຊາ​ຈະ​ເຫັນ​ເຫດການ​ນີ້ ແລະ​ຈະ​ເຈັບປວດ​ຢ່າງ​ທົນທຸກ​ທໍລະມານ​ໜັກ. ເມືອງ​ເອັກໂຣນ​ກໍ​ເຊັ່ນດຽວ​ກັນ ຄວາມຫວັງ​ຂອງຕົນ​ຈະ​ແຕກ​ສະຫລາຍ​ໄປ. ເມືອງ​ກາຊາ​ຈະ​ສູນເສຍ​ກະສັດ ແລະ​ເມືອງ​ອາຊະເກໂລນ​ຈະ​ຖືກ​ປະປ່ອຍ​ໃຫ້​ຮົກຮ້າງ.

Uka jalj uñjjattʼäta Copia luraña




ເຊກາຣີຢາ 9:5
18 Jak'a apnaqawi uñst'ayäwi  

ອັນນີ້​ແມ່ນ​ຖ້ອຍຄຳ​ທີ່​ໄດ້​ຖືກ​ປະກາດ​ໃນ​ປີ​ທີ່​ກະສັດ​ອາຮາດ​ໄດ້​ຕາຍໄປ.


ກ່ອນ​ກະສັດ​ແຫ່ງ​ເອຢິບ​ໄດ້​ໂຈມຕີ​ເມືອງ​ກາຊາ ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ກ່ຽວກັບ​ຟີລິດສະຕິນ.


ເມືອງ​ຕີເຣ, ເມືອງ​ຊີໂດນ ແລະ​ທົ່ວ​ທັງ​ປະເທດ​ຟີລິດສະຕິນ​ເອີຍ ພວກເຈົ້າ​ຢາກ​ຈະ​ເຮັດ​ຫຍັງ​ກັບ​ເຮົາ? ພວກເຈົ້າ​ພະຍາຍາມ​ແກ້ແຄ້ນ​ເຮົາ​ຊັ້ນບໍ? ຖ້າ​ພວກເຈົ້າ​ຄິດ​ແກ້ແຄ້ນ​ເຮົາ ເຮົາ​ກໍ​ຈະ​ຕອບໂຕ້​ຄືນ​ໃນທັນທີ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ປະຊາຊົນ​ຊາວ​ກາຊາ​ໄດ້​ເຮັດ​ບາບ​ຕື່ມ​ຂຶ້ນ​ຢູ່​ເລື້ອຍໆ; ດັ່ງນັ້ນ ເຮົາ​ຈຶ່ງ​ຈະ​ລົງໂທດ​ພວກເຂົາ​ຢ່າງ​ແນ່ນອນ. ພວກເຂົາ​ໄດ້​ນຳ​ຄົນ​ທັງ​ຊາດ​ໄປ​ຂາຍ​ເປັນ​ທາດຮັບໃຊ້​ໃຫ້​ຊາວ​ເອໂດມ.


ເຮົາ​ຈະ​ຂັບໄລ່​ຜູ້ປົກຄອງ​ເມືອງ​ອາຊະໂດດ ແລະ​ເມືອງ​ອາຊະເກໂລນ​ໃຫ້​ອອກ​ໜີໄປ; ເຮົາ​ຈະ​ລົງໂທດ​ຊາວ​ເມືອງ​ເອັກໂຣນ ແລະ​ຊາວ​ຟີລິດສະຕິນ​ທັງໝົດ​ທີ່​ຍັງເຫລືອ​ຢູ່​ກໍ​ຈະ​ຕາຍ.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.


ແຕ່​ດຽວນີ້ ອົງພຣະ​ຜູ້​ເປັນເຈົ້າ​ຈະ​ເອົາ​ສິ່ງ​ທັງໝົດ​ທີ່​ເມືອງ​ນີ້​ມີ​ຢູ່​ນັ້ນ​ໜີໄປ. ພຣະອົງ​ຈະ​ໂຍນ​ຊັບສົມບັດ​ຂອງ​ເມືອງ​ນີ້​ລົງ​ໄປ​ໃນ​ທະເລ ແລະ​ເມືອງ​ຈະ​ຖືກ​ເຜົາຜານ​ຈົນກ້ຽງ.


ປະຊາຊົນ​ຫລາຍ​ເຊື້ອຊາດ​ທີ່​ປະປົນ​ກັນ ຈະ​ອາໄສ​ຢູ່​ໃນ​ເມືອງ​ອາຊະໂດດ ແລະ​ເຮົາ​ຈະ​ເຮັດ​ໃຫ້​ຊາວ​ຟີລິດສະຕິນ ຄົນ​ຈອງຫອງ​ເຫຼົ່ານັ້ນ​ຖ່ອມຕົວ​ລົງ.


ແລ້ວ​ເທວະດາ​ຕົນ​ໜຶ່ງ ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ສັ່ງ​ຟີລິບ​ວ່າ, “ຈົ່ງ​ລຸກ​ຂຶ້ນ ຕຽມຕົວ​ໃຫ້​ພ້ອມ ແລະ​ໄປ​ທາງ​ທິດ​ໃຕ້ ຕາມ​ທາງ​ແຕ່​ນະຄອນ​ເຢຣູຊາເລັມ​ລົງ​ໄປ​ສູ່​ກາຊາ.” (ຫົນທາງ​ນີ້​ຄົນ​ບໍ່​ທຽວ​ກັນ​ແລ້ວ.)


ແລະ​ຄວາມ​ໄວ້ວາງໃຈ ບໍ່​ຫ່ອນ​ເຮັດ​ໃຫ້​ມີ​ຄວາມ​ເສຍໃຈ ເພາະ​ຜິດຫວັງ ເພາະ​ເຫັນ​ວ່າ​ພຣະເຈົ້າ​ຊົງ​ເປັ່ງ​ຄວາມຮັກ​ຂອງ​ພຣະອົງ​ເຂົ້າ​ໃນ​ໃຈ​ຂອງ​ພວກເຮົາ​ໂດຍ​ທາງ​ພຣະວິນຍານ​ບໍຣິສຸດເຈົ້າ ຊຶ່ງ​ພຣະອົງ​ໄດ້​ຊົງ​ປະທານ​ໃຫ້​ແກ່​ເຮົາ​ທັງຫລາຍ​ແລ້ວ.


ເພາະ​ເປັນ​ຄວາມ​ມຸ້ງມາດ​ປາຖະໜາ ແລະ​ຄວາມຫວັງ​ຂອງເຮົາ​ວ່າ ເຮົາ​ຈະ​ບໍ່ມີ​ຄວາມ​ລະອາຍ​ໃນ​ສິ່ງໃດ​ເລີຍ, ແຕ່​ເມື່ອ​ກ່ອນ​ທຸກ​ເທື່ອ​ມີ​ໃຈ​ກ້າ​ສະເໝີ​ສັນໃດ ບັດນີ້ ກໍ​ຂໍ​ໃຫ້​ເປັນ​ຢ່າງ​ດຽວກັນ​ສັນນັ້ນ ພຣະຄຣິດ​ຈະ​ຊົງ​ຮັບ​ພຣະ​ກຽດຕິຍົດ​ໃນ​ຮ່າງກາຍ​ຂອງເຮົາ​ສະເໝີ ເຖິງ​ແມ່ນ​ເຮົາ​ຈະ​ມີ​ຊີວິດ​ຢູ່ ຫລື​ຕາຍ​ກໍຕາມ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka