Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຊກາຣີຢາ 9:4 - ພຣະຄຳພີສັກສິ

4 ແຕ່​ດຽວນີ້ ອົງພຣະ​ຜູ້​ເປັນເຈົ້າ​ຈະ​ເອົາ​ສິ່ງ​ທັງໝົດ​ທີ່​ເມືອງ​ນີ້​ມີ​ຢູ່​ນັ້ນ​ໜີໄປ. ພຣະອົງ​ຈະ​ໂຍນ​ຊັບສົມບັດ​ຂອງ​ເມືອງ​ນີ້​ລົງ​ໄປ​ໃນ​ທະເລ ແລະ​ເມືອງ​ຈະ​ຖືກ​ເຜົາຜານ​ຈົນກ້ຽງ.

Uka jalj uñjjattʼäta Copia luraña




ເຊກາຣີຢາ 9:4
14 Jak'a apnaqawi uñst'ayäwi  

ຊັບສົມບັດ​ທີ່​ໄດ້​ມາ​ໂດຍ​ຄວາມ​ບໍ່​ສັດຊື່​ຈະ​ບໍ່​ເປັນ​ຜົນດີ​ຫຍັງ, ແຕ່​ຄວາມສັດຊື່​ຊ່ວຍ​ຊີວິດ​ຂອງ​ເຈົ້າ​ໄວ້​ໄດ້.


ຄວາມ​ຮັ່ງມີ​ຈະ​ຊ່ວຍ​ຫຍັງ​ບໍ່ໄດ້​ໃນ​ມື້​ທີ່​ປະເຊີນ​ກັບ​ຄວາມຕາຍ, ແຕ່​ຄວາມ​ສັດຊື່​ຊ່ວຍ​ຊີວິດ​ຂອງ​ຄົນ​ໄວ້​ໄດ້.


ພຣະເຈົ້າຢາເວ​ໄດ້​ຢຽດ​ມື​ຂອງ​ພຣະອົງ​ອອກ​ເທິງ​ທະເລ ແລະ​ໄດ້​ໂຄ່ນລົ້ມ​ຣາຊອານາຈັກ​ຕ່າງໆ. ພຣະອົງ​ໄດ້​ສັ່ງ​ໃຫ້​ສູນ​ການຄ້າ​ຕ່າງໆ​ໃນ​ໂຟນີເຊຍ​ຖືກ​ທຳລາຍ.


ແລ້ວ​ພວກເຂົາ​ກໍ​ຈະ​ຮ້ອງເພງ​ອາໄລ​ອາວອນ​ນີ້​ເຖິງ​ເຈົ້າ​ວ່າ: ນະຄອນ​ມີ​ຊື່ສຽງ​ນັ້ນ​ຖືກ​ທຳລາຍ​ລົງ​ແລ້ວ​ເດ ເຮືອ​ຂອງ​ຕີເຣ​ກໍ​ຖືກ​ກວາດ​ໄປ​ກ້ຽງ ຄົນ​ໃນ​ເມືອງ​ນີ້​ເຄີຍ​ມີ​ອຳນາດ​ທາງ​ທະເລ ຜູ້​ທີ່​ຢູ່​ຕາມ​ແຄມ​ຝັ່ງ​ກໍ​ສະທ້ານ​ຢ້ານກົວ​ທັງນັ້ນ.


ເຈົ້າ​ໄດ້​ຫຍຸ້ງຢູ່​ນຳ​ແຕ່​ການ​ຊື້ຂາຍ ແລະ​ມັນ​ໄດ້​ນຳ​ເຈົ້າ​ໄປ​ສູ່​ການ​ຮຸນແຮງ​ແລະ​ການກະທຳ​ບາບ. ສະນັ້ນ ເຮົາ​ຈຶ່ງ​ບັງຄັບ​ເຈົ້າ​ໃຫ້​ໜີໄປ​ຈາກ​ພູເຂົາ​ຂອງ​ພຣະເຈົ້າ ແລະ​ປົດ​ເຈົ້າ​ລົງ​ສູ່​ຖັນແຖວ​ທຳມະດາ​ຂອງ​ມະນຸດ​ທີ່​ຕາຍເປັນ ແລະ​ຂັບໄລ່​ເຈົ້າ​ໃຫ້​ໜີ​ຈາກ​ເພັດພອຍ​ຕ່າງໆ​ອັນ​ເຫລືອງເຫລື້ອມ​ແວວວາວ​ນັ້ນ.


ເຈົ້າ​ໄດ້​ທຳມາ​ຄ້າຂາຍ​ຢ່າງ​ຊົ່ວຊ້າ ຈົນ​ບ່ອນ​ນະມັດສະການ​ຂອງເຈົ້າ​ໄດ້​ຮັບ​ການ​ເສື່ອມເສຍ​ໝົດ. ສະນັ້ນ ເຮົາ​ຈຶ່ງ​ຈູດ​ໄຟ​ເຜົາ​ຕົວເມືອງ​ຈົນ​ໄໝ້​ໝົດກ້ຽງ​ເປັນ​ຂີ້ເຖົ່າ. ບັດນີ້ ທຸກຄົນ​ທີ່​ແນມເບິ່ງ​ເຈົ້າ​ກໍ​ຈະ​ເຫັນ​ເຈົ້າ​ເປັນ​ຂີ້ເຖົ່າ​ໄປ.


“ມະນຸດ​ເອີຍ ຈົ່ງ​ບອກ​ຜູ້ປົກຄອງ​ນະຄອນ​ຕີເຣ ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ຕໍ່​ລາວ​ວ່າ, ‘ເພາະ​ເຈົ້າ​ອວດຕົວ​ຂຶ້ນ ເຈົ້າ​ຈຶ່ງ​ອ້າງ​ຕົນເອງ​ວ່າ​ເປັນ​ພະ. ເຈົ້າ​ກ່າວ​ວ່າ​ເຈົ້າ​ເປັນ​ດັ່ງ​ພະ​ຕົນ​ໜຶ່ງ​ທີ່​ນັ່ງ​ເທິງ​ບັນລັງ ຊຶ່ງ​ມີ​ທະເລ​ທັງຫລາຍ​ອ້ອມ​ລ້ອມ​ເຈົ້າ​ໄວ້. ເຈົ້າ​ທຳ​ຕົນ​ເປັນ​ພະ​ບໍ່ໄດ້​ດອກ ເພາະ​ເຈົ້າ​ເປັນ​ມະນຸດ​ແຕ່​ບໍ່ແມ່ນ​ພະ.


ພວກເຂົາ​ຈະ​ສັງຫານ​ເຈົ້າ​ແລະ​ໂຍນ​ເຈົ້າ​ລົງ​ໄປ​ສູ່​ຂຸມ​ທີ່​ພື້ນ​ທະເລ.


ເຮົາ​ຈະ​ຂາຍ​ລູກ​ຊາຍ​ຍິງ​ຂອງ​ພວກເຈົ້າ​ໃຫ້​ຊາວ​ຢູດາ ແລ້ວ​ຊາວ​ຢູດາ​ກໍ​ຈະ​ຂາຍ​ພວກເຂົາ​ຕໍ່ ໃຫ້​ຊາວ​ຊາເບອານ​ໃນ​ດິນແດນ​ທີ່​ຫ່າງໄກ. ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້ແຫຼະ.


ສະນັ້ນ ເຮົາ​ຈະ​ສົ່ງ​ໄຟ​ລົງ​ມາ​ໄໝ້​ກຳແພງ​ເມືອງ​ຕີເຣ ແລະ​ຈູດ​ປ້ອມ​ປ້ອງກັນ​ຂອງ​ເມືອງ​ນີ້.”


ເມືອງ​ອາຊະເກໂລນ​ຈະ​ເຫັນ​ເຫດການ​ນີ້ ແລະ​ຈະ​ເກີດ​ຢ້ານກົວ. ເມືອງ​ກາຊາ​ຈະ​ເຫັນ​ເຫດການ​ນີ້ ແລະ​ຈະ​ເຈັບປວດ​ຢ່າງ​ທົນທຸກ​ທໍລະມານ​ໜັກ. ເມືອງ​ເອັກໂຣນ​ກໍ​ເຊັ່ນດຽວ​ກັນ ຄວາມຫວັງ​ຂອງຕົນ​ຈະ​ແຕກ​ສະຫລາຍ​ໄປ. ເມືອງ​ກາຊາ​ຈະ​ສູນເສຍ​ກະສັດ ແລະ​ເມືອງ​ອາຊະເກໂລນ​ຈະ​ຖືກ​ປະປ່ອຍ​ໃຫ້​ຮົກຮ້າງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka