Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຊກາຣີຢາ 9:3 - ພຣະຄຳພີສັກສິ

3 ຕີເຣ​ໄດ້​ສ້າງ​ປ້ອມ​ປ້ອງກັນ​ຕົນເອງ ແລະ​ສະສົມ​ເງິນຄຳ​ໄວ້​ຢ່າງ​ຫລວງຫລາຍ ຈົນ​ເປັນ​ຂອງ​ທຳມະດາ​ດັ່ງ​ຂີ້ຝຸ່ນ​ດິນ

Uka jalj uñjjattʼäta Copia luraña




ເຊກາຣີຢາ 9:3
16 Jak'a apnaqawi uñst'ayäwi  

ແລ້ວ​ພວກເຂົາ​ກໍໄດ້​ໄປ​ທາງທິດໃຕ້​ຈົນເຖິງ​ເມືອງ​ຕີເຣ ຊຶ່ງ​ເປັນ​ເມືອງ​ທີ່​ມີ​ປ້ອມ​ປ້ອງກັນ​ອັນ​ເຂັ້ມແຂງ ແລະ​ໄປ​ທົ່ວ​ທຸກ​ເມືອງ​ຂອງ​ຊາວ​ຮີວີ​ແລະ​ຂອງ​ຊາວ​ການາອານ ແລະ​ໃນທີ່ສຸດ ພວກເຂົາ​ກໍ​ມາ​ເຖິງ​ເມືອງ​ເບເອນເຊບາ ທາງ​ພາກໃຕ້​ຂອງ​ຢູດາຍ.


ຈອກ​ທັງໝົດ​ທີ່​ກະສັດ​ໂຊໂລໂມນ​ໃຊ້​ດື່ມ​ແມ່ນ​ໄດ້​ເຮັດ​ດ້ວຍ​ຄຳ ແລະ​ເຄື່ອງໃຊ້​ທຸກຢ່າງ​ທີ່​ຢູ່​ໃນ​ຫ້ອງ​ໂຖງ​ແຫ່ງ​ດົງ​ເລບານອນ​ກໍ​ເຮັດ​ດ້ວຍ​ຄຳ​ນໍ້າໜຶ່ງ. ບໍ່ມີ​ສິ່ງໃດ​ທີ່​ເຮັດ​ດ້ວຍ​ເງິນ ເພາະ​ເງິນ​ໃນ​ສະໄໝ​ຂອງ​ກະສັດ​ໂຊໂລໂມນ​ຖື​ວ່າ​ເປັນ​ຂອງ​ບໍ່​ມີ​ຄ່າ.


ໃນ​ຣາຊການ​ຂອງ​ເພິ່ນ​ນັ້ນ ເງິນ​ຖື​ເປັນ​ຂອງ​ທຳມະດາ​ດັ່ງ​ກ້ອນຫີນ​ໃນ​ນະຄອນ​ເຢຣູຊາເລັມ ແລະ​ຕົ້ນແປກ​ກໍ​ມີ​ຫລວງຫລາຍ, ແຕ່​ຖື​ເປັນ​ທຳມະດາ​ດັ່ງ​ຕົ້ນ​ໝາກເດື່ອເທດ ທີ່​ເກີດ​ຢູ່​ຕາມ​ຕີນ​ພູ​ຂອງ​ນະຄອນ​ເຢຣູຊາເລັມ.


ຈົ່ງ​ໂຍນ​ຄຳ​ຂອງ​ເຈົ້າ​ຖິ້ມ​ອອກ​ໄປ​ສາ ໂຍນ​ຄຳ​ບໍຣິສຸດ​ທີ່​ເຈົ້າ​ມີ​ໃສ່​ຫ້ວຍ​ທີ່​ແລ້ງ​ນໍ້າ.


ພວກ​ຄົນຊົ່ວຊ້າ​ອາດ​ຈະ​ມີ​ເງິນ​ຫລວງຫລາຍ ແລະ​ມີ​ເຄື່ອງນຸ່ງຫົ່ມ​ເກີນ​ຄວາມ​ຈຳເປັນ​ດ້ວຍ.


ແລ້ວ​ຂ້ານ້ອຍ​ຈະ​ໄດ້​ນອນຫລັບ​ດັ່ງ​ບັນດາ​ເຈົ້າຊາຍ ຜູ້​ທີ່​ມີ​ເງິນຄຳ​ເຕັມອັ້ນ​ຫໍໂຮງ​ຂອງ​ພວກ​ເຂົາເຈົ້າ.


ພຣະເຈົ້າຢາເວ​ໄດ້​ຢຽດ​ມື​ຂອງ​ພຣະອົງ​ອອກ​ເທິງ​ທະເລ ແລະ​ໄດ້​ໂຄ່ນລົ້ມ​ຣາຊອານາຈັກ​ຕ່າງໆ. ພຣະອົງ​ໄດ້​ສັ່ງ​ໃຫ້​ສູນ​ການຄ້າ​ຕ່າງໆ​ໃນ​ໂຟນີເຊຍ​ຖືກ​ທຳລາຍ.


ຜູ້ໃດ​ເດ​ເປັນ​ຜູ້​ວາງແຜນ​ນຳ​ສິ່ງ​ທັງໝົດ​ນີ້​ມາ​ສູ່​ເມືອງ​ຕີເຣ ເມືອງ​ແຫ່ງ​ຈອມ​ຈັກກະພັດ​ທີ່​ພວກເຈົ້າ​ຊາຍ​ຜູ້​ເປັນ​ພໍ່ຄ້າ ໄດ້​ຮັບ​ກຽດ​ອັນ​ສູງສຸດ​ເໜືອ​ມະນຸດ​ໃນ​ໂລກ?


ເຫຼົ່າ​ສັດຕູ​ຈະ​ຢຶດເອົາ​ຊັບສົມບັດ​ແລະ​ສິນຄ້າ​ຂອງ​ເຈົ້າ​ໄປ. ພວກເຂົາ​ຈະ​ຮື້​ກຳແພງ​ແລະ​ທຳລາຍ​ເຮືອນ​ອັນ​ສວຍງາມ​ຂອງ​ເຈົ້າ. ພວກເຂົາ​ຈະ​ເອົາ​ກ້ອນຫີນ​ກັບ​ທ່ອນ​ໄມ້​ແລະ​ເສດ​ດິນຈີ່ ຖິ້ມ​ລົງ​ໃນ​ທະເລ.


ສິນຄ້າ​ທັງໝົດ​ຂອງເຈົ້າ​ທີ່​ເປັນ​ຊັບສົມບັດ ແລະ​ລູກ​ເຮືອ​ທັງໝົດ​ທີ່​ຢູ່​ໃນ​ເຮືອ​ຂອງເຈົ້າ ພວກ​ກໍ່ສ້າງ​ເຮືອ​ພ້ອມ​ສິນຄ້າ​ຂອງ​ເຈົ້າ​ທັງໝົດ ຕະຫລອດ​ທັງ​ທະຫານ​ທຸກຄົນ​ທີ່​ຢູ່​ໃນ​ເຮືອ​ນັ້ນ ທັງໝົດ​ລ້ວນແຕ່​ໄດ້​ສູນເສຍ​ທີ່​ທ້ອງ​ທະເລ ເມື່ອ​ເຮືອ​ເຈົ້າ​ຖືກ​ຕີ​ແຕກ​ເພພັງ​ໄປ​ສິ້ນ.


ເມື່ອ​ສິນຄ້າ​ເຈົ້າ​ໄດ້​ໄປ​ເທິງ​ທະເລ ໄດ້​ໃຫ້​ຄວາມ​ຈຳເປັນ​ຂອງ​ທຸກ​ປະເທດ​ໃຫ້​ອີ່ມ​ເຕັມ. ບັນດາ​ກະສັດ​ຕ່າງ​ກໍໄດ້​ສ້າງຮັ່ງ​ຄູນມີ ຍ້ອນ​ຄວາມ​ມັ່ງຄັ່ງ​ສົມບູນ​ແຫ່ງ​ສິນຄ້າ​ຂອງເຈົ້າ.


ບັດນີ້ ເຈົ້າ​ຖືກ​ຕີ​ໃຫ້​ແຕກ​ຈົມ​ຢູ່​ໃນ​ພື້ນ​ທະເລ ຢູ່​ໃນ​ພື້ນ​ທ້ອງ​ຂອງ​ມະຫາສະໝຸດ​ເລິກ. ສິນຄ້າ​ແລະ​ທຸກຄົນ​ທີ່​ໄດ້​ເຮັດ​ວຽກ​ໃຫ້​ເຈົ້າ​ທັງໝົດ ຕ່າງ​ກໍໄດ້​ສູນຫາຍ​ໃນ​ທ້ອງ​ທະເລ​ກັບ​ເຈົ້າ.


ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ກ່າວວ່າ,


ພຣະເຈົ້າຢາເວ​ກ່າວ​ວ່າ, “ປະຊາຊົນ​ຊາວ​ຕີເຣ​ໄດ້​ເຮັດ​ບາບ​ຕື່ມ​ຂຶ້ນ​ຢູ່​ເລື້ອຍໆ; ດັ່ງນັ້ນ ເຮົາ​ຈຶ່ງ​ຈະ​ລົງໂທດ​ພວກເຂົາ​ຢ່າງ​ແນ່ນອນ. ພວກເຂົາ​ໄດ້​ຈັບ​ເອົາ​ຄົນ​ທັງ​ຊາດ​ໄປ​ເປັນ​ຊະເລີຍ​ໃນ​ດິນແດນ​ເອໂດມ ແລະ​ບໍ່ໄດ້​ຖື​ຮັກສາ​ສັນຍາ​ມິດຕະພາບ​ທີ່​ພວກເຂົາ​ໄດ້​ເຮັດ​ໄວ້.


ແລ້ວ​ຊາຍແດນ​ນີ້​ກໍໄດ້​ລ້ຽວ​ໄປ​ທາງ​ຣາມາ ໂດຍ​ໄປ​ຈຸ​ກັບ​ຕີເຣ​ເມືອງ​ທີ່​ມີ​ປ້ອມ​ປ້ອງກັນ; ແລ້ວ​ລ້ຽວ​ໄປ​ທາງ​ໂຮສາ​ແລະ​ໄປ​ສຸດ​ທີ່​ທະເລ​ເມດີແຕຣາເນ. ດິນແດນ​ນີ້​ຍັງ​ໄດ້​ຮວມ​ເອົາ​ທັງ​ມາຮາລາບ, ອັກຊິບ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka