Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຊກາຣີຢາ 9:2 - ພຣະຄຳພີສັກສິ

2 ເມືອງ​ຮາມັດ​ທີ່​ຢູ່​ຊາຍແດນ​ຂອງ​ຮັດຣັກ​ກໍ​ເປັນ​ຂອງ​ພຣະອົງ​ດ້ວຍ ເໝືອນກັນ​ກັບ​ເມືອງ​ຕີເຣ​ແລະ​ຊີໂດນ ຕະຫລອດ​ທັງ​ພວກ​ຊ່າງສີມື​ທຸກຄົນ​ທີ່​ຢູ່​ໃນ​ເມືອງ​ເຫຼົ່ານັ້ນ.

Uka jalj uñjjattʼäta Copia luraña




ເຊກາຣີຢາ 9:2
20 Jak'a apnaqawi uñst'ayäwi  

“ບັດນີ້ ຈົ່ງ​ໄປ​ທີ່​ເມືອງ​ຊາເຣຟັດ​ຢູ່​ໃກ້​ກັບ​ເມືອງ​ຊີໂດນ ແລະ​ພັກ​ຢູ່​ທີ່​ນັ້ນ. ເຮົາ​ໄດ້​ສັ່ງ​ໃຫ້​ແມ່ໝ້າຍ​ຜູ້ໜຶ່ງ​ຢູ່​ໃນ​ເມືອງ​ນີ້ ເປັນ​ຜູ້​ລ້ຽງ​ເຈົ້າ.”


ຣາຊການ​ຂອງ​ເພິ່ນ​ໄດ້​ສິ້ນສຸດ​ລົງ ເມື່ອ​ເຈົ້າ​ເນໂກ​ກະສັດ​ແຫ່ງ​ເອຢິບ​ໄດ້​ຈັບ​ເພິ່ນ​ໄປ​ເປັນ​ຊະເລີຍ​ທີ່​ເມືອງ​ຣິບລາ​ໃນ​ດິນແດນ​ຮາມັດ ແລະ​ທັງ​ໄດ້​ບັງຄັບ​ຊາວ​ຢູດາ​ໃຫ້​ຈ່າຍ​ເງິນ​ເປັນ​ຈຳນວນ​ສາມພັນ​ສີ່ຮ້ອຍ​ກິໂລກຼາມ ແລະ​ຄຳ​ສາມສິບສີ່​ກິໂລກຼາມ ເພື່ອ​ເປັນ​ເຄື່ອງ​ບັນນາການ.


ໃນ​ຂົງເຂດ​ຮາມັດ. ກະສັດ​ໄດ້​ຂ້ຽນ​ຕີ​ພວກເຂົາ ແລະ​ຂ້າ​ພວກເຂົາ​ເສຍ​ໃນ​ທີ່ນັ້ນ. ດັ່ງນັ້ນ ປະຊາຊົນ​ຊາວ​ຢູດາ​ຈຶ່ງ​ໄດ້​ຖືກ​ກວາດລ້າງ​ອອກ​ຈາກ​ດິນແດນ​ຂອງ​ພວກຕົນ​ໄປ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ.


ບັນດາ​ກະສັດ​ທັງໝົດ​ຂອງ​ເມືອງ​ຕີເຣ​ແລະ​ຊີໂດນ; ບັນດາ​ກະສັດ​ທັງໝົດ​ຂອງ​ດິນແດນ​ຕ່າງໆ ແຖບ​ທະເລ​ເມດີແຕຣາເນ;


ເຖິງ​ເວລາ​ແລ້ວ ທີ່​ຈະ​ທຳລາຍ​ຟີລິດສະຕິນ ຕັດ​ທຸກການ​ຊ່ວຍເຫລືອ​ແຕ່​ຕີເຣ ແລະ​ຊີໂດນ​ຖິ້ມ ພຣະເຈົ້າຢາເວ​ຈະ​ທຳລາຍ​ພວກ​ຟີລິດສະຕິນ ຄື​ຄົນ​ທີ່​ມາ​ຈາກ​ເກາະ​ກະເຣເຕ​ນັ້ນ.


ຕໍ່ໄປນີ້​ແມ່ນ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ເຖິງ​ນະຄອນ​ດາມັສກັດ​ວ່າ, “ປະຊາຊົນ​ໃນ​ເມືອງ​ຮາມັດ​ແລະ​ອັກປັດ ຕ່າງ​ກໍ​ກະວົນ​ກະວາຍ ແລະ​ເດືອດຮ້ອນ​ຍ້ອນ​ພວກເຂົາ​ໄດ້ຍິນ​ຂ່າວ​ບໍ່​ດີ. ຄວາມ​ວິຕົກ​ກັງວົນ​ທັບຖ້ວມ​ພວກເຂົາ​ດັ່ງ​ນໍ້າ​ທະເລ​ໄຫລຊັດ​ຈົນ​ພວກເຂົາ​ຢູ່​ບໍ່​ເປັນ​ສຸກ.


ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ວ່າ,


ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ກ່າວວ່າ,


“ມະນຸດ​ເອີຍ ຈົ່ງ​ຄໍ່າຄວນ​ເຖິງ​ຊາຕາກຳ​ທີ່​ກຳລັງ​ລໍຄອຍ​ກະສັດ​ແຫ່ງ​ຕີເຣ​ຢູ່. ຈົ່ງ​ບອກ​ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກຳລັງ​ກ່າວ​ຕໍ່​ລາວ​ວ່າ, ‘ຄັ້ງ​ໜຶ່ງ ເຈົ້າ​ເຄີຍ​ເປັນ​ແບບຢ່າງ​ເຖິງ​ຄວາມ​ຄົບຖ້ວນ​ບໍຣິບູນ. ເຈົ້າ​ເປັນ​ຄົນ​ສະຫລາດ​ຫລັກແຫລມ ແລະ​ຮູບຮ່າງ​ກໍ​ສະຫງ່າງາມ​ແທ້ໆ


ເມືອງ​ຕ່າງໆ​ຂອງ​ເບໂຣທາ ແລະ​ຊິບຣາອິມ (ເມືອງ​ເຫຼົ່ານັ້ນ​ໄດ້​ຕັ້ງ​ຢູ່​ລະຫວ່າງ​ເຂດແດນ​ຂອງ​ອານາຈັກ​ດາມັສກັດ ແລະ​ອານາຈັກ​ຮາມັດ) ແລະ​ເມືອງ​ຕີໂກນ (ໄດ້​ຕັ້ງ​ຢູ່​ຕາມ​ຊາຍແດນ​ຂອງ​ອານາຈັກ​ແຫ່ງ​ຮາອູຣານ.)


ພຣະເຈົ້າຢາເວ​ກ່າວ​ວ່າ, “ປະຊາຊົນ​ຊາວ​ດາມັສກັດ​ໄດ້​ເຮັດ​ບາບ​ຕື່ມ​ຂຶ້ນ​ຢູ່​ເລື້ອຍໆ; ດັ່ງນັ້ນ ເຮົາ​ຈຶ່ງ​ຈະ​ລົງໂທດ​ພວກເຂົາ​ຢ່າງ​ແນ່ນອນ. ໂດຍ​ສະເພາະ​ແລ້ວ ພວກເຂົາ​ໄດ້​ປະຕິບັດ​ຢ່າງ​ໂຫດຮ້າຍ​ຕໍ່​ຊາວ​ກີເລອາດ.


ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ປະຊາຊົນ​ອິດສະຣາເອນ​ເອີຍ ເຮົາ​ກຳລັງ​ຈະ​ສົ່ງ​ກອງທັບ​ຕ່າງຊາດ​ມາ​ຢຶດເອົາ​ປະເທດ​ຂອງ​ພວກເຈົ້າ. ພວກເຂົາ​ຈະ​ກົດຂີ່​ພວກເຈົ້າ ຕັ້ງແຕ່​ຊ່ອງແຄບ​ຮາມັດ​ທາງ​ທິດເໜືອ ຈົນເຖິງ​ຮ່ອມພູ​ອາຣາບາ​ທາງ​ທິດໃຕ້.”


ຈາກ​ທິດເໜືອ​ກອງທັບ​ຂອງ​ພວກ​ທີ່​ຖືກ​ຈັບ​ໄປ ຈະ​ຕ່າວ​ກັບຄືນ​ມາ​ສູ່​ດິນແດນ​ອີກ; ພວກເຂົາ​ຈະ​ຕີ​ຊະນະ​ໂຟນີເຊຍ ແລະ​ພາກເໜືອ​ສຸດ​ຂອງ​ຊາເຣຟັດ​ດ້ວຍ. ພວກ​ທີ່​ໄດ້​ຖືກ​ຈັບ​ໄປ​ຈາກ​ນະຄອນ​ເຢຣູຊາເລັມ ຄື​ພວກ​ທີ່​ໄດ້​ອາໄສ​ຢູ່​ໃນ​ເມືອງ​ຊາກດິດ​ນັ້ນ ພວກເຂົາ​ຈະ​ໂຈມຕີ​ເມືອງເລັກ​ເມືອງນ້ອຍ​ທັງຫລາຍ ທີ່​ຢູ່​ໃນ​ດິນແດນ​ຢູດາຍ​ທາງ​ເຂດ​ພາກໃຕ້​ຄື​ເນເກັບ.


ດັ່ງນັ້ນ ພວກ​ສອດແນມ​ຈຶ່ງ​ເດີນທາງ​ໄປ​ສູ່​ເຂດເໜືອ ແລະ​ສຳຫລວດ​ເບິ່ງ​ດິນແດນ ແຕ່​ຖິ່ນ​ແຫ້ງແລ້ງ​ກັນດານ​ຊິນ​ຢູ່​ທາງ​ເຂດ​ໃຕ້ ຈົນເຖິງ​ທາງ​ໄປ​ສູ່​ເມືອງ​ເຣໂຮບ​ໃກ້​ກັບ​ຊ່ອງແຄບ​ຮາມັດ​ທາງທິດເໜືອ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka